ເຈົ້າໜ້າທີ່ລະດັບສູງຂອງສະຫະລັດເປີດເຜີຍ ບໍລິສັດເອໄອ DeepSeek ໃຫ້ຄວາມຊ່ວຍເຫຼືອດ້ານປະຕິບັດການທາງທະຫານ ແລະ ຂ່າວກອງຂອງຈີນ ແລະ ຍັງພະຍາຍາມໃຊ້ “ບໍລິສັດທີ່ຕັ້ງຂຶ້ນເພື່ອປິດບັງຕົວຈິງ” ໃນເອເຊຍຕາເວັນອອກສຽງໃຕ້ເພື່ອເຂົ້າເຖິງເຊມິຄອນດັກເຕີ້ລະດັບໄຮເອນທີ່ບໍ່ສາມາດຈັດສົ່ງໄປຈີນໄດ້ພາຍໃຕ້ມາດຕະການຄວບຄຸມການສົ່ງອອກຂອງສະຫະລັດ
ຂໍ້ສະຫຼຸບຂອງສະຫະລັດຊີ້ໃຫ້ເຫັນເຖິງຄວາມເຊື່ອໝັ້ນທີ່ເພີ່ມຫຼາຍຂຶ້ນໃນວໍຊິງຕັນວ່າ ສັກຍະພາບເບື້ອງຫຼັງການເຕີບໂຕຢ່າງໄວ ຂອງບໍລິສັດເອໄອຈີນແຫ່ງນີ້ອາດເປັນການອວດອ້າງເກີນຈິງ ແລະ ແທ້ຈິງກັບຕ້ອງພຶ່ງພາເຕັກໂນໂລຢີຂອງສະຫະລັດຢ່າງຫຼວງຫຼາຍ
DeepSeek ຊຶ່ງມີສຳນັກງານໃຫຍ່ຢູ່ໃນເມືອງຫາງໂຈວ ສ້າງຄວາມແຕກຕື່ນໄປທົ່ວວົງການເຕັກໂນໂລຢີໃນເດືອນມັງກອນ ຫຼັງອອກມາປະກາດວ່າ ໂມເດລການໃຊ້ເຫດຜົນແບບເອໄອຂອງຕົນນັ້ນເທົ່າທຽມ ຫຼື ດີກວ່າໂມເດລຊັ້ນນຳຂອງອຸດສາຫະກຳໃນສະຫະລັດ ຂະນະທີ່ໃຊ້ຕົ້ນທຶນພຽງໜ້ອຍດຽວ
“ພວກເຮົາເຂົ້າໃຈວ່າ DeepSeek ເຕັມໃຈໃຫ້ການສະໜັບສະໜູນ ແລະ ໜ້າຈະຍັງຄົງໃຫ້ການສະໜັບສະໜູນປະຕິບັດການທາງທະຫານ ແລະ ຂໍ້ມູນລັບຂອງຈີນຕໍ່ໄປ” ເຈົ້າໜ້າທີ່ລະດັບສູງຂອງກະຊວງການຕ່າງປະເທດສະຫະລັດຄົນໜຶ່ງໃຫ້ສຳພາດກັບສຳນັກຂ່າວຣອຍເຕີ
ໃນບັນດາຂໍ້ກ່າວຫາທັງໝົດ ເຈົ້າໜ້າທີ່ຜູ້ນີ້ອ້າງວ່າ DeepSeek ກຳລັງແບ່ງປັນຂໍ້ມູນ ແລະ ສະຖິຕິຂອງຜູ້ໃຊ້ງານໃຫ້ກັບໜ່ວຍສອດແນມຂອງປັກກິ່ງ ຂະນະທີ່ຜູ້ໃຫ້ບໍລິການຄລາວ ລາຍໃຫຍ່ 3 ລາຍຂອງສະຫະລັດ ໄດ້ແກ່ Amazon, Microsoft ແລະ Google ຂອງຄ່າຍ Alphabet ຕ່າງກໍສະເໜີບໍລິການ DeepSeek ໃຫ້ກັບລູກຄ້າ
ກົດໝາຍຈີນກຳນົດໃຫ້ບໍລິສັດທີ່ດຳເນີນທຸລະກິດໃນຈີນຕ້ອງໃຫ້ຂໍ້ມູນແກ່ລັດຖະບານເມື່ອໄດ້ຮັບການຮ້ອງຂໍ ແຕ່ຂໍ້ກ່າວຫາທີ່ວ່າ DeepSeek ເຮັດແບບນີ້ຢູ່ແລ້ວມີແນວໂນ້ມໃຫ້ເກີດ ຄຳຖາມເລື່ອງຄວາມເປັນສ່ວນຕົວ ແລະ ຂໍ້ກັງວົນອື່ນໆ ສຳລັບຜູ້ໃຊ້ຫຼາຍສິບລ້ານຄົນທົ່ວໂລກ
