VP LANDSCAPE COVER - 2025-05-28T150220.408
Oatmeal ກັບ Overnight Oat ຕ່າງກັນແນວໃດ ແບບໃດເໝາະກັບທ່ານ
ຮຽບຮຽງໂດຍ:patthana
ເຜີຍແຜ່: 28 May, 2025

ໃນໄລຍະບໍ່ເທົ່າໃດປີທີ່ຜ່ານມາ, ອາຫານເຊົ້າອຍ່າງ Oatmeal ແລະ Overnight Oat ໄດ້ຮັບຄວາມນິຍົມຢ່າງຫຼາຍ ດ້ວຍປະໂຫຍດຕໍ່ສຸຂະພາບແລະຄວາມສະດວກໃນການກະກຽມ. ມາເບິ່ງວ່າ Oatmeal ແລະ Overnight Oat ແຕກຕ່າງກັນແນວໃດ ແລະຄວນເລືອກກິນແບບໃດໃຫ້ເໝາະກັບໄລຟ໌ສະໄຕລ໌ຂອງຕົນເອງ.

Oatmeal ແມ່ນຫຍັງ

Oatmeal ແມ່ນອາຫານທີ່ເຮັດຈາກເຂົ້າໂອ໊ດນຳໄປຕົ້ມຈົນສຸກ ໄດ້ເນື້ອສຳຜັດອ່ອນນຸ່ມແລະລົດຊາດອ່ອນ. ສາມາດເພີ່ມສ່ວນປະສົມຕ່າງໆ ເຊັ່ນ ໝາກໄມ້, ຖົ່ວ, ຫຼືເຄື່ອງເທດເພື່ອເພີ່ມລົດຊາດແລະຄຸນຄ່າທາງໂພຊະນາການໄດ້. Oatmeal ມັກເປັນອາຫານເຊົ້າທີ່ໃຫ້ພະລັງງານສູງ ຊ່ວຍໃຫ້ອິ່ມທ້ອງນານແລະເໝາະກັບຄົນທີ່ຕ້ອງການດູແລສຸຂະພາບ.

Overnight Oat ແມ່ນຫຍັງ

Overnight Oat ແມ່ນເຂົ້າໂອ໊ດທີ່ນຳໄປແຊ່ໃນຂອງແຫລວ ເຊັ່ນ ນົມຫຼືນ້ຳເປົ່າ ໂດຍບໍ່ຜ່ານການຕົ້ມ ພຽງແຕ່ແຊ່ທິ້ງໄວ້ໃນຕູ້ເຢັນຂ້າມຄືນ. ເມັດເຂົ້າໂອ໊ດຈະດູດຊຶມນ້ຳແລະອ່ອນນຸ່ມລົງຈົນສາມາດກິນໄດ້ໃນຕອນເຊົ້າ. ສະດວກຫຼາຍສຳລັບຜູ້ທີ່ມີເວລາຈຳກັດໃນຕອນເຊົ້າ ແລະຍັງສາມາດກະກຽມລ່ວງໜ້າໄດ້ຫຼາຍວັນ.

ຄວາມແຕກຕ່າງລະຫວ່າງ Oatmeal ແລະ Overnight Oat

ວິທີການກະກຽມ: Oatmeal ຕ້ອງຜ່ານການຕົ້ມດ້ວຍຄວາມຮ້ອນ ສ່ວນ Overnight Oat ໃຊ້ວິທີການແຊ່ເຢັນໂດຍບໍ່ຕ້ອງໃຊ້ຄວາມຮ້ອນ.

ເນື້ອສຳຜັດ: Oatmeal ມີເນື້ອສຳຜັດອ່ອນນຸ່ມ ລະລາຍໃນປາກ ສ່ວນ Overnight Oat ຈະຫນຽບກວ່າເລັກນ້ອຍ ເພາະບໍ່ຜ່ານການແປງສຸກ.

ເວລາກະກຽມ: Oatmeal ໃຊ້ເວລາແປງບໍ່ນານ ສ່ວນ Overnight Oat ຕ້ອງກະກຽມລ່ວງໜ້າຢ່າງໜ້ອຍໜຶ່ງຄືນ.

