_cover (48)
"ຄິມຈອງອຶນ" ຮ່ວມພິທີປ່ອຍເຮືອພິຄາດອີກຄັ້ງ-ປະກາດສ້າງເພີ່ມອີກ 2 ລໍາ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 13 June, 2025
ໝວດ: ຂ່າວ

ຄິມ ຈອງອຶນ ຜູ້ນໍາເກົາຫຼີເໜືອ ໃຫ້ຄໍາໝັ້ນສັນຍາວ່າຈະສ້າງກອງເຮືອທີ່ທັນສະໄໝຍິ່ງຂຶ້ນ ເພື່ອເສີມກໍາລັງທາງທະເລຂອງປະເທດ

 

ຂະນະທີ່ເຂົ້າຮ່ວມພິທີປ່ອຍເຮືອພິຄາດຊຶ່ງໄດ້ຮັບການຊ່ອມແປງໃໝ່ ຫຼັງຈາກປະສົບຄວາມລົ້ມເຫຼວໃນການປ່ອຍກ່ອນໜ້ານີ້

 

ຮູບຖ່າຍດາວທຽມສະແດງໃຫ້ເຫັນການຊ່ອມແປງເຮືອພິຄາດຂະໜາດ 5,000 ຕັນ ທີ່ໄດ້ຮັບຄວາມເສຍຫາຍບາງສ່ວນເມື່ອເດືອນພຶດສະພາ ທີ່ຍັງຄົງດໍາເນີນຕໍ່ໄປ ຫຼັງຈາກທີ່ທ່ານຄິມ ເອີ້ນອຸບັດຕິເຫດຄັ້ງນີ້ວ່າເປັນ “ການກະທໍາທີ່ຜິດກົດໝາຍ” ແລະ ສັ່ງໃຫ້ສ້າງເຮືອຂຶ້ນໃໝ່ກ່ອນການປະຊຸມພັກລັດຖະບານໃນຊ່ວງປາຍເດືອນນີ້

 

[email protected] +856 21 417 234 ບໍລິສັດ ດາຕາຄອມ ຈຳກັດ Delivering complete technology solutions

 

ລາຍງານຂອງສໍານັກຂ່າວເຄຊີເອັນເອ ເປີດເຜີຍໃຫ້ເຫັນ ທ່ານຄິມຈອງອຶນ ຜູ້ນໍາເກົາຫຼີເໜືອ ພ້ອມກັບ ຄິມ ຈູ ເອ ລູກສາວ ໃນພິທີປ່ອຍເຮືອ ຊຶ່ງຕັ້ງຊື່ວ່າ “ຄັງ ກອນ” ຕາມຊື່ນັກສູ້ຕາມປະຫວັດສາດເກົາຫຼີເໜືອທີ່ບັນທຶກໃນຖານະບຸກຄົນສໍາຄັນ ທີ່ອູ່ຕໍ່ເຮືອຣາຈິນ ທາງຕາເວັນອອກສຽງເໜືອຂອງປະເທດ

 

ຄິມ ຈອງອຶນ ກ່າວວ່າການຊ່ອມແປງເຮືອພິຄາດ “ບໍ່ໄດ້ເຮັດໃຫ້ຄວາມພະຍາຍາມຂອງເກົາຫຼີເໜືອ ທີ່ຈະເພີ່ມກໍາລັງທາງເຮືອຊ້າລົງ” ແລະ ກ່າວວ່າມີແຜນທີ່ຈະສ້າງເຮືອພິຄາດຂະໜາດ 5,000 ຕັນອີກ 2 ລໍາໃນປີໜ້າ

 

 

ເກົາຫຼີເໜືອຄວບຄຸມຕົວເຈົ້າໜ້າທີ່ຫຼາຍຄົນຕັ້ງແຕ່ການປ່ອຍເຮືອພິຄາດລໍາທຳອິດລົ້ມເຫຼວ ຊຶ່ງເປັນເຮືອຮົບລໍາໃຫຍ່ທີ່ສຸດທີ່ເກົາຫຼີເໜືອເຄີຍສ້າງ ທ່ານຄິມຮຽກຮ້ອງໃຫ້ປະເທດເສີມກໍາລັງທະຫານທາງທະເລໃນມະຫາສະມຸດແປຊິຟິກເພື່ອຮັບມືກັບສິ່ງທີ່ລາວກ່າວວ່າເປັນການຊຸກຍູ້ໂດຍສະຫະລັດ ແລະ ພັນທະມິດ

 

ຕາມລາຍງານຂອງສໍານັກຂ່າວເຄຊີເອັນເອ ທ່ານຄິມກ່າວໃນຄຳປາໄສທີ່ພິທີປ່ອຍເຮືອພິຄາດ ວ່າ “ໃນບໍ່ຊ້ານີ້ ສັດຕູຈະສຳຜັດໄດ້ດ້ວຍຕົວເອງວ່າການນັ່ງເບິ່ງເຮືອຂອງສັດຕູອາລະວາດໄປທົ່ວບໍລິເວນແຄມຂອບນ່ານນ້ຳອະທິປະໄຕນັ້ນ ທ້າທາຍ ແລະບໍ່ໜ້າພໍໃຈພຽງໃດ” “ຂ້ອຍໝັ້ນໃຈວ່າໃນອະນາຄົດອັນໃກ້ ເສັ້ນທາງຂອງເຮືອຮົບຂອງພວກເຮົາ ຈະເປີດຂຶ້ນໃນມະຫາສະມຸດແປຊິຟິກເພື່ອມຸ່ງສູ່ຖານທີ່ໝັ້ນຂອງການຮຸກຮານ”

