site_cover (59)
ພູເຂົາໄຟຮາວາຍປະທຸແຮງ ລາວາແດງ ພຸ່ງສູງກວ່າ 300 ແມັດ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 27 May, 2025
ໝວດ: ຂ່າວ

ພູເຂົາໄຟຄິລາເວອາ ເທິງເກາະຮາວາຍປະທຸຮຸນແຮງອີກຮອບ ພົ່ນລາວາສີແດງສົ້ມສົດພຸ່ງສູງກວ່າ 300 ແມັດ ທຽບເທົ່າຄວາມສູງຫໍໄອເຟລ ດ້ານນັກທໍລະນີວິທະຍາເຝົ້າລະວັງ ຫຼັງການປະທຸຊ່ວງກ່ອນໜ້າມີລັກສະນະບໍ່ແນ່ນອນ

 

ວັນທີ່ 28 ພຶດສະພາ 2025 ສຳນັກສຳຫຼວດທາງທໍລະນີວິທະຍາສະຫະລັດຯ ຫຼື USGS ລາຍງານວ່າ ພູເຂົາໄຟຄິລາເວອາ (Kilauea) ຊຶ່ງຕັ້ງຢູ່ເທິງເກາະໃຫຍ່ຂອງລັດຮາວາຍ ສະຫະລັດ

 

ໄດ້ເກີດການປະທຸຂຶ້ນອີກຄັ້ງ ໂດຍບາງຊ່ວງຂອງການປະທຸພົບວ່າລາວາສີແດງສົ້ມສົດພຸ່ງຂຶ້ນສູ່ທ້ອງຟ້າສູງເຖິງກວ່າ 300 ແມັດ ຊຶ່ງທຽບຄຽງເປັນລະດັບຄວາມສູງໃກ້ຄຽງກັບຄວາມສູງຂອງຫໍໄອເຟນ ໃນກຸງປາຣີ ຂອງຝຣັ່ງ

 

ຜູ້ຊ່ຽວຊານດ້ານທໍລະນີວິທະຍາເປີດເຜີຍວ່າ ການປະທຸຄັ້ງຫຼ້າສຸດຂອງພູເຂົາໄຟຄິລາເວອາ ເກີດຂຶ້ນຫຼັງຈາກຊ່ວງເວລາການລະເບີດແບບເປັນຊ່ວງໆ ທີ່ເລີ່ມຕັ້ງແຕ່ວັນທີ່ 23 ທັນວາ ປີທີ່ຜ່ານມາ

 

ໂດຍແຕ່ລະຄັ້ງມີໄລຍະເວລາ ຕັ້ງແຕ່ບໍ່ເຖິງເຄິ່ງມື້ ໄປຈົນເຖິງເກືອບ 1 ອາທິດ

 

ຂະນະທີ່ຄລິບວິດີໂອຖ່າຍທອດສົດຈາກກ້ອງຂອງ USGS ເຜີຍໃຫ້ເຫັນລາວາໄຫຼປະທຸຈາກປ່ອງພູເຂົາໄຟຢ່າງຊັດເຈນ ສ້າງຄວາມຕື່ນຕາຕື່ນໃຈໃຫ້ແກ່ຜູ້ຊົມທົ່ວໂລກ

 

ຂະນະດຽວກັນເຈົ້າໜ້າທີ່ກໍຍັງຄົງເຝົ້າລະວັງ ແລະ ຕິດຕາມສະຖານະການຢ່າງໃກ້ຊິດ ເພື່ອປະເມີນຜົນກະທົບຕໍ່ຊຸມຊົນ ແລະ ສິ່ງແວດລ້ອມໃນພື້ນທີ່ຕໍ່ໄປ

 

ທັງນີ້ ພູເຂົາໄຟຄິລາເວອານັບເປັນໜຶ່ງໃນພູເຂົາໄຟທີ່ມີການເຄື່ອນໄຫວຫຼາຍທີ່ສຸດໃນໂລກ ແລະ ເຄີຍກໍ່ໃຫ້ເກີດຄວາມເສຍຫາຍຫຼາຍຄັ້ງໃນອະດີດ ໂດຍສະເພາະການປະທຸຄັ້ງໃຫຍ່ໃນປີ 2018 ທີ່ລາວາໄຫຼທະລັກທ່ວມບ້ານເຮືອນຂອງປະຊາຊົນ ແລະເສັ້ນທາງສຳຄັນຫຼາຍສາຍ.

 

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 13 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
657.17
669
european-union
EUR
24,072
24,554
china
CNY
2,938
2,996
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
ກຽມເປີດ ນະຄອນຫຼວງວຽງຈັນເກມ 2025, ເລີ່ມ 15 ພະຈິກ ນີ້
jane - 2025-10-13T101808.563
ນາຍຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ຈະເດີນທາງຢ້ຽມຢາມ ສປປ ລາວ
jane - 2025-10-13T094242.532
ຄະນະຜູ້ແທນຂັ້ນສູງຈາກພັກ ສປປ ລາວ ເຂົ້າຮ່ວມພິທີ ສະຫລອງວັນສ້າງຕັ້ງພັກແຮງງານເກົາຫລີ ຄົບຮອບ 80 ປີ
pele - 2025-10-13T091033.806
ຄໍາມ່ວນ ຈັດກິດຈະກໍາຍ່າງເພື່ອສຸຂະພາບ ເນື່ອງໃນໂອກາດວັນການທູດລາວ ຄົບຮອບ 80 ປີ
jane - 2025-10-13T092349.578
ພະຍາກອນອາກາດປະຈໍາວັນທີ 13 ຕຸລາ 2025
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
ຢ່າລື່ມກົດຕິດຕາມ