site_cover (87)
ຄະນະກຳມະການກຳກັບຫຼັກຊັບແລະຕະຫຼາດຫຼັກຊັບສະຫະລັດ (SEC) ໄດ້ຖອນຟ້ອງຄະດີແພ່ງຕໍ່ Binance
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 30 May, 2025

ຄະນະກຳມະການກຳກັບຫຼັກຊັບ ແລະ ຕະຫຼາດຫຼັກຊັບສະຫະລັດ (SEC) ໄດ້ຖອນຟ້ອງຄະດີແພ່ງຕໍ່ Binance ບໍລິສັດຊື້ຂາຍ cryptocurrency ທີ່ໃຫຍ່ທີ່ສຸດໃນໂລກ

 

ໂດຍຄຳຮ້ອງຖອນຟ້ອງນີ້ຍື່ນເມື່ອວັນພະຫັດ (29 ພຶດສະພາ) ແລະ ເປັນການຖອນຟ້ອງໂດຍຕັດສິດບໍ່ໃຫ້ຟ້ອງໃໝ່ ຊຶ່ງສະທ້ອນແນວທາງກຳກັບດູແລໃໝ່ຕໍ່ຕະຫຼາດ cryptocurrency ນັບຕັ້ງແຕ່ປະທານາທິບໍດີໂດນານ ທຣຳ ກັບເຂົ້າທຳນຽບຂາວ.

 

SEC ລະບຸວ່າ ການຕັດສິນໃຈນີ້ “ເປັນໄປຕາມດຸນຍະພິນິດ ແລະ ເປັນເລື່ອງນະໂຍບາຍ” ຂະນະທີ່ Binance ຍົກຍ້ອງຄວາມເຄື່ອນໄຫວນີ້ວ່າເປັນ “ຊ່ວງເວລາສຳຄັນທາງປະຫວັດສາດ” ພ້ອມໃຫ້ເຄຣດິດ ທ່ານ ພອນ ແອດຄິນສ໌ ປະທານ SEC ແລະລັດຖະບານທຣຳ ທີ່ຕະຫນັກວ່າ “ນະວັດກຳຈະເຕີບໂຕບໍ່ໄດ້ ຖ້າຖືກກຳກັບດູແລດ້ວຍການບັງຄັບໃຊ້ກົດໝາຍເປັນຫຼັກ”

 

ສຳລັບຄຳຟ້ອງເກົ່າເມື່ອເດືອນມິຖຸນາ 2023 ນັ້ນ ກ່າວຫາ Binance ແລະ ຈາງເຜິງ ຈາວ ຜູ້ກໍ່ຕັ້ງ ວ່າປັ່ນຍອດປະລິມານການຊື້ຂາຍ ຈັດການເງິນທຶນລູກຄ້າຢ່າງບໍ່ເໝາະສົມ ແລະ ໃຫ້ຂໍ້ມູນເທັດແກ່ນັກລົງທຶນ

 

ໂດຍຄະດີແພ່ງນີ້ແຍກຕ່າງຫາກຈາກກໍລະນີທີ່ Binance ຮັບສາລະພາບຜິດເມື່ອເດືອນພະຈິກ 2023 ແລະ ຖືກປັບ 4.32 ພັນລ້ານໂດລາ ໃນຂໍ້ຫາລະເມີດກົດໝາຍຕ້ານການຟອກເງິນ ອັນເປັນເຫດໃຫ້ຈາງເຜິງ ຈາວໄດ້ຮັບໂທດຈຳຄຸກ 4 ເດືອນ.

 

ທັງນີ້ ລັດຖະບານທຣຳໄດ້ສົ່ງສັນຍານເຖິງທ່າທີທີ່ຜ່ອນຜັນຫຼາຍຂຶ້ນຕໍ່ຕະຫຼາດ cryptocurrency ໂດຍ SEC ໄດ້ຖອນຫຼືລະງັບການດຳເນີນການບັງຄັບໃຊ້ກົດໝາຍຫຼາຍກໍລະນີທີ່ລິເລີ່ມໃນສະໄໝລັດຖະບານຊຸດກ່ອນ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 10 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.34
670.19
european-union
EUR
24,089
24,571
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
pele - 2025-10-10T113327.708
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ
jane - 2025-10-10T100825.801
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