_cover (25)
ເກົາຫຼີເໜືອຍ້າຍ "ເຮືອຮົບພິຄາດ" ຈອດໃກ້ຊາຍແດນຣັດເຊຍ ເລັ່ງຊ່ອມແປງໃຫ້ທັນຄຳສັ່ງຄິມ ຈອງອຶນ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 9 June, 2025
ໝວດ: ຂ່າວ

ພາບຖ່າຍຈາກດາວທຽມທີ່ບັນທຶກໄດ້ເມື່ອວານນີ້ (8 ມິຖຸນາ) ໂດຍບໍລິສັດ Maxar Technologies ເປີດເຜີຍຂໍ້ມູນໃໝ່ກ່ຽວກັບ “ເຮືອພິຣົບຄາດ” ຂະໜາດ 5,000 ຕັນ ຂອງເກົາຫຼີເໜືອວ່າໃນຂະນະນີ້ມັນຖືກຍ້າຍໄປຈອດທີ່ “ອູ່ເຮືອແຫ້ງ”

 

ບໍ່ຮູ້ຊື່ໃນທ່າເຮືອຣາຈິນ ຊຶ່ງຕັ້ງຢູ່ໃກ້ກັບຊາຍແດນຕິດຣັດເຊຍເປັນທີ່ຮຽບຮ້ອຍແລ້ວ ຫຼັງຈາກເມື່ອວັນທີ່ 21 ພຶດສະພາ ທີ່ຜ່ານມາເຮືອຮົບພິຄາດລຳນີ້ທີ່ເກົາຫຼີເໜືອກ່າວວ່າມັນແມ່ນສຸດຍອດຍຸທະໂທປະກອນຂອງປະເທດເກີດຄວາມຜິດພາດລະຫວ່າງພິທີເປີດຕົວເຮືອທີ່ສ້າງຄວາມບໍ່ພໍໃຈ ໃຫ້ກັບ ຄິມ ຈອງ-ອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອຢ່າງຫຼາຍ

 

ຢູ ຈີ-ຮຸນ ນັກວິໄຈຮ່ວມທີ່ສະຖາບັນວິເຄາະການປ້ອງກັນປະເທດຂອງເກົາຫຼີໃຕ້ກ່າວວ່າອູ່ເຮືອແຫ້ງ ໃນທ່າເຮືອຣາຈິນນີ້ມີສິ່ງອຳນວຍຄວາມສະດວກສຳລັບການຊ່ອມແປງ ແລະ ບຳລຸງຮັກສາເຮືອຮົບພິຄາດຂອງເກົາຫຼີເໜືອໄດ້ ແລະ ການຍ້າຍເຮືອໄປໃນພື້ນທີ່ຕິດຊາຍແດນຂອງຣັດເຊຍເປັນຄວາມພະຍາຍາມຄັ້ງສຳຄັນຂອງເກົາຫຼີເໜືອ

 

ທີ່ສະແດງໃຫ້ເຫັນວ່າຕ້ອງການກະຊັບຄວາມສຳພັນທາງເສດຖະກິດ ແລະ ການທະຫານກັບຣັດເຊຍໃຫ້ເລິກຊຶ້ງຫຼາຍຍິ່ງຂຶ້ນ ຊຶ່ງຈາກລາຍງານໃນປີ 2024 ຂອງສະຖາບັນການທະຫານຂອງສະຫະລັດໄດ້ມີການອະທິບາຍພື້ນທີ່ບໍລິເວນນີ້ວ່າເປັນຈຸດສຳຄັນຂອງຄວາມຮ່ວມມືລະຫວ່າງເກົາຫຼີເໜືອ ແລະ ຣັດເຊຍ ອີກທັງຄາດວ່າບໍລິເວນທ່າເຮືອດັ່ງກ່າວມີສ່ວນກ່ຽວຂ້ອງກັບການຈັດສົ່ງອາວຸດຂອງເກົາຫຼີເໜືອໄປຍັງຣັດເຊຍເພື່ອໃຊ້ໃນຢູເຄຣນດ້ວຍ

 

