VP LANDSCAPE COVER - 2025-05-27T160550.499
ວິທີຕັ້ງເປົ້າໝາຍໃຫ້ສໍາເລັດດ້ວຍ Vision Board
ຮຽບຮຽງໂດຍ:patthana
ເຜີຍແຜ່: 27 May, 2025

ວິທີການຕັ້ງເປົ້າໝາຍໃຫ້ບໍ່ຫຼຸດໂຟກັສແລະສາມາດລົງມືເຮັດໄດ້ແທ້ໆ ນຶ່ງໃນວິທີທີ່ຫຼາຍຄົນທົ່ວໂລກໃຊ້ແມ່ນການສ້າງ Vision Board ຫຼື ກະດານຮູບພາບເປົ້າໝາຍ. ບົດຄວາມນີ້ຈະພາທ່ານໄປຮູ້ຈັກຜົນປະໂຫຍດຂອງ Vision Board ແລະວິທີເຮັດທີ່ໃຫ້ຜົນແທ້ໆ.

Vision Board ແມ່ນຫຍັງ Vision Board ແມ່ນກະດານລວບລວມຮູບພາບຫຼືຂໍ້ຄວາມທີ່ສະແດງເຖິງເປົ້າໝາຍ, ຄວາມຝັນ, ຫຼືສິ່ງທີ່ທ່ານຢາກບັນລຸໃນຊີວິດ. ມັນຊ່ວຍກະຕຸ້ນໃຫ້ສະໝອງຈົດຈໍາພາບຄວາມສໍາເລັດແລະເຮັດໃຫ້ທ່ານມີແຮງຜັກດັນໃນການລົງມືເຮັດແທ້ໆ.

ເປັນຫຍັງ Vision Board ຈຶ່ງຊ່ວຍໃຫ້ການຕັ້ງເປົ້າໝາຍສໍາເລັດ ການຕັ້ງເປົ້າໝາຍດ້ວຍຮູບພາບຊ່ວຍໃຫ້ສະໝອງຮັບຮູ້ສິ່ງທີ່ເຮົາຕ້ອງການຢ່າງຊັດເຈນຂຶ້ນ. ເປັນເທັກນິກທີ່ກ່ຽວຂ້ອງກັບ “ການຕັ້ງຈິດ” ແລະຫຼັກການຂອງຈິດໃຕ້ສໍານຶກ (Subconscious Mind). ນອກນັ້ນ, ການມອງຮູບພາບເປົ້າໝາຍທຸກມື້ຍັງຊ່ວຍໃຫ້ທ່ານບໍ່ລືມເສັ້ນທາງທີ່ຕ້ອງເດີນ ແລະສ້າງຄວາມເຊື່ອໝັ້ນໃຫ້ກັບຕົວເອງ.

ຂັ້ນຕອນການເຮັດ Vision Board ແບບງ່າຍໆ

  1. ກໍາຫນົດເປົ້າໝາຍຊີວິດ ເລີ່ມຈາກການຂຽນສິ່ງທີ່ຢາກໄດ້ໃນຊີວິດ ເຊັ່ນ: ການງານ, ຄວາມສໍາພັນ, ສຸຂະພາບ, ການເງິນ, ຫຼື ການທ່ອງທ່ຽວ
  2. ຄົ້ນຫາຮູບພາບຫຼືຄໍາເວົ້າທີ່ສະທ້ອນເປົ້າໝາຍ ເລືອກຮູບຈາກນິດຕະຍະສານ, ເວັບໄຊທ໌, ຫຼືແອັບທີ່ໃຊ້ງານງ່າຍ ເຊັ່ນ Pinterest ຫຼື Canva
  3. ຈັດເຮຍງຮູບພາບແລະຂໍ້ຄວາມລົງກະດານ ໃຊ້ບອດແຂງຫຼືໂປສເຕີ ຕິດຮູບໃຫ້ສວຍງາມແລະເປັນລະບຽບ ເພື່ອໃຫ້ທ່ານຮູ້ສຶກຢາກມອງທຸກມື້
  4. ວາງໃນບ່ອນທີ່ເຫັນໄດ້ທຸກມື້ ຄວນວາງໄວ້ໃກ້ໂຕະເຮັດວຽກ, ໜ້າກະຈົກ, ຫຼືຫົວຕຽງ ເພື່ອໃຫ້ສະໝອງຮັບຮູ້ເປົ້າໝາຍຊ້ໍາໆ ທຸກມື້

