ລະດູຮ້ອນໃນສະເປນ ປີ 2025 ໄດ້ເລີ່ມຕົ້ນຂຶ້ນຢ່າງຮ້ອນແຮງຈົນຫຼາຍຝ່າຍກັງວົນວ່າ ຈະເປັນອີກໜຶ່ງປີທີ່ທຳລາຍສະຖິຕິຄວາມຮ້ອນຕໍ່ເນື່ອງ ຫຼັງຈາກເດືອນພຶດສະພາທີ່ຜ່ານມາອຸນຫະພູມສູງເຖິງ 40.7°C ທີ່ສະໜາມບິນເມືອງຄໍໂດບາ ແລະ ເຊບິຍາ ແລະ ສະເລ່ຍທົ່ວປະເທດທີ່ 24.08°C ຊຶ່ງເປັນອຸນຫະພູມສູງສຸດສຳລັບເດືອນພຶດສະພານັບຕັ້ງແຕ່ເລີ່ມບັນທຶກໃນປີ 1950
ສຳນັກງານອຸຕຸນິຍົມວິທະຍາຂອງສະເປນ (AEMET) ຄາດການວ່າມີໂອກາດເຖິງ 60% ທີ່ລະດູຮ້ອນນີ້ຈະຮ້ອນກວ່າຄ່າສະເລ່ຍ ໂດຍສະເພາະໃນເຂດຕາຝັ່ງຕາເວັນອອກ ໄດ້ແກ່: ບາເຊໂລນາ, ບາເລັນເຊຍ ແລະ ກຸ່ມເກາະບາເລອຣິກ ຊຶ່ງພື້ນທີ່ເຫຼົ່ານີ້ອາດພົບກັບ “ຄືນເຂດຮ້ອນ” (tropical nights) ຕິດຕໍ່ກັນຫຼາຍຄືນ ໝາຍເຖິງຄືນທີ່ອຸນຫະພູມບໍ່ຕ່ຳກວ່າ 20°C ເຖິງວ່າຈະເປັນໃນເວລາກາງຄືນ ຊຶ່ງຈະເຮັດໃຫ້ຮ່າງກາຍຟື້ນຕົວຈາກຄວາມຄຽດຄວາມຮ້ອນໄດ້ຍາກຂຶ້ນ
ໃນພູມິພາກຄືຄໍໂດບາ ແລະ ເຊບິຍາ AEMET ຍັງໄດ້ປະກາດເຕືອນໄພລະດັບສີສົ້ມ (Orange Alert) ຊຶ່ງເປັນລະດັບທີ່ອຸນຫະພູມອາດແຕະ 41°C ໄດ້
ໂດຍອຸນຫະພູມເຫຼົ່ານີ້ຖືວ່າສູງເກີນກວ່າຄ່າສະເລ່ຍລະດູຮ້ອນປົກກະຕິເຖິງ 7–8 ອົງສາເຊລຊຽດ.
