site_cover (98)
ຈາວໝາກພ້າວແມ່ນຫຍັງ ເປີດປະໂຫຍດຂອງດີຫາຍາກຈາກທຳມະຊາດ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 2 June, 2025

ຈາວໝາກພ້າວ ຄືສ່ວນໜຶ່ງຂອງມະພ້າວທີ່ຄົນໂບຮານຍົກຍ້ອງວ່າເປັນຂອງດີຈາກທຳມະຊາດ ຫຼາຍຄົນອາດເຄີຍເຫັນແຕ່ບໍ່ຮູ້ວ່າກິນໄດ້ ແລະ ມີປະໂຍດຕໍ່ສຸຂະພາບຫຼາຍດ້ານ ມາເຮັດຄວາມຮູ້ຈັກກັບຈາວໝາກພ້າວ ພ້ອມເຄັດລັບການກິນຢ່າງປອດໄພກັນເລີຍ

 

ຈາວໝາກພ້າວແມ່ນຫຍັງ?

 

ຈາວໝາກພ້າວ ຄືເນື້ອສີຂາວນວນ ຫຼື ເຫຼືອງອ່ອນ ທີ່ເກີດຂຶ້ນພາຍໃນໝາກພ້າວແກ່ທີ່ເລີ່ມບົ່ງເປັນຕົ້ນອ່ອນ ໂດຍທຳມະຊາດແລ້ວ ໝາກພ້າວເມື່ອສຸກເຕັມທີ່ຈະມີເນື້ອມະພ້າວທີ່ແຂງ ຫາກເກັບໄວ້ດົນຈົນເລີ່ມບົ່ງ ຕົ້ນອ່ອນຂອງໝາກພ້າວຈະດູດຊັບສານອາຫານຈາກເນື້ອໝາກພ້າວເດີມ ກາຍເປັນເນື້ອຟູ ນຸ່ມ ເບົາ ຄ້າຍຟອງນ້ຳ ຊຶ່ງເຮົາເອີ້ນວ່າ “ຈາວໝາກພ້າວ” ນັ້ນເອງ

 

ລົດຊາດຂອງຈາວໝາກພ້າວ

 

ຈາວໝາກພ້າວ ເກີດຂຶ້ນຈາກການສະລາຍໄຂມັນ ແລະ ແປ້ງໃນເນື້ອໝາກພ້າວເດີມເພື່ອນຳໄປລ້ຽງຕົ້ນອ່ອນ ເຮັດໃຫ້ມີລົດຊາດຫວານມັນອ່ອນໆ ເນື້ອສຳຜັດກອບນອກນຸ່ມໃນ

 

ປະໂຫຍດຂອງຈາວໝາກພ້າວ

 

ການກິນຈາວໝາກພ້າວບໍ່ແມ່ນພຽງແຕ່ເລື່ອງຂອງລົດຊາດທີ່ແຊບກອບນອກນຸ່ມໃນ ແຕ່ຍັງມີຄຸນຄ່າທາງໂພຊະນາການທີ່ໜ້າສົນໃຈ ເຊັ່ນ:

 

  • ອຸດົມດ້ວຍໄຟເບີ ຊ່ວຍກະຕຸ້ນການຂັບຖ່າຍ
  • ມີຄາໂບໄຮເດຣດເຊີງຊ້ອນ ໃຫ້ພະລັງງານແລະອິ່ມທ້ອງນານ
  • ມີກົດໄຂມັນດີຈາກມະພ້າວທີ່ຊ່ວຍບຳລຸງຮ່າງກາຍ
  • ມີສານຕ້ານອະນຸມູນອິດສະຫຼະໃນປະລິມານເລັກນ້ອຍ ຊ່ວຍຫຼຸດຄວາມສ່ຽງການອັກເສບ
  • ຄົນໂບຮານເຊື່ອວ່າຊ່ວຍບຳລຸງຮ່າງກາຍແລະເພີ່ມຄວາມແຂງແຮງ

 

ຢ່າງໃດກໍຕາມ ການກິນໝາກພ້າວຄວນເລືອກກິນຈາວໝາກພ້າວທີ່ບໍ່ເກັບໄວ້ດົນເກີນໄປ ຫຼື ຂຶ້ນເຊື້ອຣາ ເພື່ອຄວາມປອດໄພຕໍ່ສຸຂະພາບ

 

