VP LANDSCAPE COVER - 2025-05-28T102144.451
ຟີຟາ ມອບສະໜາມເຕະບານຫຍ້າທຽມ ໃຫ້ໂຮງຮຽນ ມສ ນາຄວາຍ
ຮຽບຮຽງໂດຍ:patthana
ເຜີຍແຜ່: 28 May, 2025

ສະຫະພັນບານເຕະສາກົນ ຫຼື ຟີຟາ ມອບສະໜາມກິລາເຕະບານຫຍ້າທຽມທີ່ແທດເໝາະສຳລັບການພັດທະນານັກກິລາຮຸ່ນອະນຸຊົນ ແລະ ເຍົາວະຊົນຍິງ-ຊາຍ ທີ່ນອນໃນເປົ້າໝາຍຂອງໂຄງການ “FIFA Arena Project” ໃຫ້ແກ່ໂຮງຮຽນມັດທະຍົມສົມບູນ ນາຄວາຍ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ ຊຶ່ງເປັນໂຮງຮຽນແຫ່ງທຳອິດໃນ ສປປ ລາວ ໂດຍສະໜາມດັ່ງກ່າວຈະສາມາດສ້າງນັກກິລາຮຸ່ນສືບທອດກ້າວສູ່ທີມຊາດໃນອະນາ ຄົດ.

ພິທີເປີດນຳໃຊ້ສະໜາມກິລາດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 26 ພຶດສະພາ ນີ້ ທີ່ໂຮງຮຽນມັດທະຍົມບ້ານນາຄວາຍໃຕ້ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ທັງເປັນປະທານສະມາຄົມກິລາ-ກາຍະກຳ ນະຄອນຫຼວງວຽງຈັນ, ທ່ານ ນາງ ວິໄລວອນ ຈັນທະລາຕີ ເຈົ້າເມືອງໄຊເຊດຖາ, ທ່ານ ວີເພັດ ສີຫາຈັກ ປະທານສະຫະພັນບານເຕະແຫ່ງຊາດລາວ ແລະ ທ່ານ ຊານ ຈີວານ ບາລາຊິນແກມ ຜູ້ອຳນວຍການຝ່າຍປະສານງານສະຫະພັນບານເຕະ ສະມາຊິກຂົງເຂດ ອາຊີ-ໂອເຊນີ ພ້ອມດ້ວຍ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ກ່ອນໜ້ານີ້ ໂຄງການ “FIFA Arena Project” ໄດ້ສ້າງສະໜາມເຕະບານຂະໜາດນ້ອຍມາແລ້ວຢູ່ທີ່ ສະຫະພັນບານເຕະແຫ່ງຊາດລາວ ບ້ານຫ້ວຍຫົງ 1 ສະໜາມ ແລະ ທີ່ສູນຝຶກຈໍາປີ-ຈໍາປາ (ເຂດຫຼັກ 16) ຫຼ້າສຸດເລີ່ມສ້າງທີ່ໂຮງຮຽນເປັນແຫ່ງທໍາອິດ ຢູ່ໂຮງຮຽນ ມັດທະຍົມສົມບູນນາຄວາຍ ແລະ ຍັງຈະສືບຕໍ່ກໍ່ສ້າງຂຶ້ນອີກທີ່ໂຮງຮຽນ ມັດທະຍົມສົມບູນ ເວີນແກ່ນ ເມືອງມູນລະປະໂມກ ແຂວງຈໍາປາສັກ.

ພາຍໃນພິທີດັ່ງກ່າວ ກໍຍັງໄດ້ມີກິດຈະກຳສະແດງໂຊເດາະບານ ຈາກທ້າວ ອ໋ອບອາເກົ້າ ນັກກິລາເຍົາວະຊົນລາວ ຈາກສະໂມສອນ ເອສຣາ ເອັບຊີ ທີມແຊັມລາວລີກ 2024-2025 ແລະ ຍັງເປີດຄລີນິກສອນເຕະບານແບບພື້ນຖານໃຫ້ແກ່ເຍົາວະຊົນຍິງ ຂອງໂຮງຮຽນດັ່ງກ່າວອີກດ້ວຍ.

(ພາບ-ຂ່າວ: ສົງການ)

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 29 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,500
21,777
thailand (1)
THB
667.03
677.70
european-union
EUR
24,360
24,846
china
CNY
2,942
3,000
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane (99)
ຊາວພຸດຮ່ວມຖວາຍ ຜ້າປ່າສາມັກຄີ ແລະ ເທທອງຫລໍ່ພະ ຢູ່ວັດປ່ານາຄູນນ້ອຍ
jane (98)
ນາຍຍົກລັດຖະມົນຕີ ກ່າວຄໍາປາໄສຕໍ່ກອງປະຊຸມພາກອະພິປາຍທົ່ວໄປ ສະມັດຊາໃຫຍ່ ສປຊ ສະໄໝທີ 80
jane (97)
ນ້ຳຖ້ວມໜັກໄດ້ຮັບຜົນກະທົບຈາກພາຍຸ ຝົນຕົກໜັກ ເຊິ່ງເກີດທີ່ປະເທດກຳປູເຈຍ
pele - 2025-09-26T163110.401
ສືບຕໍ່ໂຄງການ ການຮ່ວມມືດ້ານການແພດ-ຜ່າຕັດ ແລະ ດ້ານວິຊາຊີບແພດ ໄລຍະ 5
jane (96)
ຈັບໄດ້ໝົດ 2 ຄົນແລ້ວຈາກເຫດການໂຈນປຸ້ນຮ້ານຄຳ ຢູ່ເມືອງນານ ແຂວງຫຼວງພະບາງ!
jane (95)
ບັນຍາກາດຄຶກຄຶ້ນແຮງ ໃນວັນທີ 26/09/2025 ນີ້ ປະຊາຊົນນະຄອນ ຫຼວງພະບາງ ຮ່ວມສະເຫຼີມສະຫຼອງວັນຕ້ານພະຍາດວໍ້ໂລກ
pele - 2025-09-26T151116.937
ກຸ່ມແກ້ງດັດແປງເຕັກນິກ ແລະ ຂີ່ລົດໄວໃຊ້ສຽງດັງ ຖືກເຈົ້າໜ້າທີ່ ປກສ ເມືອງໝື່ນ ສຶກສາອົບຮົມ
jane (94)
ເຫດບໍ່ຄາດຄິດເກີດໄດ້ທຸກເມື່ອ ເຫດຄົນຈົມນໍ້າ ເສຍຊີວິດ 1 ຄົນ ເພດຊາຍ ບ.ໂພນສົມບູນ ມ.ສີໂຄດຕະບອງ ນວ
pele - 2025-09-26T135833.393
ຫຼາຍພາກສ່ວນມອບເງິນ ຊຸກຍູ້ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງຄໍາມ່ວນ ຄັ້ງທີ XI
jane (93)
5 ປີ (2021-2025) ເສດຖະກິດ ນວ ຂະຫຍາຍຕົວສະເລ່ຍ 5.34% ຕໍ່ປີ
ຢ່າລື່ມກົດຕິດຕາມ