site_cover (62)
ສະຖາບັນມະເຮັງຍີ່ປຸ່ນ ຈັດອັນດັບ "ມັນເທດ" ເປັນພືດຕ້ານມະເຮັງ ຕ້ອງກິນແນວໃດບໍ່ໃຫ້ເກີດໂທດ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 27 May, 2025

ຫຼ້າສຸດ ໃນລາຍການ “ສຸຂະພາບ ແລະ ຊີວິດ” ຂອງໄຕ້ຫວັນ ແພດຫລິວ ປໍ້ເຫລິນ ຜູ້ຊ່ຽວຊານດ້ານແພດສາດຊະລໍໄວ ແລະ ໂພຊະນາການຊາວໄຕ້ຫວັນ

 

ເປີດເຜີຍວ່າ ສະຖາບັນວິໄຈປ້ອງກັນໂລກມະເຮັງແຫ່ງຊາດຂອງຍີ່ປຸ່ນເຄີຍຈັດອັນດັບປະສິດທິພາບໃນການຕ້ານມະເຮັງຂອງຜັກ ແລະ ທັນຍະພືດທົ່ວໄປ 18 ຊະນິດ

 

ໂດຍ 10 ອັນດັບທຳອິດ ທີ່ຕ້ານມະເຮັງໄດ້ດີ ໄດ້ແກ່: ມັນເທດຕົ້ມ, ມັນເທດສົດ, ຫນໍ່ໄມ້ຝຣັ່ງ, ບຣັອກໂຄລີ, ກະຫລຳປີ, ກະຫລຳດອກ, ຜັກເຊີນາລີ້, ເປືອກຫມາກເຂືອຈີນ, ພິກຫວານ ແລະ ແຄລອດ

 

ແພດຫລິວຍັງເປີດເຜີຍວ່າ ມັນເທດມີວິຕາມິນເອ ເບຕາແຄໂຣທີນ ແລະ ສານພິເສດທີ່ຊື່ວ່າ DHEA (dehydroepiandrosterone)

 

ຊຶ່ງໃນຜູ້ຊາຍຈະປ່ຽນເປັນຮໍໂມນເພດຊາຍ ສ່ວນໃນຜູ້ຍິງຈະປ່ຽນເປັນເອສໂຕເຈນ ໂດຍໃນປະລິມານນ້ອຍ DHEA ເຄີຍຖືກທົດລອງວ່າອາດຊ່ວຍຍັບຍັ້ງເຊລມະເຮັງເຕົ້ານົມ ແລະ ມະເຮັງລຳໄສ້ໃຫຍ່ໄດ້

 

ລາວຍັງກ່າວອີກວ່າ ໃນມັນເທດມີສານ ແກງກິໂລໄຊດ (ganglioside) ຊຶ່ງຊ່ວຍກະຕຸ້ນໃຫ້ເຊລມະເຮັງຕາຍຕາມວົງຈອນ

 

ອີງຕາມນັ້ນ ລາວເນັ້ນຢ້ຳວ່າຄວນກິນມັນເທດໃນປະລິມານພໍເໝາະ ໂດຍເລົ່າວ່າມີຜູ້ປ່ວຍມະເຮັງໂພງຈະມູກຄົນໜຶ່ງທີ່ເຂົ້າໃຈວ່າມັນເທດຊ່ວຍລ້າງພິດ ຈຶ່ງກິນເຖິງວັນລະ 3 ຫົວຄວບຄູ່ກັບເຂົ້າຂາວຕາມປົກກະຕິ ຫຼັງຜ່ານໄປຄື່ງປີ ຄ່າທຣິກລີເຊີໄຣດພຸ່ງສູງ ແລະ ພົບໄຂມັນພອກຕັບ

 

ແພດຫລິວແນະນຳວ່າ ມັນເທດເປັນອາຫານທີ່ມີແປ້ງສູງ ຫາກກິນຫຼາຍເກີນໄປຈະເຮັດໃຫ້ພະລັງງານສະສົມເກີນ ຄວນຫຼຸດປະລິມານແປ້ງຈາກອາຫານອື່ນຫາກຕ້ອງການບໍລິໂພກມັນເທດ

 

