_cover (54)
ທຣໍາ ອາດຈະສັ່ງຫ້າມ 36 ປະເທດເພີ່ມເຕີມ ບໍ່ໃຫ້ເດີນທາງເຂົ້າສະຫະລັດ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 17 June, 2025
ໝວດ: ຂ່າວ

ລັດຖະບານສະຫະລັດ ພາຍໃຕ້ການນຳພາຂອງ ໂດນັລດ໌ ທຣໍາ ກຳລັງພິຈາລະນາທີ່ຈະຫ້າມປະຊາຊົນຈາກອີກ 36 ປະເທດເດີນທາງເຂົ້າສະຫະລັດ

 

ຫຼັງຈາກທີ່ທາງສຳນັກຂ່າວຣອຍເຕີ ໄດ້ຂໍ້ມູນນີ້ມາຈາກທາງກະຊວງການຕ່າງປະເທດຂອງສະຫະລັດ ຊຶ່ງເປັນຂໍ້ມູນທີ່ມີການລົງນາມໂດຍ ມາກໂກ ຣູບິໂອ ລັດຖະມົນຕີການຕ່າງປະເທດຂອງສະຫະລັດ

 

ໂດຍທາງກະຊວງການຕ່າງປະເທດຂອງສະຫະລັດ ມີຄວາມກັງວົນກ່ຽວກັບປະເທດເຫຼົ່ານີ້ ທັງ 36 ປະເທດ ທີ່ກຳລັງຖືກພິຈາລະນາຫ້າມເຂົ້າສະຫະລັດ ແລະ ແນະນຳວ່າຄວນຈະມີມາດຕະການບາງຢ່າງອອກມາໃຊ້ກັບປະເທດເຫຼົ່ານີ້ ຊຶ່ງສິ່ງທີ່ກະຊວງການຕ່າງປະເທດສະຫະລັດກັງວົນກໍ່ຄື 36 ປະເທດນີ້ ບໍ່ມີໜ່ວຍງານທີ່ຮັບຜິດຊອບ ແລະ ມີຄວາມສາມາດຫຼາຍພໍທີ່ຈະກວດກາປະຫວັດ ຫຼື ຫລັກຖານຂອງຄົນທີ່ຂໍວີຊາເດີນທາງເຂົ້າມາໃນສະຫະລັດຢ່າງມີປະສິດທິພາບ

 

ຈຶ່ງອາດຈະເຮັດໃຫ້ບຸກຄົນທີ່ມີຄວາມສ່ຽງຫຼຸດລອດ ເດີນທາງເຂົ້າມາໃນສະຫະລັດໄດ້ ຜ່ານການຂໍວີຊາຈາກປະເທດເຫຼົ່ານີ້

 

ກະຊວງການຕ່າງປະເທດຂອງສະຫະລັດ ຈຶ່ງກຳລັງພິຈາລະນາວ່າອາດຈະຫ້າມປະຊາຊົນຈາກ 36 ປະເທດນີ້ ບໍ່ໃຫ້ເຂົ້າມາໃນສະຫະລັດແບບສົມບູນ ຫຼື ອາດຈະຈຳກັດການເດີນທາງເຂົ້າສະຫະລັດໃນບາງສ່ວນ

 

ຊຶ່ງໝາຍຄວາມວ່າຈະຕ້ອງມີຂັ້ນຕອນການຂໍວີຊາທີ່ເຂັ້ມງວດຮັດກຸມຫຼາຍຂຶ້ນ ແລະ ໃຊ້ເວລາດົນຂຶ້ນ ໂດຍທາງສະຫະລັດ ຈະໃຫ້ເວລາປະເທດເຫຼົ່ານີ້ 60 ມື້ ໃນການປັບປຸງການກວດກາຂໍ້ມູນຫລັກຖານ ຊຶ່ງຫາກຍັງບໍ່ເປັນໄປຕາມມາດຕະຖານທີ່ທາງສະຫະລັດວາງໄວ້ ກໍ່ອາດຈະສ່ຽງຖືກຫ້າມ ຫ້າມເດີນທາງເຂົ້າສະຫະລັດ

 