ເຄັດລັບການໃຊ້ Vision Board ໃຫ້ໄດ້ຜົນແທ້ໆ

  • ໃຊ້ຮູບພາບທີ່ສື່ເຖິງຄວາມຮູ້ສຶກ ເຊັ່ນ: ຄົນຍິ້ມມີຄວາມສຸກ, ສຸຂະພາບດີ, ຫຼືຕົວເລກເງິນທີ່ຢາກໄດ້
  • ຂຽນຄໍາເວົ້າທີ່ສ້າງແຮງບັນດານໃຈ ເຊັ່ນ: “ຂ້ອຍມີຄຸນຄ່າແລະສົມຄວນກັບສິ່ງທີ່ດີ”
  • ນັ່ງມອງ Vision Board ທຸກເຊົ້າ-ແລງ ພ້ອມກັບຈິນຕະນາການວ່າທ່ານໄປເຖິງຈຸດນັ້ນແລ້ວ
  • ລົງມືເຮັດຢ່າງຕໍ່ເນື່ອງ Vision Board ເປັນພຽງເຄື່ອງມື ສ່ວນຜົນໄດ້ນັ້ນເກີດຈາກການກະທໍາຂອງທ່ານເອງ

Vision Board ເໝາະສົມກັບໃຜ

  • ຄົນທີ່ມັກການວາງແຜນແລະຕັ້ງເປົ້າໝາຍຊີວິດ
  • ຜູ້ທີ່ຮູ້ສຶກຫຼົງທາງແລະຢາກມີທິດທາງທີ່ຊັດເຈນ
  • ຄົນທີ່ກໍາລັງເລີ່ມຕົ້ນປ່ຽນແປງຕົວເອງ ເຊັ່ນ: ເລີ່ມທຸລະກິດໃໝ່, ວາງແຜນຊີວິດຮັກ, ຫຼືດູແລສຸຂະພາບ

ການຕັ້ງເປົ້າໝາຍດ້ວຍ Vision Board ແມ່ນການປ່ຽນພາບຝັນໃຫ້ກາຍເປັນສິ່ງທີ່ຈັບຕ້ອງໄດ້ ບໍ່ແມ່ນແຕ່ເລື່ອງຂໍເທົ່ານັ້ນ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 30 May, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,455
21,731
thailand (1)
THB
648.35
660.67
european-union
EUR
23,023
23,484
china
CNY
2,898
2,956
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Monday, 19 May, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,080,000
34,610,000
33,730,000
34,719,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
_cover (6)
"ອີ ແຈ-ມະຢອງ" ສະເຫຼີມສະຫຼອງໄຊຊະນະໄດ້ຮັບຕຳແໜ່ງປະທານາທິບໍດີເກົາຫຼີໃຕ້
_cover (5)
ພູເຂົາໄຟເອດນາ ຂອງອິຕາລີ ປະທຸເຖົ່າຖ່ານຂຶ້ນສູ່ທ້ອງຟ້າ
_cover (4)
ແຕກຕື່ນກາງແຜ່ນດິນໄຫວ ນັກໂທດກວ່າ 200 ຄົນ ແຫກຄຸກການາຈີ ປາກິສຖານ
_cover (3)
ກະຊວງປ້ອງກັນຄວາມສະຫງົບ ປາຖະກະຖາສອງວັນປະຫວັດສາດທີ່ສຳຄັນຂອງຊາດ
_cover (1)
ເນື້ອແດງ vs ເນື້ອຂາວ ແຍກປະເພດແນວໃດ ເລືອກກິນເນື້ອສັດແບບໃດໃຫ້ດີຕໍ່ສຸຂະພາບ?
_cover
ເລີ່ມແລ້ວການເຈລະຈາສັນຕິພາບ ລັດເຊຍ-ຢູເຄຣນ ຮອບທີ 2 ກຽມສະເໜີເງື່ອນໄຂສູ່ສັນຕິ
site_cover - 2025-06-03T115335.069
"ຄົນຈີນ" ບໍ່ກ້າໃຊ້ຈ່າຍ 80% ຫັນອອມເງິນ ເຖິງແມ່ນດອກເບ້ຍຕ່ຳ
site_cover - 2025-06-03T104033.708
ໜ້າເສົ້າໃຈ! "ໝູ່ບ້ານນັກກິລາໂອລິມປິກ 2020" ກາຍສະພາບເປີດເຊົ່າເຖື່ອນ ຄົນຈີນແຫ່ເຮັດທຸລະກິດມືດ
site_cover (100)
ປະຊາຊົນເກົາຫລີໃຕ້ຫັນມາໃຊ້ສິດເລືອກຕັ້ງ ຊີ້ຊະຕາອະນາຄົດປະເທດ
site_cover (99)
"Tidybot" ຫຸ່ນຍົນພະລັງ AI ແມ່ບ້ານຍຸກໃໝ່ ຊ່ວຍເຮັດຄວາມສະອາດບໍ່ມີຈົ່ມ
ຢ່າລື່ມກົດຕິດຕາມ