site_cover (63)
ເກົາຫຼີເໜືອວິພາກວິຈານແຜນສ້າງໂດມຂອງທຣຳ ເປັນລະບົບປ້ອງກັນຂີປະນາວຸດ ມູນຄ່າ 1.75 ແສນລ້ານດອນລາ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 27 May, 2025
ໝວດ: ຂ່າວ

ເກົາຫຼີເໜືອໄດ້ອອກມາກ່າວວິພາກວິຈານ ແຜນການສ້າງໂກນເດນໂດມ ຊຶ່ງເປັນລະບົບປ້ອງກັນຂີປະນາວຸດ ມູນຄ່າ 1.75 ແສນລ້ານດອນລາ ຂອງປະທານາທິບໍດີ “ໂດນາລດ ທຣຳ” ຜູ້ນຳຂອງອາເມລິກາ

 

 

ໂດຍກ່າວວ່າ “ໂຄງການໂກນເດນໂດມ ສະແດງເຖິງຄວາມທະນົງຕົນ ເຍີຫຍິ່ງ ຍະໂສໂອຫັງ ແລະ ກະທຳຕາມອຳເພີໃຈ…” ແລະ “ໂຄງການດັ່ງກ່າວເປັນແຜນ ກໍ່ສົງຄາມນິວເຄລຍ ຕໍ່ເກົາຫຼີເໜືອ…”

 

 

ກ່ອນໜ້ານີ້ ໂຄສົກກະຊວງການຕ່າງປະເທດ “ເຫມົາ ຫນິງ” ຂອງຈີນ ເຄີຍກ່າວໄວ້ວ່າ “ອາເມລິກາລະເມີດຫຼັກການ ການໃຊ້ອະວະກາດຢ່າງສັນຕິ” ແລະ “ໂຄງການໂກນເດນໂດມຈະຈຸດຊະນວນ ໃຫ້ເກີດການແຂ່ງຂັນດ້ານອາວຸດ”

 

 

ເມື່ອບໍ່ເທົ່າໃດມື້ກ່ອນໜ້ານີ້ “ໂດນາລດ ທຣຳ” ກ່າວເອົາໄວ້ວ່າ “ຂ້ອຍໄດ້ເລືອກຮູບແບບຂອງໂກນເດນໂດມ ແລະ ແຕ່ງຕັ້ງຜູ້ບັນຊາການກອງທັບອະວະກາດ ໃຫ້ດູແລໂຄງການດັ່ງກ່າວແລ້ວ” ແລະ “ໂກນເດນໂດມຈະໃຊ້ງານໄດ້ໃນຊ່ວງໃກ້ໝົດວາລະຂອງຂ້ອຍ” ແລະ “ລະບົບດັ່ງກ່າວຈະຊ່ວຍປົກປ້ອງອາເມລິກາ ຈາກໄພຂົ່ມຂູ່ຕ່າງໆ

 

ຕັ້ງແຕ່ຂີປະນາວຸດ ຂີປະນາວຸດໄຮເປີໂຊນິກ ແລະ ຂີປະນາວຸດຮ່ອນຂັ້ນສູງ ທີ່ຖືກຍິງມາຈາກປະເທດຕ່າງໆ ເຊັ່ນ: ຈີນ, ອີຣານ, ເກົາຫຼີເໜືອ ແລະ ຣັດເຊຍ”

 

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 28 July, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,407
21,682
thailand (1)
THB
661.88
674.46
european-union
EUR
24,178
24,662
china
CNY
2,912
2,970
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-07-28T163326.372
ທ່ານ ລມຕ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ເຄື່ອນໄຫວຊຸກຍູ້ວຽກງານຢູ່ແຂວງຄຳມ່ວນ
_cover - 2025-07-28T162042.495
ເລີ່ມແລ້ວ ກອງປະຊຸມໄກ່ເກ່ຍ ຂໍ້ຕົກລົງຢຸດຍິງ ໃນຂໍ້ຂັດແຍ້ງຊາຍແດນໄທ-ກຳປູເຈຍ ໄດ້ຈັດຂຶ້ນໃນມາເລເຊຍ.
_cover - 2025-07-28T153809.249
ສປປ ລາວ ສະເຫຼີມສະຫຼອງຄົບຮອບ 58 ປີ ແຫ່ງການສ້າງຕັ້ງອາຊຽນ ແລະ ຄົບຮອບ 28 ປີ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ
pele - 2025-07-28T152913.912
ໃນ 6 ເດືອນຕົ້ນປີ ເສດຖະກິດຂອງແຂວງວຽງຈັນຂະຫຍາຍຕົວໃນລະດັບ 3.8%, ຄິດເປັນມູນຄ່າລາຄາໃນປີ 9,065 ຕື້ກີບ, ເທົ່າກັບ 68.18% ຂອງແຜນການ
_cover - 2025-07-28T144333.079
ຈີນປະສົບຄວາມສຳເລັດ ເພາະລ້ຽງໝາກໄຂ່ຫຼັງທຽມ ໃນຫ້ອງແລັບສາມາດເຮັດວຽກຄືໝາກໄຂ່ຫຼັງແທ້ໂດຍສົມບູນ
pele - 2025-07-28T143900.373
ມະຫາວິທະຍາໄລແຫ່ງຊາດ ມີແຜນຮັບນັກສຶກສາໃໝ່ເຂົ້າຮຽນ 5,670 ຄົນ
_cover - 2025-07-28T134942.919
ແຈ້ງການປິດນໍ້າປະປາຊົ່ວຄາວ ໃນຂົງເຂດ ເມືອງ ສີສັດຕະນາກ ໃນວັນທີ 29 ກໍລະກົດ 2025
pele - 2025-07-28T115024.645
ຜູ້ແທນ ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມແລກປ່ຽນ ແລະ ຢ້ຽມຊົມໂຮງງານເບຍລາວ
_cover - 2025-07-28T131535.481
ເຈົ້າແຂວງຈຳປາສັກ ພ້ອມຄະນະ ເຄື່ອນໄຫວຕິດຕາມຊຸກຍູ້ ວຽກງານກໍ່ສ້າງຮາກຖານການເມືອງ ແລະ ວຽກງານຊາຍແດນ ລາວ-ກຳປູເຈຍ -ໄທ
_cover - 2025-07-28T115530.702
ໄຟໄໝ້ລໍ້ຍົນ ຂະນະທີ່ຍົນກຳລັງຈະຂຶ້ນ ທີ່ສະໜາມບິນສະຫະລັດ ຕ້ອງອົບພະຍົບຜູ້ໂດຍສານຫຼາຍກວ່າ 170 ຊີວິດ
ຢ່າລື່ມກົດຕິດຕາມ