ໃນວັນທີ 27 ພຶດສະພາ 2025 ຜ່ານມານີ້, ເຈົ້າໜ້າທີ່ພາສີ ພະແນກສືບສວນ-ສອບສວນ ແລະ ປາບປາມການຄ້າຂາຍເຖື່ອນ ກົມພາສີ ກະຊວງການເງິນ
ໄດ້ສົມທົບກັບເຈົ້າໜ້າທີ່ພາສີ ປະຈຳດ່ານພາສີສາກົນສະໜາມບິນວັດໄຕ, ເຈົ້າໜ້າທີ່ຕໍາຫຼວດກວດຄົນເຂົ້າ-ອອກເມືອງ ແລະ ພາກສ່ວນທີ່ກ່ຽວຢູ່ສະໜາມບິນວັດໄຕ, ໄດ້ພ້ອມກັນການກວດກາກະເປົາເດີນທາງ ຈຳນວນ 06 ໜ່ວຍຂອງນັກທ່ອງທ່ຽວຊາວມາເລເຊຍ ຈໍານວນ 3 ຄົນທີ່ສົງໄສວ່າມີສານເສບຕິດ.
ຜ່ານການກວດກາຕົວຈິງພົບເຫັນສິ່ງຜິດກົດໝາຍ ປະເພດກັນຊາ ຈໍານວນ 103 ຖົງ, ລວມນໍ້າໝັກ 86 ກິໂລກຣາມ, ທີ່ໄດ້ຊຸກເຊື່ອງໃສ່ໃນກະເປົາເດີນທາງ, ເຊິ່ງກໍາລັງຈະເດີນທາງອອກໄປຕ່າງປະເທດ ປາຍທາງແມ່ນ ປະ ເທດເຢຍລະມັນ, ໂດຍຜ່ານສາຍການບິນ THAI AIRWAYS ຖ້ຽວບິນ TG571.
ດັ່ງນັ້ນ, ຈຶ່ງໄດ້ນໍາເອົາຂອງກາງ ແລະ ຜູ້ຖືກຫາຈໍານວນ 3 ຄົນມອບໃຫ້ເຈົ້າໜ້າທີ່ຕໍາຫຼວດ ກົມຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ 303 ກະຊວງປ້ອງກັນຄວາມສະຫງົບ, ເພື່ອໄປດໍາເນີນຄະດີຕາມຂັ້ນຕອນ ຕາມຂະບວນການຍຸຕິທໍາຂັ້ນຕໍ່ໄປ.
ສຳລັບຄະດີພາສີ ຢຶດກັນຊາ ຈໍານວນ 86 ກິໂລກຣາມທີ່ສະໜາມບິນວັດໄຕເປັນຄະດີທີ 3, ເຊິ່ງກ່ອນໜ້ານີ້ຢູ່ສະໜາມບິນວັດໄຕ ນະຄອນຫຼວງວຽງຈັນ,
ໃນວັນທີ 21 ພຶດສະພາ 2025 ຜ່ານມາ; ເຈົ້າໜ້າທີ່ ພາສີ ສາມາດຢຶດຢາເສບຕິດ ປະເພດເຮໂຣອິນ ນໍ້າໝັກ 28.5 ກິໂລກຣາມກຽມນໍາອອກຕ່າງປະເທດ, ພ້ອມດ້ວຍຜູ້ຖືກຫາຈໍານວນ 1 ຄົນ ແລະ ໃນວັນທີ 22 ພຶດສະພາ 2025 ປະເພດເຮໂຣອິນ ຈໍານວນ 14 ຖົງນໍ້າໝັກ 14 ກິໂລກຣາມ,
ທີ່ໄດ້ຊຸກເຊື່ອງໃສ່ໃນຖົງອາຫານສັດ,ຖົງກາເຟສໍາເລັດຮູບ, ທີ່ຈະເດີນທາງອອກໄປຕ່າງປະເທດ, ພ້ອມດ້ວຍຜູ້ຖືກຫາຈໍານວນ 1 ຄົນ, ມອບໃຫ້ເຈົ້າໜ້າທີ່ຕໍາຫຼວດໄປດໍາເນີນຄະດີໃນຂັ້ນຕອນຕໍ່ໄປຕາມລະບຽບກົດກົດໝາຍ.
ທີ່ມາ: ກະຊວງການເງິນ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,531 | 21,808 |
![]() THB | 657.17 | 669 |
![]() EUR | 24,072 | 24,554 |
![]() CNY | 2,938 | 2,996 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |