ມື້ນີ້ (13 ມິຖຸນາ 2025) ສໍານັກຂ່າວຕ່າງປະເທດ ລາຍງານຄວາມຄືບໜ້າເຫດການເຮືອບິນໂບອິງ 787 ດີມໄລເນີ ຂອງສາຍການບິນແອອິນເດຍ ຖ້ຽວບິນ AI171 ປະສົບເຫດຕົກກາງເຂດທີ່ພັກອາໄສໃນເມືອງອາເມດາບັດ ລັດກູຈຣາຕ ທາງຕາເວັນຕົກຂອງອິນເດຍ
ພຽງບໍ່ເຖິງນາທີຫຼັງເຮືອບິນອອກເດີນທາງຈາກສະໜາມບິນອາເມດາບັດ ເພື່ອມຸ່ງໜ້າໄປທີ່ສະໜາມບິນລອນດອນ ແກັດວິກ ນະຄອນລອນດອນ ປະເທດອັງກິດ
ຊ່ວງຄືນທີ່ຜ່ານມາ ເຈົ້າໜ້າທີ່ລໍາລຽງຮ່າງຜູ້ເສຍຊີວິດອອກຈາກທີ່ເກີດເຫດ ທ່າມກາງຊາກຄວາມເສຍຫາຍທີ່ໄຫມ້ດໍາ ແລະ ກະແຈກກະຈາຍທົ່ວບໍລິເວນ ເຊັ່ນດຽວກັບຕົວອາຄານທີ່ໄດ້ຮັບຜົນກະທົບນຳ
ເຈົ້າໜ້າທີ່ລະບຸວ່າ ລໍາລຽງຮ່າງຜູ້ເສຍຊີວິດອອກໄປໄດ້ແລ້ວຢ່າງໜ້ອຍ 265 ຄົນ ໃນຈໍານວນນີ້ເປັນຄົນຈາກເທິງເຮືອບິນ 241 ຄົນ ຊຶ່ງຂະນະເກີດເຫດ ເທິງເຮືອບິນມີຜູ້ໂດຍສານ ແລະ ລູກເຮືອຢູ່ລວມ 242 ຄົນ ເປັນຜູ້ໂດຍສານ 230 ຄົນ ແບ່ງເປັນຄົນອິນເດຍ 169 ຄົນ, ຄົນອັງກິດ 53 ຄົນ, ຄົນໂປຣຕຸເກສ 7 ຄົນ ແລະ ຄົນການາດາອີກ 1 ຄົນ
ຂະນະທີ່ມີນັກບິນ ແລະ ລູກເຮືອລວມ 12 ຄົນ ໂດຍຫົວໜ້ານັກບິນມີຊົ່ວໂມງບິນ 8,200 ຊົ່ວໂມງ
ເຈົ້າໜ້າທີ່ກູ້ໄພເຮັດວຽກຢ່າງໜັກໃນຈຸດເກີດເຫດທີ່ນະຄອນອາເມດາບັດ ຖ້ຽວບິນ AI171 ຂອງແອອິນເດຍ ຕົກໃນເຂດຊຸມຊົນໃກ້ກບສະໜາມບິນ
ສາຍການບິນແອອິນເດຍ ລະບຸວ່າ ເຫດການນີ້ມີຄົນເທິງເຮືອບິນເສຍຊີວິດ 241 ຄົນ ແລະ ລອດຊີວິດປະຕິຫານ 1 ຄົນ ເປັນຜູ້ໂດຍສານຄົນອັງກິດ ຊື່ວ່າ Vishwashkumar Ramesh ຂະນະນີ້ໄດ້ຮັບຮັກສາໃນໂຮງໝໍ ໂດຍມີລາຍງານວ່າລາວຍ່າງໄປຫາລົດກູໄພໃນທີ່ເກີດເຫດ
Ramesh ເປີດເຜີຍວ່າ ຫຼັງຈາກເຮືອບິນຂຶ້ນໄດ້ 30 ວິນາທີ ກໍເກີດສຽງດັງຂຶ້ນ ແລະ ທຸກຢ່າງເກີດຂຶ້ນຢ່າງໄວຫຼາຍ ສອດຄ່ອງກັບສື່ບາງສໍານັກທີ່ລາຍງານວ່າ ຫຼັງຈາກຂຶ້ນບິນບໍ່ດົນ ນັກບິນສົ່ງສັນຍານຂໍຄວາມຊ່ວຍເຫຼືອໄປຍັງສູນກວດຄຸມການຈະລາຈອນທາງອາກາດ ກ່ອນຈະມິດ ແລະ ຫາຍໄປ
