_cover (8)
ແທ້ຫຼືບໍ?! ເດັກນ້ອຍທີ່ເກີດໃນ "ເດືອນນີ້" ມີແນວໂນ້ມຈະເປັນ CEO ຫຼາຍກວ່າເດືອນອື່ນໆ ເປີດງານວິໄຈ ມະຫາວິທະໄລຊັ້ນນຳ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 4 June, 2025

ເດັກນ້ອຍທີ່ເກີດເດືອນມີນາ-ເມສາ ມີແນວໂນ້ມເປັນ CEO ສູງກວ່າຄົນອື່ນ ງານວິໄຈຊີ້ໃຫເເຫັນ “ເດືອນເກີດ” ອາດມີຜົນຕໍ່ຄວາມສຳເລັດໃນອະນາຄົດ!

 

ຜົນການວິໄຈຈາກມະຫາວິທະຍາໄລຊັ້ນນຳລະດັບໂລກເປີດເຜີຍວ່າເດືອນເກີດອາດມີຜົນຕໍ່ໂອກາດກ້າວສູ່ຕຳແໜ່ງຜູ້ນຳອົງກອນລະດັບສູງ ໂດຍສະເພາະເດັກທີ່ເກີດໃນຊ່ວງຕົ້ນປີ ເຊັ່ນ: ເດືອນມີນາ ແລະ ເມສາ ມີໂອກາດສູງກວ່າຄ່າເລ່ຍ ໃນການກ້າວຂຶ້ນເປັນ CEO ຫຼື ຜູ້ບໍລິຫານລະດັບສູງຂອງບໍລິສັດ ຂະນະທີ່ເດັກທີ່ເກີດໃນເດືອນມິຖຸນາ ແລະ ກໍລະກົດ ກັບມີແນວໂນ້ມນີ້ໜ້ອຍກວ່າ

 

ງານວິໄຈນີ້ຕີພິມໃນວາລະສານວິຊາການດ້ານເສດຖະສາດຊື່ Economic Letters ໄດ້ວິເຄາະຂໍ້ມູນວັນເກີດຂອງ CEO ຈຳນວນຫຼາຍໃນສະຫະລັດອາເມຣິກາ ແລະ ພົບວ່າເດືອນເກີດມີຄວາມເຊື່ອມໂຍງຢ່າງ ມີໄລຍະສຳຄັນກັບໂອກາດການເຕີບໂຕໃນເສັ້ນທາງຜູ້ນຳທຸລະກິດ ໂດຍທີມນັກວິໄຈມາຈາກມະຫາວິທະຍາໄລຊັ້ນນຳ ໄດ້ແກ່:

 

  • Dr. Qianqian Du ຈາກມະຫາວິທະຍາໄລຈຽວທົງຊຽງໄຮ້
  • Dr. Huasheng Gao ຈາກມະຫາວິທະຍາໄລເທັກໂນໂລຢີຫນານຢາງ ປະເທດສິງກະໂປ
  • Dr. Maurice D. Levi ຈາກມະຫາວິທະຍາໄລບິຣິຕິດໂຄລັມເບຍ ປະເທດການາດາ

 

ຈາກຂໍ້ມູນພົບວ່າ ໂດຍສະເລ່ຍແຕ່ລະເດືອນຈະມີເດັກນ້ອຍກີດປະມານ 8% ຂອງທັງປີ ແຕ່ ເດືອນມີນາຈະມີໂຕເລກຫຼາຍທີ່ສຸດ ມີສັດສ່ວນ CEO ເກີດຫຼາຍເຖິງ 12.5% ຂະນະທີ່ເດືອນມັງກອນ ເດືອນເມສາ ແລະ ເດືອນພະຈິກ ກໍມີເປີເຊັນສູງກວ່າຄ່າເລ່ຍເຊັ່ນກັນ

 

