ໃນວັນທີ 22 ພຶດສະພາ ປີ 2025 ຜ່ານມານີ້, ເຈົ້າໜ້າທີ່ພາສີ ພະແນກສືບສວນ-ສອບສວນ ແລະ ປາບປາມການຄ້າຂາຍເຖື່ອນ ແລະ ເຈົ້າໜ້າທີ່ພາສີປະຈຳດ່ານພາສີສາກົນສະໜາມບິນວັດໄຕ,
ເຈົ້າໜ້າທີ່ຕໍາຫຼວດກວດຄົນເຂົ້າ-ອອກເມືອງ ແລະ ພາກສ່ວນເອັກສະເລຂອງສະໜາມບິນວັດໄຕອາຄານສາກົນຂອງ ສປປ ລາວ, ໄດ້ກວດກາກະເປົາເດີນທາງຂອງຄົນສັນຊາດ ປະເທດບຸນກາລີ, ທີ່ສົງໄສວ່າມີສານເສບຕິດ.
ແຕ່ຜ່ານການກວດກາຕົວຈິງພົບເຫັນຢາເສບຕິດ ປະເພດເຮໂຣອິນ ຈໍານວນ 14 ຖົງລວມນໍ້າໝັກ 14 ກິໂລກຣາມ, ໄດ້ຊຸກເຊື່ອງໃສ່ໃນຖົງອາຫານສັດ, ຖົງກາເຟສໍາເລັດຮູບ, ທີ່ຈະເດີນທາງອອກໄປຕ່າງປະເທດ.
ດັ່ງນັ້ນ,ຈຶ່ງໄດ້ນໍາເອົາຂອງກາງ ແລະ ຜູ້ຖືກຫາດັ່ງກ່າວມອບໃຫ້ເຈົ້າໜ້າທີ່ຕໍາຫຼວດກົມ 303 ກະຊວງປ້ອງກັນຄວາມສະຫງົບ, ໄປດໍາເນີນການຕາມຂັ້ນຕອນລະບຽບກົດໝາຍໃນຂັ້ນຕໍ່ໄປ.
ທີ່່ມາ: ກະຊວງການເງິນ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,531 | 21,808 |
![]() THB | 657.17 | 669 |
![]() EUR | 24,072 | 24,554 |
![]() CNY | 2,938 | 2,996 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |