_cover (64)
ອິນໂດເນເຊຍເຕືອນໄພສູງສຸດ ພູເຂົາໄຟເລໂວໂທບີ ລາກີ-ລາກີ ແຕກປະທຸ ຂີ້ເຖົ່າສູງ 11 ກິໂລແມັດ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 18 June, 2025
ໝວດ: ຂ່າວ

ພູເຂົາໄຟເລໂວໂທບີ ລາກີ-ລາກີ ໜຶ່ງໃນພູເຂົາໄຟທີ່ມີຄວາມເຄື່ອນໄຫວຫຼາຍທີ່ສຸດໃນອິນໂດເນເຊຍແຕກປະທຸຂີ້ເຖົ່າຂຶ້ນຟ້າສູງກວ່າ 11 ກິໂລແມັດ ຂະນະທີ່ທາງການອິນໂດເນເຊຍປະກາດເຕືອນໄພຂັ້ນສູງສຸດ

 

ສຳນັກຂ່າວຕ່າງປະເທດລາຍງານວ່າ ຕາມການເປີດເຜີຍຂອງສຳນັກງານພູເຂົາໄຟວິທະຍາຂອງອິນໂດເນເຊຍ ພູເຂົາໄຟເລໂວໂທບີ ລາກີ-ລາກີ ແຕກປະທຸໃນເວລາ 17.35 ນ. ຂອງວັນອັງຄານທີ່ 17 ມິຖຸນາ 2025 ຕາມເວລາທ້ອງຖິ່ນ ພົ່ນຂີ້ເຖົ່າຂະໜາດໃຫຍ່ຂຶ້ນສູ່ທ້ອງຟ້າຂອງເກາະຟລໍເຣສ ແລະ ເຮັດໃຫ້ທາງການຕ້ອງປະກາດເຂດຫ້າມເຂົ້າໃນລັດສະໝີ 7 ກິໂລແມັດຈາກປ່ອງພູເຂົາໄຟ

 

 

ຈົນເຖິງຕອນນີ້ຍັງບໍ່ມີລາຍງານຄວາມເສຍຫາຍ ຫຼື ຜູ້ບາດເຈັບແລະເສຍຊີວິດ ແຕ່ ທ່ານ ມູຮັມໝັດ ວາຟິດ ຫົວໜ້າສຳນັກງານທຳນະວິທະຍາຂອງອິນໂດເນເຊຍເຕືອນປະຊາຊົນ ບໍ່ໃຫ້ເຮັດກິດຈະກຳໃດໆ ໃນລັດສະໝີ 7 ກິໂລແມັດຈາກຈຸດປະທຸ ແລະ ຫາກມີຝົນຕົກລົງມາກໍ່ມີຄວາມເປັນໄປໄດ້ທີ່ຈະເກີດ “lahar flood” ຫຼື ຄື້ນດິນ ແລະ ຫີນຈາກພູເຂົາໄຟ

 

ເຈົ້າໜ້າທີ່ຍັງເຕືອນໃຫ້ປະຊາຊົນທີ່ອາໄສຢູ່ໃກ້ກັບພູເຂົາໄຟໜ່ວຍນີ້ ໃສ່ໜ້າກາກອະນາໄມເພື່ອປ້ອງກັນຕົວເອງຈາກລະອອງຂີ້ເຖົ່າພູເຂົາໄຟ

 

ດ້ານສຳນັກງານບຳບັດໄພພິບັດແຫ່ງຊາດລະບຸວ່າ ມີປະຊາຊົນໃນບ້ານນີ້ຢ່າງນ້ອຍ 1 ແຫ່ງຕ້ອງອົບພະຍົບ ເນື່ອງຈາກຍັງມີແຮງສັ່ນສະເທືອນເກີດຂຶ້ນເປັນໄລຍະ ບົ່ງບອກວ່າກິດຈະກຳພູເຂົາໄຟຍັງບໍ່ຈົບ ຂະນະທີ່ມີເຖົ່າພູເຂົາໄຟລອຍໄປຕົກໃນເຂດບ້ານອື່ນໆ ນອກຈາກເຂດຫ້າມເຂົ້າອີກດ້ວຍ

