_cover (74)
ຈີນເດີນໜ້າຜັກດັນ "ຢວນດິຈິທັລ" ໃຊ້ແທນໂດລາ ແນໃສ່ການສ້າງລະບົບການເງິນໂລກແບບຫຼາຍຂັ້ວ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 19 June, 2025
ໝວດ: ຂ່າວ

“ພານ ກົງເຊີ່ງ” ຜູ້ວ່າການທະນາຄານກາງຈີນ ລະບຸວ່າ ກຽມຈະສະໜັບສະໜູນການໃຊ້ເງິນຢວນດິຈິທັລໃນລະດັບສາກົນ ໂດຍຈີນຈະຈັດຕັ້ງສູນປະຕິບັດການລະຫວ່າງປະເທດສຳລັບເງິນຫຍວນດິຈິທັລໃນນະຄອນຊຽງໄຮ້

 

ລາວກ່າວເລື່ອງນີ້ໃນງານ “ລູ່ເຈຍຊຸຍ ຟອລັມ” (Lujiazui Forum) ຊຶ່ງເປັນການລວມຕົວຂອງຜູ້ບໍລິຫານລະດັບສູງ ແລະ ຫນ່ວຍງານກຳກັບດູແລອຸດສາຫະກໍາ ການເງິນທັງໃນປະເທດ ແລະ ຕ່າງປະເທດ ຫຼັງຈາກຄວາມຕ້ອງການເງິນຢວນດິຈິທັລທົ່ວໂລກກັບມາຄຶກຄັກອີກຄັ້ງ ເນື່ອງຈາກຄວາມຕຶງຄຽດດ້ານການຄ້າຈາກນະໂຍບາຍກຳແພງພາສີຂອງສະຫະລັດ ເຮັດໃຫ້ຜູ້ລົງທຶນຊອກຫາທາງເລືອກອື່ນແທນໂດລາ

 

ຂະນະດຽວກັນ ຈີນກຳລັງເລັ່ງພັດທະນາລະບົບການເງິນທີ່ເປັນອິດສະຫຼະຈາກຕະວັນຕົກ ຊຶ່ງການເຄື່ອນໄຫວດັ່ງກ່າວໄດ້ຮັບແຮງຜັກດັນຈາກຮູບແບບການຄ້າທີ່ປ່ຽນໄປ ປະກອບກັບການປັບໂຄງສ້າງທາງການຈັດຕັ້ງທາງການເມືອງແລະເສດຖະກິດໃນລະດັບໂລກ

 

ຜູ້ວ່າການທະນາຄານກາງຈີນຍັງໄດ້ຮຽກຮ້ອງໃຫ້ພັດທະນາລະບົບສະກຸນເງິນໂລກແບບຫຼາຍຂັ້ວ (multi-polar)

 

ໂດຍລະບຸວ່າ ການພັດທະນາລະບົບການເງິນລະຫວ່າງປະເທດແບບຫຼາຍຂັ້ວຈະຊ່ວຍຫຼຸດຈຳກັດເລື່ອງສະກຸນເງິນ ເພີ່ມຄວາມຍືດຫຍຸ່ນ ແລະ ປົກປ້ອງສະຖຽນລະພາບທາງການເງິນໄດ້ຫຼາຍຂຶ້ນ

 

ລະບົບການເງິນແບບຫຼາຍຂັ້ວດັ່ງກ່າວຈະຊ່ວຍເປີດທາງໃຫ້ບາງສະກຸນເງິນມີອຳນາດໃນທ້ອງຖິ່ນ ແລະ ຫຼຸດການພຶ່ງພາໂດລາສະຫະລັດ ສະກຸນເງິນຕ່າງໆ ຈະແຂ່ງຂັນກັນໂດຍມີການກວດສອບ ແລະ ການດຸ່ງດ່ຽງ

 

ທັງນີ້ ມາດຕະການກຳແພງພາສີທີ່ເຂັ້ມງວດຂອງສະຫະລັດ ໄດ້ສັ່ນສະເທື່ອນເຖິງຄວາມເຊື່ອມັ່ນຕໍ່ສະກຸນເງິນໂດລາສະຫະລັດ ແລະ ສິນຊັບອື່ນໆ ຂອງສະຫະລັດ ສົ່ງຜົນໃຫ້ນັກລົງທຶນສະເລ່ຍການໃຊ້ໂດລາສະຫະລັດ ຫັນໄປໃຊ້ເອີຣົບ ແລະ ສະກຸນເງິນອື່ນໆ ເອເຊຍແທນ

 

ສະຖານີໂທລະທັດ CCTV ຂອງທາງການຈີນ ລາຍງານວ່າ ທະນາຄານຕ່າງປະເທດ 6 ແຫ່ງ ລວມທັງ “ສະແຕນດາດ ແບງ” ແລະ “ເຟີສ ອາບູດາບີ ແບງ” ຕົກລົງທີ່ຈະໃຊ້ລະບົບການຊຳລະເງິນຂ້າມພອມແດນລະຫວ່າງທະນາຄານຂອງຈີນ (CIPS) ຊຶ່ງເປັນລະບົບການຊຳລະເງິນລະຫວ່າງປະເທດທີ່ອີງກັບເງິນຢວນ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 10 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.34
670.19
european-union
EUR
24,089
24,571
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
pele - 2025-10-10T113327.708
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ
jane - 2025-10-10T100825.801
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