site_cover (100)
ປະຊາຊົນເກົາຫລີໃຕ້ຫັນມາໃຊ້ສິດເລືອກຕັ້ງ ຊີ້ຊະຕາອະນາຄົດປະເທດ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 3 June, 2025
ໝວດ: ຂ່າວ

ນັບຍ້ອນໄປຕັ້ງແຕ່ອະດີດປະທານາທິບໍດີຢຸນ ຊອກ ຢອລ ປະກາດກົດໄອຍະການສຶກ ການເມືອງເກົາຫລີໃຕ້ຮ້ອນແຮງມາຕະຫລອດ ແລະ ມື້ນີ້ຈະຊີ້ຊະຕາອະນາຄົດປະເທດ ທ່າມກາງຄວາມທ້າທາຍຫຼາກຫຼາຍໃນເວທີໂລກ

 

ເຊົ້າມື້ນີ້ (3 ມິຖຸນາ 2025) ປະຊາຊົນເກົາຫລີໃຕ້ຫັນມາໃຊ້ສິດເລືອກຕັ້ງທັນທີທີ່ເປີດຫ້ອງລົງຄະແນນໃຫ້ເລີ່ມຕັ້ງແຕ່ເວລາ 06.00 ນ. ຕາມເວລາທ້ອງຖິ່ນ ຊຶ່ງໄວກວ່າລາວ 2 ໂມງ ໂດຍຈະເປີດໃຫ້ໃຊ້ສິດໄປຈົນຮອດເວລາ 20.00 ນ. ຕາມຫົວໜ່ວຍເລືອກຕັ້ງທົ່ວປະເທດ 14,295 ແຫ່ງ ຮອງຮັບຜູ້ມີສິດເລືອກຕັ້ງ ປະມານ 44.4 ລ້ານຄົນ ຈາກປະຊາກອນທັງໝົດ 52 ລ້ານຄົນ ໂດຍຄາດວ່າ ຈະຮູ້ຜົນແພ້ຊະນະຕັ້ງແຕ່ທ່ຽງຄືນ ຫຼື ເຊົ້າມືດມື້ຕໍ່ໄປ (4 ມິຖຸນາ 2025)

 

ການເລືອກຕັ້ງຄັ້ງນີ້ຈັດຂຶ້ນໃນຊ່ວງເວລາຄົບ 6 ເດືອນພໍດີ ຫຼັງຈາກເກົາຫລີໃຕ້ປະເຊີນວິກິດການເມືອງຈາກການປະກາດໃຊ້ກົດໄອຍະການສຶກຢ່າງກະທັນຫັນ

 

ໂດຍຢຸນ ຊອກ-ຢອລ ອະດີດປະທານາທິບໍດີເມື່ອວັນທີ 3 ທັນວາ ປີທີ່ຜ່ານມາ ສ້າງຄວາມປະຫຼາດໃຈໄປທົ່ວໂລກ ຊຶ່ງຕໍ່ມາລັດຖະສະພາລົງມະຕິຖອດຖອນ ທ່ານ ຢຸນ ຊອກ ຢອລ  ແລະ ສານລັດຖະທຳມະນູນຕັດສິນໃຫ້ພົ້ນຈາກຕຳແໜ່ງໃນທີ່ສຸດ ເມື່ອ 4 ເມສາ ສົ່ງຜົນໃຫ້ຕ້ອງຈັດການເລືອກຕັ້ງໃນມື້ນີ້

 

ເມື່ອກາງເດືອນ ພຶດສະພາ ອະດີດປະທານາທິບໍດີຢຸນ ຫາກໍຈະປະກາດລາອອກຈາກພັກລັດຖະບານພີພີພີ ເພື່ອຫວັງດຶງຄະແນນສຽງໃຫ້ທາງພັກ ແລະ ເຈາະແຮງກົດດັນຈາກສະມາຊິກພັກຢ່າງຕໍ່ເນື່ອງ

 