ນອກຈາກນີ້ ສະຫະລັດຍັງຄົງມີມາດຕະການຈຳກັດຕໍ່ບໍລິສັດທີ່ເຊື່ອວ່າເຊື່ອມໂຍງກັບອຸດສາຫະກຳທາງທະຫານຂອງຈີນດ້ວຍ
ກ່ອນໜ້ານີ້ ສະມາຊິກສະພາຄອງເກຣສຫຼາຍຄົນເຄີຍກ່າວໄວ້ວ່າ DeepSeek ສົ່ງຂໍ້ມູນຂອງຜູ້ໃຊ້ຄົນອາເມລິກັນໄປຍັງຈີນຜ່ານ “ໂຄງສ້າງພື້ນຖານປະຕູຫຼັງ” ທີ່ເຊື່ອມຕໍ່ກັບ China Mobile ຊຶ່ງເປັນບໍລິສັດໂທລະຄົມນາຄົມລາຍໃຫຍ່ຂອງລັດຖະບານຈີນ
ລ່າສຸດ DeepSeek ຍັງບໍ່ຕອບຄຳຖາມສື່ກ່ຽວກັບແນວທາງປະຕິບັດດ້ານຄວາມເປັນສ່ວນຕົວ
DeepSeek ຍັງຖືກອ້າງອີງຫຼາຍກວ່າ 150 ຄັ້ງໃນບັນທຶກການຈັດຊື້ຈັດຈ້າງຂອງກອງທັບປົດປ່ອຍປະຊາຊົນຈີນ (PLA) ແລະ ໜ່ວຍງານອື່ນໆ ທີ່ກ່ຽວຂ້ອງກັບຖານອຸດສາຫະກຳປ້ອງກັນປະເທດຂອງຈີນ ແຖມຍັງໃຫ້ບໍລິການດ້ານເຕັກໂນໂລຢີໃຫ້ສະຖາບັນວິໄຈຕ່າງໆ ຂອງ PLA ອີກດ້ວຍ ຕາມຂໍ້ມູນຈາກເຈົ້າໜ້າທີ່ສະຫະລັດ ຊຶ່ງສຳນັກຂ່າວຣອຍເຕີຍັງບໍ່ສາມາດກວດສອບຢືນຢັນໄດ້
ເຈົ້າໜ້າທີ່ຄົນດັ່ງກ່າວຍັງອ້າງອີກວ່າ DeepSeek ໃຊ້ວິທີຫຼົບຫຼີກມາດຕະການຄວບຄຸມສົ່ງອອກຂອງສະຫະລັດເພື່ອເຂົ້າເຖິງຊິບຂັ້ນສູງທີ່ຜະລິດໃນອາເມລິກາ
ປັດຈຸບັນ DeepSeek ຍັງຄົງສາມາດເຂົ້າເຖິງຊິບ H100 ລະດັບໄຮເອນຂອງບໍລິສັດ Nvidia ຂອງສະຫະລັດໄດ້ “ໃນປະລິມານຫຼາຍ” ທັງທີ່ຊິບເຫຼົ່ານີ້ຢູ່ພາຍໃຕ້ຂໍ້ຈຳກັດການສົ່ງອອກຂອງສະຫະລັດມາຕັ້ງແຕ່ປີ 2022 ເນື່ອງຈາກວໍຊິງຕັນກັງວົນວ່າຈີນອາດໃຊ້ຊິບເຫຼົ່ານີ້ເພື່ອພັດທະນາຂີດຄວາມສາມາດທາງທະຫານ ຫຼື ກ້າວແຊງສະຫະລັດໃນດ້ານເອໄອ
“DeepSeek ໃຊ້ບໍລິສັດເປືອກໃນເອເຊຍຕາເວັນອອກສຽງໃຕ້ເພື່ອຫຼີກລ່ຽງມາດຕະການຄວບຄຸມການສົ່ງອອກ ແລະ ພະຍາຍາມໃຊ້ສູນຂໍ້ມູນຕ່າງໆ ໃນເອເຊຍຕາເວັນອອກສຽງໃຕ້ເພື່ອເຂົ້າເຖິງຊິບຂອງສະຫະລັດຈາກລະຍະໄກ” ເຈົ້າໜ້າທີ່ຄົນດັ່ງກ່າວອ້າງ
