_cover (10)
"ເຟສບຸກ" ຊື້ໄຟຟ້າພະລັງງານ "ນິວເຄລຍ" ຮູບແບບໃໝ່ ຮອງຮັບ AI-Data Center ໃຊ້ໄຟມະຫາສານ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 4 June, 2025
ໝວດ: ຂ່າວ

ເມຕາ ແພລດຟອມສ໌ (Meta Platforms) ເຈົ້າຂອງເຟສບຸກ (Facebook) ແລະ ອິນສະຕາແກຣມ (Instagram) ສ້າງຄວາມຄຶກຄັກໂດຍ ການປະກາດບັນລຸຂໍ້ຕົກລົງຄັ້ງປະຫວັດສາດກັບ ຄອນສະເຕເລຊັນ ເອເນີຈີ (Constellation Energy) ບໍລິສັດພະລັງງານໃຫຍ່ຂອງສະຫະລັດ

 

ເພື່ອທຸ່ມເງິນສະໜັບສະໜູນໃຫ້ເຕົາປະຕິກອນນິວເຄລຍແຫ່ງໜຶ່ງ ໃນລັດອິລລິນອຍສ໌ຍັງຄົງເດີນເຄື່ອງຜະລິດໄຟຟ້າຕໍ່ໄປໄດ້ອີກເຖິງ 20 ປີ ນັບເປັນຄັ້ງທຳອິດທີ່ບໍລິສັດເທັກໂນໂລຢີຍັກສ໌ໃຫຍ່ຢ່າງເມຕາກະໂດດເຂົ້າມາລົງທຶນໂດຍກົງໃນໂຮງໄຟຟ້ານິວເຄລຍ

 

ຄວາມເຄື່ອນໄຫວນີ້ເກີດຂຶ້ນກາງສະຖານການທີ່ກຸ່ມບໍລິສັດເທັກໂນໂລຢີລາຍໃຫຍ່ກຳລັງພົບກັບຄວາມທ້າທາຍໃນການຈັດຫາພະລັງງານໄຟຟ້າໃຫ້ພຽງພໍຕໍ່ຄວາມຕ້ອງການທີ່ສູງຂຶ້ນຢ່າງກ້າວກະໂດດໃນສະຫະລັດ ເປັນຄັ້ງທຳອິດໃນຮອບ 2 ທົດສະວັດ ໂດຍມີປັດໄຈຫຼັກມາຈາກຄວາມຕ້ອງການພະລັງງານມະຫາສານຂອງລະບົບປັນຍາປະດິດ (AI) ແລະ ສູນກາງຂໍ້ມູນທີ່ຂະຫຍາຍຕົວຢ່າງວ່ອງໄວ

 

ປັດຈຸບັນ ໂຮງໄຟຟ້ານິວເຄລຍຄລິນຕັນ (Clinton Clean Energy Center) ຂອງຄອນສະເຕເລຊັນ ໄດ້ຮັບເງິນອຸດໜູນຈາກ ລັດອິລລິນອຍສ໌ ຜ່ານໂຄງການໃຫ້ເຄຣດິດການປ່ອຍແກັສເຮືອນກະຈົກເປັນສູນ ຊຶ່ງໃຊ້ເງິນທຶນສ່ວນໜຶ່ງຈາກຜູ້ໃຊ້ໄຟຟ້າ ເພື່ອສົ່ງເສີມການຜະລິດໄຟຟ້າສະອາດ

 

ຢ່າງໃດກໍຕາມ ໂຄງການນີ້ຈະສິ້ນສຸດລົງໃນປີ 2027 ຈຸດນີ້ເອງທີ່ຂໍ້ຕົກລົງຊື້ຂາຍໄຟຟ້າ (PPA) ຂອງເມຕາຈະເຂົ້າມາມີບົດບາດສຳຄັນ ໂດຍຈະອັດສີດເງິນທຶນ (ເປັນຈຳນວນທີ່ບໍ່ເປີດເຜີຍ) ເພື່ອຊ່ວຍໃນການຕໍ່ອາຍຸໃບອະນຸຍາດ ແລະ ສະໜັບສະໜູນການດຳເນີນງານຂອງໂຮງໄຟຟ້າຕໍ່ໄປ

ຂໍ້ຕົກລົງຄັ້ງນີ້ອາດກາຍເປັນແບບຈຳລອງຕົ້ນແບບທີ່ກະຕຸ້ນໃຫ້ບໍລິສັດເທັກໂນໂລຢີລາຍໃຫຍ່ເຈົ້າອື່ນໆ ຫັນມາໃຫ້ຄວາມສຳຄັນກັບການສະໜັບສະໜູນໂຮງໄຟຟ້ານິວເຄລຍທີ່ມີຢູ່ແລ້ວ ຄຽງຄູ່ໄປກັບການວາງແຜນໃຊ້ພະລັງງານຈາກໂຮງໄຟຟ້ານິວເຄລຍແຫ່ງໃໝ່ ແລະ ແຫຼ່ງພະລັງງານທາງເລືອກອື່ນໆ ເພື່ອປ້ອນໃຫ້ກັບສູນກາງຂໍ້ມູນຂອງຕົນ

 

ເອີຣວີ ປາເຣຄ ຫົວໜ້າຝ່າຍພະລັງງານລະດັບໂລກຂອງເມຕາ ກ່າວວ່າ “ສິ່ງທີ່ເຮົາໄດ້ຍິນຕະຫຼອດຈາກຜູ້ໃຫ້ບໍລິການສາທາລະນຸປະໂພກຄື ພວກເຂົາຕ້ອງການຄວາມໝັ້ນໃຈວ່າໂຮງໄຟຟ້າທີ່ເປີດດຳເນີນການຢູ່ທຸກມື້ນີ້ ຈະຍັງຄົງເດີນໜ້າຕໍ່ໄປໄດ້”