ເຖິງແມ່ນວ່າຈະມີຜູ້ລົງສະໝັກແຂ່ງຂັນຕຳແໜ່ງປະທານາທິບໍດີເຖິງ 6 ຄົນ ແຕ່ການເລືອກຕັ້ງຄັ້ງນີ້ ປະຕິເສດບໍ່ໄດ້ວ່າ ເປັນການແຂ່ງຂັນລະຫວ່າງ 2 ຜູ້ສະໝັກຢ່າງຈະແຈ້ງ ຄື “ຄິມ ມຸນ-ຊູ” ຈາກພັກລັດຖະບານພີພີພີ ຂົ້ວອະນຸລັກນິຍົມ ຊຶ່ງເຂົາເປັນລັດຖະມົນຕີກະຊວງແຮງງານໃນລັດຖະບານຂອງຢຸນ ຊອກ-ຢອລ ຂະນະປະກາດກົດອັຍການສຶກ ກັບ “ອີ ແຈ-ມຢອງ” ຈາກພັກດີພີ ພັກຝ່າຍຄ້ານຫຼັກຂອງເກົາຫລີໃຕ້ ທີ່ຍຶດແນວທາງເສລີນິຍົມ

 

ຕົວເກັງ ປະທານາທິບໍດີ ເກົາຫລີໃຕ້ຂໍຂອບໃຈຜູ້ສະໜັບສະໜູນ

 

ອີ ແຈ-ມຢອງ ຂຶ້ນເວທີຫາສຽງຮອບສຸດທ້າຍເມື່ອວານນີ້ (2 ມິຖຸນາ 2025) ຄຳນັບຂອບໃຈຜູ້ສະໜັບສະໜູນໃນໂຄ້ງສຸດທ້າຍກ່ອນການເລືອກຕັ້ງ ພ້ອມລະບຸວ່າ ສາທາລະນະລັດເກົາຫລີຈະປັດເປົ່າຄືນອັນມືດມົນທີ່ເຕັມໄປດ້ວຍຄວາມບໍ່ສະຫງົບໃຫ້ພົ້ນໄປ ແລະ ຕ້ອນຮັບເຊົ້າວັນໃໝ່ແຫ່ງຄວາມຫວັງ

 

ຜົນສຳຫຼວດຄວາມເຫັນສ່ວນໃຫຍ່ ຊີ້ວ່າ ອີ ແຈ-ມຢອງ ມີຄະແນນນຳໃນສຶກເລືອກຕັ້ງຄັ້ງນີ້ ໂດຍແກລລັບ ໂຄເລຍ ເປີດຜົນໂພລ ເມື່ອ 28 ພຶດສະພາ ທີ່ຜ່ານມາ ພົບວ່າ ຊາວເກົາຫລີໃຕ້ຮ້ອຍລະ 49 ຈະເລືອກ ອີ ແຈ-ມຢອງ ທິ້ງຫ່າງຄິມ ມຸນ-ຊູ ທີ່ໄດ້ຄະແນນນິຍົມໄປທີ່ຮ້ອຍລະ 35 ນັກວິເຄາະ ມອງວ່າ ສ່ວນໜຶ່ງອາດເປັນເພາະປະຊາຊົນຜິດຫວັງຕໍ່ການປະກາດກົດອັຍການສຶກຂອງຢຸນ ຂະນະທີ່ຜູ້ສະໝັກຈາກພັກລັດຖະບານພີພີພີເອງ ປະຕິເສດທີ່ຈະວິຈານຢຸນຢ່າງຕົງໄປຕົງມາດ້ວຍ

ຫຼາຍຝ່າຍຕັ້ງຄວາມຫວັງໄວ້ວ່າ ການເລືອກຕັ້ງຄັ້ງນີ້ຈະນຳພາເກົາຫລີໃຕ້ພົ້ນຈາກວິກິດທາງການເມືອງ ແລະຈະໄດ້ມີໂອກາດເຕືອມຄວາມພ້ອມຮັບມືປະເດັນຕ່າງໆທີ່ສຳຄັນ ທັງນະໂຍບາຍ “America First” ແລະມາດຕະການພາສີຂອງໂດນັນ ທຣຳ ປະທານາທິບໍດີສະຫະລັດອາເມລິກາ ທີ່ກຳລັງຈະພົ້ນຊ່ວງເວລາຜ່ອນຜັນການຂຶ້ນພາສີໃນອີກປະມານ 5 ອາທິດຕໍ່ຈາກນີ້ ແລະທີ່ສຳຄັນຕໍ່ຄວາມໝັ້ນຄົງ ຫຼີກໄບບໍ່ພົ້ນການພັດທະນາໂຄງການນິວເຄລຍຂອງເກົາຫລີເໜືອທີ່ເປັນໄພຂົ່ມຂູ່ສຳຄັນດ້ວຍ

