ຜູ້ແທນເຈລະຈາຂອງທັງລັດເຊຍ ແລະ ຢູເຄຣນເດີນທາງຮອດນະຄອນອິສຕັນບູນ ປະເທດຕຸລະກີແລ້ວ ເພື່ອກຽມຫາລືຂໍ້ຕົກລົງສັນຕິພາບ ແລະ ຢຸດຍິງຮອບສອງໃນມື້ນີ້ ໂດຍທາງການຕຸລະກີກຽມຄວາມພ້ອມຈັດສະຖານທີ່ປະຊຸມທີ່ພະລາຊະວັງຊີລາກັນ
ທ່າມກາງມາດຕະການຮັກສາຄວາມປອດໄພຢ່າງເຂັ້ມງວດ ໂດຍການຫາລືໄດ້ເລີ່ມຂຶ້ນເມື່ອເວລາປະມານ 13.00 ນ. ຕາມເວລາທ້ອງຖິ່ນ ຫຼືຶຶ ປະມານ 17.00 ນ. ຕາມເວລາໃນປະເທດລາວ
ຄີດ ເຄລລັອກ ຜູ້ແທນຂອງໂດນານ ທຣຳ ປະທານາທິບໍດີສະຫະລັດ ເປີດເຜີຍວ່າ ການເຈລະຈາຮອບນີ້ ທັງສອງຝ່າຍຈະສະເໜີເອກະສານແນວທາງເງື່ອນໄຂເພື່ອສັນຕິພາບຂອງຕົວເອງ ເຖິງແມ່ນວ່າຈະເປັນທີ່ຮູ້ກັນດີວ່າ ຈຸດຢືນຂອງທັງຄູ່ແຕກຕ່າງກັນຢ່າງຈະແຈ້ງຕັ້ງແຕ່ສົງຄາມເລີ່ມເປີດສາກຂຶ້ນ ຈົນຮອດມື້ນີ້ກໍຕາມ
ການເຈລະຈາດັ່ງກ່າວຊຶ່ງຖືເປັນຄວາມພະຍາຍາມເພື່ອບັນລຸຂໍ້ຕົກລົງຢຸດຍິງລະຫວ່າງທັງສອງຝ່າຍຄັ້ງທີ 2 ນັບຕັ້ງແຕ່ເລີ່ມຕົ້ນສົງຄາມໃນປີ 2022 ເກີດຂຶ້ນພຽງວັນດຽວ
ຫຼັງຈາກຢູເຄຣນເປີດສາກປະຕິບັດການໂຈມຕີເຄື່ອງບິນລົບລັດເຊຍຕາມຖານທັບ 4 ແຫ່ງໃນສອງເຂດຂອງລັດເຊຍ ຄືເຂດເມີມັນສກ ທາງຕະວັນຕົກສ່ຽງເໜືອ ແລະ ໃນເຂດອີກຸດສກ ແຖວໄຊບີເລຍ ໃຊ້ຊື່ ‘ປະຕິບັດການໃຍແມງມຸມ’ (Spider’s Web operation) ທີ່ຢູເຄຣນໃຊ້ເວລາຊຸ່ມວາງແຜນຫຼາຍກວ່າ 1 ປີເຄິ່ງ ດ້ວຍການໃຊ້ໂດຣນພິຄາດ 117 ລຳ
ຊຸກເຊື່ອງໃນລັງໄມ້ທີ່ມີຫລັງຄາທີ່ສາມາດສັ່ງເປີດໄດ້ຈາກລະຍະໄກ ໃຫ້ລົດບັນທຸກລັກເດີນທາງໄປຊຸ່ມຢູ່ໃກ້ສະໜາມບິນເປົ້າໝາຍ ແລະ ໃຊ້ການຄວບຄຸມຈາກລະຍະໄກເພື່ອເປີດສ່ວນຫລັງຄາ ສັ່ງການໃຫ້ໂດຣນບິນອອກໄປໂຈມຕີຕາມເວລາທີ່ກຳນົດໄວ້
ຢູເຄຣນອ້າງວ່າ ສາມາດທຳລາຍເຄື່ອງບິນຖິ້ມລະເບີດທາງຍຸດທະສາດຂອງກອງທັບລັດເຊຍ ຊຶ່ງມີສັກຍະພາບຕິດຫົວລົບນິວເຄລຍໄດ້ຢ່າງໜ້ອຍ 13 ລຳ ຄິດເປັນຮ້ອຍລະ 34 ຂອງເຄື່ອງບິນຖິ້ມລະເບີດທາງຍຸດທະສາດທັງໝົດທີ່ກອງທັບລັດເຊຍມີຢູ່ ສ້າງຄວາມສູນເສຍໃຫ້ກັບລັດເຊຍ 7,000 ລ້ານໂດລາ ຫາກຂໍ້ເທັດຈິງເປັນໄປຕາມທີ່ຢູເຄຣນອ້າງ ນີ້ຈະຖືເປັນການໂຈມຕີດ້ວຍໂດຣນຝີມືຢູເຄຣນທີ່ສ້າງຄວາມເສຍຫາຍແກ່ລັດເຊຍຫຼາຍທີ່ສຸດ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,531 | 21,808 |
![]() THB | 658.34 | 670.19 |
![]() EUR | 24,089 | 24,571 |
![]() CNY | 2,943 | 3,002 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |