ທາງບັນລະຍາວິທະຍາສາດ ແລະ ວິສະວະກຳສາດຂອງມະຫາວິທະຍາໄລ Kwansei Gakuin ໄດ້ນຳສະເໜີງານວິໄຈໃນງານ Interaction 2025 ສະແດງໃຫ້ເຫັນວ່າການເລ່ນເກມ VR ທີ່ອອກແບບມາເປັນພິເສດ ຊ່ວຍປັບປຸງການເບິ່ງເຫັນໄດ້ຢ່າງມີໝາຍສຳຄັນພາຍໃຕ້ສະຖານະການບາງຢ່າງ
ເຊັ່ນເກມຍິງປືນທີ່ຜູ້ຫຼິ້ນຈະໃຊ້ຄອນໂທຣເລີເລັງ ແລະ ຍິງໄປທີ່ເປົ້າວົງມົນ ເມື່ອເປົ້າຖືກຍິງກໍຈະຖືກດັນໃຫ້ຖອຍຫ່າງອອກໄປ ເຮັດໃຫ້ຜູ້ຫຼິ້ນໄດ້ຝຶກເບິ່ງທັງໃນລະຍະໃກ້ ແລະ ໄກ ໂດຍນັກວິໄຈໄດ້ທົດສອບກັບກຸ່ມຕົວຢ່າງ 10 ຄົນ ທີ່ບໍ່ມີພະຍາດທາງສາຍຕາ ຫຼິ້ນເກມນີ້ໃນຊ່ວງເວລາຕ່າງໆ ຕິດຕໍ່ກັນ 6 ອາທິດ ແລ້ວວັດຜົນທີ່ກ່ຽວຂ້ອງກັບການເບິ່ງເຫັນຂອງພວກເຂົາ
ເຖິງແມ່ນວ່າຜູ້ເຂົ້າຮ່ວມບາງຄົນຈະບໍ່ຄ່ອຍໄດ້ຫຼິ້ນເກມນີ້ ຫຼິ້ນປະມານສາມວັນຕໍ່ຄັ້ງ ແຕ່ທຸກຄົນກໍສະແດງໃຫ້ເຫັນເຖິງການເບິ່ງເຫັນທີ່ດີຂຶ້ນ ເມື່ອທຽບກັບຄ່າທີ່ວັດໄວ້ກ່ອນການທົດສອບ ສິ່ງທີ່ໜ້າສົນໃຈກໍແມ່ນ ຜູ້ເຂົ້າຮັບການທົດສອບທີ່ມີສາຍຕາສັ້ນລະດັບປານກາງເຖິງຮຸນແຮງພົບວ່າການເບິ່ງ ເຫັນດີຂຶ້ນຢ່າງມີຄວາມໝາຍສຳຄັນ ຊຶ່ງຂຶ້ນກັບຄວາມຖີ່ຂອງການຫຼິ້ນອີກດ້ວຍ ແຕ່ຄົນທີ່ມີສາຍຕາສັ້ນພຽງເລັກນ້ອຍກັບບໍ່ເຫັນຜົນໄດ້ທີ່ແຕກຕ່າງຂະໜາດນັ້ນ
ສ່ວນສາເຫດຍັງບໍ່ແນ່ຊັດ ແຕ່ທິດສະດີທີ່ເປັນໄປໄດ້ຢ່າງໜຶ່ງແມ່ນ ຜູ້ທົດສອບອາດຈະເປັນພະຍາດສາຍຕາສັ້ນປອມ (Pseudomyopia) ຊຶ່ງມີອາການຄືສາຍຕາສັ້ນ ແຕ່ເກີດຈາກການໃຊ້ສາຍຕາຫຼາຍເກີນໄປ ສ່ວນໃຫຍ່ມັກເກີດຈາກການເບິ່ງໜ້າຈໍເປັນເວລາຍາວເກີນໄປ
ຊຶ່ງສາຍຕາສັ້ນປອມອາດພັດທະນາໄປເປັນສາຍຕາສັ້ນແທ້ໄດ້ ຫາກບໍ່ໄດ້ຮັບການຮັກສາ ແລະ ສາມາດເຮັດໃຫ້ກັບຄືນສູ່ສະພາບປົກກະຕິໄດ້ດ້ວຍການຝຶກສາຍຕາ ເຊັ່ນ: ສະລັບລະຫວ່າງການຈ້ອງໃກ້ ແລະ ໄກ ຫຼື ເບິ່ງພາບສາມມິຕິ
ດັ່ງນັ້ນ ມີຄວາມເປັນໄປໄດ້ວ່າຄົນທີ່ມີການເບິ່ງເຫັນທີ່ດີຂຶ້ນອາດຈະເປັນພຽງສາຍຕາສັ້ນປອມເທົ່ານັ້ນ ເນື່ອງຈາກກຸ່ມຕົວຢ່າງທັງໝົດ ແມ່ນນັກຮຽນຂອງຫຼັກສູດສາຂາວິຊາທີ່ສຶກສາກ່ຽວກັບການຈັດການຂໍ້ມູນ ແລະ ເທັກໂນໂລຊີ ຊຶ່ງມັກຈະໃຊ້ເວລາຢູ່ໜ້າຄອມພິວເຕີເປັນເວລາຍາວໆ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,455 | 21,731 |
![]() THB | 648.35 | 660.67 |
![]() EUR | 23,023 | 23,484 |
![]() CNY | 2,898 | 2,956 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,230 |
![]() | 22,560 |
![]() | 18,370 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 34,080,000 | 34,610,000 |
![]() | 33,730,000 | 34,719,000 |