ທັງນີ້ Ramesh ນັ່ງທີ່ບ່ອນນັ່ງໝາຍເລກ 11A ຊຶ່ງຢູ່ໃນສ່ວນທີ່ຄ່ອນໄປທາງໜ້າຂອງເຮືອບິນ ໃກ້ກັບທາງອອກສຸກເສີນຂອງເຮືອບິນ ຊຶ່ງການລອດຊີວິດຂອງຜູ້ທີ່ນັ່ງໃນຕໍາແໜ່ງນີ້ ສ້າງຄວາມປະຫຼາດໃຈໃຫ້ແກ່ຜູ້ຊ່ຽວຊານຫຼາຍຄົນ
ສ່ວນອາຄານທີ່ເຮືອບິນຕົກໃສ່ ເປັນຫໍພັກວິທະຍາໄລແພດ ໂດຍຕົກບໍລິເວນທີ່ຮັບປະທານອາຫານໃນຊ່ວງເວລາບ່າຍໂມງປາຍ ຕາມເວລາທ້ອງຖິ່ນ ເຮັດໃຫ້ຂະນະເກີດເຫດມີຫຼາຍຄົນກໍາລັງຮັບປະທານອາຫານທ່ຽງ ກ່ອນຈະໜີເອົາຊີວິດລອດ ຫຼື ໄດ້ຮັບບາດເຈັບ ຂະນະທີ່ສ່ວນຫາງຂອງເຮືອບິນຍື່ນອອກມາຈາກອາຄານ ແລະ ຕົວອາຄານໄດ້ຮັບຄວາມເສຍຫາຍ
ສ່ວນຫາງຂອງເຮືອບິນແອອິນເດຍທີ່ຍື່ນອອກມາຈາກອາຄານ ແລະ ເຮັດໃຫ້ໂຕອາຄານໄດ້ຮັບຄວາມເສຍຫາຍ
ເຈົ້າໜ້າທີ່ຄາດຄະເນວ່າ ຕົວເລກຜູ້ເສຍຊີວິດຈະເພີ່ມສູງຂຶ້ນ ໂດຍຄືນວັນທີ່ 12 ມິຖຸນາ ມີລາຍງານນັກສຶກສາແພດຢູ່ລະຫວ່າງປິ່ນປົວ 50 ຄົນ ຂະນະທີ່ CEO ຂອງບໍລິສັດແອອິນເດຍ ອອກຖະແຫຼງການສະແດງຄວາມເສຍໃຈ ແລະ ສົ່ງທີມເຂົ້າດູແລໃນສະຖານທີ່ເກີດເຫດ ລວມເຖິງຕັ້ງສາຍດ່ວນເພື່ອໃຫ້ຄວາມຊ່ວຍເຫຼືອຄອບຄົວຜູ້ປະສົບເຫດ
ຂະນະດຽວກັນ ນາຍົກລັດຖະມົນຕີອັງກິດ ລະບຸວ່າ ສົ່ງທີມເຈົ້າໜ້າທີ່ສອບສວນໄປອິນເດຍເພື່ອຮ່ວມສອບສວນເຫດດັ່ງກ່າວ ເຊັ່ນດຽວກັບຄະນະກໍາມະການຄວາມປອດໄພການຂົນສົ່ງແຫ່ງຊາດສະຫະລັດ (NTSB) ທີ່ໂພສຜ່ານ X ວ່າ ຈະນໍາທີມສືບສວນສອບສວນຈາກສະຫະລັດ ເດີນທາງໄປອິນເດຍ ເພື່ອຊ່ວຍສອບສວນເຫດເຮືອບິນຕົກຂອງແອອິນເດຍອີກດ້ວຍ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,455 | 21,731 |
![]() THB | 648.35 | 660.67 |
![]() EUR | 23,023 | 23,484 |
![]() CNY | 2,898 | 2,956 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,230 |
![]() | 22,560 |
![]() | 18,370 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 34,990,000 | 35,520,000 |
![]() | 34,640,000 | 35,629,000 |