ໃນທາງກົງກັນຂ້າມ ເດັກທີ່ເກີດໃນເດືອນກໍລະກົດເຖິງແມ່ນວ່າຈະມີຈຳນວນເກີດເຖິງ 8.75% ແຕ່ມີພຽງ 5.87% ເທົ່ານັ້ນທີ່ກາຍເປັນ CEO ສ່ວນເດືອນມິຖຸນາມີອັດຕາພຽງ 6.13%

 

ເປັນຫຍັງເດືອນເກີດຖຶງມີຜົນ? ນັກວິໄຈອະທິບາຍວ່າ ປັດໄຈຫຼັກຢູ່ທີ່ ອາຍຸເມື່ອເລີ່ມເຂົ້າຮຽນລະດັບອະນຸບານ ຫຼື ປະຖົມ ໃນສະຫະລັດ ເດັກທີ່ເກີດກາງປີ (ເຊັ່ນ: ມິຖຸນາ-ກໍລະກົດ) ມັກເປັນກຸ່ມທີ່ອາຍຸນ້ອຍທີ່ສຸດໃນຫ້ອງຮຽນ ເຮັດໃຫ້ມີຄວາມທ້າທາຍດ້ານການຮຽນຮູ້ ພັດທະນາທັກສະການເປັນຜູ້ນຳ ແລະ ອາດຂາດຄວາມເໝັ້ນໃຈເມື່ອທຽບກັບໝູ່ທີ່ເກີດຕົ້ນປີ

 

ໃນທາງກົງກັນຂ້າມ ເດັກທີ່ເກີດຊ່ວງຕົ້ນປີມັກມີຄວາມໄດ້ປຽບທັງທາງຮ່າງກາຍ ຈິດໃຈ ແລະ ພັດທະນາການ ເຮັດໃຫ້ມີແນວໂນ້ມໂດດເດັ່ນ ແລະ ໄດ້ຮັບບົດບາດຜູ້ນຳຕັ້ງແຕ່ຍັງນ້ອຍ

 

ຕົວຢ່າງ: CEO ຊື່ດັງທີ່ເກີດຕົ້ນປີ ບຸກຄົນເຫຼົ່ານີ້ລ້ວນເປັນຕົວຢ່າງຂອງຜູ້ທີ່ເກີດຕົ້ນປີ ແລະ ເຕີບໂຕຂຶ້ນເປັນຜູ້ນຳທີ່ປ່ຽນແປງໂລກໃນດ້ານທຸລະກິດ ເທັກໂນໂລຢີ ແລະ ແຟຊັ່ນ

  • Jeff Bezos (ຜູ້ກໍ່ຕັ້ງ Amazon) ເກີດວັນທີ່ 12 ມັງກອນ
  • Bill Gates (ຜູ້ກໍ່ຕັ້ງ Microsoft) ເກີດວັນທີ່ 28 ຕຸລາ
  • Amancio Ortega (ຜູ້ກໍ່ຕັ້ງ Zara) ເກີດວັນທີ່ 28 ມີນາ
  • Sophia Amoruso (ຜູ້ກໍ່ຕັ້ງແບຣນ Nasty Gal) ເກີດວັນທີ່ 20 ເມສາ

 

ພຽງແຕ່ເດືອນເກີດບໍ່ພໍ ຄວາມພະຍາຍາມສຳຄັນທີ່ສຸດ….. ເຖິງແມ່ນວ່າຂໍ້ມູນຈະບົ່ງຊີ້ເຖິງຄວາມກ່ຽວຂ້ອງຂອງເດືອນເກີດກັບໂອກາດຄວາມສຳເລັດ ແຕ່ຜູ້ວິໄຈຢ້ຳວ່າ ເດືອນເກີດເປັນພຽງ “ຈຸດເລີ່ມຕົ້ນ” ເທົ່ານັ້ນ ສິ່ງທີ່ສຳຄັນຍິ່ງກວ່າຄື ການຮຽນຮູ້ ພັດທະນາຢ່າງຕໍ່ເນື່ອງ ແລະ ການສະໜັບສະໜູນຈາກຄອບຄົວແລະສັງຄົມ

 

