_cover (79)
ຟຣີ ວີຊາ"ຈີນ" ຄົນຕ່າງປະເທດພາກັນມາທ່ອງທ່ຽວສູງເຖິງ 132 ລ້ານຄົນ ການໃຊ້ຈ່າຍສູງຂຶ້ນ 94,200 ລ້ານໂດລາ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 20 June, 2025
ໝວດ: ຂ່າວ

ປະເທດຈີນກຳລັງປະສົບຜົນສຳເລັດໃນການດຶງດູດນັກທ່ອງທ່ຽວຕ່າງຊາດເຂົ້າສູ່ປະເທດ ດ້ວຍກະແສຕອບຮັບທີ່ດີ ແລະ ຄົນຫລັ່ງໄຫລເຂົ້າມາຫຼາຍຂຶ້ນ

 

ໂດຍຂໍ້ມູນຫຼ້າສຸດ ຈາກກະຊວງວັດທະນະທຳ ແລະ ການທ່ອງທ່ຽວຂອງຈີນ ທີ່ໄດ້ເປີດເຜີຍ ໃນລາຍການ China Economic Roundtable ຂອງສຳນັກຂ່າວຊິນຫົວເມື່ອບໍ່ດົນມານີ້ລະບຸວ່າ ປີທີ່ຜ່ານມາ (ປີ 2024) ມີນັກທ່ອງທ່ຽວຂາເຂົ້າສູ່ຈີນໃນປີ 2024 ຫຼາຍເຖິງ 132 ລ້ານຄົນ ແລະ ຍັງມີການໃຊ້ຈ່າຍສູງເຖິງ 94,200 ລ້ານໂດລາສະຫະລັດ

 

ເພີ່ມຂຶ້ນເຖິງ 97.2% ຈາກປີກ່ອນ ສ່ວນປີນີ້ກໍຍັງຮ້ອນແຮງຕໍ່ເນື່ອງ ເພາະມີຕົວເລກນັກທ່ອງທ່ຽວຂາເຂົ້າສູ່ຈີນໃນໄຕມາດທຳອິດ (ມັງກອນ-ມີນາ) ຂອງປີນີ້ຢູ່ທີ່ 35.02 ລ້ານຄົນ ເພີ່ມຂຶ້ນ 19.6% ເມື່ອທຽບປີຕໍ່ປີ

 

ຕົວເລກການໃຊ້ຈ່າຍໃນຈີນ ກາລັນຕີໄດ້ຊັດເຈນຈາກຍອດການໃຊ້ຈ່າຍໃນການເດີນທາງເຂົ້າປະເທດ ເຊັ່ນ: ຜູ້ໃຫ້ບໍລິການຊຳລະເງິນຜ່ານໂທລະສັບມືຖືລາຍໃຫຍ່ຢ່າງ Alipay ຂອງຈີນອອກລາຍງານວ່າການໃຊ້ຈ່າຍຂອງນັກທ່ອງທ່ຽວຂາເຂົ້າເພີ່ມຂຶ້ນ 180% ຕັ້ງແຕ່ວັນທີ 1 ເຖິງ 3 ພຶດສະພາຂອງປີນີ້ ເມື່ອທຽບກັບຊ່ວງເວລາດຽວກັນຂອງປີກ່ອນ (ປີ 2024)

 

ເຊັ່ນດຽວກັນກັບຂໍ້ມູນຈາກເຄືອຂ່າຍລົດໄຟຂອງຈີນລະບຸວ່າ ໄດ້ໃຫ້ບໍລິການຜູ້ໂດຍສານຫຼາຍເຖິງ 1,860 ລ້ານເທື່ອໃນຊ່ວງ 5 ເດືອນທຳອີດ ຂອງປີນີ້ ອ້າງອີງຈາກຂໍ້ມູນຂອງບໍລິສັດຜູ້ດຳເນີນການລົດໄຟແຫ່ງຊາດ “China State Railway Group Co., Ltd.” ເປີດເຜີຍວ່າ ຕົວເລກດັ່ງກ່າວນີ້ເພີ່ມຂຶ້ນມາ 7.3% ເມື່ອທຽບກັບຊ່ວງດຽວກັນຂອງປີກ່ອນ ແລະ ຖືເປັນລະດັບສູງສຸດເປັນປະຫວັດການສຳລັບຊ່ວງເວລາດຽວກັນໃນອະດີດ

 

ຫນຶ່ງໃນຫົວໃຈສຳຄັນທີ່ເຮັດໃຫ້ຄົນແຫ່ໄປທ່ຽວຈີນກໍຄືຟຣີວີຊາ ຈາກເດີມຈີນອາດຈະບໍ່ເປີດປະຕູໃຫ້ຄົນຕ່າງປະເທດງ່າຍໆ

 

ມື້ນີ້ຈີນກຳລັງປະກາດຟຣີວີຊາໃຫ້ຫຼາຍໆປະເທດທົ່ວໂລກເພີ່ມຂຶ້ນຢ່າງຕໍ່ເນື່ອງ ເຊັ່ນ: ລ່າສຸດ ປະເທດໃນລາຕິນອະເມລິກາຈີນໄດ້ເລີ່ມທົດລອງໃຫ້ ພົນລະເມືອງຈາກປະເທດບຣາຊິລ, ອາເຈນຕິນາ, ຊິເລ, ເປຣູ, ອູຣູກວາຍ ເຂົ້າຈີນໂດຍບໍ່ຕ້ອງໃຊ້ວີຊາ ນັບຕັ້ງແຕ່ 1 ມິຖຸນາທີ່ຜ່ານມາ ລວມທັງຍັງໄດ້ຍົກເວັ້ນວີຊາໃຫ້ກັບທຸກປະເທດໃນກຸ່ມສະພາຄວາມຮ່ວມມື ອ່າວເອີຣົບດ້ວຍ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 10 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.34
670.19
european-union
EUR
24,089
24,571
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
pele - 2025-10-10T113327.708
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ
jane - 2025-10-10T100825.801
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