_cover (36)
ໂອເປັກ ຄາດການໂລກຍັງຕ້ອງພຶ່ງພາ "ນ້ຳມັນ" ອີກຢ່າງນ້ອຍ 25 ປີ ເລັ່ງເພີ່ມກຳລັງການຜະລິດໄວກວ່າກຳນົດ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 11 June, 2025
ໝວດ: ຂ່າວ

ໂອເປັກ ອົງການກຸ່ມປະເທດຜູ້ສົ່ງອອກນ້ຳມັນ (OPEC) ປະເມີນວ່າ ຄວາມຕ້ອງການພະລັງງານຂອງໂລກຈະເພີ່ມຂຶ້ນເຖິງ 24% ພາຍໃນປີ 2050 ແລະ ຄວາມຕ້ອງການໃຊ້ນ້ຳມັນອາດເກີນ 120 ລ້ານບາເຣວ ຕໍ່ມື້ ໃນຊ່ວງເວລາດັ່ງກ່າວ ຊຶ່ງເປັນໄປໃນທິດທາງດຽວກັບລາຍງານ “World Oil Outlook” ປະຈຳປີ 2024 ຂອງໂອເປັກ

 

ດ້ານສຳນັກງານຂໍ້ມູນຂ່າວສານ ດ້ານພະລັງງານຂອງສະຫະລັດ (EIA) ຄາດການວ່າ ລາຄານ້ຳມັນດິບເບຣນທ໌ (Brent) ຈະຫຼຸດລົງແຕະລະດັບໃກ້ 60 ໂດລາສະຫະລັດຕໍ່ບາເຣວພາຍໃນສິ້ນປີນີ້ ແລະ ຈະສະເລ່ຍຢູ່ທີ່ 59 ໂດລາໃນປີໜ້າ ຊຶ່ງອາດສົ່ງຜົນກະທົບຕໍ່ການຜະລິດນ້ຳມັນຂອງສະຫະລັດ ໂດຍລາຄານ້ຳມັນດິບເບຣນທ໌ໃນຕະຫຼາດໂລກເມື່ອວັນອັງຄານ (10 ມິຖຸນາ 2025) ຢູ່ທີ່ 67.28 ໂດລາຕໍ່ບາເຣວ

 

“ໄຮທາມ ອັລ-ກາອິສ” ເລຂາທິການໂອເປັກກ່າວລະຫວ່າງການປະຊຸມ “Global Energy Show” ທີ່ເມືອງຄັລກາຣີ ປະເທດແຄນາດາວ່າ ຄວາມຕ້ອງການໃຊ້ນ້ຳມັນທົ່ວໂລກຈະຍັງຄົງເຕີບໂຕຢ່າງຕໍ່ເນື່ອງໃນຊ່ວງ 25 ປີຂ້າງໜ້າ ທ່າມກາງການຂະຫຍາຍຕົວຂອງປະຊາກອນໂລກ ພ້ອມລະບຸວ່າ ຍັງບໍ່ມີສັນຍານວ່າຄວາມຕ້ອງການໃຊ້ນ້ຳມັນຈະເຖິງຈຸດສູງສຸດໃນອະນາຄົດອັນໃກ້

 

ນອກຈາກນີ້ ລາວຍັງກ່າວຊື່ນຊົມຄວາມສາມາດຂອງພາກອຸດສາຫະກຳນ້ຳມັນແຄນາດາທີ່ສາມາດເພີ່ມກຳລັງການຜະລິດໄດ້ຫຼາຍໃນຊ່ວງບໍ່ພຍງເທົ່າໃດປີທີ່ຜ່ານມາ

 

ໃນຂະນະດຽວກັນ ໂອເປັກໄດ້ຄ່ອຍໆປັບເພີ່ມການຜະລິດໄວກວ່າກຳນົດເດີມ ໂດຍເພີ່ມກຳລັງການຜະລິດລວມ 411,000 ບາເຣວຕໍ່ມື້ ໃນຊ່ວງເດືອນພຶດສະພາ ເຖິງກໍລະກົດ 2025 ຊຶ່ງເປັນປັດໄຈໜຶ່ງທີ່ກົດດັນລາຄານ້ຳມັນໃຫ້ອ່ອນຕົວລົງໃນຊ່ວງຫຼາຍເດືອນທີ່ຜ່ານມາ ຮ່ວມກັບຄວາມກັງວົນກ່ຽວກັບຜົນກະທົບຈາກສົງຄາມການຄ້າລະຫວ່າງສະຫະລັດ ແລະ ປະເທດຕ່າງໆ ພາຍໃຕ້ການນຳຂອງປະທານາທິບໍດີໂດນາລ ທຣຳ