ວິທີເລືອກ ແລະ ກິນຈາວໝາກພ້າວ

 

  • ເລືອກຈາວມະພ້າວທີ່ມີສີຂາວ ຫຼື ເຫຼືອງອ່ອນ ບໍ່ມີກິ່ນເໝັນ ຫຼື ເຊື້ອຣາ
  • ກິນສົດໆ ຫຼື ໃຊ້ເຮັດເມນູຫວານ ເຊັ່ນ: ຂະໜົມໄທ ຫຼື ເຕີມໃນເຄື່ອງດື່ມ
  • ຖ້າມັກລົດຫວານ ມັກກິນກັບນ້ຳເຊື່ອມ ຫຼື ນ້ຳກະທິ
  • ຢ່າກິນຫຼາຍເກີນໄປ ເພາະໄຟເບີສູງ ອາດເຮັດໃຫ້ທ້ອງອືດໄດ້

 

ຈາວໝາກພ້າວ ບໍ່ແມ່ນພຽງແຕ່ຂອງກິນຫຼິ້ນທຳມະດາ ແຕ່ຍັງເປັນແຫຼ່ງສານອາຫານຈາກທຳມະຊາດທີ່ຫາກິນໄດ້ຍາກ ແລະ ມີຄຸນຄ່າທາງໂພຊະນາການ ການກິນຢ່າງພໍດີ ແລະ ປອດໄພຈະຊ່ວຍໃຫ້ເຮົາໄດ້ປະໂຫຍດເຕັມທີ່ຈາກຂອງດີທີ່ທຳມະຊາດມອບໃຫ້

 

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 30 May, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,455
21,731
thailand (1)
THB
648.35
660.67
european-union
EUR
23,023
23,484
china
CNY
2,898
2,956
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Monday, 19 May, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,080,000
34,610,000
33,730,000
34,719,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
_cover (12)
ທຣຳ ລົງນາມຄຳສັ່ງຂຶ້ນພາສີນຳເຂົ້າເຫຼັກ ແລະ ອະລູມິນຽມເປັນ 50%
_cover (11)
ສະຫະລັດ ຈັບນັກວິທະຍາສາດຈີນ 2 ຄົນ ລັກລອບນຳເຊື້ອລາອັນຕະລາຍເຂົ້າປະເທດ
_cover (10)
"ເຟສບຸກ" ຊື້ໄຟຟ້າພະລັງງານ "ນິວເຄລຍ" ຮູບແບບໃໝ່ ຮອງຮັບ AI-Data Center ໃຊ້ໄຟມະຫາສານ
_cover (9)
"ໂດຣນສົ່ງອາວຸດດ່ວນ" ບໍລິສັດ Draganfly ສົ່ງມອບໂດຣນບິນຂົນສົ່ງຄວາມໄວສູງໃຫ້ກອງທັບສະຫະລັດ
_cover (8)
ແທ້ຫຼືບໍ?! ເດັກນ້ອຍທີ່ເກີດໃນ "ເດືອນນີ້" ມີແນວໂນ້ມຈະເປັນ CEO ຫຼາຍກວ່າເດືອນອື່ນໆ ເປີດງານວິໄຈ ມະຫາວິທະໄລຊັ້ນນຳ
_cover (7)
ບິລ ເກດ ບໍລິຈາກຊັບສິນເກືອບທັງໝົດໃຫ້ອາຟິກາ
_cover (6)
"ອີ ແຈ-ມະຢອງ" ສະເຫຼີມສະຫຼອງໄຊຊະນະໄດ້ຮັບຕຳແໜ່ງປະທານາທິບໍດີເກົາຫຼີໃຕ້
_cover (5)
ພູເຂົາໄຟເອດນາ ຂອງອິຕາລີ ປະທຸເຖົ່າຖ່ານຂຶ້ນສູ່ທ້ອງຟ້າ
_cover (4)
ແຕກຕື່ນກາງແຜ່ນດິນໄຫວ ນັກໂທດກວ່າ 200 ຄົນ ແຫກຄຸກການາຈີ ປາກິສຖານ
_cover (3)
ກະຊວງປ້ອງກັນຄວາມສະຫງົບ ປາຖະກະຖາສອງວັນປະຫວັດສາດທີ່ສຳຄັນຂອງຊາດ
ຢ່າລື່ມກົດຕິດຕາມ