site_cover (91)
Unicorn ແມ່ນຫຍັງ? ສະຕາດອັບພັນລ້ານໃນໂລກທຸລະກິດຍຸກໃໝ່
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 2 June, 2025
ໝວດ: ຂ່າວ

ໃນໂລກທຸລະກິດຍຸກດິຈິຕອນ ຄຳວ່າ “Unicorn” ບໍ່ໄດ້ໝາຍເຖິງສັດໃນເທບນິຍາຍອີກຕໍ່ໄປ ແຕ່ເປັນຄຳທີ່ນັກລົງທຶນ ແລະ ຜູ້ປະກອບການໃຊ້ເອີ້ນ ສະຕາດອັບທີ່ມີມູນຄ່າບໍລິສັດເກີນ 1,000 ລ້ານໂດລາສະຫະລັດ ໂດຍຍັງບໍ່ໄດ້ຈົດທະບຽນໃນຕະຫຼາດຫຼັກຊັບ

 

ແນວຄິດນີ້ເກີດຂຶ້ນຄັ້ງທຳອິດໃນປີ 2013 ໂດຍນັກລົງທຶນຊື່ວ່າ Aileen Lee ຊຶ່ງປຽບທຽບຄວາມສຳເລັດຂອງສະຕາດອັບລະດັບພັນລ້ານວ່າ “ຫາຍາກ” ພໍໆ ກັບຢູນິຄອນໃນຕຳນານ ຈາກນັ້ນຄຳນີ້ກໍກາຍເປັນທີ່ນິຍົມໃຊ້ກັນຢ່າງແຜ່ຫຼາຍໃນແວດວົງທຸລະກິດທົ່ວໂລກ

 

ເປັນຫຍັງຈຶ່ງຕ້ອງເປັນ “ຢູນິຄອນ”?

 

ການເປັນຢູນິຄອນຖືເປັນສັນຍາລັກຂອງ “ຄວາມສຳເລັດສູງສຸດ” ສຳລັບສະຕາດອັບ ເພາະວ່າສະແດງວ່າບໍລິສັດມີໂມເດລທຸລະກິດທີ່ໜ້າສົນໃຈ ມີການເຕີບໂຕຢ່າງໄວວາ ແລະ ໄດ້ຮັບການສະໜັບສະໜູນຈາກນັກລົງທຶນລາຍໃຫຍ່ ມູນຄ່າທີ່ສູງນີ້ມັກຈະສະທ້ອນເຖิງສະຖາພາບການເຕີບໂຕໃນອະນາຄົດ ບໍ່ແມ່ນພຽງແຕ່ຍອດຂາຍໃນປັດຈຸບັນ

 

ສະຕາດອັບແບບໃດທີ່ມັກກາຍເປັນຢູນິຄອນ?

 

ສ່ວນໃຫຍ່ຈະເປັນທຸລະກິດໃນອຸດສາຫະກຳທີ່ກ່ຽວກັບ ເທັກໂນໂລຊີ ການເງິນ ໂລຈິສຕິກ ອີຄອມເມີດ ຫຼື ບໍລິການແພລດຟອມອອນລາຍ ເຊັ່ນ: ການສົ່ງພັດສະດຸ ແອັບພລິເຄຊັນສັ່ງອາຫານ ຫຼື ບໍລິການຊຳລະເງິນດິຈິຕອນ

 

ຕົວຢ່າງເຊັ່ນ Flash Express ບໍລິສັດຈັດສົ່ງພັດສະດຸຂອງໄທ ທີ່ກາຍເປັນຢູນິຄອນລາຍທຳອິດຂອງປະເທດ ຈາກການໃຊ້ເທັກໂນໂລຊີເຂົ້າມາປັບໂຄງສ້າງໂລຈິສຕິກແບບເດີມໃຫ້ເຂົ້າເຖິງງ່າຍຂຶ້ນ ໃນລາຄາທີ່ແຂ່ງຂັນໄດ້

 

ໄທມີ “ຢູນິຄອນ” ແລ້ວຈັກຕົວ?

 

ຂໍ້ມູນລ່າສຸດລະບຸວ່າ ປະເທດໄທມີຢ່າງໜ້ອຍ 1 ລາຍທີ່ໄດ້ຮັບສະຖານະຢູນິຄອນຢ່າງເປັນທາງການ ຄື: Flash Express ຂະນະທີ່ສະຕາດອັບອື່ນໆ ເຊັ່ນ: Ascend Money ແລະ Line Man Wongnai ກຳລັງເຂົ້າໃກ້ສະຖານະນີ້ຢ່າງຕໍ່ເນື່ອງ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 30 May, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,455
21,731
thailand (1)
THB
648.35
660.67
european-union
EUR
23,023
23,484
china
CNY
2,898
2,956
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Monday, 19 May, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,080,000
34,610,000
33,730,000
34,719,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
_cover (12)
ທຣຳ ລົງນາມຄຳສັ່ງຂຶ້ນພາສີນຳເຂົ້າເຫຼັກ ແລະ ອະລູມິນຽມເປັນ 50%
_cover (11)
ສະຫະລັດ ຈັບນັກວິທະຍາສາດຈີນ 2 ຄົນ ລັກລອບນຳເຊື້ອລາອັນຕະລາຍເຂົ້າປະເທດ
_cover (10)
"ເຟສບຸກ" ຊື້ໄຟຟ້າພະລັງງານ "ນິວເຄລຍ" ຮູບແບບໃໝ່ ຮອງຮັບ AI-Data Center ໃຊ້ໄຟມະຫາສານ
_cover (9)
"ໂດຣນສົ່ງອາວຸດດ່ວນ" ບໍລິສັດ Draganfly ສົ່ງມອບໂດຣນບິນຂົນສົ່ງຄວາມໄວສູງໃຫ້ກອງທັບສະຫະລັດ
_cover (8)
ແທ້ຫຼືບໍ?! ເດັກນ້ອຍທີ່ເກີດໃນ "ເດືອນນີ້" ມີແນວໂນ້ມຈະເປັນ CEO ຫຼາຍກວ່າເດືອນອື່ນໆ ເປີດງານວິໄຈ ມະຫາວິທະໄລຊັ້ນນຳ
_cover (7)
ບິລ ເກດ ບໍລິຈາກຊັບສິນເກືອບທັງໝົດໃຫ້ອາຟິກາ
_cover (6)
"ອີ ແຈ-ມະຢອງ" ສະເຫຼີມສະຫຼອງໄຊຊະນະໄດ້ຮັບຕຳແໜ່ງປະທານາທິບໍດີເກົາຫຼີໃຕ້
_cover (5)
ພູເຂົາໄຟເອດນາ ຂອງອິຕາລີ ປະທຸເຖົ່າຖ່ານຂຶ້ນສູ່ທ້ອງຟ້າ
_cover (4)
ແຕກຕື່ນກາງແຜ່ນດິນໄຫວ ນັກໂທດກວ່າ 200 ຄົນ ແຫກຄຸກການາຈີ ປາກິສຖານ
_cover (3)
ກະຊວງປ້ອງກັນຄວາມສະຫງົບ ປາຖະກະຖາສອງວັນປະຫວັດສາດທີ່ສຳຄັນຂອງຊາດ
ຢ່າລື່ມກົດຕິດຕາມ