ທ່ານ ລາສ ໂລວິນສະກີ ນັກອຸຕຸນິຍົມວິທະຍາຈາກ WetterOnline ລະບຸວ່າ “ເຖິງແມ່ນວ່າສະເປນຈະເຄີຍຊິນກັບຄື້ນຄວາມຮ້ອນ ແຕ່ແນວໂນ້ມປັດຈຸບັນກຳລັງປ່ຽນໄປ ໂດຍຄື້ນຄວາມຮ້ອນເກີດໄວຂຶ້ນ ຍາວນານຂຶ້ນ ແລະ ຮຸນແຮງຂຶ້ນ ຊຶ່ງເປັນສັນຍານຊັດເຈນຂອງການປ່ຽນແປງສະພາບອາກາດ”
ໜຶ່ງໃນອັນຕະລາຍທີ່ຫຼາຍຄົນອາດເບິ່ງຂ້າມແມ່ນ “ຄວາມຮ້ອນຕອນກາງຄືນ” ຊຶ່ງສົ່ງຜົນຕໍ່ຄຸນນະພາບການນອນຫຼັບໂດຍກົງ ເມື່ອນອນໃນອຸນຫະພູມທີ່ສູງກວ່າ 25°C ລະບົບປະສາດອັດຕະໂນມັດຂອງຮ່າງກາຍ ບໍ່ສາມາດປັບເຂົ້າສູ່ສະພາວະຟື້ນຟູໄດ້
ສົ່ງຜົນໃຫ້ຫົວໃຈເຕັ້ນໄວຂຶ້ນ ລະບົບພູມຄຸ້ມກັນຫຼຸດລົງ ແລະ ສະໝອງພັກຜ່ອນບໍ່ພຽງພໍ ຈາກການສຶກສາທາງການແພດ ການນອນບໍ່ພໍໃນສະພາບອາກາດຮ້ອນມີຄວາມເຊື່ອມໂຍງກັບຄວາມສ່ຽງຂອງພະຍາດຫົວໃຈ, ຫຼອດເລືອດ ແລະ ພາວະຊຶມເສົ້າ
ກຸ່ມສ່ຽງທີ່ໄດ້ຮັບຜົນກະທົບໂດຍກົງຈາກຄວາມຮ້ອນມີຕັ້ງແຕ່ຜູ້ສູງອາຍຸ, ເດັກນ້ອຍ, ແມ່ຍິງຖືພາ ໄປຈົນເຖິງແຮງງານກາງແຈ້ງທີ່ຕ້ອງເຮັດວຽກໃນອຸນຫະພູມສູງຕິດຕໍ່ກັນຫຼາຍຊົ່ວໂມງ ໂດຍສະເພາະກຸ່ມຜູ້ມີລາຍໄດ້ນ້ອຍທີ່ອາດບໍ່ມີເຄື່ອງປັບອາກາດ ຫຼື ທີ່ຢູ່ອາໄສທີ່ສາມາດປ້ອງກັນຄວາມຮ້ອນໄດ້
ອົງການ Climate Resilience for All (CRA) ຊຶ່ງເປັນ NGO ທີ່ສຸມໃສ່ການປັບຕົວຕໍ່ພາວະໂລກຮ້ອນ ລະບຸວ່າ “ຄື້ນຄວາມຮ້ອນແມ່ນມືສັງຫານງຽບ ທີ່ກະທົບທັງສຸຂະພາບ, ເສດຖະກິດ ແລະ ໂຄງສ້າງສັງຄົມ” ໂດຍມີຂໍ້ແນະນຳສຳຄັນ 5 ຂໍ້ທີ່ທຸກຄົນຄວນເຮັດຄວາມເຂົ້າໃຈ ໄດ້ແກ່:
ເພື່ອຮັບມືກັບຄວາມຮ້ອນທີ່ຮຸນແຮງຂຶ້ນ ລັດຖະບານສະເປນໄດ້ອອກແຜນຮັບມືປະຈຳປີ ໂດຍປັບການແຈ້ງເຕືອນແບບເກົ່າໃຫ້ລະອຽດຂຶ້ນ ໂດຍແບ່ງປະເທດຈາກ 52 ແຂວງເປັນ 182 ເຂດ “meteosalud”
ເພື່ອເຕືອນໄພລະດັບພື້ນທີ່ຢ່າງແມ່ນຍຳ ພ້ອມຂໍ້ມູນສີຂຽວ-ເຫຼືອງ-ສົ້ມ-ແດງ ທີ່ມີຄຳແນະນຳດ້ານສຸຂະພາບຄຽງຄູ່ ຊຶ່ງລວມເຖິງການເຕືອນການອອກແດດ ດື່ມນ້ຳ ແລະ ການສັງເກດອາການເຈັບປ່ວຍຈາກຄວາມຮ້ອນ ໂດຍສະເພາະກັບຜູ້ທີ່ອາໄສຫຼື ເດີນທາງມາຈາກຕ່າງປະເທດ ມີພາສາອັງກິດເພື່ອໃຫ້ນັກທ່ອງທ່ຽວ ນັກຮຽນ ແລະ ຄົນຕ່າງປະເທດສາມາດເຂົ້າເຖິງຂໍ້ມູນໄດ້ທັນທີ
