site_cover (53)
"ແວ່ນອັດສະຣິຍະ" Android XR ນຳທາງ ແປພາສາເຣຍລໄທມ໌ ຄວບ Gemini ໃນຕົວ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 26 May, 2025
ໝວດ: ຂ່າວ

Google ເປີດໂຕແວ່ນຕາອັດສະຣິຍະໃນງານ I/O ໃຊ້ Android XR ມາພ້ອມກ້ອງ ໄມໂຄໂຟນ ລຳໂພງ ໜ້າຈໍໃນເລນສ໌ ແລະ ຟີເຈີ Gemini ເຊັ່ນ: ແປພາສາແບບເຣຍລໄທມ໌ ໃຊ້ງານຜ່ານສຽງ ດີໄຊນ໌ລຽບ ເໝາະກັບຊີວິດປະຈຳວັນ

 

ສາກ “ໂທນີ ສະຕາກ” ໃສ່ແວ່ນອັດສະຣິຍະແລ້ວສັ່ງການດ້ວຍປັນຍາປະດິດ ໃຜເຫັນກໍຕ້ອງຮ້ອງວ້າວ ວັນນີ້ Google ໄດ້ນຳພາມະນຸດໄປເຖິງຈຸດນັ້ນແລ້ວ ໃນງານ Google I/O ກູເກີນໄດ້ເປີດໂຕ “ແວ່ນຕາອັດສະຣິຍະ” ອັດແໜ້ນດ້ວຍຟີເຈີສຸດລ້ຳ

 

 

ລະບົບປະຕິບັດການ Android XR ຖືກເປີດໂຕໄປແລ້ວຊ່ວງປາຍປີ 2024 ໃນ “ເຮດເຊດຄອບຫົວ” ຂອງ Samsung ລ່າສຸດ ກູເກີນໄດ້ນຳ Android XR ມາໃຊ້ກັບແວ່ນພາຍໃຕ້ Project Aura ຜະລິດຕົ້ນແບບໂດຍ XREAL ແລະ ຮ່ວມພັດທະນາໂດຍ Samsung, Qualcomm

 

ພາຍໃນງານ ກູເກີນໄດ້ນຳຕົ້ນແບບແວ່ນ Android XR ມາໂຊຄວາມອັດສະລິຍະ ໃຫ້ເບິ່ງກັນສົດໆ ແລ້ວຖ້າເຈົ້າໄດ້ເປັນເຈົ້າຂອງແວ່ນອັດສະຣິຍະນີ້ ນີ້ຄືສິ່ງທີ່ເຈົ້າຈະໄດ້ ແວ່ນມາພ້ອມກັບກ້ອງ ໄມໂຄໂຟນ ລຳໂພງໃນຕົວ ແລະ ທີ່ຄັກທີ່ສຸດຄື Project Aura ມີໜ້າຈໍຝັງໃນເລນສ໌ດ້ວຍ

 

 

ເທົ່ານັ້ນຍັງບໍ່ພໍ ແວ່ນ Android XR ຈະມີການນຳຟີເຈີຂອງ Gemini ມາໃຊ້ດ້ວຍ ເຊັ່ນ: ນຳທາງ ຄຳແນະນຳ ແປພາສາ ສຸປຂໍ້ຄວາມ ທັງໝົດນີ້ ບໍ່ຕ້ອງເອົາມືຖືຂຶ້ນມາເລີຍ ເພາະຜູ້ໃຊ້ສາມາດລົມ ແລະ ຕອບໂຕ້ກັບ Gemini ຜ່ານສຽງໄດ້ໂດຍກົງ ແຖມສາມາດເຮັດວຽກຮ່ວມກັບອຸປະກອນ Android ໄດ້ດ້ວຍ

 

ຫນຶ່ງໃນໄຮໄລທ໌ຂອງໂຊວ໌ເຄສແວ່ນນີ້ຄື ທ່ານ Shahram Izadi ແລະ Nishtha Bhatia ສາທິດຟີເຈີແປພາສາແບບສົດໆ ໂດຍທັງຄູ່ເວົ້າພາສາຟາຊີ ແລະ ຮິນດີໃສ່ກັນ

 

ເຮົາຈະເຫັນວ່າແວ່ນຈະແປເປັນພາສາອັງກິດໃຫ້ແບບເຣຍລໄທມ໌ ເຫັນໄດ້ວ່າການໃຊ້ງານຍັງຕິດຂັດຢູ່ໜ້ອຍໜຶ່ງ ແຕ່ກໍມີບາງຊ່ວງທີ່ເຮັດວຽກໄດ້ລາບລື່ນດີ

 

ວ່າກັນໃນແງ່ຂອງຮູບຊົງພາຍນອກ ນີ້ເປັນແວ່ນທີ່ເໝາະສຳລັບໃສ່ໃນຊີວິດປະຈຳວັນ ມີນ້ຳໜັກເບົາ ຄ່ອງໂຕ ເບິ່ງຜ່ານໆ ເກືອບຈະເບິ່ງບໍ່ອອກວ່ານີ້ເປັນແວ່ນທີ່ອັດແໜ້ນໄປດ້ວຍເທັກໂນໂລຊີ ຕ່າງຈາກ Google Glass ຮຸ່ນເກົ່າ ແຕ່ຖ້າເບິ່ງກັນຈິງໆ Project Aura ມີຄວາມຄ້າຍແວ່ນ Ray-Ban Meta ຂອງຄູ່ແຂ່ງຢູ່ບໍ່ນ້ອຍ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 13 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
657.17
669
european-union
EUR
24,072
24,554
china
CNY
2,938
2,996
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
ກຽມເປີດ ນະຄອນຫຼວງວຽງຈັນເກມ 2025, ເລີ່ມ 15 ພະຈິກ ນີ້
jane - 2025-10-13T101808.563
ນາຍຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ຈະເດີນທາງຢ້ຽມຢາມ ສປປ ລາວ
jane - 2025-10-13T094242.532
ຄະນະຜູ້ແທນຂັ້ນສູງຈາກພັກ ສປປ ລາວ ເຂົ້າຮ່ວມພິທີ ສະຫລອງວັນສ້າງຕັ້ງພັກແຮງງານເກົາຫລີ ຄົບຮອບ 80 ປີ
pele - 2025-10-13T091033.806
ຄໍາມ່ວນ ຈັດກິດຈະກໍາຍ່າງເພື່ອສຸຂະພາບ ເນື່ອງໃນໂອກາດວັນການທູດລາວ ຄົບຮອບ 80 ປີ
jane - 2025-10-13T092349.578
ພະຍາກອນອາກາດປະຈໍາວັນທີ 13 ຕຸລາ 2025
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
ຢ່າລື່ມກົດຕິດຕາມ