site_cover (52)
ຄິມຈົງອຶນສັ່ງລົງໂທດເຈົ້າໜ້າທີ່ລະດັບສູງເພີ່ມ ສາເຫດເຮືອຮົບລົ່ມກາງພິທີເປີດໂຕ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 26 May, 2025
ໝວດ: ຂ່າວ

ຄິມ ຈົງອຶນ ຜູ້ນຳເກົາຫຼີເໜືອສັ່ງລົງໂທດເຈົ້າໜ້າທີ່ເປັນລາຍທີ່ 4 ຫລັງເກີດເຫດຜິດພາດໃນການເປີດໂຕເຮືອຮົບໃໝ່ ທີ່ສ້າງຄວາມບໍ່ພໍໃຈຢ່າງຮຸນແຮງໃຫ້ກັບລາວ ເພາະຖືວ່ານີ້ເປັນການທຳລາຍສັກສີຊາດ

 

ລີ ຫະຍັງ-ຊອນ ຮອງຜູ້ອຳນວຍການພະແນກອຸດສາຫະກຳຍຸດໂທປະກອນແຫ່ງພັກແຮງງານ ຊຶ່ງເປັນຜູ້ເບິ່ງແຍງດ້ານການພັດທະນາອາວຸດ ແລະ ເປັນໜຶ່ງໃນສະມາຊິກຄະນະກຳມາທິການການທະຫານກາງຂອງພັກແຮງງານ

 

ຊຶ່ງມີໜ້າທີ່ເບິ່ງແຍງກອງທັບປະຊາຊົນເກົາຫຼີ ເປັນເຈົ້າໜ້າທີ່ລະດັບສູງລາຍລ່າສຸດທີ່ຖືກຊີ້ວ່າຕ້ອງຮັບຜິດຊອບໂດຍກົງ ຕໍ່ອຸບັດຕິເຫດຄັ້ງໃຫຍ່ທີ່ເກີດຂຶ້ນເມື່ອອາທິດກ່ອນ ຕາມລາຍງານຈາກສຳນັກຂ່າວ KCNA ຂອງທາງການເກົາຫຼີເໜືອເມື່ອວັນຈັນ

 

ເຮືອພິຄາດຂະໜາດ 5,000 ໂຕນ ທີ່ຫາກໍສ້າງແລ້ວໄດ້ ອຽງລົ້ມ ແລະ ໂຕເຮືອໄດ້ຮັບຄວາມເສຍຫາຍ ຊຶ່ງຄິມຈົງອຶນໄດ້ກ່າວວ່າເປັນການກໍ່ອາຊະຍາກຳທີ່ສ້າງຄວາມເສຍຫາຍຢ່າງຮຸນແຮງຕໍ່ສັກສີ ແລະ ຄວາມພາກພູມໃຈຂອງຊາດ

 

ປັດຈຸບັນເຮືອລຳດັ່ງກ່າວກຳລັງຢູ່ໃນລະຫວ່າງການຊ້ອມແຊມພາຍໃຕ້ການເບິ່ງແຍງຂອງຜູ້ຊ່ຽວຊານ ຂະນະທີ່ທາງການຍັງບໍ່ເປີດເຜີຍຊັດເຈນວ່າ ເຈົ້າໜ້າທີ່ທີ່ຖືກຈັບກຸມຈະໄດ້ຮັບໂທດສະຖານໃດ ແຕ່ເປັນທີ່ຮູ້ກັນວ່າເກົາຫຼີເໜືອມັກລົງໂທດຢ່າງຮຸນແຮງ ທັງການໃຊ້ແຮງງານໜັກ ແລະ ໃນບາງກໍລະນີອາດເຖິງຂັ້ນປະຫານຊີວິດ

 

ກ່ອນໜ້ານີ້ໃນຊ່ວງທ້າຍອາທິດທີ່ຜ່ານມາ ທາງການເກົາຫຼີເໜືອໄດ້ຄວບຄຸມຕົວເຈົ້າໜ້າທີ່ອີກ 3 ຄົນຈາກອູ່ຕໍ່ເຮືອໃນເມືອງຊົງຈິນ ຊຶ່ງເປັນສະຖານທີ່ ທີ່ສ້າງເຮືອພິຄາດລຳດັ່ງກ່າວ ປະກອບດ້ວຍ ຫົວໜ້າວິສະວະກອນ ຫົວໜ້າຝ່າຍກໍ່ສ້າງ ແລະຜູ້ຈັດການຝ່າຍທຸລະການ

 

ຄິມຈົງອຶນກ່າວວ່າ ປະນາມເຫດການຄັ້ງນີ້ວ່າເກີດຈາກຄວາມປະມາດຢ່າງສິ້ນເຊີງ ຂາດຄວາມຮັບຜິດຊອບ ແລະ ໃຊ້ວິທີແບບອີງປະສົບການຢ່າງບໍ່ມີຫຼັກວິທະຍາສາດ

 

ໂດຍປົກກະຕິແລ້ວ ເກົາຫຼີເໜືອມັກບໍ່ເປີດເຜີຍອຸບັດຕິເຫດໃນປະເທດຕໍ່ສາທາລະນະ ແຕ່ກໍລະນີນີ້ກັບກົງກັນຂ້າມ

 