ດັ່ງນັ້ນ ຫາກລູກຂອງທ່ານເກີດໃນເດືອນມິຖຸນາ ຫຼື ກໍລະກົດ ກໍບໍ່ຕ້ອງກັງວົນ! ເພາະນີ້ອາດເປັນໂອກາດສຳຄັນໃນການເສີມສ້າງຄວາມໝັ້ນໃຈ ພັດທະນາທັກສະການເປັນຜູ້ນຳ ແລະ ຜັກດັນໃຫ້ເຂົາເຕີບໂຕຢ່າງຫມັ້ນຄົງ ເພາະວ່າທ້າຍທີ່ສຸດ ເຖິງແມ່ນວ່າເດືອນເກີດອາດມີຜົນຕໍ່ “ຈຸດເລີ່ມຕົ້ນ” ຂອງເດັກ ແຕ່ສິ່ງທີ່ກຳນົດອະນາຄົດແທ້ໆແລ້ວ ຄືຄວາມມຸ່ງໝັ້ນ ຄວາມດູໝັ່ນ ແລະ ໂອກາດໃນການພັດທະນາ ທີ່ຜູ້ໃຫຍ່ສາມາດຊ່ວຍສ້າງໄດ້ຕັ້ງແຕ່ມື້ນີ້

 

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Tuesday, 28 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,527
21,804
thailand (1)
THB
660.04
671.26
european-union
EUR
24,263
24,748
china
CNY
2,950
3,009
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 23 October, 2025
ຊະນິດນ້ຳມັນ
ລາຄາ
27,790
23,140
18,940
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Tuesday, 28 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
43,570,000
44,100,000
43,060,000
44,209,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-28T162215.259
ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ
pele - 2025-10-28T160942.634
ເປີດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງ ອຄ ຄັ້ງທີ VI
jane - 2025-10-28T154933.398
ກຸ່ມບໍລິສັດ ສຽນເສີງ ສະໜັບສະໜູນ ທີມນັກກິລາເຕະບານ ນວ 500 ລ້ານກີບ
jane - 2025-10-28T153835.323
ເກີດເຫດໄຟໄໝ້ຮ້ານອາຫານ ພູຊິໂອ ຢູ່ນະຄອນປາກເຊ ແຂວງຈຳປາສັກ ເວລາປະມານ 13:25 ນາທີ ວັນທີ 28 ຕຸລາ 2025
pele - 2025-10-28T152759.618
Toyota ລາຍງານຍອດຂາຍທົ່ວໂລກເພີ່ມຂຶ້ນແບບບໍ່ເຄີຍມີມາກ່ອນ
jane - 2025-10-28T143718.380
ໃນຕອນເຊົ້າຂອງວັນທີ 28 ຕຸລາ 2025 ນີ້, ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະ ມົນຕີ ກະຊວງການຕ່າງປະເທດເຊັນປຶ້ມໄວ້ອາໄລ ສົມເດັດພະນາງເຈົ້າສິຣິກິດ ພະບໍຣົມຣາຊິນີນາດ ພະບໍຣົມມະຣາດຊະຊົນນະນີພັນປີຫລວງ
pele - 2025-10-28T141559.671
ປະເທດຕຸລະກີແຜ່ນດິນໄຫວ
jane - 2025-10-28T133922.748
"5 ອາຫານ" ທີ່ບໍ່ຄວນແຊ່ຕູ້ເຢັນ ເພື່ອໃຫ້ທ່ານໄດ້ຮູ້ ແລະ ຫຼີກລ່ຽງ
pele - 2025-10-28T113904.088
ພິທີເປີດປ້າຍສະພາການຄ້າ ສປ ຈີນ ປະຈຳແຂວງອຸດົມໄຊ
jane - 2025-10-28T112148.117
ໃນວັນທີ 28/10/2025 ເກີດເຫດຄົນບໍ່ດີລັກຈູດກອງເຂົ້າປະຊາຊົນ ທີ່ບ້ານຫາດສາມຄອນ, ເມືອງທ່າໂທມ, ແຂວງໄຊສົມບູນ.
ຢ່າລື່ມກົດຕິດຕາມ