site_cover (96)
ນັກສຶກສາຈີນກ່າວສຸນທຣະພົດຈົບການສຶກສາ "ຮາວາດ" ຟາດທຣຳແຮງ "ສັດຕູກໍຄືມະນຸດ"
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 2 June, 2025

ຈຽງ ຫຍູຫຣົງ ນັກສຶກສາຍິງຈີນເປັນຕົວແທນຂຶ້ນກ່າວສຸນທຣະພົດໃນພິທີຈົບການສຶກສາຂອງມະຫາວິທະຍາໄລຮາວາດປະຈຳປີ 2025 ໃນຊ່ວງທາຍອາທິດທີ່ຜ່ານມາ ເຮັດໃຫ້ມີທັງສຽງຊື່ນຊົມ ແລະ ສຽງວິພາກວິຈານ ທ່າມກາງການຕໍ່ສູ້ອັນດຸເດືອດລະຫວ່າງປະທານາທິບໍດີໂດນາລ ທຣຳ ແລະ ມະຫາວິທະຍາໄລຮາວາດ ຮວມໄປເຖິງປະເດັນຫຼັງຈາກສະຫະລັດປະກາດຈະຖອນວີຊ່ານັກຮຽນຈີນຢ່າງຈິງຈັງເມື່ອອາທິດທີ່ແລ້ວ

 

ສຸນທຣະພົດຂອງຈຽງມີໃຈຄວາມວ່າ ພວກເຮົາບໍ່ໄດ້ເຕີບໂຕຂຶ້ນມາດ້ວຍການບອກວ່າໃຜຄົນໃດຄົນໜຶ່ງຜິດ ແຕ່ເຮົາຖືກສອນໃຫ້ບໍ່ຖິ້ມໃຜໄວ້ທາງຂ້າງຫຼັງ ການຮຽນໃນມະຫາວິທະຍາໄລຮາວາດຮ່ວມກັບນັກຮຽນນານາຊາດຄົນອື່ນບໍ່ແມ່ນພຽງແຕ່ການຮຽນວິຊາການ ແຕ່ຍັງສອນໃຫ້ນາງ ແລະ ເພື່ອນຮ່ວມຊັ້ນໃຫ້ກຽດແລະເຂົ້າໃຈວັດທະນະທຳຂອງກັນແລະກັນ

 

ໃຈຄວາມໜຶ່ງໃນສຸນທຣະພົດຂອງນາງທີ່ກາຍເປັນໄວຣັນໄປທົ່ວໂຊຊຽວມີເດຍຄືທ່ອນທີ່ນາງກ່າວວ່າ ຫາກເຮົາຍັງຄົງເຊື່ອໃນອະນາຄົດຮ່ວມກັນ “ຈົງຢ່າລືມວ່າຄົນທີ່ເຮົາລະບຸວ່າເປັນສັດຕູ ພວກເຂົາກໍເປັນມະນຸດເຊັ່ນກັນ” ແລະ ນັ້ນຄືຄວາມເປັນມະນຸດໃນຕົວພວກເຮົາ

 

ຈຽງ ສຳເລັດການສຶກສາໃນສາຂາການພັດທະນາລະຫວ່າງປະເທດ ແລະ ກາຍເປັນບັນດິດຍິງຊາວຈີນຄົນທຳອິດທີ່ໄດ້ຂຶ້ນມາກ່າວສຸນທຣະພົດຈົບການສຶກສາຂອງມະຫາວິທະຍາໄລຮາວາດ

 

ສຸນທຣະພົດຂອງຈຽງຫຼາຍຄົນມອງວ່າເປັນສິ່ງທີ່ມະຫາວິທະຍາໄລຮາວາດ ແລະ ນາງໃນຖານະຕົວແທນຂອງນັກຮຽນຕ່າງຊາດກຳລັງສົ່ງຂໍ້ຄວາມໄປເຖິງໃຜບາງຄົນທີ່ເດົາໄດ້ບໍ່ຍາກ ນັ້ນກໍຄືປະທານາທິບໍດີໂດນາລ ທຣຳ ແລະ ຝ່າຍບໍລິຫານຂອງລາວ

 

ເຖິງແມ່ນວ່າສຸນທຣະພົດຂອງນາງຈະກາຍເປັນໄວຣັລໃນໂລກອອນລາຍ ແລະ ເຮັດໃຫ້ນ້ຳຕາໄຫຼໃຫ້ກັບນັກຮຽນຕ່າງຊາດອີກຈຳນວນຫຼາຍທີ່ໄດ້ຮັບຟັງ ໂດຍສະເພາະໃນທ່ອນທີ່ນາງກ່າວເຖິງຄວາມເປັນມະນຸດ ແຕ່ກັບມີບາງກຸ່ມທີ່ອອກມາວິຈານສຸນທຣະພົດຂອງນາງ

