_cover (59)
ລາຄານ້ຳມັນດິບສູງຂຶ້ນ ຫຼັງ "ທຣໍາ" ເຕືອນຄົນອີຣ່ານໃຫ້ອົບພະຍົບ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 17 June, 2025
ໝວດ: ຂ່າວ

ລາຄານ້ຳມັນສູງຂຶ້ນ ຫຼັງຈາກທີ່ ໂດນັລດ໌ ທຣໍາ ປະທານາທິບໍດີສະຫະລັດ ເຕືອນຄົນອີຣ່ານໃນກຸງເຕຫະຣານ ເກືອບ 10 ລ້ານຄົນ ໃຫ້ອົບພະຍົບອອກຈາກເມືອງ

 

ທ່າມກາງຄວາມກັງວົນວ່າຈະເກີດສົງຄາມເຕັມຮູບແບບ ລະຫວ່າງອີຣ່ານກັບອິສຣາເອນທີ່ໂຈມຕີກັນໄປມາຢ່າງຮຸນແຮງ

 

ລາຄານ້ຳມັນສູງຂຶ້ນເກືອບ 2 ເປີເຊັນ ໃນມື້ນີ້ ໂດຍລາຄານ້ຳມັນດິບເວສທ໌ເທັກຊັສອິນເຕີມີເດຍຕ໌ ຫຼື WTI ສູງຂຶ້ນ 1.7% ສູ່ລະດັບ 73 ໂດລາຕໍ່ບາເຣນ ຊຶ່ງສະຖານະການທີ່ຍັງບໍ່ແນ່ນອນ ແລະ ການສູ້ຮົບທີ່ອາດຮຸນແຮງຂຶ້ນ ອາດເຮັດໃຫ້ລາຄານ້ຳມັນສູງຂຶ້ນຫຼາຍກວ່ານີ້ອີກ

 

ເຖິງແມ່ນຈະມີຂ່າວອອກມາວ່າອີຣ່ານຕ້ອງການເຮັດຂໍ້ຕົກລົງຢຸດຍິງກັບອິສຣາເອລ ຊຶ່ງເຮັດໃຫ້ລາຄານ້ຳມັນຫຼຸດລົງມາໜ້ອຍໜື່ງມື້ວານນີ້ ແຕ່ການສູ້ຮົບທີ່ຍັງເກີດຂຶ້ນ ກໍ່ເຮັດໃຫ້ລາຄານ້ຳມັນກັບມາສູງຂຶ້ນອີກຄັ້ງ

 

ຢ່າງໃດກໍ່ຕາມ ນັກລົງທຶນສ່ວນໜື່ງເຊື່ອວ່າ ລາຄານ້ຳມັນບໍ່ນ່າຈະສູງຂຶ້ນຫຼາຍໄປກວ່ານີ້ ເນື່ອງຈາກແຫຼ່ງສົ່ງອອກນ້ຳມັນດິບທີ່ສຳຄັນຂອງອີຣ່ານຍັງບໍ່ໄດ້ຮັບຜົນກະທົບຈາກການໂຈມຕີຂອງອິສຣາເອລ ແລະ ອີຣ່ານຍັງບໍ່ສົ່ງສັນຍານວ່າຈະປິດຊ່ອງແຄບຮໍມຸຊ ຊຶ່ງເປັນເສັ້ນທາງລຳລຽງນ້ຳມັນທີ່ສຳຄັນໃນຕາເວັນອອກກາງ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 10 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.34
670.19
european-union
EUR
24,089
24,571
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
pele - 2025-10-10T113327.708
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ
jane - 2025-10-10T100825.801
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