_cover (11)
ສະຫະລັດ ຈັບນັກວິທະຍາສາດຈີນ 2 ຄົນ ລັກລອບນຳເຊື້ອລາອັນຕະລາຍເຂົ້າປະເທດ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 4 June, 2025
ໝວດ: ຂ່າວ

ກະຊວງຍຸດຕິທຳສະຫະລັດ ເປີດເຜີຍວ່າ ນັກວິທະຍາສາດຄົນຈີນສອງຄົນຖືກຈັບ ແລະ ຕັ້ງຂໍ້ຫາລັກລອບນຳເຂົ້າ “ຟັງກັສ” ຫຼື “ເຊື້ອລາ” ທີ່ເປັນພິດ ເຂົ້າສູ່ສະຫະລັດ ຊຶ່ງພວກເຂົາວາງແຜນຈະນຳມາໃຊ້ ໃນງານວິໄຈຂອງມະຫາວິທະຍາໄລໃນອາເມຣິກາ ຊຶ່ງຜູ້ທີ່ຖືກຈັບ ມີຊື່ວ່າ ຢູຊີງ ຈ້ຽນ ອາຍຸ 33 ປີ ແລະ ຊຸນຫຢົງ ຫລິວ ອາຍຸ 34 ປີ ຕາມລາຍງານລະບຸວ່າ ທັງສອງ ເປັນຄູ່ຮັກກັນ ຖືກຕັ້ງຂໍ້ຫາສົມຄົບຄິດ, ລັກລອບ ໃຫ້ຂ້ມູນທີ່ບໍ່ມີມູນຄວາມຈິງ ແລະ ປຼອມແປງວີຊ່າ

 

ກະຊວງຍຸດຕິທຳໃຫ້ລາຍລະອຽດເພີ່ມເຕີມວ່າ ສິ່ງທີ່ທັງສອງຄົນໄດ້ລັກລອບນຳເຂົ້າມາໃນສະຫະລັດ ຄືເຊື້ອລາທີ່ມີຊື່ວ່າ Fusarium Graminearum ຊຶ່ງເຮັດໃຫ້ເກີດໂລກ “head blight”

 

ເປັນໂລກທີ່ສ້າງຄວາມເສຍຫາຍໃຫ້ກັບເຂົ້າ, ສາລີ ແລະ ເຂົ້າບາເລ່້ ຢ່າງຫຼວງຫຼາຍ ເຮັດໃຫ້ຜົນຜະລິດຫຼຸດລົງ ແລະ ສ້າງສານພິດປົນເປື້ອນໃນເມັດທີ່ເປັນອັນຕະລາຍຕໍ່ຜູ້ບໍລິໂພກ

 

ໂດຍໃນຕອນທຳອິດ ຊຸນຫຢົງ ຫລິວ ປະຕິເສດວ່າບໍ່ໄດ້ເຮັດຜິດ ກ່ອນທີ່ຈະຍອມຮັບໃນເວລາຕໍ່ມາວ່າໄດ້ລັກລອບນຳເຊື້ອລາ ນີ້ເຂົ້າມາໃນອາເມຣິກາ ເພື່ອທີ່ຈະເອົາໄປໃຊ້ທົດລອງໃນຫ້ອງແລັບທີ່ມະຫາວິທະຍາໄລມິຊິແກນ ຊຶ່ງ ຢູຊີງ ຈ້ຽນ ແຟນຂອງລາວເຮັດວຽກຢູ່ວິທະຍາໄລແຫຼ່ງນັ້ນ

 

ເຊື້ອລາຊະນິດນີ້ນັບໄດ້ວ່າເປັນອາວຸດກໍ່ການຮ້າຍທາງການ ເກດດີ ຊຶ່ງສ້າງຄວາມເສຍຫາຍເປັນເງິນຫຼາຍພັນລ້ານໂດລາໃນແຕ່ລະປີ ແລະ ຫາກເຊື້ອລາຊະນິດນີ້ເຂົ້າສູ່ຮ່າງກາຍ ຈະເຮັດໃຫ້ປວກຮາກ, ເສຍສຸຂະພາບທາງປອດ ແລະ ລະບົບສືບພັນ