ຄວາມກັງວົນເລື່ອງອື່ນໆ ທີ່ສະຫະລັດມີຕໍ່ປະເທດເຫຼົ່ານີ້ ຍັງມີອີກຫຼາຍເລື່ອງ ເຊັ່ນ: ປະຊາຊົນຈາກປະເທດເຫຼົ່ານີ້ທີ່ເດີນທາງເຂົ້າສະຫະລັດແລ້ວ ມັກຈະຢູ່ເກີນເວລາທີ່ອະນຸຍາດໃນອັດຕາທີ່ສູງ ແລະ ທາງລັດຖະບານຂອງປະເທດນັ້ນກໍ່ບໍ່ໃຫ້ຄວາມຮ່ວມມືໃນການສົ່ງຕົວປະຊາຊົນຂອງຕົວເອງກັບຄືນປະເທດ ແລະ ກໍ່ມີປະຊາຊົນໃນບາງປະເທດທີ່ມີການເຄື່ອນໄຫວທີ່ສົ່ງເສີມການກໍ່ການຮ້າຍ ການຕໍ່ຕ້ານຊາວຢິວ ແລະ ຕໍ່ຕ້ານອະເມລິກາ

 

ຊຶ່ງຫາກອະນຸຍາດໃຫ້ປະຊາຊົນຈາກປະເທດເຫຼົ່ານີ້ເດີນທາງເຂົ້າສະຫະລັດ ກໍ່ອາດຈະເຮັດໃຫ້ສະຫະລັດຕົກຢູ່ໃນຄວາມສ່ຽງທີ່ຈະເກີດອັນຕະລາຍໄດ້ ແຕ່ມາດຕະການນີ້ກໍ່ຖືກວິພາກວິຈານວ່າເປັນການເລືອກປະຕິບັດ ແລະ ທຳລາຍຄວາມຫວັງຜູ້ອົບພະຍົບແລະຜູ້ລີ້ໄພຈຳນວນຫຼາຍ ທີ່ຫວັງຈະມາເລີ່ມຕົ້ນຊີວິດໃໝ່ໃນສະຫະລັດ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 15 August, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,470
21,746
thailand (1)
THB
661.54
671.73
european-union
EUR
24,027
24,507
china
CNY
2,917
2,975
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-08-15T150047.029
ກອງປະຊຸມ ລມຕ ຕ່າງປະເທດຂອບການຮ່ວມມືແມ່ນ້ໍາຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 10
pele - 2025-08-15T135651.172
ເປີດໂຄງການຈຸດສຸມຂອງສະມາຄົມທຸລະກິດກະສິກຳລາວ
pele - 2025-08-15T113708.158
ແນວຄິດ “ ພູຂຽວນ້ຳໃສກໍແມ່ນພູເງິນພູຄຳ ” ສ້າງຂົວທີ່ໝັ້ນແກ່ນໃຫ້ແກ່ການຮ່ວມມືສີຂຽວລາວ-ຈີນ.
pele - 2025-08-15T095726.873
ມອບເງີນຊຸກຍູ້ ກອງປະຊຸມໃຫຍ່ຄັ້ງທີ IX ຂອງອົງຄະນະພັກແຂວງຫຼວງນ້ຳທາ
pele - 2025-08-14T162234.232
ສາມແຂວງພາກເໜືອ ຈະໄດ້ໂຄງການສ້າງຄວາມເຂັ້ມແຂງການຮັບມືກັບໄພພິບັດ
pele - 2025-08-14T154119.422
ສ ເກົາຫຼີ ຊ່ວຍປັບປຸງດ້ານສາທາລະນະສຸກ ສປປ ລາວ ຫຼາຍໂຄງການ
pele - 2025-08-14T150003.002
ໂຄງການ -ຍົກລະດັບເສັ້ນທາງຫຼວງແຫ່ງຊາດ 2W ຈະໃຫ້ສຳເລັດຕາມກຳນົດສັນຍາ
_cover - 2025-08-14T141016.038
ຈີນທົດສອບຍານອາວະກາດລົງຈອດເທິງດວງຈັນສຳເລັດ ກ້າວສຳຄັນສູ່ພາລະກິດພາຍໃນປີ 2030
pele - 2025-08-14T141422.795
ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ແຫ່ງ ສ. ອິດສະລາມ ອີຣານ.
_cover - 2025-08-14T115939.913
ແຈ້ງການປິດນ້ຳປະປາຊົ່ວຄາວ ເພື່ອດຳເນີນການສ້ອມແປງທໍ່ນ້ຳປະປາແຕກຮົ່ວ ວັນທີ 15 ສິງຫາ 2025
ຢ່າລື່ມກົດຕິດຕາມ