_cover (30)
ໂດນາລ ທຣຳ ພະເດັດສຶກກັບການດຳເນີນງານ "ປົດປ່ອຍລອສແອນເຈລິສ" ຈາກກຸ່ມປະທ້ວງທີ່ເຜົາທຸງອາເມລິກາ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 11 June, 2025
ໝວດ: ຂ່າວ

ນັກຂ່າວຖືກຍິງດ້ວຍກະສຸນຢາງ, ພາບຄວາມຮຸນແຮງ, ການເຜົາລົດຍົນ, ຈຸດພຸ, ປະທະກັນຢ່າງໜັກ ນີ້ແມ່ນສິ່ງທີ່ກຳລັງເກີດຂຶ້ນໃນນະຄອນແຫ່ງນາງຟ້າ “ລອສແອນເຈລິສ”

 

ເລີ່ມຕົ້ນຈາກກະແສປະທ້ວງຕ້ານການປາບປາມຜູ້ອົບພະຍົບຜິດກົດໝາຍຂອງທຣຳ ຂະຫຍາຍຕົວເປັນການຈະລາຈົນ ລຸກຮືອເປັນການຊຸມນຸມແຜ່ກະຈາຍໄປຫຼາຍເມືອງທົ່ວປະເທດ ບໍ່ວ່າຈະເປັນແອດແລນຕາ ຊິຄາໂກ ນິວຢອກ ແລະ ຊານຟຣານຊິສໂກ

 

ໂດນາລ ທຣຳ ປະທານາທິບໍດີສະຫະລັດ ເອີ້ນສິ່ງທີ່ເກີດຂຶ້ນໃນລອສແອນເຈລິສວ່າ “ການບຸກລຸກ” ອາເມລິກາ ຂອງພວກຜູ້ອົບພະຍົບໂລກທີສາມ ທີ່ຍົກທຸງຕ່າງປະເທດ ເຜົາທຸງອາເມລິກາ

 

“ເຄີຍໄດ້ຍິນຊື່ລອສແອນເຈລິສບໍ່ ທີ່ຂ້ອຍສົ່ງກໍາລັງພິທັກມາຕຸພູມິຫຼາຍພັນນາຍ ແລະ ນາວິກໂຍທິນຫຼາຍຮ້ອຍນາຍໄປປົກປ້ອງເຈົ້າໜ້າທີ່ ຈາກການໂຈມຕີຂອງກຸ່ມຜູ້ປະທ້ວງທີ່ຮ້າຍກາດແລະຮຸນແຮງ” ທຣຳ ກ່າວປາໄສຢູ່ຖານທັບໃນນອດແຄໂຣໄລນາ ເມື່ອວັນທີ 11 ມິຖຸນາ

 

“ພວກຊ້າຍສຸດໂຕ່ງບອກວ່າ ເຮັດແບບນີ້ບໍ່ໄດ້ ແຕ່ຖ້າເຮົາບໍ່ເຮັດ ຈະບໍ່ເຫຼືອລອສແອນເຈລິສອີກຕໍ່ໄປ ມັນຈະຖືກເຜົາຈົນບໍ່ເຫຼືອຫຍັງ ຄືກັບບ້ານເຮືອນທີ່ຖືກໄຟປ່າເຜົາເມື່ອບໍ່ເທົ່າໃດເດືອນກ່ອນ”

 

“ຜູ້ປະທ້ວງພວກນີ້ ເປັນສັດປ່າທີ່ຖືທຸງຊາດອື່ນ ແຕ່ບໍ່ຖືທຸງອາເມລິກາ ພວກເຂົາເຜົາທຸງອາເມລິກາ” ທຣຳ ປະກາດ

 

ສະຖານະການໃນແອລເອ ຂະຫຍາຍຕົວຈົນຕ້ອງປະກາດລະບຽບຫ້າມອອກໃນເຂດດາວທາວ ເປັນພື້ນທີ່ 2.5 ຕາລາງກິໂລແມັດ ກະທົບປະຊາກອນເກືອບ 1 ແສນຄົນ

 

ເປັນເລື່ອງຈິງທີ່ ແອລເອ ກຳລັງວຸ່ນວາຍ ທຸລະກິດຮ້ານຄ້າຖືກປຸ້ນ ການທຳລາຍເຄື່ອງຂອງ ກາຍເປັນພາບໜ້າຕົກໃຈຢູ່ໜ້າສື່ມວນຊົນ

 

ແຕ່ AFP ລາຍງານວ່າ ຄວາມຈິງແລ້ວການຊຸມນຸມສ່ວນໃຫຍ່ເປັນໄປຢ່າງສະຫງົບ ແຕ່ມີຜູ້ກໍ່ຄວາມບໍ່ສະຫງົບແຝງຕົວ ແລະ ໃຊ້ຄວາມຮຸນແຮງກັບເຈົ້າໜ້າທີ່ແລະຕົວເມືອງ ຂະນະທີ່ຜູ້ວ່າການລັດແຄລິຟໍເນຍ ໂຈມຕີທຣຳວ່າ ເປັນຄົນປຸກປັ່ນຄວາມຮຸນແຮງ ແລະ ກຳລັງທຳລາຍປະຊາທິປະໄຕ

