site_cover (86)
ຄິມຈົງອຶນຄວບຄຸມການຊ້ອມຍິງປືນໃຫຍ່ ຈຳລອງສະຖານະການຄືກັບສົງຄາມຈິງ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 30 May, 2025
ໝວດ: ຂ່າວ

ສຳນັກຂ່າວກາງ KCNA ຂອງລັດຖະບານເກົາຫຼີເໜືອລາຍງານໃນມື້ນີ້ວ່າ ຄິມຈົງອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອ ເປັນປະທານການປະຊຸມພັກຄອມມິວນິດເກົາຫຼີເໜືອ ເພື່ອເພີ່ມຄວາມແຂງແກ່ງກອງທັບເກົາຫຼີເໜືອ.

 

ການປະຊຸມມີຂຶ້ນເມື່ອວັນພຸດທີ 28 ພຶດສະພາທີ່ຜ່ານມາ.

 

ນອກຈາກນີ້ ຜູ້ນຳຄິມຍັງຄວບຄຸມການຊ້ອມຍິງປືນໃຫຍ່ໃນວັນພະຫັດທີ 29 ພຶດສະພາດ້ວຍ ແຕ່ບໍ່ມີການເປີດເຜີຍສະຖານທີ່ທັງສະຖານທີ່ປະຊຸມ ແລະ ການຊ້ອມຍິງປືນໃຫຍ່.

 

ຜູ້ນຳຄິມກ່າວໃນການປະຊຸມດັ່ງກ່າວ ຊຶ່ງເປັນການປະຊຸມທີ່ຕໍ່ເນື່ອງມາຈາກການປະຊຸມຄະນະກຳມະການການທະຫານກາງຊຸດທີ 8 ຂອງພັກຄົນງານແຫ່ງເກົາຫຼີ ຫຼື ພັກຄອມມິວນິດເກົາຫຼີເໜືອວ່າ ເປັນເລື່ອງສຳຄັນຫຼາຍທີ່ຈະຕ້ອງເຮັດການແຂ່ງຂັນການຊ້ອມຍິງໃນສະພາບແວດລ້ອມທາງການຣົບທີ່ໃກ້ຄຽງຄວາມເປັນຈິງ ເພື່ອສ້າງເສີມໃຫ້ກອງທັບເກົາຫຼີເໜືອເປັນກອງທັບທີ່ທົງພະລັງ.

 

 

ຜູ້ນຳຄິມເນັ້ນຢ້ຳບົດບາດຂອງອົງການປົກຄອງຂອງພັກຄອມມິວນິດເກົາຫຼີເໜືອ ໃນການປະຕິບັດຕາມມາດຕະການຕ່າງໆທີ່ກຳໜົດໂດຍຜູ້ນຳຈາກສ່ວນກາງດ້ວຍຄວາມເຂັ້ມແຂງ ເພື່ອແກ້ໄຂບັນຫາທຸກຢ່າງທີ່ກ່ຽວຂ້ອງກັບການເສີມສ້າງກອງທັບແລະກິດຈະກຳຂອງກອງທັບເກົາຫຼີເໜືອ.

 

ທັງນີ້ ຄວາມເຄື່ອນໄຫວຜູ້ນຳຄິມຫຼ້າສຸດທີ່ລາຍງານໂດຍ KCNA ໃນຊ່ວງຫຼາຍອາທິດທີ່ຜ່ານມາ ເນັ້ນທີ່ການເພີ່ມຄວາມແຂງແກ່ງໃຫ້ແກ່ກອງທັບເກົາຫຼີເໜືອ.

 

 

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 30 May, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,455
21,731
thailand (1)
THB
648.35
660.67
european-union
EUR
23,023
23,484
china
CNY
2,898
2,956
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Monday, 19 May, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,080,000
34,610,000
33,730,000
34,719,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site_cover (99)
"Tidybot" ຫຸ່ນຍົນພະລັງ AI ແມ່ບ້ານຍຸກໃໝ່ ຊ່ວຍເຮັດຄວາມສະອາດບໍ່ມີຈົ່ມ
site_cover (98)
ຈາວໝາກພ້າວແມ່ນຫຍັງ ເປີດປະໂຫຍດຂອງດີຫາຍາກຈາກທຳມະຊາດ
site_cover (96)
ນັກສຶກສາຈີນກ່າວສຸນທຣະພົດຈົບການສຶກສາ "ຮາວາດ" ຟາດທຣຳແຮງ "ສັດຕູກໍຄືມະນຸດ"
site_cover (95)
ຈີນເດືອດ ໂຕ້ກັບຄືນທຣຳລະເມີດຂໍ້ຕົກລົງການຄ້າ ພ້ອມເອົາຄືນເພື່ອຜົນປະໂຫຍດປະເທດຊາດ
site_cover (94)
ກອງປະຊຸມສະໄໝສາ ມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ຈະຈັດຂຶ້ນຢ່າງເປັນທາງການ ລະຫວ່າງວັນທີ 09-26 ມິຖຸນາ 2025
site_cover (93)
ແຈ້ງການມອດໄຟ ວັນທີ 1, 4 ມິຖຸນາ 2025
site_cover (92)
ຈີນອະນຸມັດວັກຊີນ HPV ຊະນິດ 9 ສາຍພັນ ຜະລິດໃນປະເທດໂຕທຳອິດ
site_cover (91)
Unicorn ແມ່ນຫຍັງ? ສະຕາດອັບພັນລ້ານໃນໂລກທຸລະກິດຍຸກໃໝ່
site_cover (90)
ຢູເຄຣນສົ່ງໂດຣນໂຈມຕີຖານທັບຣັດເຊຍ ເຮືອບິນເສຍຫາຍກວ່າ 40 ລຳ
site_cover (89)
ແຈ້ງການປິດນ້ຳປະປາຊົ່ວຄາວ ໃນເຂດເມືອງ ໄຊທານີ ວັນທີ 31 ພຶດສະພາ 2025
ຢ່າລື່ມກົດຕິດຕາມ