ຊຶ່ງອາດຈະເປັນໂອກາດທີ່ສອງເສດຖະກິດທີ່ໃຫຍ່ທີ່ສຸດຂອງໂລກຈະຄາຍຄວາມຕຶງຄຽດທາງການຄ້າ ຈາກການທີ່ສະຫະລັດຕັ້ງກຳແພງພາສີສູງກີດກັນສິນຄ້າ ແລະ ຈີນຕອບໂຕ້ດ້ວຍຄວບຄຸມການສົ່ງອອກແຮ່ຫາຍາກທີ່ຈີນເປັນເຈົ້າຕະຫຼາດ
ທັງສອງຝ່າຍກ່າວຫາອີກຝ່າຍວ່າຜິດຂໍ້ຕົກລົງທີ່ເຮັດໄວ້ ທີ່ເຈນີວາໃນເດືອນພຶດສະພາ ທັງສອງຝ່າຍພະຍາຍາມຈະຫຼຸດລະດັບຄວາມຮຸນແຮງຂອງສົງຄາມການຄ້າລົງ ຄວາມສຳພັນຂອງທັງສອງປະເທດຕົກຕ່ຳລົງ ຕັ້ງແຕ່ປະທານາທິບໍດີໂດນັລ ທຣຳກັບມາຕຳລົງຕຳແໜ່ງຢູ່ທຳນຽບຂາວ ສົ່ງຜົນໃຫ້ບໍລິສັດຕ່າງໆ ແລະ ນັກລົງທຶນເກີດຄວາມບໍ່ແນ່ນອນ
ຈີນກ່າວເມື່ອວັນເສົາວ່າໄດ້ອະນຸມັດຄຳຂໍສົ່ງອອກແຮ່ຫາຍາກບາງສ່ວນ ໂດຍບໍ່ໄດ້ລະບຸວ່າປະເທດ ຫຼື ອຸດສາຫະກຳໃດມີສ່ວນກ່ຽວຂ້ອງ ຫຼັງຈາກທີ່ທຣຳກ່າວເມື່ອວັນສຸກວ່າ ປະທານາທິບໍດີສີຈິ້ນຜິງຂອງຈີນ ຕົກລົງທີ່ຈະເລີ່ມກະບວນການສົ່ງອອກແຮ່ທາດ ແລະ ແມ່ເຫຼັກອີກຄັ້ງ
“ພວກເຮົາຕ້ອງການໃຫ້ແຮ່ທາດຫາຍາກ ແມ່ເຫຼັກຊຶ່ງມີຄວາມສຳຄັນຕໍ່ການຜະລິດໂທລະສັບມືຖື ແລະ ທຸກສິ່ງທຸກຢ່າງໄຫຼວຽນໄປຄືຢ່າງທີ່ເຄີຍເກີດຂຶ້ນກ່ອນຕົ້ນເດືອນເມສາ ແລະ ພວກເຮົາບໍ່ຢາກໃຫ້ຂໍ້ຂັດຂ້ອງທາງເທັກນິກໃດໆ ມາເຮັດໃຫ້ເລື່ອງນີ້ຊ້າລົງ” ເຄວິນ ແຮສເຊັດ ປະທານສະພາເສດຖະກິດແຫ່ງຊາດທີ່ທຳນຽບຂາວ ກ່າວເມື່ອວັນອາທິດໃນລາຍການ Face the Nation ຂອງທີວີຊີບີເອສ “ແລະ ນັ້ນກໍຊັດເຈນສຳລັບພວກເຂົາ”
ຄວາມຕຶງຄຽດດ້ານການຄ້າລະຫວ່າງສະຫະລັດ ແລະ ຈີນທະວີຄວາມຮຸນແຮງຂຶ້ນໃນປີນີ້ ເນື່ອງຈາກການຂຶ້ນພາສີສິນຄ້າຂອງທັງສອງ ສົ່ງຜົນໃຫ້ພາສີອາກອນ ສູງເກີນ 100% ກ່ອນທີ່ຈະຖືກລະງັບໄວ້ຊົ່ວຄາວ ເຖິງແມ່ນວ່າຂໍ້ຕົກລົງ ທີ່ເຈນີວາຈະມຸ່ງໝາຍທີ່ຈະປູທາງໄປສູ່ການຫຼຸດຄວາມຕຶງຄຽດໃນວົງກວ້າງຂຶ້ນ ແຕ່ການເຈລະຈາທີ່ຕາມມາກໍຢຸດຊະງັກລົງຢ່າງໄວທ່າມກາງການຂັດແຍ້ງຊຶ່ງກັນ ແລະ ກັນ
ສະຫະລັດວິພາກວິຈານ ກ່ຽວກັບການຫຼຸດລົງຂອງການຈັດສົ່ງແມ່ເຫຼັກຫາຍາກຊຶ່ງຈຳເປັນຕໍ່ຍານຍົນໄຟຟ້າ ແລະ ລະບົບປ້ອງກັນປະເທດຂອງສະຫະລັດ
