_cover (84)
ທຣຳ ຂີດເສັ້ນຕາຍ 2 ອາທິດ ໃນການຕັດສິນໃຈວ່າສະຫະລັດຈະເຂົ້າຮ່ວມສົງຄາມກັບອີຫຣ່ານ ຄຽງຂ້າງອິສຣາເອນຫຼືບໍ່
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 20 June, 2025
ໝວດ: ຂ່າວ

ທຳນຽບຂາວລະບຸວ່າ ໂດນັລ ທຣຳ ປະທານາທິບໍດີສະຫະລັດ ໄດ້ກຳນົດເສັ້ນຕາຍສອງອາທິດໃນການຕັດສິນໃຈວ່າສະຫະລັດຈະເຂົ້າຮ່ວມສົງຄາມກັບອີຫຣ່ານ ຄຽງຂ້າງອິສຣາເອນຫຼືບໍ່ ໂດຍໃຫ້ເວລານີ້ເປັນໂອກາດໃນການຫາທາງອອກໂດຍການເຈລະຈາ

 

ການເປີດຊ່ອງທາງການທູດດັ່ງກ່າວເກີດຂຶ້ນຫຼັງຈາກລັດຖະມົນຕີກະຊວງພາຍໃນອິສຣາເອນ ປະກາດວ່າເປົ້າໝາຍຂອງສົງຄາມຄືການປ່ຽນແປງລະບອບການປົກຄອງໃນກຸງເຕຫະຣານ

 

ໂດຍລະຫວ່າງການຢ້ຽມຢາມໂຮງໝໍແຫ່ງໜຶ່ງຊຶ່ງຖືກຂີປະນາວຸດຂອງອີຫຣ່ານໂຈມຕີ ລາວກ່າວວ່າ ຜູ້ນຳສູງສຸດຂອງອີຫຣ່ານ ອາຢາຕອນເລາະຮ໌ ອາລີ ຄາເມເນອີ ບໍ່ຄວນໄດ້ຮັບອະນຸຍາດໃຫ້ມີຊີວິດຢູ່ ພ້ອມເປີດເຜີຍວ່າລາວໄດ້ສັ່ງເພີ່ມການໂຈມຕີເພື່ອທຳລາຍລັດຖະບານອີຫຣ່ານ

 

ຕໍ່ມາ ທ່ານ ເບັນຈາມິນ ເນທັນຢາຮູ ນາຍົກລັດຖະມົນຕີອິສຣາເອນ ກ່າວຢ້ຳວ່າ ການໂຄ່ນລົ້ມຜູ້ນຳອີຫຣ່ານ ບໍ່ແມ່ນເປົ້າໝາຍຢ່າງເປັນທາງການ

 

ແຫຼ່ງຂ່າວທີ່ໃກ້ຊິດກັບການພິຈາລະນາຄັ້ງນີ້ເປີດເຜີຍວ່າ ການຕັດສິນໃຈຂອງທຣຳວ່າຈະຮ່ວມໂຈມຕີອີຫຣ່ານຫຼືບໍ່ ຍັງຂຶ້ນຢູ່ກັບວ່າລະເບີດ “ບັງເກີບັສເຕີ” ພະລັງທຳລາຍສູງຂອງສະຫະລັດ ຈະສາມາດທຳລາຍສະຖານທີ່ຜະລິດນິວເຄຼຍທີ່ມີການປ້ອງກັນແໜ້ນໜາທີ່ສຸດຂອງອີຫຣ່ານໄດ້ຫຼືບໍ່

 

ອິສຣາເອນບໍ່ມີອາວຸດທີ່ສາມາດທຳລາຍສູນຟອໂດວ໌ ຊຶ່ງຝັງເລິກເຖິງ 100 ແມັດ ກ້ອງພູໃກ້ເມືອງສັກສິດໂກມ ເນທັນຢາຮູ ແລະ ພັນທະມິດໄດ້ໂນ້ມນ້າວໃຫ້ສະຫະລັດ ປ່ຽນບົດບາດຈາກການສະໜັບສະໜູນການປ້ອງກັນຂອງອິສຣາເອນ ມາເປັນການເຂົ້າຮ່ວມການໂຈມຕີ ໂດຍບອກກັບທຣຳວ່າ ລາວເປັນຜູ້ດຽວທີ່ສາມາດຢຸດໂຄງການນິວເຄຼຍຂອງອີຫຣ່ານໄດ້

 