ດ້ານນັກໂພຊະນາການຊາວໄຕ້ຫວັນ ຈາງອຸ້ຍຊີ ແນະນຳເພີ່ມເຕີມໃນໂພສ ສ່ວນຕົວວ່າ ຄວນກິນມັນເທດແບບເຢັນ ເພາະເມື່ອເຢັນລົງຈະເກີດແປ້ງທົນການຍ່ອຍ (Resistant Starch)

 

ຊຶ່ງຊ່ວຍຫຼຸດປະລິມານແຄລໍລີລົງຄື່ງໜຶ່ງ ເຮັດໃຫ້ອິ່ມນານ ແລະ ຍັງຊ່ວຍຫຼຸດນ້ຳໜັກ

 

 

ປະໂsຍດອື່ນໆ ຂອງມັນເທດຕໍ່ສຸຂະພາບ

 

ຕາມເວັບໄຊ Healthline ມັນເທດຖືເປັນອາຫານທີ່ມີຄຸນຄ່າທາງໂພຊະນາການສູງ ອຸດົມດ້ວຍວິຕາມິນເອ, ວິຕາມິນຊີ ແລະ ແມງການີສ ຊຶ່ງນອກຈາກຊ່ວຍຕ້ານມະເຮັງແລ້ວ ຍັງດີຕໍ່ລະບົບພູມິຄຸ້ມກັນ ແລະ ສຸຂະພາບໂດຍລວມ

 

  • ສົ່ງເສີມສຸຂະພາບລຳໄສ້

 

ມັນເທດມີໃຍອາຫານທັງແບບລະລາຍນ້ຳ ແລ ະບໍ່ລະລາຍນ້ຳ ຊຶ່ງຮ່າງກາຍບໍ່ສາມາດຍ່ອຍໄດ້ ຈຶ່ງຢູ່ໃນທາງເດີນອາຫານ ແລະ ສົ່ງຜົນດີຕໍ່ສຸຂະພາບລຳໄສ້ ຊ່ວຍເພີ່ມກາກໃຍໃນລະບົບຍ່ອຍອາຫານ ບາງຊະນິດສາມາດຫມັກໂດຍແບັກທີເຣຍໃນລຳໄສ້ໃຫຍ່ໃຫ້ກາຍເປັນກຣົດໄຂມັນສາຍສັ້ນ ຊຶ່ງບຳລຸງເຊລໃນລຳໄສ້

 

  • ບຳລຸງສາຍຕາ

 

ມັນເທດອຸດົມດ້ວຍເບຕາແຄໂຣທີນ ສານຕ້ານອະນຸມູນອິສຣະທີ່ຮ່າງກາຍແປງເປັນວິຕາມິນເອ ຊຶ່ງຈຳເປັນຕໍ່ການສ້າງເຊລຮັບແສງໃນດວງຕາ

 

  • ເສີມການເຮັດວຽກຂອງສະໝອງ

 

ງານວິໄຈໃນສັດທົດລອງພົບວ່າ ແອນໂທໄຊຢານິນໃນມັນມ່ວງອາດຊ່ວຍຫຼຸດການອັກເສບໃນສະໝອງ ແລະ ຫຼຸດຄວາມເສຍຫາຍຈາກອະນຸມູນອິສຣະ ອີກທັງອາດຊ່ວຍພັດທະນາຄວາມຈຳ

 

ນອກຈາກນີ້ ມັນເທດຍັງຊ່ວຍເສີມລະບົບພູມິຄຸ້ມກັນອີກດ້ວຍ

 

ອີງຕາມນັ້ນ ຫາກຮັບປະທານບໍ່ຖືກວິທີ ອາດເຮັດໃຫ້ເກີດຜົນຂ້າງຄຽງທີ່ບໍ່ພຶງປະສົງ ແລະ ສົ່ງຜົນຕໍ່ສຸຂະພາບໄດ້ ນີ້ແມ່ນຂໍ້ຫ້າມໃນການຮັບປະທານມັນເທດທີ່ຫຼາຍຄົນອາດບໍ່ຮູ້

 

5 ຂໍ້ຄວນລະວັງເມື່ອກິນມັນເທດ

 