 

ເຖິງຢ່າງໃດກໍຕາມ ສະຖານະການຮຸນແຮງນີ້ເອງ ທີ່ທຣຳໃຊ້ສ້າງຄວາມເປັນທຳ ສົ່ງກໍາລັງພິທັກມາຕຸພູມິ 4 ພັນນາຍ ນາວິກໂຍທິນອີກ 700 ນາຍ ເຂົ້າຄວບຄຸມສະຖານະການ ໃນປະຕິບັດການ “ປົດປ່ອຍລອສແອນເຈລິສ” ຈາກພວກກຸ່ມກໍການຮ້າຍຜູ້ອົບພະຍົບຕ່າງຊາດ ເຖິງແມ່ນວ່າການເຄື່ອນຍ້າຍພົນລະເມືອງຄັ້ງນີ້ ຕ້ອງໃຊ້ພາສີປະຊາຊົນໄປເຖິງ 4,400 ລ້ານບາດກໍຕາມ

 

“ໃນຖານະເປັນຜູ້ບັນຊາການທະຫານສູງສຸດ ຂ້ອຍຈະບໍ່ປ່ອຍໃຫ້ມັນເກີດຂຶ້ນ ສິ່ງທີ່ທ່ານກຳລັງເຫັນຢູ່ແຄລິຟໍເນຍ ແມ່ນການໂຈມຕີສັນຕິພາບ ລະບຽບການ ແລະ ອະທິປະໄຕຊາດ ຈາກກຸ່ມກໍ່ຈະລາຈົນທີ່ຖືທຸງຕ່າງປະເທດ ດ້ວຍເປົ້າໝາຍບຸກລຸກປະເທດຂອງພວກເຮົາ ພວກເຮົາຈະບໍ່ຍອມໃຫ້ເກີດຂຶ້ນ”

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 30 May, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,455
21,731
thailand (1)
THB
648.35
660.67
european-union
EUR
23,023
23,484
china
CNY
2,898
2,956
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele (28)
ໝາກນັດແຊບສາຍພັນນໍ້າເຜິ້ງບ້ານຜາເມືອງ ເມືອງບໍລິຄັນ
_cover (52)
ເຈົ້າໜ້າທີ່ໄທ ສະກັດຈັບ ໜຸ່ມລາວ ອາຍຸ25ປີ ຮັບຈ້າງຂັບລົດຂົນຢາບ້າກວ່າ 6 ລ້ານເມັດ
_cover (51)
ກຸ່ມຕາລີບັນ ໃນອັຟການິສຖານ ຈັບຕາຊີວິດປະຊາຊົນ ຜ່ານກ້ອງວົງຈອນປິດ 100,000 ໜ່ວຍ
pele (27)
ລັດຖະບານຊີເລຍສັ່ງຜູ້ຍິງຕ້ອງໃສ່ບູຣ໌ກີນີ ທີ່ຊາຍຫາດທະເລສາທາລະນະ-ສະລອຍນ້ຳ
_cover (50)
ແອອິນເດຍຖ້ຽວບິນ AI 379 ຖືກຂູ່ວາງລະເບີດ ລົງຈອດສຸກເສີນຢູ່ສະໜາມບິນພູເກັດ ປະທດໄທ
pele (24)
ເທຣນໃໝ່ມາແຮງໃນຈີນ ບໍລິການໃກ້ສ່ວນຕົວຟີວແບບໝູ່ສະນິດ
_cover (49)
ຈີນເຕືອນໄພລະດັບສູງຮັບມື "ພາຍຸຫວູ່ຕິບ" ຍົກເລີກຖ້ຽວບິນ-ປິດໂຮງຮຽນ
site cover1 (2)
ເປີດແອເບີດມື້ ກັບ ເປີດໆປິດໆ ແບບໃດປະຫຍັດໄຟ ຫຼື ກິນໄຟຫຼາຍກວ່າກັນ
_cover (48)
"ຄິມຈອງອຶນ" ຮ່ວມພິທີປ່ອຍເຮືອພິຄາດອີກຄັ້ງ-ປະກາດສ້າງເພີ່ມອີກ 2 ລໍາ
_cover (47)
ລາຄາ "ນ້ຳມັນດິບ" ສູງຂຶ້ນ ນັກລົງທຶນກັງວົນ ຫຼັງອິສຣາເອວໂຈມຕີອີຣ່ານ
ຢ່າລື່ມກົດຕິດຕາມ