 

ທ່ານ ໂຈ ໂດມິງເກສ CEO ຂອງຄອນສະເຕເລຊັນ ເປີດເຜີຍວ່າ “ເຮົາກຳລັງເຈລະຈາກັບລູກຄ້າລາຍອື່ນໆ ທົ່ວປະເທດ ບໍ່ແມ່ນແຕ່ໃນ ອິລລິນອຍສ໌ ເພື່ອໃຫ້ພວກເຂົາເຂົ້າມາສະໜັບສະໜູນຄືທີ່ເມຕາເຮັດ ຊຶ່ງກໍຄືການສ້າງຫຼັກປະກັນໃຫ້ເຮົາສາມາດລົງທຶນຕໍ່ອາຍຸໃບອະນຸຍາດ ແລະ ເດີນເຄື່ອງຊິນຊັບເຫຼົ່ານີ້ຕໍ່ໄປໄດ້”

 

ຂະນະທີ່ ທ່ານ ບັອບບີ ເວນເດລ ເຈົ້າໜ້າທີ່ຈາກສະຫະພາບແຮງງານຊ່າງໄຟຟ້າສາກົນ ສະແດງຄວາມເຫັນວ່າ ຂໍ້ຕົກລົງນີ້ຈະຊ່ວຍສ້າງ “ຄວາມໝັ້ນຄົງໃນອາຊີບ” ໃຫ້ກັບພະນັກງານທີ່ໂຮງໄຟຟ້າແຫ່ງນີ້

 

ນອກຈາກນີ້ ຂໍ້ຕົກລົງດັ່ງກ່າວຍັງເປີດທາງໃຫ້ ຄອນສະເຕເລຊັນ ສາມາດຂະຫຍາຍກຳລັງການຜະລິດຂອງໂຮງໄຟຟ້າຄລິນຕັນ ຊຶ່ງປັດຈຸບັນມີກຳລັງການຜະລິດ 1,121 ເມກາວັດ (MW) ເພີ່ມຂຶ້ນອີກ 30 MW ໂດຍໂຮງໄຟຟ້າແຫ່ງນີ້ສາມາດຜະລິດໄຟຟ້າກະຈາຍໃຫ້ບ້ານເຮືອນໃນສະຫະລັດໄດ້ປະມານ 800,000 ຫຼັງ

 

ທັງນີ້ ໂຮງໄຟຟ້າ ຄລິນຕັນ ເລີ່ມເປີດດຳເນີນການມາຕັ້ງແຕ່ປີ 1987 ແລະ ເມື່ອປີ 2024 ຄອນສະເຕເລຊັນໄດ້ຍື່ນເລື່ອງຕໍ່ຄະນະກຳມະການກຳກັບກິດຈະການນິວເຄລຍຂອງສະຫະລັດ ເພື່ອຂໍຕໍ່ອາຍຸໃບອະນຸຍາດໄປຈົນເຖິງປີ 2047

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 12 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,500
21,777
thailand (1)
THB
672.49
683.25
european-union
EUR
24,142
24,626
china
CNY
2,932
2,990
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site cover1 - 2025-09-12T095041.995
Microsoft ກຽມປ່ຽນມາໃຊ້ AI ຈາກ Anthropic ແທນ OpenAI ຫຼັງພົບວ່າ Claude ເກັ່ງກວ່າ GPT-5
pele - 2025-09-12T090623.571
ປິດເສັ້ນທາງ ແຕ່ສາມແຍກດອນຈັນ ຫາ ສີ່ແຍກໄຟແດງ ວິທະຍາໄລເຕັກນິກລາວ-ເຢຍລະມັນ
pele - 2025-09-11T163146.201
ກວດຄວາມພ້ອມກຽມຝຶກຊ້ອມຮ່ວມລາວ-ຣັດເຊຍ
pele - 2025-09-11T154026.474
ນວ ທາບທາມບຸກຄະລາກອນອອກສະໝັກຮັບເລືອກຕັ້ງ ເຂົ້າໃນຄະນະບໍລິຫານງານພັກ
jane (24)
ທ່ານ ພູໂຂງ ສີສຸລາດ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ສ ອາເມລິກາ
jane (23)
ຄົ້ນຄວ້າການສະເໜີຂໍອະໄພຍະໂທດ ປະຈຳປີ 2025
site cover1 - 2025-09-11T095812.728
ເບິ່ງສະເປັກແລະຟີເຈີ iPhone 17 Series ທຸກລຸ້ນ ຄົບຈົບໃນທີ່ດຽວ
pele - 2025-09-11T095635.506
ຊຽງຂວາງ ຫວັງສູ້ຊົນບໍ່ໃຫ້ຫຼຸດ 9 ຫຼຽນຄຳໃນງານກິລາແຫ່ງຊາດ ຄັ້ງທີ XII 2025 ທີ່ນະຄອນຫຼວງວຽງຈັນ
jane (22)
ເບິ່ງດວງການງານ-ເງິນ ແລະ ຄວາມຮັກຄົບຈົບປະຈຳວັນທີ 11 ກັນຍາ 2025 ໄດ້ແລ້ວ
pele - 2025-09-11T092539.365
ໄດ້ປັບຂຶ້ນລາຄານ້ຳມັນກາຊວນ ແຕ່ແອັດຊັງປັບລົງ ເລີ່ມປະຕິບັດແລ້ວແຕ່ເວລາ 06:00 ໂມງຂອງມື້ນີ້
ຢ່າລື່ມກົດຕິດຕາມ