  • ຫ້າມກິນມັນເທດຕອນທ້ອງວ່າງ

 

ການກິນມັນເທດຕອນທ້ອງວ່າງອາດເຮັດໃຫ້ລະບົບຍ່ອຍອາຫານມີບັນຫາ ເພາະມັນເທດຈະກະຕຸ້ນການຜະລິດກຣົດໃນກະເພາະເກີນໄປ ເຮັດໃຫ້ເກີດອາການແສບຮ້ອນກາງເອິກ ແລະ ອາດເຮັດໃຫ້ເກີດບາດແຜໃນກະເພາະອາຫານ ເພື່ອປົກປ້ອງສຸຂະພາບ ຄວນກິນມັນເທດຫຼັງມື້ອາຫານຫຼັກ ຫຼື ທານຮ່ວມກັບອາຫານທີ່ມີເສັ້ນໃຍສູງ

 

  • ຫ້າມກິນມັນເທດດິບ

 

ການບໍລິໂພກມັນເທດດິບອາດເຮັດໃຫ້ເກີດບັນຫາການຍ່ອຍອາຫານໄດ້ ເນື່ອງຈາກມີແປ້ງທີ່ຍ່ອຍຍາກ ຊຶ່ງອາດເຮັດໃຫ້ເກີດອາການທ້ອງອືດ ແລະ ບັນຫາໃນລຳໄສ້

 

ນອກຈາກນີ້ ມັນເທດດິບຍັງມີສານຍັບຍັ້ງເອນໄຊທຣິບຊິນ ຊຶ່ງຫຼຸດການດູດຊຶມໂປຣຕີນຂອງຮ່າງກາຍ ແລະ ສົ່ງຜົນຕໍ່ການສ້ອມແຊມເຊລ ຈຶ່ງບໍ່ແນະນຳໃຫ້ຮັບປະທານມັນເທດດິບເປັນປະຈຳ ແລະ ໃນປະລິມານຫຼາຍ

 

  • ຫ້າມກິນມັນເທດຫຼາຍເກີນໄປ

 

ເຖິງແມ່ນມັນເທດຈະເປັນອາຫານທີ່ມີຄຸນຄ່າທາງໂພຊະນາການ ແຕ່ການກິນຫຼາຍເກີນໄປອາດເຮັດໃຫ້ເກີດບັນຫາການຍ່ອຍອາຫານໄດ້ ເພາະຮ່າງກາຍຈະຕ້ອງຜະລິດເອນໄຊຈຳນວນຫຼາຍເພື່ອຍ່ອຍແປ້ງ

 

ຂະບວນການນີ້ຈະໃຊ້ພະລັງງານຫຼາຍ ແລະ ສ້າງແກັສຄາບອນໄດອອກໄຊ ເຮັດໃຫ້ເກີດອາການທ້ອງອືດ  ແລະ ທ້ອງເຟີ້

 

ນອກຈາກນີ້ ມັນເທດຍັງມີໃຍອາຫານທີ່ບໍ່ລະລາຍໃນນ້ຳ ຊຶ່ງຫາກກິນຫຼາຍເກີນໄປອາດລະຄາຍເຄືອງລຳໄສ້ ແລະ ເຮັດໃຫ້ເກີດອາການທ້ອງຜູກ

 

  • ຫຼີກລ່ຽງການທອດຫຼືເຕີມນ້ຳຕານ

 

ເຖິງແມ່ນມັນເທດຈະມີປະໂຫຍດ ແຕ່ຄວນປຸງຢ່າງເໝາະສົມເພື່ອຄົງຄຸນຄ່າທາງໂພຊະນາການ ການຕົ້ມ ແລະ ນຶ່ງເປັນວິທີທີ່ດີທີ່ສຸດໃນການຮັກສາວິຕາມິນ ແຮ່ທາດ ແລະ ເສັ້ນໃຍອາຫານ ຄວນຫຼີກລ່ຽງການປຸງແບບທອດ ຫຼື ເຕີມນ້ຳຕານຫຼາຍເກີນໄປ ເພາະນອກຈາກຈະຫຼຸດຄຸນຄ່າທາງໂພຊະນາການແລ້ວ ຍັງເຮັດໃຫ້ໄດ້ຮັບແຄລໍລີເກີນ ສົ່ງຜົນເສຍຕໍ່ສຸຂະພາບ