ເຖິງແມ່ນວ່າຈະມີການຈັດກະກຽມແຜນໂຈມຕີໄວ້ແລ້ວ ແຕ່ທຣຳຍັງລໍຖ້າເບິ່ງວ່າອີຫຣ່ານຈະຍອມຕົກລົງໃນວິນາທີສຸດທ້າຍເພື່ອຢຸດຕິໂຄງການນິວເຄຼຍຫຼືບໍ່

 

ທ່າມກາງຄຳເຕືອນຈາກທົ່ວໂລກກ່ຽວກັບການຍົກລະດັບຄວາມຂັດແຍ້ງຢ່າງຮຸນແຮງ ເອີຮົບກຳລັງກົດດັນໃຫ້ເກີດການເຈລະຈາທາງການທູດ ໂດຍລັດຖະມົນຕີຕ່າງປະເທດຂອງອີຫຣ່ານກຳລັງເດີນທາງໄປເຈນີວາ ເພື່ອພົບປະກັບລັດຖະມົນຕີຕ່າງປະເທດຂອງອັງກິດ ຝຣັ່ງ ແລະ ເຢຍລະມັນ

 

ຂະນະດຽວກັນ ປະທານາທິບໍດີລັດເຊຍ ວລາດິເມຍ ປູຕິນ ແລະ ປະເທດໃນພູມິພາກລວມທັງໂອມານ ກໍໄດ້ເສະເໜີຕົວເປັນຄົນກາງໃນການໄກ່ເກ່ຍ

 

ເມື່ອອິສຣາເອນເປີດສາກໂຈມຕີເມື່ອອາທິດກ່ອນ ເນທັນຢາຮູອະທິບາຍວ່າ ຄືປະຕິບັດການຈຳກັດ ເພື່ອຢຸດຢັ້ງຄວາມຄືບໜ້າຂອງອີຫຣ່ານໃນການສ້າງລະເບີດນິວເຄຼຍ ແຕ່ກໍເລີ່ມສະແດງອອກຊັດເຈນຫຼາຍຂຶ້ນວ່າຕ້ອງການໃຫ້ລັດຖະບານໃນອີຫຣ່ານລົ່ມສະຫຼາຍ

 

ລະຫວ່າງການຢ້ຽມຢາມໂຮງໝໍໂຊໂຣກາໃນເບເອີເຊວາ ຊຶ່ງຖືກຂີປະນາວຸດອີຫຣ່ານໂຈມຕີ ເນທັນຢາຮູ ກ່າວວ່າ ອິສຣາເອນກຳລັງສ້າງເງື່ອນໄຂໃຫ້ເກີດການປ່ຽນແປງລະບອບການປົກຄອງໃນອີຫຣ່ານ ແຕ່ປະຊາຊົນອີຫຣ່ານຕ້ອງເປັນຜູ້ລຸກຂຶ້ນສູ້

 

ການໂຈມຕີໂຮງໝໍໂຊໂຣກາໂດຍອີຫຣ່ານບໍ່ເຮັດໃຫ້ມີຜູ້ໄດ້ຮັບບາດເຈັບສາຫັດ ເນື່ອງຈາກເຈົ້າໜ້າທີ່ ແລະ ຜູ້ປ່ວຍຢູ່ໃນພື້ນທີ່ປອດໄພ ຂີປະນາວຸດລູກອື່ນໆ ຕົກໃນພື້ນທີ່ອ້ອມຮອບກຸງເທລອາວີຟ ເຮັດໃຫ້ມີຜູ້ບາດເຈັບກວ່າ 200 ຄົນທົ່ວປະເທດ ໃນຈຳນວນນີ້ 4 ຄົນ ບາດເຈັບສາຫັດ ໜຶ່ງລູກຕົກຖືກຖານອາຄານສູງໃນຣາມັດກັນ ໃກ້ໃຈກາງເທລອາວີຟ ຫ່າງຈາກສູນການຄ້າເພັດປະມານ 200 ແມັດ

 

ກອງທັບອີຫຣ່ານໄດ້ເຄື່ອນຍ້າຍຂີປະນາວຸດເພື່ອກະກຽມໂຈມຕີຜົນປະໂຫຍດຂອງສະຫະລັດ ຫາກເຂົ້າຮ່ວມສົງຄາມ ແລະ ເຈົ້າໜ້າທີ່ກຳລັງພິຈາລະນາທາງເລືອກຕອບໂຕ້ໜຶ່ງໃນໄພຂຸກຄາມທີ່ຮ້າຍແຮງທີ່ສຸດຕັ້ງແຕ່ການປະຕິວັດປີ 1979 ທີ່ນຳໂດຍກຸ່ມນັກບວດ

 

