_cover (29)
ລັດຖະບານ ກຳລັງພິຈາລະນາຂໍ້ສະເຫນີຂອງບໍລິສັດ COMAC ຂອງຈີນ ຂໍສະເຫນີຖືຫຸ້ນ ການບິນລາວ 51%
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 11 June, 2025
ໝວດ: ຂ່າວ

ລັດຖະບານ ກຳລັງພິຈາລະນາຂໍ້ສະເຫນີຂອງບໍລິສັດ COMAC ຂອງຈີນ ຂໍສະເຫນີຖືຫຸ້ນ ການບິນລາວ 51%

 

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ໄດ້ກ່າວໃນກອງປະຊຸມ ສະໄໝສາມັນ ເມື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ 9 ທ່ານກ່າວວ່າ: ລັດຖະບານ ກຳລັງຄົ້ນຄວ້າ ພິຈາລະນາ ການສະເໜີ​ຂອງ ບໍລິສັດ COMAC ໃນການຮ່ວມທຶນ “COMAC”

 

 

ການສະເໜີ​ຂໍເປັນ​ຜູ້ຖື​ຮຸ້ນໃນອັດຕາ 51%, ແລະ ສະເໜີນຳ​ໃຊ້ເຮືອບິນ ທີ່​ເປັນ​ຜະ​ລິດ​ຕະ​ພັນ​ຂອງ ບໍລິສັດ “COMAC” ເຂົ້າ​ໃນການດໍາເນີນທຸລະກິດໃນການໃຫ້​ບໍ​ລິ​ການດ້ານການບິນ ແລະ ສະ​ເໜີ​ແກ້ໄຂ ຫຼື ຍົກໜີ້ ຜ່ານ​ຂອງການບິນລາວ ອອກຈາກ​ບັນ​ຊີ​ ຂອງ​ການ​ບິນ​ລາວ…

ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນໄດ້ກ່າວຕື່ມວ່າ ລັດຖະບານ ພວມເລັ່ງໃຫ້​ ບໍ​ລິ​ສັດກວດ​ສອບ​ເອ​ກະ​ລາດ ມາ​ກວດ ແລະ ຢັ້ງ​ຢືນມູນ​ຄ່າ​ຊັບ​ສິນ​ ຂອງ​ລັດ​ວິ​ສາ​ຫະ​ກິດ​ ການ​ບິນ​ລາວ ໃຫ້ໄດ້ຂໍ້ສະຫຼຸບຢ່າງເປັນທາງການ,
ແຕ່ຢ່າງໃດກໍຕາມ,

 

 

“ໃນບົດລາຍງານເຕັມຂອງລັດຖະບານ ກໍໄດ້ລະບຸໄວ້ວ່າ: ການສະເໜີເຂົ້າມາຖື ຮຸ້ນ 51% ນັ້ນບໍ່ສອດຄ່ອງກັບທິດທາງທີ່ລັດຖະບານກໍານົດໃຫ້ຮັກສາຮຸ້ນສ່ວນໃຫຍ່ ຂອງຫົວໜ່ວຍຍຸດທະສາດໄວ້ຢ່າງຕໍ່າ 51%”

 

(ຖ້າຕົກລົງກັນບໍ່ໄດ້ ແມ່ນ ຈະຕ້ອງໄດ້ສະເໜີຂັ້ນເທິງພິຈາລະນາ) ຄາດວ່າຈະສາມາດ ເຊັນສັນຍາຮ່ວມທຶນໄດ້ໃນໄຕມາດ 3 ຂອງປີ 2025.

ຜ່ານມາ ລັດວິ​ສາຫະກິດ ການບິນ​ລາວ​ ໄດ້​ສຸມ​ປະຕິຮູບຫຼາຍດ້ານ ແລະ ໄດ້ຮັບຄວາມເອົາໃຈໃສ່ຈາກພັກລັດ ໃນການແກ້ໄຂພາລະໜີ້ສິນ ໃນຖານະສາຍການບິນແຫ່ງຊາດ

 

The Commercial Aircraft Corporation of China, Ltd COMAC ແມ່ນ​ບໍ​ລິ​ສັດ​ອະ​ວະ​ກາດ​ແຫ່ງ​ລັດ​ຂອງ​ຈີນ​ໄດ້​ສ້າງ​ຕັ້ງ​ຂຶ້ນ​ໃນ​ວັນ​ທີ 11 ພຶດ​ສະ​ພາ 2008 ຢູ່​ນະ​ຄອນ​ຊຽງ​ໄຮ, ສໍານັກງານໃຫຍ່ແມ່ນຢູ່ໃນ ປູດົງ, ຊຽງໄຮ, ບໍລິສັດມີທຶນຈົດທະບຽນ 19 ຕື້ຢວນ.