 

 

ຄິມ ຈອງອຶນ ຍັງກ່າວອີກວ່າຄົນງານໃນອູ່ຕໍ່ເຮືອເສຍຊີວິດລະຫວ່າງ “ການສ້າງເຮືອພິຄາດ” ບໍ່ເທົ່າໃດມື້ກ່ອນການປ່ອຍເຮືອ ແລະ ໄດ້ມອບໃບຮັບຮອງການເສຍສະລະເພື່ອຊາດໃຫ້ກັບຄອບຄົວຂອງຊາຍຄົນດັ່ງກ່າວ

 

ສະຖາບັນວິໄຈໃນສະຫະລັດ ລະບຸວ່າ ການປ່ອຍເຮືອຄັ້ງນີ້ ເກີດຂຶ້ນພຽງສາມອາທິດຫຼັງຈາກຄວາມລົ້ມເຫຼວຄັ້ງທຳອິດ ອາດເປັນສັນຍານວ່າຄວາມເສຍຫາຍຂອງເຮືອນັ້ນຄ່ອນຂ້າງເລັກນ້ອຍ

 

ສູນການສຶກສາກົນລະຍຸດ ແລະ ລະຫວ່າງປະເທດ (CSIS) ລະບຸໃນລາຍງານວ່າ ຮູບຖ່າຍດາວທຽມສະແດງໃຫ້ເຫັນວ່າປ້ອມປືນຂອງເຮືອຖືກລ້ອມໄວ້ ແຕ່ຊ່ອງສໍາລັບລະບົບຍິງແນວຕັ້ງຖືກປິດໄວ້ ເຮັດໃຫ້ບໍ່ຊັດເຈນວ່າລະບົບດັ່ງກ່າວໄດ້ຮັບການຕິດຕັ້ງສົມບູນຫຼືບໍ່

 

CSIS ກ່າວວ່າ ແຜນຂອງເກົາຫຼີເໜືອທີ່ຈະສ້າງເຮືອພິຄາດເພີ່ມເຕີມອາດເຮັດໃຫ້ການປ້ອງກັນຂີປະນາວຸດຂອງສະຫະລັດ ແລະ ພັນທະມິດໃນພາກພື້ນມີຄວາມຊັບຊ້ອນຫຼາຍຂຶ້ນ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Thursday, 31 July, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,434
21,710
thailand (1)
THB
660.13
670.30
european-union
EUR
23,692
24,166
china
CNY
2,911
2,969
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-07-31T105455.142
ບັນດາປະເທດ ອາຊຽນ ແລະ ຈີນ ຫາລືກ່ຽວກັບ ສິດທິມະນຸດ ແລະ ການພັດທະນາ ພາຍໃຕ້ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍໍ້າລ້ານຊ້າງ
pele - 2025-07-31T091726.690
ສົກຮຽນ 2024-2025 ນວ ມີນັກຮຽນ ມປ ເສັງໄດ້ໃບປະກາດແດງ 79 ຄົນ
ເປີດນໍາໃຊ້ຢ່າງເປັນທາງການ ລະບົບຄຸ້ມຄອງ ແລະ ບັດປະຈໍາຕົວພົນລະເມືອງ ດີຈີຕ໋ອນ
_cover - 2025-07-30T170201.892
ທຣຳປ໌ເອີ້ນຕົວເອງວ່າ "ປະທານາທິບໍດີແຫ່ງສັນຕິພາບ" ອ້າງຢຸດຕິຂັດແຍ້ງທົ່ວໂລກພາຍໃນ 6 ເດືອນ
pele - 2025-07-30T164239.877
ສພຂ ຄໍາມ່ວນ ໄຂກອງປະຊຸມສະໄໝສາມັນ ເທື່ອທີ 9
_cover - 2025-07-30T155110.966
ນະຄອນຫຼວງພະບາງ ກະກຽມຈັດງານບຸນຫໍ່ເຂົ້າປະດັບດິນ ບຸນຊ່ວງເຮືອເດືອນເກົ້າ ທີ່ຍຶ່ງນ້ຳຄານ ວັນທີ 14-23 ສິງຫາ 2025
pele - 2025-07-30T160430.943
ຫ້ອງການເມືອງກອງພົນທີ 4 ສຳເລັດການປັກດຳເຂົ້ານາປີ ປະຈຳປີ 2025
pele - 2025-07-30T144220.491
ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ ຕ້ອນຮັບຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນຄວາມສະຫງົບຫວຽດນາມ
_cover - 2025-07-30T142826.587
"ໝວກ AI" ຖອດລະຫັດຄື່ນສະໝອງ ຕໍ່ຍອດສູ່ການຄຸມອຸປະກອນດ້ວຍຄວາມຄິດ.
_cover - 2025-07-30T134559.075
ສປປ ລາວ ເປັນເຈົ້າພາບ ກອງປະຊຸມກວດກາແຮງງານອາຊຽນ ຄັ້ງທີ 13 (The 13th ASEAN Labour Inspection Conference)
ຢ່າລື່ມກົດຕິດຕາມ