ຢ່າງໃດກໍຕາມ ເຈົ້າໜ້າທີ່ອາເມລິກາຄົນນີ້ປະຕິເສດທີ່ຈະໃຫ້ຂໍ້ມູນວ່າ DeepSeek ຫຼີກລ່ຽງມາດຕະການຄວບຄຸມການສົ່ງອອກສຳເລັດຫຼືບໍ່ ແລະ ບໍ່ໃຫ້ລາຍລະອຽດເພີ່ມເຕີມກ່ຽວກັບບໍລິສັດເປືອກທີ່ອ້າງວ່າມີຢູ່
ເມື່ອຖືກຖາມວ່າສະຫະລັດຈະຍົກລະດັບຄວບຄຸມການສົ່ງອອກ ຫຼື ຕັດການຕິດຕໍ່ທາງເສດຖະກິດ DeepSeek ເພີ່ມເຕີມຫຼືບໍ່ ເຈົ້າໜ້າທີ່ຄົນດັ່ງກ່າວຕອບວ່າ “ເວລານີ້ກະຊວງຍັງບໍ່ມີຊໍ້ມູນຈະປະກາດ”
ດ້ານ DeepSeek ເອງຍັງບໍ່ອອກມາຕອບຄຳຖາມກ່ຽວກັບການເຂົ້າເຖິງຊິບຂອງ Nvidia ຫຼື ການໃຊ້ບໍລິສັດເປືອກຕາມທີ່ຖືກກ່າວຫາ
DeepSeek ລະບຸວ່າ ໂມເດລເອໄອ 2 ຕົວທີ່ພວກຜູ້ບໍລິຫານໃນ ຊິລິຄອນແວນລີ້ ແລະ ວິສະວະກອນຂອງບໍລິສັດເຕັກໂນໂລຢີໃນສະຫະລັດອາເມລິກາຕ່າງຍົກຍ້ອງຢ່າງຫຼວງຫຼາຍ ຊຶ່ງໄດ້ແກ່ DeepSeek-V3 ແລະ DeepSeek-R1 ນັ້ນ ສາມາດເທຽບຄຽງໄດ້ກັບໂມເດລທີ່ກ້າວໜ້າທີ່ສຸດຂອງ OpenAI ແລະ Meta
ຢ່າງໃດກໍຕາມ ຜູ້ຊ່ຽວຊານດ້ານເອໄອຍັງສະແດງຄວາມກັງຂາ ໂດຍເຊື່ອວ່າຕົ້ນທຶນທີ່ແທ້ຈິງໃນການຝຶກໂມເດລເອໄອນັ້ນໜ້າຈະສູງກວ່າຕົວເລກ 5.58 ລ້ານໂດລາທີ່ DeepSeek ອ້າງວ່າໃຊ້ໄປກັບພະລັງການປະມວນຜົນ
ສຳນັກຣອຍເຕີເຄີຍລາຍງານກ່ອນໜ້ານີ້ວ່າ ເຈົ້າໜ້າທີ່ສະຫະລັດກຳລັງສືບສວນວ່າ DeepSeek ມີການເຂົ້າເຖິງຊິບເອໄອທີ່ຖືກຈຳກັດການສົ່ງອອກຫຼືບໍ່
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,418 | 21,694 |
![]() THB | 658.08 | 668.21 |
![]() EUR | 23,836 | 24,313 |
![]() CNY | 2,909 | 2,967 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,230 |
![]() | 22,560 |
![]() | 18,370 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 34,990,000 | 35,520,000 |
![]() | 34,640,000 | 35,629,000 |