 

ທ່ານ ເຈໂຣມ ກໍກອນ ຈູເນຍ ໄອຍະການຂອງສະຫະລັດ ບອກວ່າການລັກລອບນຳເຊື້ອລາຊະນິດນີ້ເຂົ້າມາໃນສະຫະລັດ ເປັນໄພຄຸກຄາມຄວາມໝັ້ນຄົງ ແລະ ພົບວ່າ ຢູຊີງ ຈ້ຽນ ເປັນສະມາຊິກຂອງພັກຄອມມູນິດໃນປະເທດຈີນອີກດ້ວຍ

 

ທ່ານ ມາໂກ ຣູບິໂອ ລັດຖະມົນຕີຕ່າງປະເທດຂອງສະຫະລັດ ຫາກໍ່ປະກາດເມື່ອອາທິດທີ່ຜ່ານມາ ວ່າຈະຍົກເລີກວີຊ່າຂອງນັກສຶກສາຈີນຈຳນວນຫຼາຍ ຊຶ່ງທາງຈີນປະນາມກັບມາວ່າເປັນມາດຕະການທີ່ບໍ່ມີເຫດຜົນ ແລະ ກີດກັນເຊື້ອຊາດ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 12 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,500
21,777
thailand (1)
THB
672.49
683.25
european-union
EUR
24,142
24,626
china
CNY
2,932
2,990
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-09-12T090623.571
ປິດເສັ້ນທາງ ແຕ່ສາມແຍກດອນຈັນ ຫາ ສີ່ແຍກໄຟແດງ ວິທະຍາໄລເຕັກນິກລາວ-ເຢຍລະມັນ
pele - 2025-09-11T163146.201
ກວດຄວາມພ້ອມກຽມຝຶກຊ້ອມຮ່ວມລາວ-ຣັດເຊຍ
pele - 2025-09-11T154026.474
ນວ ທາບທາມບຸກຄະລາກອນອອກສະໝັກຮັບເລືອກຕັ້ງ ເຂົ້າໃນຄະນະບໍລິຫານງານພັກ
jane (24)
ທ່ານ ພູໂຂງ ສີສຸລາດ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ສ ອາເມລິກາ
jane (23)
ຄົ້ນຄວ້າການສະເໜີຂໍອະໄພຍະໂທດ ປະຈຳປີ 2025
site cover1 - 2025-09-11T095812.728
ເບິ່ງສະເປັກແລະຟີເຈີ iPhone 17 Series ທຸກລຸ້ນ ຄົບຈົບໃນທີ່ດຽວ
pele - 2025-09-11T095635.506
ຊຽງຂວາງ ຫວັງສູ້ຊົນບໍ່ໃຫ້ຫຼຸດ 9 ຫຼຽນຄຳໃນງານກິລາແຫ່ງຊາດ ຄັ້ງທີ XII 2025 ທີ່ນະຄອນຫຼວງວຽງຈັນ
jane (22)
ເບິ່ງດວງການງານ-ເງິນ ແລະ ຄວາມຮັກຄົບຈົບປະຈຳວັນທີ 11 ກັນຍາ 2025 ໄດ້ແລ້ວ
pele - 2025-09-11T092539.365
ໄດ້ປັບຂຶ້ນລາຄານ້ຳມັນກາຊວນ ແຕ່ແອັດຊັງປັບລົງ ເລີ່ມປະຕິບັດແລ້ວແຕ່ເວລາ 06:00 ໂມງຂອງມື້ນີ້
jane (20)
ເບິ່ງດວງລາຍວັນປະຈຳວັນພຸດ ທີ 10 ກັນຍາ 2025ໄດ້ທີ່ນີ້ເລີຍ
ຢ່າລື່ມກົດຕິດຕາມ