Oatmeal ຫຼື Overnight Oat ເລືອກກິນແບບໃດດີ

ຫາກທ່ານຊອບກິນອາຫານເຊົ້າແບບອຸ່ນໆ ແລະມີເວລາໃນການແປງ Oatmeal ແມ່ນທາງເລືອກທີ່ຕອບໂຈທ. ແຕ່ຖ້າຕ້ອງການຄວາມສະດວກ ໄວ ແລະສາມາດກະກຽມອາຫານໄວ້ລ່ວງໜ້າ Overnight Oat ແມ່ນຄຳຕອບທີ່ເໝາະສົມ. ບໍ່ວ່າຈະເລືອກແບບໃດ ທັງ Oatmeal ແລະ Overnight Oat ກໍລ້ວນເປັນຕົວເລືອກທີ່ດີໃນການເລີ່ມຕົ້ນວັນໃໝ່ດ້ວຍອາຫານທີ່ມີປະໂຫຍດ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 29 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,500
21,777
thailand (1)
THB
667.03
677.70
european-union
EUR
24,360
24,846
china
CNY
2,942
3,000
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane (99)
ຊາວພຸດຮ່ວມຖວາຍ ຜ້າປ່າສາມັກຄີ ແລະ ເທທອງຫລໍ່ພະ ຢູ່ວັດປ່ານາຄູນນ້ອຍ
jane (98)
ນາຍຍົກລັດຖະມົນຕີ ກ່າວຄໍາປາໄສຕໍ່ກອງປະຊຸມພາກອະພິປາຍທົ່ວໄປ ສະມັດຊາໃຫຍ່ ສປຊ ສະໄໝທີ 80
jane (97)
ນ້ຳຖ້ວມໜັກໄດ້ຮັບຜົນກະທົບຈາກພາຍຸ ຝົນຕົກໜັກ ເຊິ່ງເກີດທີ່ປະເທດກຳປູເຈຍ
pele - 2025-09-26T163110.401
ສືບຕໍ່ໂຄງການ ການຮ່ວມມືດ້ານການແພດ-ຜ່າຕັດ ແລະ ດ້ານວິຊາຊີບແພດ ໄລຍະ 5
jane (96)
ຈັບໄດ້ໝົດ 2 ຄົນແລ້ວຈາກເຫດການໂຈນປຸ້ນຮ້ານຄຳ ຢູ່ເມືອງນານ ແຂວງຫຼວງພະບາງ!
jane (95)
ບັນຍາກາດຄຶກຄຶ້ນແຮງ ໃນວັນທີ 26/09/2025 ນີ້ ປະຊາຊົນນະຄອນ ຫຼວງພະບາງ ຮ່ວມສະເຫຼີມສະຫຼອງວັນຕ້ານພະຍາດວໍ້ໂລກ
pele - 2025-09-26T151116.937
ກຸ່ມແກ້ງດັດແປງເຕັກນິກ ແລະ ຂີ່ລົດໄວໃຊ້ສຽງດັງ ຖືກເຈົ້າໜ້າທີ່ ປກສ ເມືອງໝື່ນ ສຶກສາອົບຮົມ
jane (94)
ເຫດບໍ່ຄາດຄິດເກີດໄດ້ທຸກເມື່ອ ເຫດຄົນຈົມນໍ້າ ເສຍຊີວິດ 1 ຄົນ ເພດຊາຍ ບ.ໂພນສົມບູນ ມ.ສີໂຄດຕະບອງ ນວ
pele - 2025-09-26T135833.393
ຫຼາຍພາກສ່ວນມອບເງິນ ຊຸກຍູ້ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງຄໍາມ່ວນ ຄັ້ງທີ XI
jane (93)
5 ປີ (2021-2025) ເສດຖະກິດ ນວ ຂະຫຍາຍຕົວສະເລ່ຍ 5.34% ຕໍ່ປີ
ຢ່າລື່ມກົດຕິດຕາມ