_cover (75)
"ໝີ່ສຳເລັດຮູບ" ບໍ່ແມ່ນອາຫານອັນຕະລາຍ ໝໍແນະນຳ 4 ວິທີ ກິນແບບບໍ່ທຳລາຍສຸຂະພາບ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 19 June, 2025

“ໝີ່ສຳເລັດຮູບ” ບໍ່ແມ່ນອາຫານອັນຕະລາຍ! ແພດຜູ້ຊ່ຽວຊານແນະນຳ 4 ວິທີ ກິນແບບບໍ່ທຳລາຍສຸຂະພາບ

 

ມີ 4 ປັດໄຈທີ່ເຮັດໃຫ້ໝີ່ສຳເລັດຮູບກາຍເປັນອາຫານທີ່ບໍ່ດີຕໍ່ສຸຂະພາບ ຊຶ່ງຜູ້ຊ່ຽວຊານໄດ້ແນະນຳວິທີກິນໝີ່ສຳເລັດຮູບຢ່າງປອດໄພ ໂດຍບໍ່ຈຳເປັນຕ້ອງຫຼີກຫຼ່ຽງອາຫານຊະນິດນີ້

 

ໝີ່ສຳເລັດຮູບຫຼາຍຄົນອາດຄິດວ່າເປັນ “ອາຫານອັນຕະລາຍ” ເພາະໃຫ້ພະລັງງານສູງ ແລະ ມີສານປຸງແຕ່ງຫຼາຍຊະນິດທີ່ອາດເປັນອັນຕະລາຍຕໍ່ຮ່າງກາຍ

 

 

 

ໃນໂພສໃນເຟສບຸກຂອງ “ໝໍເສີນ ເຈ່ຽເຫວິນ” ແພດຜູ້ຊ່ຽວຊານດ້ານເມຕາບໍລິຊຶມຈາກຈີນ ລະບຸວ່າ ໝີ່ສຳເລັດຮູບເກືອບຈະກາຍເປັນສ່ວນໜຶ່ງໃນຊີວິດຂອງຄົນຍຸກໃໝ່ ເຖິງແມ່ນທຸກຄົນຈະຮູ້ວ່າບໍ່ດີຕໍ່ສຸຂະພາບ ໂດຍລາວເປີດເຜີຍວ່າໝີ່ສຳເລັດຮູບມີ 4 ປັດໄຈຫຼັກທີ່ເປັນອັນຕະລາຍ ໄດ້ແກ່:

 

• ໂຊດ້ຽມສູງ: ປະລິມານໂຊດ້ຽມໃນໝີ່ໜຶ່ງຊອງອາດສູງເຖິງ 1,500–2,000 ມິນລິກຣາມ ຫຼື ຫຼາຍກວ່າ ຫາກຮັບປະທານໂຊດ້ຽມໃນປະລິມານຫຼາຍເປັນເວລານານ ອາດເພີ່ມຄວາມສ່ຽງຕໍ່ຄວາມດັນໂລຫິດສູງ ໂລກຫົວໃຈ ແລະ ໂລກໄຕ

 

• ນ້ຳມັນພືດທີ່ໃຊ້ທອດເສັ້ນ: ການທອດເສັ້ນດ້ວຍອຸນຫະພູມສູງເຮັດໃຫ້ເກີດໄຂມັນທີ່ຖືກອອກຊິໄດຊ໌ ແລະ ໄຂມັນທຣານສ໌ໃນບາງສ່ວນ ຊຶ່ງຫາກສະສົມຫຼາຍອາດເຮັດໃຫ້ເກີດການອັກເສບຊ້ຳເຮື້ອ ແລະ ບັນຫາກ່ຽວກັບໄຂມັນໃນເລືອດ

 

• ສານອາຫານຕ່ຳ: ເຖິງແມ່ນວ່າຈະໃຫ້ພະລັງງານສູງ ແຕ່ໝີ່ມັກຂາດວິຕາມິນ ແຮ່ທາດ ໄຟເບີ ແລະ ສານຕ້ານອະນຸມູນອິສະຫຼະ

 

• ເຮັດໃຫ້ນ້ຳຕານໃນເລືອດສູງ ແລະ ອິ່ມບໍ່ດົນ: ເພາະສ່ວນປະກອບຫຼັກແມ່ນແປ້ງຂັດຂາວຊຶ່ງຍ່ອຍງ່າຍ ເຮັດໃຫ້ນ້ຳຕານໃນເລືອດຂຶ້ນໄວ

 

ກິນໝີ່ສຳເລັດຮູບແນວໃດໃຫ້ປອດໄພ?

 

ໝໍເສີນແນະນຳ 4 ວິທີຫຼຸດຜົນເສຍຈາກໝີ່ ໄດ້ແກ່:

 

1. ຄວບຄຸມການໃຊ້ເຄື່ອງປຸງໃນຊອງ: ຫຼຸດປະລິມານເຄື່ອງປຸງລົງເຄິ່ງໜຶ່ງ ແລະ ຫຼີກຫຼ່ຽງການດື່ມນ້ຳຊຸບ ເພື່ອຄວບຄຸມປະລິມານໂຊດ້ຽມທີ່ເຂົ້າສູ່ຮ່າງກາຍ

