ກອງທັບອິສຣາເອນ ເປີດເຜີຍວ່າໄດ້ເຮັດການສັງຫານ ນາຍອາລີ ຊາດມານີ (Ali Shadmani) ຜູ້ບັນຊາການທະຫານລະດັບສູງຂອງອີຣ່ານຈາກການໂຈມຕີຄືນທີ່ຜ່ານມາ (16 ມິຖຸນາ 2025 ) ພ້ອມຢ້ຳວ່າ ທ່ານ ຊາດມານີ ຄືບຸກຄົນສຳຄັນທີ່ໃກ້ຊິດກັບຜູ້ນຳສູງສຸດຂອງອີຣ່ານ
ກອງທັບອິສຣາເອນລະບຸໃນຄຳຖະແຫຼງການວ່າ ການໂຈມຕີທາງອາກາດຄືນທີ່ຜ່ານມາໄດ້ສ້າງຄວາມເສຍຫາຍໃຫ້ກັບສູນບັນຊາການທີ່ຕັ້ງຢູ່ໃນໃຈກາງກຸງເຕຫະຣານ ພ້ອມກັບສັງຫານ ທ່ານ ອາລີ ຊາດມານີ ຜູ້ເປັນເສນາທິການໃນຊ່ວງສົງຄາມ ແລະ ເປັນຜູ້ບັນຊາການທະຫານທີ່ອາວຸໂສທີ່ສຸດ ລວມທັງເປັນຜູ້ທີ່ມີຄວາມໃກ້ຊິດຫຼາຍທີ່ສຸດກັບອາຍາໂຕລເລາະຮ໌ ອາລີ ຄາເມເນອີ ຜູ້ນຳສູງສຸດຂອງອີຣ່ານ
ກອງທັບອິສຣາເອນຍັງເປີດເຜີຍວ່າ ທ່ານ ຊາດມານີ ເຄີຍເຮັດໜ້າທີ່ບັງຄັບບັນຊາທັງກອງທັບພິທັກການປະຕິວັດອິສລາມ ຫຼື IRGC ແລະ ກອງກຳລັງຕິດອາວຸດຂອງອີຣ່ານ
ສະຖານະການລະຫວ່າງອິສຣາເອນ ແລະ ອີຣ່ານຍັງຄົງທະວີຄວາມຮຸນແຮງຢ່າງຕໍ່ເນື່ອງ ໂດຍສະເພາະຢ່າງຍິ່ງເມື່ອມີການສັງຫານຜູ້ນຳລະດັບສູງຂອງອີຣ່ານອີກຄັ້ງ
ສ່ວນທາງອີຣ່ານຍັງບໍ່ສະແດງຄວາມເຫັນໃດໆ ຕໍ່ເຫດການໃນຄັ້ງນີ້
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,418 | 21,694 |
![]() THB | 658.11 | 670.61 |
![]() EUR | 23,705 | 24,180 |
![]() CNY | 2,902 | 2,960 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,230 |
![]() | 22,560 |
![]() | 18,370 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 34,990,000 | 35,520,000 |
![]() | 34,640,000 | 35,629,000 |