VP LANDSCAPE COVER - 2025-05-28T134855.318
ພາຍຸພັດເຂົ້ານະຄອນຫຼວງນິວເດລີ ເຮັດໃຫ້ຖິຽວບິນຫຼາຍ 100 ຖ້ຽວໄດ້ຮັບຜົນກະທົບ
ຮຽບຮຽງໂດຍ:patthana
ເຜີຍແຜ່: 28 May, 2025
ຂ່າວຕ່າງປະເທດລາຍງານວ່າ: ໃນຄືນວັນທີ 24 ພຶດສະພາ ຜ່ານມາ, ເຂດນະຄອນຫຼວງນິວເດລີ ແລະ ລັດໃກ້ຄຽງຂອງອິນເດຍ ໄດ້ເກີດພາຍຸ, ຟ້າຮ້ອງ ຢ່າງຮຸ່ນແຮງ, ມີຝົນຕົກໜັກ ແລະ ຟ້າຜ່າ, ສົ່ງຜົນໃຫ້ເກີດນ້ຳຖ້ວມ, ຕົ້ນໄມ້ຫັກ ແລະ ສົ່ງຜົນກະທົບຕໍ່ຖ້ຽວບິນຫຼາຍກວ່າ 100 ຖ້ຽວ ໃນຫຼາຍລັດທາງພາກເໜືອຂອງປະເທດ.

ລາຍງານລະບຸວ່າ: ລົດເມ, ລົດຍົນ ແລະ ພາຫະນະອື່ນໆ ຫຼາຍຄັນໄດ້ຈົມນໍ້າຢູ່ໃນອຸໂມງທາງລອດຕ່າງໆ ໃນຫຼາຍເຂດທົ່ວນະຄອນຫຼວງນິວເດລີ ແລະ ໄດ້ເກີດລະບົບໄຟຟ້າຂັດຂ້ອງເປັນເວລາຫຼາຍຊົ່ວໂມງໃນຫຼາຍເຂດຍ້ອນສະພາບອາກາດບໍ່ດີ.

ໃນຕອນເຊົ້າວັນທີ 25 ພຶດສະພາຜ່ານມານີ້, ໄດ້ເກີດໄພນ້ຳຖ້ວມລະດັບຫົວເຂົ່າເຖິງແອວຢູ່ເຂດທີ່ຕໍ່າຫຼາຍຈຸດ. ໂດຍສະເພາະໃນພາກກາງ ແລະ ພາກໃຕ້ຂອງນິວເດລີ ສົ່ງຜົນໃຫ້ການຈະລາຈອນຕິດຂັດ.

ສະໜາມບິນເດລີ, ໄດ້ອອກແຈ້ງການໃຫ້ຜູ້ໂດຍສານກວດສອບສະຖານະຖ້ຽວບິນຂອງຕົນກ່ອນອອກເດີນທາງໄປສະໜາມບິນ. ໂດຍມີລາຍງານວ່າສະພາບດິນຟ້າອາກາດບໍ່ເອື້ອອຳນວຍ ໃນລະຫວ່າງເວລາ 23:30-04:00 ໂມງ, ໂດຍມີຖ້ຽວບິນຈຳນວນ 49 ຖ້ຽວຖືກປ່ຽນເສັ້ນທາງໄປສູ່ສະໜາມບິນອື່ນແທນສະໜາມບິນປາຍທາງເດີມ. ເຖິງຢ່າງໃດກໍຕາມ, ປັດຈຸບັນ, ການບໍລິການການບິນໄດ້ກັບຄືນສູ່ສະພາບປົກກະຕິແລ້ວ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 29 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,500
21,777
thailand (1)
THB
667.03
677.70
european-union
EUR
24,360
24,846
china
CNY
2,942
3,000
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane (99)
ຊາວພຸດຮ່ວມຖວາຍ ຜ້າປ່າສາມັກຄີ ແລະ ເທທອງຫລໍ່ພະ ຢູ່ວັດປ່ານາຄູນນ້ອຍ
jane (98)
ນາຍຍົກລັດຖະມົນຕີ ກ່າວຄໍາປາໄສຕໍ່ກອງປະຊຸມພາກອະພິປາຍທົ່ວໄປ ສະມັດຊາໃຫຍ່ ສປຊ ສະໄໝທີ 80
jane (97)
ນ້ຳຖ້ວມໜັກໄດ້ຮັບຜົນກະທົບຈາກພາຍຸ ຝົນຕົກໜັກ ເຊິ່ງເກີດທີ່ປະເທດກຳປູເຈຍ
pele - 2025-09-26T163110.401
ສືບຕໍ່ໂຄງການ ການຮ່ວມມືດ້ານການແພດ-ຜ່າຕັດ ແລະ ດ້ານວິຊາຊີບແພດ ໄລຍະ 5
jane (96)
ຈັບໄດ້ໝົດ 2 ຄົນແລ້ວຈາກເຫດການໂຈນປຸ້ນຮ້ານຄຳ ຢູ່ເມືອງນານ ແຂວງຫຼວງພະບາງ!
jane (95)
ບັນຍາກາດຄຶກຄຶ້ນແຮງ ໃນວັນທີ 26/09/2025 ນີ້ ປະຊາຊົນນະຄອນ ຫຼວງພະບາງ ຮ່ວມສະເຫຼີມສະຫຼອງວັນຕ້ານພະຍາດວໍ້ໂລກ
pele - 2025-09-26T151116.937
ກຸ່ມແກ້ງດັດແປງເຕັກນິກ ແລະ ຂີ່ລົດໄວໃຊ້ສຽງດັງ ຖືກເຈົ້າໜ້າທີ່ ປກສ ເມືອງໝື່ນ ສຶກສາອົບຮົມ
jane (94)
ເຫດບໍ່ຄາດຄິດເກີດໄດ້ທຸກເມື່ອ ເຫດຄົນຈົມນໍ້າ ເສຍຊີວິດ 1 ຄົນ ເພດຊາຍ ບ.ໂພນສົມບູນ ມ.ສີໂຄດຕະບອງ ນວ
pele - 2025-09-26T135833.393
ຫຼາຍພາກສ່ວນມອບເງິນ ຊຸກຍູ້ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງຄໍາມ່ວນ ຄັ້ງທີ XI
jane (93)
5 ປີ (2021-2025) ເສດຖະກິດ ນວ ຂະຫຍາຍຕົວສະເລ່ຍ 5.34% ຕໍ່ປີ
ຢ່າລື່ມກົດຕິດຕາມ