ດັ່ງນັ້ນ ຄາດວ່າ ຜູ້ນຳຄົນໃໝ່ຂອງເກົາຫລີໃຕ້ອາດຕ້ອງປະເຊີນກັບພາລະກິດເລັ່ງດ່ວນໃນການແກ້ໄຂບັນຫາຕ່າງໆທີ່ເປັນຜົນພວງມາຈາກການປະກາດກົດອັຍການສຶກ ຊຶ່ງຕົວເກັງຢ່າງອີ ແຈ ມຢອງ ພ່າຍແພ້ໃຫ້ກັບຢຸນ ຊອກ ຢອລ ໃນການເລືອກຕັ້ງຄັ້ງທີ່ແລ້ວ

ນອກຈາກນີ້ ເຂົາໜ້າຈະໄດ້ຮັບຄະແນນຄວາມເຫັນໃຈເພີ່ມຂຶ້ນຈາກການລອດຊີວິດໃນເຫດຖືກແທງທີ່ລຳຄໍເມື່ອ 2 ມ.ກ.2024 ແຕ່ເຖິງຢ່າງໃດເຂົາກໍມີຄະດີອາຍາຕິດຕົວ ໂດຍສະເພາະຄະດີທີ່ກ່ຽວຂ້ອງກັບການລະເມີດກົດໝາຍການເລືອກຕັ້ງຈາກການໃຫ້ຂໍ້ມູນເທັດໃນຊ່ວງຫາສຽງເລືອກຕັ້ງປະທານາທິບໍດີປີ 2022 ແລະຄະດີທີ່ກ່ຽວຂ້ອງກັບໂຄງການພັດທະນາອະສັງຫາຣິມຊັບ ຊຶ່ງລວມເຖິງຂໍ້ກ່າວຫາເລື່ອງການຕິດສິນບົນແລະຍັກຍອກຊັບ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 12 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,500
21,777
thailand (1)
THB
672.49
683.25
european-union
EUR
24,142
24,626
china
CNY
2,932
2,990
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site cover1 - 2025-09-12T104940.223
ກະຊວງການເງິນ ເຂັ້ມງວດ ປະເມີນຜົນງານຜູ້ບໍລິຫານ ເພີ່ມປະສິດທິພາບ ວິສາຫະກິດ ລັດລົງທຶນ
site cover1 - 2025-09-12T095041.995
Microsoft ກຽມປ່ຽນມາໃຊ້ AI ຈາກ Anthropic ແທນ OpenAI ຫຼັງພົບວ່າ Claude ເກັ່ງກວ່າ GPT-5
pele - 2025-09-12T090623.571
ປິດເສັ້ນທາງ ແຕ່ສາມແຍກດອນຈັນ ຫາ ສີ່ແຍກໄຟແດງ ວິທະຍາໄລເຕັກນິກລາວ-ເຢຍລະມັນ
pele - 2025-09-11T163146.201
ກວດຄວາມພ້ອມກຽມຝຶກຊ້ອມຮ່ວມລາວ-ຣັດເຊຍ
pele - 2025-09-11T154026.474
ນວ ທາບທາມບຸກຄະລາກອນອອກສະໝັກຮັບເລືອກຕັ້ງ ເຂົ້າໃນຄະນະບໍລິຫານງານພັກ
jane (24)
ທ່ານ ພູໂຂງ ສີສຸລາດ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ສ ອາເມລິກາ
jane (23)
ຄົ້ນຄວ້າການສະເໜີຂໍອະໄພຍະໂທດ ປະຈຳປີ 2025
site cover1 - 2025-09-11T095812.728
ເບິ່ງສະເປັກແລະຟີເຈີ iPhone 17 Series ທຸກລຸ້ນ ຄົບຈົບໃນທີ່ດຽວ
pele - 2025-09-11T095635.506
ຊຽງຂວາງ ຫວັງສູ້ຊົນບໍ່ໃຫ້ຫຼຸດ 9 ຫຼຽນຄຳໃນງານກິລາແຫ່ງຊາດ ຄັ້ງທີ XII 2025 ທີ່ນະຄອນຫຼວງວຽງຈັນ
jane (22)
ເບິ່ງດວງການງານ-ເງິນ ແລະ ຄວາມຮັກຄົບຈົບປະຈຳວັນທີ 11 ກັນຍາ 2025 ໄດ້ແລ້ວ
ຢ່າລື່ມກົດຕິດຕາມ