 

ທັງນີ້ ພູເຂົາໄຟເລໂວໂທບີ ລາກີ-ລາກີ ເປັນໜຶ່ງໃນພູເຂົາໄຟທີ່ມີຄວາມເຄື່ອນໄຫວຫຼາຍທີ່ສຸດໃນອິນໂດເນເຊຍ ໂດຍມັນແຕກປະທຸຄັ້ງລ່າສຸດເມື່ອເດືອນພຶດສະພາທີ່ຜ່ານມາຊຶ່ງບໍ່ມີຜູ້ໄດ້ຮັບບາດເຈັບຫຼືເສຍຊີວິດ ແຕ່ການແຕກປະທຸຄັ້ງກ່ອນໜ້ານັ້ນໃນເດືອນພະຈິກາຍົນ 2024 ມີຜູ້ເສຍຊີວິດ 9 ຄົນ ແລະ ເຮັດໃຫ້ປະຊາຊົນຫຼາຍພັນຄົນຕ້ອງອົບພະຍົບ ຖ້ຽວບິນຈຳນວນຫຼາຍຖືກຍົກເລີກ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Wednesday, 18 June, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,426
21,702
thailand (1)
THB
657.08
669.56
european-union
EUR
23,629
24,102
china
CNY
2,904
2,962
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
_cover (69)
ແຈ້ງການການປິດນ້ຳປະປາຊົ່ວຄາວ ໃນວັນທີ 19 ມິຖຸນາ 2025 ບາງເຂດ ເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ
_cover (68)
ຄື້ນຄວາມຮ້ອນຖະຫຼົ່ມສະເປນ ຮ້ອນຈົນນອນບໍ່ໄດ້! ລັດຖະບານເລັ່ງເຕືອນໄພທົ່ວປະເທດ
pele (58)
ຊາວແຂວງອຸດົມໄຊ ຈະໄດ້ຮັບການຜ່າຕັດແກ່ນຕາຂຸ້ນ ຟຣີ
_cover (67)
ປະຊາຊົນກຳປູເຈຍລວມຕົວເດີນຂະບວນ ສະແດງຈຸດຍືນສະໜັບສະໜູນລັດຖະບານ ກໍລະນີເກີດຄວາມຂັດແຍ້ງກັບໄທ
site cover1 (25)
EVO ສະໜັບສະໜູນ ເຄື່ອງກິລາໃຫ້ກໍາມະການຕັດສິນໃນລາຍການແຂ່ງຂັນຂອງ ສຕລ ນັບຕັ້ງແຕ່ປີ 2025-2028
_cover (66)
ສະຫະລັດອາເມລິກາ ຂົນເຮືອບິນເຕີມເຊື້ອເພີງ ແລະ ເຮືອບັນທຸກເຮືອບິນ ຮັບມືບັນຫາອິສຣາເອລ - ອີຣ່ານ !
pele (56)
ນະຄອນຫຼວງພະບາງຈະເອົາ ການພັດທະນາອັດສະລິຍະເປັນເປົ້າໝາຍຍຸດທະສາດໄລຍະຍາວ
site cover1 (24)
Google ເປີດຕົວ Gemini 2.5 Flash-Lite ພ້ອມປັບລາຄາໂມເດວໃນຊີຣີ່ສ໌ໃໝ່
_cover (65)
ນັກວິໄຈກັງວົນວ່າ ພວກເຮົາອາດເປັນຄົນລຸ້ນສຸດທ້າຍທີ່ຈະໄດ້ເຫັນ "ຫິ່ງຫ້ອຍ" ກ່ອນຈະຫາຍໄປຕະຫຼອດການ
site cover1 (23)
ນັກກິລາຄາຣາເຕ້ໂດ້ລາວ ຍາດໄດ້ 2 ຫລຽນທອງ ຊິງແຊ້ມອາຊຽນ ຄັ້ງທີ 12 ທີ່ປະເທດບຣູໄນ 17-19 ມິຖຸນາ 2025
ຢ່າລື່ມກົດຕິດຕາມ