ຍ້ອນໄປເມື່ອອາທິດທີ່ແລ້ວສື່ທາງການເກົາຫຼີເໜືອລາຍງານວ່າການຊ່ອມແປງ ເຮືອຮົບພິຄາດທີ່ອູ່ເຮືອແຫ້ງຣາຈິນຄາດວ່າຈະໃຊ້ເວລາປະມານ 7-10 ວັນ

 

ຊຶ່ງເປັນໄປຕາມກຳຫນົດການຂອງຜູ້ນຳຄິມ ຈອງ-ອຶນ ທີ່ສັ່ງການເດັດຂາດວ່າເຮືອພິຄາດນີ້ຕ້ອງກັບມາໃຊ້ງານໄດ້ອີກຄັ້ງ ເຖິງແມ່ນວ່າໄລຍະເວລາການຊ່ອມແປງເຮືອຄວນຂຶ້ນຢູ່ກັບຄວາມເສຍຫາຍຫຼາຍ-ນ້ອຍທີ່ເກີດຂຶ້ນຈິງກໍຕາມ

 

ຊຶ່ງຄິມເຄີຍອອກມາກ່າວລະບົບໂຊນາ ແລະ ລະບົບຄົ້ນຫາຄວາມເລິກຂອງເຮືອທີ່ຕິດຕັ້ງຢູ່ສ່ວນຫົວເຮືອໄດ້ຮັບຄວາມເສຍຫາຍລະຫວ່າງການເປີດຕົວທີ່ຜິດພາດ ແລະ ຄິມຄິດວ່າເກົາຫຼີເໜືອຂາດເທັກໂນໂລຊີທີ່ຈະຊ່ອມແປງລະບົບເຫຼົ່ານັ້ນຈຶ່ງມີແນວໂນ້ມວ່າຈະຕ້ອງຂໍຄວາມຊ່ວຍເຫຼືອໄປທາງຈີນ ແລະ ຣັດເຊຍ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Thursday, 11 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,508
21,785
thailand (1)
THB
674.83
685.96
european-union
EUR
24,220
24,704
china
CNY
2,949
3,008
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-09-11T163146.201
ກວດຄວາມພ້ອມກຽມຝຶກຊ້ອມຮ່ວມລາວ-ຣັດເຊຍ
pele - 2025-09-11T154026.474
ນວ ທາບທາມບຸກຄະລາກອນອອກສະໝັກຮັບເລືອກຕັ້ງ ເຂົ້າໃນຄະນະບໍລິຫານງານພັກ
jane (24)
ທ່ານ ພູໂຂງ ສີສຸລາດ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ສ ອາເມລິກາ
jane (23)
ຄົ້ນຄວ້າການສະເໜີຂໍອະໄພຍະໂທດ ປະຈຳປີ 2025
site cover1 - 2025-09-11T095812.728
ເບິ່ງສະເປັກແລະຟີເຈີ iPhone 17 Series ທຸກລຸ້ນ ຄົບຈົບໃນທີ່ດຽວ
pele - 2025-09-11T095635.506
ຊຽງຂວາງ ຫວັງສູ້ຊົນບໍ່ໃຫ້ຫຼຸດ 9 ຫຼຽນຄຳໃນງານກິລາແຫ່ງຊາດ ຄັ້ງທີ XII 2025 ທີ່ນະຄອນຫຼວງວຽງຈັນ
jane (22)
ເບິ່ງດວງການງານ-ເງິນ ແລະ ຄວາມຮັກຄົບຈົບປະຈຳວັນທີ 11 ກັນຍາ 2025 ໄດ້ແລ້ວ
pele - 2025-09-11T092539.365
ໄດ້ປັບຂຶ້ນລາຄານ້ຳມັນກາຊວນ ແຕ່ແອັດຊັງປັບລົງ ເລີ່ມປະຕິບັດແລ້ວແຕ່ເວລາ 06:00 ໂມງຂອງມື້ນີ້
jane (20)
ເບິ່ງດວງລາຍວັນປະຈຳວັນພຸດ ທີ 10 ກັນຍາ 2025ໄດ້ທີ່ນີ້ເລີຍ
jane (20)
ແຈ້ງການມອດໄຟວັນທີ 26/09/2025
ຢ່າລື່ມກົດຕິດຕາມ