 

  • ຫ້າມກິນມັນເທດທີ່ມີຈຸດສີດຳ

 

ຈຸດສີດຳເທິງມັນເທດເປັນສັນຍານເຕືອນເຖິງແບັກທີເຣຍທີ່ເປັນອັນຕະລາຍ ຊຶ່ງແບັກທີເຣຍເຫຼົ່ານີ້ຈະສ້າງສານພິດທີ່ອາດທຳລາຍຕັບ ແລະ ອະໄວຍະວະພາຍໃນອື່ນໆ

 

ສານພິດເຫຼົ່ານີ້ຄ່ອນຂ້າງສະຖຽນ ແລະ ບໍ່ຖືກທຳລາຍງ່າຍໆ ດ້ວຍຄວາມຮ້ອນ ດັ່ງນັ້ນ, ການຮັບປະທານມັນເທດທີ່ປົນເປື້ອນອາດກໍ່ໃຫ້ເກີດບັນຫາສຸຂະພາບຮຸນແຮງ ເພື່ອຄວາມປອດໄພ ຄວນຫຼີກລ່ຽງມັນເທດທີ່ມີຈຸດ ຫຼື ຮອຍຊ້ຳ ແລະ ເລືອກມັນທີ່ສົດ ແລະ ບໍ່ເນົ່າ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 30 May, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,455
21,731
thailand (1)
THB
648.35
660.67
european-union
EUR
23,023
23,484
china
CNY
2,898
2,956
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Monday, 19 May, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,080,000
34,610,000
33,730,000
34,719,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
_cover (7)
ບິລ ເກດ ບໍລິຈາກຊັບສິນເກືອບທັງໝົດໃຫ້ອາຟິກາ
_cover (6)
"ອີ ແຈ-ມະຢອງ" ສະເຫຼີມສະຫຼອງໄຊຊະນະໄດ້ຮັບຕຳແໜ່ງປະທານາທິບໍດີເກົາຫຼີໃຕ້
_cover (5)
ພູເຂົາໄຟເອດນາ ຂອງອິຕາລີ ປະທຸເຖົ່າຖ່ານຂຶ້ນສູ່ທ້ອງຟ້າ
_cover (4)
ແຕກຕື່ນກາງແຜ່ນດິນໄຫວ ນັກໂທດກວ່າ 200 ຄົນ ແຫກຄຸກການາຈີ ປາກິສຖານ
_cover (3)
ກະຊວງປ້ອງກັນຄວາມສະຫງົບ ປາຖະກະຖາສອງວັນປະຫວັດສາດທີ່ສຳຄັນຂອງຊາດ
_cover (1)
ເນື້ອແດງ vs ເນື້ອຂາວ ແຍກປະເພດແນວໃດ ເລືອກກິນເນື້ອສັດແບບໃດໃຫ້ດີຕໍ່ສຸຂະພາບ?
_cover
ເລີ່ມແລ້ວການເຈລະຈາສັນຕິພາບ ລັດເຊຍ-ຢູເຄຣນ ຮອບທີ 2 ກຽມສະເໜີເງື່ອນໄຂສູ່ສັນຕິ
site_cover - 2025-06-03T115335.069
"ຄົນຈີນ" ບໍ່ກ້າໃຊ້ຈ່າຍ 80% ຫັນອອມເງິນ ເຖິງແມ່ນດອກເບ້ຍຕ່ຳ
site_cover - 2025-06-03T104033.708
ໜ້າເສົ້າໃຈ! "ໝູ່ບ້ານນັກກິລາໂອລິມປິກ 2020" ກາຍສະພາບເປີດເຊົ່າເຖື່ອນ ຄົນຈີນແຫ່ເຮັດທຸລະກິດມືດ
site_cover (100)
ປະຊາຊົນເກົາຫລີໃຕ້ຫັນມາໃຊ້ສິດເລືອກຕັ້ງ ຊີ້ຊະຕາອະນາຄົດປະເທດ
ຢ່າລື່ມກົດຕິດຕາມ