2. ເພີ່ມໂປຣຕີນ ແລະ ໃຍອາຫານໃນຕົ້ມໝີ່: ເຊັ່ນ: ໃສ່ໄຂ່ (ລວກ/ຕົ້ມຍາງມະຕູມ), ເຕົ້າຫູ້, ຟອງເຕົ້າຫູ້, ເນື້ອບໍ່ຕິດມັນ ແລະ ຜັກຕ່າງໆ ເຊັ່ນ: ຜັກກວາງຕຸ້ງ, ເຫັດ ເປັນຕົ້ນ

3. ເລືອກໝີ່ສູດສຸຂະພາບ: ເຊັ່ນ: ໝີ່ບໍ່ຜ່ານການທອດ ຫຼື ໝີ່ສູດຫຼຸດໂຊດ້ຽມ ຫາກເປັນໝີ່ທີ່ຜ່ານການທອດ ແນະນຳໃຫ້ ລວກເສັ້ນ ຫຼື ແຊ່ນ້ຳກ່ອນ ແລ້ວຖອກນ້ຳຖິ້ມ ກ່ອນນຳໄປຕົ້ມແລ້ວຄ່ອຍປຸງ ວິທີນີ້ຈະຊ່ວຍຫຼຸດນ້ຳມັນທີ່ໃຊ້ທອດ ແລະສານອັນຕະລາຍທີ່ເກີດຈາກຄວາມຮ້ອນສູງ ລວມທັງຊ່ວຍຫຼຸດປະລິມານເກືອລົງອີກດ້ວຍ

4. ຄວບຄຸມຄວາມຖີ່: ໝໍແນະນຳວ່າຫາກຮັບປະທານພຽງອາທິດລະເທື່ອ ແລະ ເຮັດຕາມວິທີທີ່ແນະນຳ ກໍບໍ່ຕ້ອງກັງວົນຫຼາຍ

 

 

ໝໍເສີນຍັງກ່າວອີກວ່າ ໝີ່ສຳເລັດຮູບບໍ່ແມ່ນອາຫານຕ້ອງຫ້າມໂດຍສິ້ນເຊິງ ເຊັ່ນດຽວກັບຂອງວ່າງອື່ນໆ ສິ່ງສຳຄັນແມ່ນ “ກິນແນວໃດ ກິນຫຼາຍປານໃດ ແລະ ກິນຮ່ວມກັບອັນໃດ”

 

 

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Tuesday, 28 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,527
21,804
thailand (1)
THB
660.04
671.26
european-union
EUR
24,263
24,748
china
CNY
2,950
3,009
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 23 October, 2025
ຊະນິດນ້ຳມັນ
ລາຄາ
27,790
23,140
18,940
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Tuesday, 28 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
43,570,000
44,100,000
43,060,000
44,209,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-28T131634.320
5 ອາຫານ" ທີ່ບໍ່ຄວນແຊ່ຕູ້ເຢັນ ເພື່ອໃຫ້ທ່ານໄດ້ຮູ້ ແລະ ຫຼີກລ່ຽງ
pele - 2025-10-28T113904.088
ພິທີເປີດປ້າຍສະພາການຄ້າ ສປ ຈີນ ປະຈຳແຂວງອຸດົມໄຊ
jane - 2025-10-28T112148.117
ໃນວັນທີ 28/10/2025 ເກີດເຫດຄົນບໍ່ດີລັກຈູດກອງເຂົ້າປະຊາຊົນ ທີ່ບ້ານຫາດສາມຄອນ, ເມືອງທ່າໂທມ, ແຂວງໄຊສົມບູນ.
pele - 2025-10-28T100439.053
ຂີ່ລົດເມຟຣີໃນໄລຍະ 5 ວັນບຸນພຣະທາດຫຼວງ
jane - 2025-10-28T093749.176
ທໍາລາຍສິນຄ້ານໍາເຂົ້າບໍ່ຖືກຕ້ອງ ແລະ ສິນຄ້າໝົດອາຍຸ 82 ລາຍການ ຢູ່ແຂວງບໍ່ແກ້ວມູນຄ່າ 60 ລ້ານກວ່າກີບ
pele - 2025-10-28T092434.668
ຈະເລີ່ມໃຫ້ເປີດບໍ່ຂຸດຄົ້ນດິນແດງ ແລະ ດິນປະເພດຕ່າງໆ ນັບແຕ່ວັນທີ 1 ພະຈິກ 2025 ເປັນຕົ້ນໄປ
jane - 2025-10-28T091559.208
ສະພາບອາກາດປະຈໍາ ເຊົ້າວັນທີ 28 ຕຸລາ 2025
jane - 2025-10-27T163249.743
ຂ່າວຕ່າງປະເທດລາຍງານເກີດຫຍັງຂຶ້ນໃນທະເລຈີນໃຕ້? ເຮລິຄອບເຕີຕົກ ເຄື່ອງບິນຮົບສະຫະລັດຕົກ
pele - 2025-10-27T161248.319
ຍີ່ປຸ່ນ ສົ່ງຍານອະວະການຂົນສົ່ງລຸ້ນໃໝ່ຂຶ້ນສູ່ວົງໂຄຈອນ
jane - 2025-10-27T154503.393
ນາຍຍົກລັດຖະມົນຕີ ລາວ-ຫວຽດນາມ-ກໍາປູເຈຍ ພົບປະປຶກສາຫາລືການພົວພັນຮ່ວມມືສາມຝ່າຍຕາມການເຊື້ອເຊີນຂອງຝ່າຍກໍາປູເຈຍ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47
ຢ່າລື່ມກົດຕິດຕາມ