ບໍ່ພຽງແຕ່ສະເປນທີ່ຕ້ອງກຽມຮັບມືກັບຄື້ນຄວາມຮ້ອນໃນລະດູຮ້ອນນີ້ ປະເທດອື່ນໆ ໃນເອີຣົບ ເຊັ່ນ: ຝຣັ່ງ, ສະຫະລາຊະອານາຈັກ (ອັງກິດ), ເຢຍລະມັນ ແລະ ສະວິດເຊີແລນ ກໍ່ມີແນວໂນ້ມໄດ້ຮັບຜົນກະທົບຈາກມວນອາກາດຮ້ອນດຽວກັນ
ໂດຍນະຄອນປາຣີດ ອາດພົບກັບອຸນຫະພູມເຖິງ 37°C ໃນອາທິດໜ້າ ແລະ ລອນດອນອາດສູງເຖິງ 33–34°C ເມື່ອໂລກມີອຸນຫະພູມສະເລ່ຍເພີ່ມຂຶ້ນ ຄວາມຖີ່ ແລະ ຄວາມຮຸນແຮງຂອງຄື້ນຄວາມຮ້ອນຈະທະວີຄູນຂຶ້ນຢ່າງຕໍ່ເນື່ອງ
ປີ 2024 ເປັນປີທຳອິດທີ່ອຸນຫະພູມໂລກສະເລ່ຍທັງປີສູງເກີນ 1.5°C ເມື່ອທຽບກັບຍຸກກ່ອນອຸດສາຫະກຳ ແລະ ລະດັບຄາບອນໄດອອກໄຊໃນບັນຍາກາດສູງເຖິງ 430 ppm ຊຶ່ງຖືເປັນຕົວເລັ່ງສຳຄັນຂອງພາວະໂລກຮ້ອນ
ສິ່ງທີ່ສະເປນ ແລະ ເອີຣົບກຳລັງພົບໃນມື້ນີ້ ແມ່ນຜົນລັບຈາກການສະສົມຂອງ ການປ່ອຍແກັສເຮືອນກະຈົກນານຫຼາຍທົດສະວັດ ຄື້ນຄວາມຮ້ອນບໍ່ໄດ້ເກີດຂຶ້ນແບບສຸ່ມອີກຕໍ່ໄປ ແຕ່ມາຈາກລະບົບພູມອາກາດທີ່ຖືກເລັ່ງໃຫ້ຜິດປົກກະຕິໂດຍກິດຈະກຳຂອງມະນຸດ
ຫາກບໍ່ມີການເລັ່ງແກ້ໄຂບັນຫາໂລກຮ້ອນຢ່າງຈິງຈັງ ຄື້ນຄວາມຮ້ອນອາດກາຍເປັນ “ວິຖີຊີວິດໃໝ່” ທີ່ປະຊາຊົນຕ້ອງຢູ່ກັບມັນທຸກປີ ແລະ ສູນເສຍຫຼາຍຂຶ້ນທຸກຄັ້ງ ທັງຊີວິດ ເສດຖະກິດ ແລະ ຄວາມໝັ້ນຄົງຂອງສັງຄົມ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,406 | 21,681 |
![]() THB | 662.18 | 672.38 |
![]() EUR | 24,031 | 24,512 |
![]() CNY | 2,907 | 2,965 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,230 |
![]() | 22,560 |
![]() | 18,370 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 34,990,000 | 35,520,000 |
![]() | 34,640,000 | 35,629,000 |