 

ເລຂາທິການໂອເປັກຍັງໄດ້ເນັ້ນຢ້ຳເຖິງຈຸດຢືນຂອງໂອເປັກທີ່ສະໜັບສະໜູນແນວທາງຫຼຸດການປ່ອຍແກັສເຮືອນແກ້ວ ແຕ່ບໍ່ເຫັນດີກັບການກຳນົດເປົ້າໝາຍດ້ານສິ່ງແວດລ້ອມທີ່ລາວເຫັນວ່າເກີນຈິງ ໂດຍຊີ້ແນວທາງວ່າຄວນພິຈາລະນາໃຊ້ແຫຼ່ງພະລັງງານທຸກປະເພດຢ່າງສົມດຸນ ແທນທີ່ຈະເລືອກສະໜັບສະໜູນພຍງບາງແຫຼ່ງແລ້ວລະເລີຍແຫຼ່ງອື່ນໆ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Thursday, 21 August, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,490
21,766
thailand (1)
THB
660.02
670.18
european-union
EUR
24,038
24,518
china
CNY
2,911
2,969
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-08-21T100529.826
ສະຫວັນນະເຂດ ເປີດໂຄງການກໍ່ສ້າງທາງ ວັດບ້ານນາແກ ຫາ ຂົວມິດຕະພາບ ລາວ-ໄທ II
site cover1 (82)
Kaspersky ຊີ້ພາຍໄພຄຸກຄາມ IT-OT ພຸ່ງສູງໃນເອເຊຍປາຊິຟິກ ຕະຫຼາດເຕີບໂຕ 62 ພັນລ້ານໂດລາປີ 2030
_cover - 2025-08-20T152654.259
ຈີນພັດທະນາຫຸ່ນຍົນທີ່ສາມາດຖືພາແທນມະນຸດ ເປັນໂຕທຳອິດຂອງໂລກ ແລະ ຈະເປີດຕົວຢ່າງເປັນທາງການພາຍໃນ 1 ປີ
pele - 2025-08-20T111617.259
ຄະນະຜູ້ແທນເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ສປ ຈີນ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ
pele - 2025-08-20T100635.516
ສຳເລັດການຝຶກອົບຮົມດົນຕີພື້ນເມືອງລາວ, ສຽງແຄນລາວ, ດົນຕີພື້ນບ້ານ
_cover - 2025-08-18T162202.386
ແຈ້ງການ ປິດນ້ຳປະປາຊົ່ວຄາວ ວັນທີ 19 ສິງຫາ 2025 ຂອບເຂດພື້ນທີ່ບ້ານ ໂພນສະຫວ່າງ, ເມືອງ ຈັນທະບູລີ ແລະ ເຂດໃກ້ຄຽງ
_cover - 2025-08-18T155432.824
ການບໍ່ຖູແຂ້ວກ່ອນນອນ ອາດເພີ່ມຄວາມສ່ຽງຕໍ່ໂລກຫົວໃຈ ອ້າງອີງຈາກບົດຄົ້ນຄ້ວາປະເທດຢີ່ປຸ່ນ
pele - 2025-08-18T154019.544
ເລືອກຕັ້ງຄະນະບໍລິຫານງານສະມາຄົມນັກສຶກສາລາວຮຽນຈາກຈີນ
pele - 2025-08-18T151419.969
ສຂຈ ຈັດການສອບເສັງຄັດເລືອກນັກສຶກສາ ສາຂາຄູພາສາຈີນ
pele - 2025-08-18T135756.072
ເສີມສ້າງທັກສະໃຫ້ພະນັກງານແນວລາວສ້າງຊາດ ຢູ່ ສປ ຈີນ
ຢ່າລື່ມກົດຕິດຕາມ