ໃນຂະນະທີ່ຈີນບໍ່ພໍໃຈກັບຂໍ້ຈຳກັດທີ່ເຂັ້ມງວດຍິ່ງຂຶ້ນຂອງສະຫະລັດກ່ຽວກັບ ຊິບປັນຍາປະດິດຈາກບໍລິສັດ Huawei Technologies ການເຂົ້າເຖິງເທັກໂນໂລຊີຂັ້ນສູງອື່ນໆ ແລະ ການກີດກັນນັກສຶກສາຕ່າງປະເທດໃນສະຫະລັດ
ເວລາຜ່ອນຜັນພາສີນຳເຂົ້າສິນຄ້າຈີນຂອງສະຫະລັດຈະສິ້ນສຸດລົງໃນເດືອນສິງຫາ ຍົກເວັ້ນແຕ່ທຣຳຈະຕັດສິນໃຈຂະຫຍາຍເວລາອອກໄປ ຫາກບໍ່ສາມາດບັນລຸຂໍ້ຕົກລົງໄດ້
ທຳນຽບຂາວກ່າວວ່າທຣຳມີແຜນທີ່ຈະປັບອັດຕາພາສີໃຫ້ເທົ່າກັບລະດັບທີ່ລາວປະກາດໄວ້ເມື່ອເດືອນເມສາ ຫຼື ຫຼຸດຈຳນວນລົງໃຫ້ເກີນກວ່າລະດັບພື້ນຖານ 10% ໃນປັດຈຸບັນ
ທີ່ກຸງລອນດອນ ລັດຖະມົນຕີກະຊວງການຄັງສະຫະລັດ ສກັອດ ເບສເຊນ ລັດຖະມົນຕີກະຊວງພການຄ້າ ຮາວເວີດ ລັດນິກ ແລະ ຜູ້ແທນການຄ້າສະຫະລັດ ຈາມີສັນ ກຣີເອີ ຈະເຂົ້າພົບກັບຄະນະຜູ້ແທນຈີນທີ່ນຳໂດຍຮອງນາຍົກລັດຖະມົນຕີ ເຫີ ລີ່ເຟີງ
ທຣຳມີມຸມມອງເຊີງບວກຕໍ່ຄວາມສຳພັນທີ່ປັ່ນປວນຕັ້ງແຕ່ລາວດຳລົງຕຳແໜ່ງໃນເດືອນມັງກອນ ໂດຍໂພສລົງເທິງໂຊຊຽວມີເດຍລະບຸວ່າການເຈລະຈາໜ້າຈະດຳເນີນໄປໄດ້ດ້ວຍດີ
ເຖິງແມ່ນວ່າການໂທລະສັບລະຫວ່າງທຣຳ ແລະ ສີຈິ້ນຜິງເມື່ອອາທິດທີ່ແລ້ວຈະເຮັດໃຫ້ ວໍສະຕິດມີຄວາມຫວັງໃນການຫຼຸດພາສີລະຫວ່າງຄູ່ຄ້າທາງການຄ້າ ແຕ່ນັກລົງທຶນກໍບໍ່ຄາດຫວັງຫຼາຍ
ເຖິງແມ່ນທຣຳຈະສັນຍາວ່າຈະປັບປຸງຄວາມສຳພັນທາງການຄ້າຂອງສະຫະລັດ ແຕ່ປະທານາທິບໍດີສະຫະລັດກໍໄດ້ບັນລຸຂໍ້ຕົກລົງການຄ້າສະບັບໃໝ່ພຽງສະບັບດຽວ ຄື ກັບສະຫະລາດຊະອານາຈັກ
“ທັງສອງຝ່າຍເກີດຄວາມສັບສົນ ເຂົ້າໃຈຜິດ ຫຼື ຕີຄວາມຜິດໂດຍເຈດຕະນາ ຂຶ້ນຢູ່ກັບຄວາມຄິດເຫັນຂອງແຕ່ລະຄົນວ່າຈະຕົກລົງຢ່າງໃດ” ຈອຊ ລິບສະກີ ປະທານເສດຖະສາດລະຫວ່າງປະເທດຂອງສະພາແອດແລນຕິກກ່າວ “ທັງສອງຝ່າຍປ່ອຍໃຫ້ມີການຕີຄວາມຫຼາຍຈົນເກີນໄປ ແລະ ທຸກຝ່າຍຕ້ອງຈ່າຍລາຄາສຳລັບເລື່ອງນີ້ໃນຊ່ວງບໍ່ເທົ່າໃດອາທິດລະຫວ່າງນັ້ນ”
ຫຼັງຈາກຜູ້ນຳທັງສອງໄດ້ໂອລົມກັນແລ້ວ ກະຊວງຕ່າງປະເທດຂອງຈີນກ່າວວ່າທຣຳບອກກັບສີຈິ້ນຜິງວ່ານັກສຶກສາຈີນສາມາດມາຮຽນທີ່ສະຫະລັດໄດ້ ຕໍ່ມາທຣຳກ່າວວ່າຈະເປັນ “ກຽດ” ຂອງເຂົາທີ່ຈະຕ້ອນຮັບພວກເຂົາ