ສຳນັກຂ່າວຣອຍເຕີລາຍງານວ່າ ເບຮ໌ນຳ ຊາອີດີ ສະມາຊິກຄະນະກຳມາທິການຄວາມໝັ້ນຄົງແຫ່ງຊາດຂອງອີຫຣ່ານ ກ່າວວ່າ ອີຫຣ່ານອາດພະຍາຍາມປິດຊ່ອງແຄບອໍມຸດ ຊ່ອງແຄບແຄບໆ ແຫ່ງນີ້ເປັນເສັ້ນທາງລຳລຽງນ້ຳມັນໜຶ່ງໃນຫ້າຂອງຄວາມຕ້ອງການນ້ຳມັນລາຍວັນຂອງໂລກ

 

ຂະນະນີ້ຫຼາຍປະເທດກຳລັງກະກຽມອົບພະຍົບພົນລະເມືອງຂອງຕົນອອກຈາກອີຫຣ່ານ ແລະ ອິສຣາເອນ ໃນຂະນະທີ່ມີການຈັດຖ້ຽວບິນເພື່ອພາຄົນອິສຣາເອນຫຼາຍໝື່ນຄົນທີ່ຕິດຄ້າງໃນຕ່າງປະເທດກັບບ້ານ ໂດຍສະໜາມບິນຫຼັກຂອງອິສຣາເອນຍັງຄົງປິດຕັ້ງແຕ່ການໂຈມຕີອີຫຣ່ານເລີ່ມຕົ້ນຂຶ້ນ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 20 June, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,421
21,697
thailand (1)
THB
653.16
665.57
european-union
EUR
23,664
24,138
china
CNY
2,902
2,960
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
_cover (84)
ທຣຳ ຂີດເສັ້ນຕາຍ 2 ອາທິດ ໃນການຕັດສິນໃຈວ່າສະຫະລັດຈະເຂົ້າຮ່ວມສົງຄາມກັບອີຫຣ່ານ ຄຽງຂ້າງອິສຣາເອນຫຼືບໍ່
pele (79)
ການປິດນ້ຳປະປາຊົ່ວຄາວ ໃນວັນທີ 21 ມິຖຸນາ 2025 ໃນບາງເຂດເມືອງ ໄຊເສດຖາ
_cover (82)
ນັກວິໄຈ MIT ເປີດເຜີຍວ່າການໃຊ້ ChatGPT ເລື້ອຍໆອາດສະໝອງຝໍ່ ຫຼັງພົບວ່າສະໝອງຄິດນ້ອຍລົງ ລືມສິ່ງທີ່ຂຽນ ສ່ຽງຮຽນຮູ້ຊ້າຖາວອນ
pele (77)
ວຽກງານປັບປຸງຄຸນະພາບການສຶກສາ ສາມາດບັນລຸໄດ້ 12 ຄາດໝາຍ ແລະ ຍັງ 4 ຄາດໝາຍບໍ່ສາມາດບັນລຸໄດ້
_cover (81)
ປະກາດຫາເຈົ້າຂອງລົດຈັກ ຈຳນວນ 52 ຄັນ ລົດທ່ານໃດເສຍໃຫ້ນຳເອກະສານມາພົວພັນເອົາດ່ວນ
_cover (80)
ຍານ "ສະຕຣາຊິບ" ຂອງສະເປດເອັກຊ໌ ລະເບີດຄາແທ່ນປ່ອຍຂະນະທີ່ກຳລັງກຽມທົດສອບ
pele (74)
ປກສ ເມືອງວຽງພູຄາ ທໍາລາຍອາໄຫຼ່ລົດຈັກທີ່ບໍ່ຖືກຕ້ອງ
site cover1 (27)
ອຸປະກອນ Android ຫຼາຍກວ່າລ້ານເຄື່ອງທົ່ວໂລກ ກຳລັງຕິດມັນແວ Badbox 2.0 ຢູ່ໃນຕອນນີ້
_cover (79)
ຟຣີ ວີຊາ"ຈີນ" ຄົນຕ່າງປະເທດພາກັນມາທ່ອງທ່ຽວສູງເຖິງ 132 ລ້ານຄົນ ການໃຊ້ຈ່າຍສູງຂຶ້ນ 94,200 ລ້ານໂດລາ
pele (72)
ຖ້າມະນຸດທົ່ວໂລກ "ຢຸດມີລູກພ້ອມກັນ" ຈະເກີດຫຍັງຂຶ້ນ? ມະນຸດຊາດຈະຢູ່ລອດໄດ້ອີກຈັກປີ?
ຢ່າລື່ມກົດຕິດຕາມ