_cover (76)
ເກົາຫຼີເໜືອກຽມສົ່ງທະຫານຫຼາຍພັນຄົນໄປຣັດເຊຍ ອ້າງວ່າເປັນຫານຊ່ວຍຟື້ນຟູແຄວ້ນຄູສຄ໌
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 19 June, 2025
ໝວດ: ຂ່າວ

ເກົາຫຼີເໜືອກຽມສົ່ງທະຫານຫຼາຍພັນຄົນໄປຣັດເຊຍ ອ້າງວ່າເພື່ອຊ່ວຍເຫຼືອໃນການຟື້ນຟູແຄວ້ນຄູສຄ໌ທີ່ໄດ້ຮັບຄວາມເສຍຫາຍຈາກການຕໍ່ສູ້ກັບຢູເຄຣນ

 

ສຳນັກຂ່າວຕ່າງປະເທດລາຍງານວ່າ ທ່ານ ເຊີເກ ຊອຍກູ ເລຂາທິການສະພາຄວາມໝັ້ນຄົງແຫ່ງຣັດເຊຍ ເປີດເຜີຍໃນວັນພຸດທີ່ 18 ມິຖຸນາ 2025 ວ່າ ເກົາຫຼີເໜືອຈະສົ່ງທະຫານຈຳນວນຫຼາຍພັນຄົນມາຊ່ວຍຣັດເຊຍຟື້ນຟູແຄວ້ນຄູສຄ໌ ຊຶ່ງໄດ້ຮັບຄວາມເສຍຫາຍຈາກການເຮັດສົງຄາມລະຫວ່າງຣັດເຊຍກັບຢູເຄຣນ

 

ທ່ານຊອຍກູ ເດີນທາງຢ້ຽມກຸງ ປຍງຢາງ ແລະ ໄດ້ສົນທະນາກັບ ທ່ານ ຄິມ ຈອງ-ອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອເມື່ອວັນອັງຄານທີ່ຜ່ານມາ ໂດຍລາວລະບຸວ່າ ປຍງຢາງຈະສົ່ງກອງທັບສະໜັບສະໜູນການກໍ່ສ້າງກັບທະຫານອີກ 2 ກອງທັບ ຈຳນວນລວມ 5,000 ຄົນ ກັບເຈົ້າໜ້າທີ່ເກັບກູ້ລະເບີດອີກ 1,000 ຄົນ ມາຣັດເຊຍ

 

“ນີ້ເປັນການຊ່ວຍເຫຼືອມິດຕະພາບຈາກຄົນເກົາຫຼີເໜືອ ແລະ ຜູ້ນຳຄິມ ຈອງ-ອຶນ ຕໍ່ປະເທດຂອງເຮົາ” ທ່ານຊອຍກູກ່າວ ຂະນະທີ່ສຳນັກຂ່າວຂອງເກົາຫຼີເໜືອບອກດ້ວຍວ່າ ທ່ານຄິມກັບທ່ານຊອຍກູຍັງປຶກສາຫາລືກັນເລື່ອງແຜນການລະຍະຍາວອື່ນໆ ດ້ວຍ

 

ດ້ານປະເທດເພື່ອນບ້ານຂອງເກົາຫຼີເໜືອຢ່າງເກົາຫຼີໃຕ້ ແລະ ຍີ່ປຸ່ນ ອອກມາປະນາມແຜນການດັ່ງກ່າວທັນທີ ໂດຍລັດຖະບານກຸງໂຊລລະບຸວ່າ ແຜນການນີ້ລະເມີດການຄວ່ຳບາດຂອງສະຫະປະຊາຊາດທີ່ບັງຄັບໃຊ້ກັບເກົາຫຼີເໜືອ ທ່າມກາງຄວາມກັງວົນເລື່ອງຄວາມສຳພັນທາງທະຫານທີ່ລຶກລ້ຳຂຶ້ນລະຫວ່າງປຽງຢາງກັບມອສໂກ

 

ຂະນະທີ່ໂຄສົກກະຊວງຕ່າງປະເທດສະຫະລັດ ບອກກັບສຳນັກຂ່າວຢອນຮັບຂອງເກົາຫຼີໃຕ້ວ່າ ການທີ່ຣັດເຊຍໃຊ້ແຮງງານ ແລະ ທະຫານເກົາຫຼີເໜືອເພື່ອສະໜັບສະໜູນສົງຄາມຂອງພວກເຂົາໃນຢູເຄຣນ ເປັນເລື່ອງທີ່ນ່າກັງວົນຢ່າງຍິ່ງ ໂດຍປຽງຢາງກຳລັງພຶ່ງພາຣັດເຊຍຢ່າງໜັກໃນການຈັດຫາທຶນທີ່ພວກເຂົາຕ້ອງການ ແລກກັບການຈ້າງແຮງງານ ແລະ ທະຫານ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 10 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.34
670.19
european-union
EUR
24,089
24,571
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
pele - 2025-10-10T113327.708
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ
jane - 2025-10-10T100825.801
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