ເຖິງຂະນະນີ້ ສີຈິ້ນຜິງ ເບິ່ງຄືຈະເດີມພັນວ່າການຣີເຊັດຄວາມສຳພັນຈະນຳໄປສູ່ໄຊຊະນະທີ່ຈັບຕ້ອງໄດ້ໃນອາທິດ ແລະ ເດືອນຕໍ່ໄປ ລວມເຖິງການຫຼຸດພາສີອາກອນ ການຜ່ອນຜັນການຄວບຄຸມການສົ່ງອອກ ແລະ ທ່າທີທີ່ບໍ່ຕຶງຄຽດ
ສະຫະລັດ ແລະ ຈີນ “ຕ້ອງການກັບໄປທີ່ຈຸດທີ່ພວກເຂົາເຄີຍຕົກລົງກັນທີ່ສະວິດເຊີແລນ ເພື່ອເຮັດຂໍ້ຕົກລົງກັນວ່າແມ່ນຫຍັງແດ່ທີ່ຈະຕ້ອງມີໃບອະນຸຍາດ ແມ່ນຫຍັງທີ່ໄດ້ຮັບອະນຸຍາດ ແມ່ນຫຍັງທີ່ບໍ່ໄດ້ຮັບໃບອະນຸຍາດ” ລິບສະກີກ່າວ
ຈີນຜະລິດແຮ່ຫາຍາກເກືອບ 70% ຂອງໂລກຊຶ່ງມີຄວາມສຳຄັນຕໍ່ການຜະລິດຍົນສູ້ຮົບ ແທ່ງຄວບຄຸມເຄື່ອງປະຕິກອນນິວເຄລຍ ແລະ ເທັກໂນໂລຊີສຳຄັນອື່ນໆ
ຄໍຣີ ຄອມບ໌ ຮອງຜູ້ອຳນວຍການບໍລິສັດທີ່ປຶກສາ Trivium China ຊຶ່ງຊ່ຽວຊານດ້ານຫ່ວງໂຊ່ອຸປະທານ ກ່າວວ່າວໍຊິງຕັນຍັງຄົງຕ້ອງໃຊ້ເວລາອີກ 10 ປີກວ່າຈະໄດ້ແຮ່ທາດຫາຍາກມາຄອບຄອງໂດຍອິດສະລະຈາກປັກກິ່ງ ພ້ອມທັງຕັ້ງຂໍ້ສັງເກດວ່າບໍລິສັດຈີນໄດ້ພັດທະນາທາງເລືອກອື່ນທີ່ມີປະສິດທິພາບແທນຊິບຂອງສະຫະລັດສ່ວນໃຫຍ່ແລ້ວ
“ອຳນາດການຕໍ່ລອງຂອງຈີນນັ້ນມີສູງກວ່າຂອງສະຫະລັດຫຼາຍໃນຕອນນີ້” ລາວກ່າວເສີມ “ຂ້ອຍບໍ່ແນ່ໃຈວ່າວິທີນີ້ຈະໄດ້ຜົນດີສຳລັບສະຫະລັດຫຼືບໍ່”
ຜູ້ສົ່ງອອກແຮ່ທາດຫາຍາກຕ້ອງຍື່ນຂໍໃບອະນຸຍາດຈາກກະຊວງການຄ້າ ຊຶ່ງກະບວນການດັ່ງກ່າວບໍ່ໂປ່ງໃສ ແລະ ກວດສອບໄດ້ຍາກ ເຮັດໃຫ້ເຈົ້າໜ້າທີ່ສາມາດເປີດ ແລະ ປິດກະບວນການສົ່ງອອກໄດ້ອີກຄັ້ງໂດຍທີ່ໂລກພາຍນອກບໍ່ສາມາດຮັບຮູ້ເຫດຜົນທີ່ແທ້ຈິງໄດ້
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,455 | 21,731 |
![]() THB | 648.35 | 660.67 |
![]() EUR | 23,023 | 23,484 |
![]() CNY | 2,898 | 2,956 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,230 |
![]() | 22,560 |
![]() | 18,370 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 34,080,000 | 34,610,000 |
![]() | 33,730,000 | 34,719,000 |