ຊຶ່ງນັກວິເຄາະ ເອັດເວີດ ຮາວເວລ ຜູ້ຊ່ຽວຊານດ້ານເກົາຫຼີເໜືອຈາກມະຫາວິທະຍາໄລອອກຊ໌ຟອດໃຫ້ສຳພາດກັບ ABC News ວ່ານີ້ເປັນສັນຍານເຊີງຍຸດທະສາດ ໂດຍເກົາຫຼີເໜືອຕ້ອງການສົ່ງສານຊັດເຈນເຖິງສະຫະລັດ ແລະ ເກົາຫຼີໃຕ້ ວ່າເກົາຫຼີເໜືອຈະເດີນໜ້າພັດທະນາເທັກໂນໂລຊີທາງທະຫານຕໍ່ໄປຢ່າງບໍ່ຢຸດຢັ້ງ

 

ເຫດເຮືອຮົບລົ້ມໃນອູ່ຕໍ່ເຮືອຄັ້ງນີ້ ເກີດຂຶ້ນພຽງບໍ່ເທົ່າໃດອາທິດຫລັງຈາກເກົາຫຼີເໜືອ ຫາກໍເປີດໂຕເຮືອພິຄາດລຳໃໝ່ໃນອີກພື້ນທີ່ໜຶ່ງຂອງປະເທດ

 

ໂດຍຄິມຈົງອຶນຍົກຍ້ອງເຮືອລຳນັ້ນວ່າເປັນຄວາມກ້າວໜ້າເຊີງຍຸດທະສາດຂອງກອງທັບເຮືອ ແລະ ກຽມຈະນຳໄປປະຈຳການຕົ້ນປີໜ້າ ຊຶ່ງເຫດການຄັ້ງນີ້ສະທ້ອນໃຫ້ເຫັນເຖິງຄວາມເຂັ້ມງວດໃນລະບຽບວິໄນຂອງກອງທັບເກົາຫຼີເໜືອ ແລະ ຄວາມຈິງຈັງຂອງຜູ້ນຳຄິມຈົງອຶນຕໍ່ໂຄງການພັດທະນາເຮືອຮົບ ແລະ ເທັກໂນໂລຊີທາງທະຫານ ທີ່ລາວຖືເປັນພາລະກິດລະດັບຊາດ ບໍ່ຕ່າງຈາກການພັດທະນາອາວຸດນິວເຄລຍ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 28 July, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,407
21,682
thailand (1)
THB
661.88
674.46
european-union
EUR
24,178
24,662
china
CNY
2,912
2,970
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-07-28T163326.372
ທ່ານ ລມຕ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ເຄື່ອນໄຫວຊຸກຍູ້ວຽກງານຢູ່ແຂວງຄຳມ່ວນ
_cover - 2025-07-28T162042.495
ເລີ່ມແລ້ວ ກອງປະຊຸມໄກ່ເກ່ຍ ຂໍ້ຕົກລົງຢຸດຍິງ ໃນຂໍ້ຂັດແຍ້ງຊາຍແດນໄທ-ກຳປູເຈຍ ໄດ້ຈັດຂຶ້ນໃນມາເລເຊຍ.
_cover - 2025-07-28T153809.249
ສປປ ລາວ ສະເຫຼີມສະຫຼອງຄົບຮອບ 58 ປີ ແຫ່ງການສ້າງຕັ້ງອາຊຽນ ແລະ ຄົບຮອບ 28 ປີ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ
pele - 2025-07-28T152913.912
ໃນ 6 ເດືອນຕົ້ນປີ ເສດຖະກິດຂອງແຂວງວຽງຈັນຂະຫຍາຍຕົວໃນລະດັບ 3.8%, ຄິດເປັນມູນຄ່າລາຄາໃນປີ 9,065 ຕື້ກີບ, ເທົ່າກັບ 68.18% ຂອງແຜນການ
_cover - 2025-07-28T144333.079
ຈີນປະສົບຄວາມສຳເລັດ ເພາະລ້ຽງໝາກໄຂ່ຫຼັງທຽມ ໃນຫ້ອງແລັບສາມາດເຮັດວຽກຄືໝາກໄຂ່ຫຼັງແທ້ໂດຍສົມບູນ
pele - 2025-07-28T143900.373
ມະຫາວິທະຍາໄລແຫ່ງຊາດ ມີແຜນຮັບນັກສຶກສາໃໝ່ເຂົ້າຮຽນ 5,670 ຄົນ
_cover - 2025-07-28T134942.919
ແຈ້ງການປິດນໍ້າປະປາຊົ່ວຄາວ ໃນຂົງເຂດ ເມືອງ ສີສັດຕະນາກ ໃນວັນທີ 29 ກໍລະກົດ 2025
pele - 2025-07-28T115024.645
ຜູ້ແທນ ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມແລກປ່ຽນ ແລະ ຢ້ຽມຊົມໂຮງງານເບຍລາວ
_cover - 2025-07-28T131535.481
ເຈົ້າແຂວງຈຳປາສັກ ພ້ອມຄະນະ ເຄື່ອນໄຫວຕິດຕາມຊຸກຍູ້ ວຽກງານກໍ່ສ້າງຮາກຖານການເມືອງ ແລະ ວຽກງານຊາຍແດນ ລາວ-ກຳປູເຈຍ -ໄທ
_cover - 2025-07-28T115530.702
ໄຟໄໝ້ລໍ້ຍົນ ຂະນະທີ່ຍົນກຳລັງຈະຂຶ້ນ ທີ່ສະໜາມບິນສະຫະລັດ ຕ້ອງອົບພະຍົບຜູ້ໂດຍສານຫຼາຍກວ່າ 170 ຊີວິດ
ຢ່າລື່ມກົດຕິດຕາມ