 

ຜູ້ໃຊ້ງານ X ລາຍໜຶ່ງທີ່ອາດຈະເປັນສາຍອະນຸຣັກນິຍົມຜູ້ທີ່ມີຍອດຜູ້ຕິດຕາມກວ່າ 6 ແສນຄົນອອກມາໂພສຂໍ້ຄວາມວິພາກວິຈານຮາວາດທີ່ຕັ້ງໃຈເລືອກນັກສຶກສາຊາວຈີນຄົນນີ້ຂຶ້ນມາກ່າວສຸນທຣະພົດ ໂດຍອ້າງວ່າຄອບຄົວຂອງນາງຢູ່ທີ່ຈີນເຮັດວຽກໃຫ້ກັບອົງການພັດທະນາເອກະຊົນທີ່ເຮັດໜ້າທີ່ເປັນຕົວແທນທາງການຂອງພັກຄອມມິວນິສຈີນ ແລະ ການເວົ້າຂອງນາງກໍບໍ່ສົມຄວນເປັນຕົວແທນຂອງນັກຮຽນຊາວຈີນປານໃດ

 

ມະຫາວິທະຍາໄລຮາວາດມີນັກຮຽນຕ່າງຊາດທີ່ສຶກສາຢູ່ບໍ່ຕ່ຳກວ່າ 6,800 ຄົນ ຄິດເປັນຫຼາຍກວ່າ 27 ເປີເຊັນຂອງຜູ້ທີ່ລົງທະບຽນຮຽນໃນປີການສຶກສາທີ່ຜ່ານມາ ໂດຍທີ່ 1 ໃນ 3 ຂອງນັກຮຽນຕ່າງຊາດລ້ວນແຕ່ເປັນນັກຮຽນຊາວຈີນ ຮອງລົງມາ ຫຼື ປະມານ 700 ຄົນເປັນນັກຮຽນຊາວອິນເດຍ

 

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 30 May, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,455
21,731
thailand (1)
THB
648.35
660.67
european-union
EUR
23,023
23,484
china
CNY
2,898
2,956
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Monday, 19 May, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,080,000
34,610,000
33,730,000
34,719,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
_cover (12)
ທຣຳ ລົງນາມຄຳສັ່ງຂຶ້ນພາສີນຳເຂົ້າເຫຼັກ ແລະ ອະລູມິນຽມເປັນ 50%
_cover (11)
ສະຫະລັດ ຈັບນັກວິທະຍາສາດຈີນ 2 ຄົນ ລັກລອບນຳເຊື້ອລາອັນຕະລາຍເຂົ້າປະເທດ
_cover (10)
"ເຟສບຸກ" ຊື້ໄຟຟ້າພະລັງງານ "ນິວເຄລຍ" ຮູບແບບໃໝ່ ຮອງຮັບ AI-Data Center ໃຊ້ໄຟມະຫາສານ
_cover (9)
"ໂດຣນສົ່ງອາວຸດດ່ວນ" ບໍລິສັດ Draganfly ສົ່ງມອບໂດຣນບິນຂົນສົ່ງຄວາມໄວສູງໃຫ້ກອງທັບສະຫະລັດ
_cover (8)
ແທ້ຫຼືບໍ?! ເດັກນ້ອຍທີ່ເກີດໃນ "ເດືອນນີ້" ມີແນວໂນ້ມຈະເປັນ CEO ຫຼາຍກວ່າເດືອນອື່ນໆ ເປີດງານວິໄຈ ມະຫາວິທະໄລຊັ້ນນຳ
_cover (7)
ບິລ ເກດ ບໍລິຈາກຊັບສິນເກືອບທັງໝົດໃຫ້ອາຟິກາ
_cover (6)
"ອີ ແຈ-ມະຢອງ" ສະເຫຼີມສະຫຼອງໄຊຊະນະໄດ້ຮັບຕຳແໜ່ງປະທານາທິບໍດີເກົາຫຼີໃຕ້
_cover (5)
ພູເຂົາໄຟເອດນາ ຂອງອິຕາລີ ປະທຸເຖົ່າຖ່ານຂຶ້ນສູ່ທ້ອງຟ້າ
_cover (4)
ແຕກຕື່ນກາງແຜ່ນດິນໄຫວ ນັກໂທດກວ່າ 200 ຄົນ ແຫກຄຸກການາຈີ ປາກິສຖານ
_cover (3)
ກະຊວງປ້ອງກັນຄວາມສະຫງົບ ປາຖະກະຖາສອງວັນປະຫວັດສາດທີ່ສຳຄັນຂອງຊາດ
ຢ່າລື່ມກົດຕິດຕາມ