ຂໍ້ມູນຈາກ: ແອໂຣລາວ, ສະພາແຫ່ງຊາດ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Thursday, 30 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
666.13
677.45
european-union
EUR
24,187
24,671
china
CNY
2,964
3,023
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 30 October, 2025
ຊະນິດນ້ຳມັນ
ລາຄາ
28,780
23,700
19,620
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Thursday, 30 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,920,000
43,450,000
42,426,000
43,559,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-30T164337.794
" ທຣຳ " ປະກາດຂໍ້ຕົກລົງກັບຈີນ ຫຼຸດຜ່ອນພາສີນຳເຂົ້າລົງເປັນ 47% ຫຼັງຈາກພົບປະກັບ" ສີ ຈິ້ນຜິງ "
jane - 2025-10-30T160331.053
ໃຜທີ່ເຄັ່ງຄຽດລອງເບິ່ງ! ມາຮູ້ຈັກກັບເພງ "Weightless" ເພງທີ່ຖືກຍົກຍ້ອງວ່າ "ຜ່ອນຄາຍທີ່ສຸດໃນໂລກ"
pele - 2025-10-30T160813.940
ພະຍາດໄອໄກ່ ສາມາດປ້ອງກັນໄດ້ດ້ວຍວັກຊິນ
pele - 2025-10-30T153437.852
ພົນລະເມືອງ ອີຢູ ຫລາຍກວ່າ 50% ສະໜັບສະໜູນການເປີດກວ້າງກຸ່ມ
site cover1 - 2025-10-30T152648.845
ຄວາມສ່ຽງທີ່ບໍ່ຄວນມອງຂ້າມ ເມື່ອການກົດອະນຸຍາດແອັບພລິເຄຊັນກາຍເປັນຊ່ອງໂຫວ່ຄວາມປອດໄພ
jane - 2025-10-30T143338.230
ແຂວງເຊກອງ ຈູດທຳລາຍຢາເສບຕິດ ໃນໂອກາດສະຫຼອງວັນຕ້ານຢາເສບຕິດ ແຫ່ງຊາດ
site cover1 - 2025-10-30T134609.985
Nvidia ລົງທຶນ 3.2 ໝື່ນລ້ານ ຊື້ຫຸ້ນ Nokia ຮ່ວມກັນພັດທະນາເທັກໂນໂລຊີ AI ແລະ 6G
jane - 2025-10-30T132842.383
ກຳນົດໂມງປິດ-ເປີດ ໃຫ້ສັນຈອນຜ່ານ ພູເກົ້າຫລັກ ກາສີ-ເມືອງນານ ເລີ່ມແຕ່ວັນທີ 30 ຕຸລາ 2025 ເປັນຕົ້ນໄປດັ່ງນີ້:
jane - 2025-10-30T131045.893
'ທຣຳ' ພົບກັບ 'ສີ ຈິ້ນຜິງ' ແລ້ວແບບໜ້າຕໍ່ໜ້າໃນຮອບຫຼາຍກວ່າ 6 ປີ ແກ້ໄຂບັນຫາສົງຄາມການຄ້າ
site cover1 - 2025-10-30T114208.655
ການຄົ້ນຄວ້າຊີ້ໃຫ້ເຫັນ! ຜູ້ຊາຍ "ສະໝອງຫົດ" ໄວກວ່າແມ່ຍິງ ແຕ່ແມ່ຍິງກໍ່ຍັງມີຄວາມສ່ຽງ "ສະໝອງເສື່ອມ" ຫຼາຍກວ່າ 2 ເທົ່າ
ຢ່າລື່ມກົດຕິດຕາມ