_cover (91)
ປະເທດ "ກຣີສ" ປະກາດພາວະສຸກເສີນ ປະເຊີນໄຟປ່າຄັ້ງໃຫຍ່ ເຂົ້າວັນທີ່ 3 ຍັງຄວບຄຸມໄຟບໍ່ໄດ້ ໄຟລາມເຂົ້າຊຸມຊົນ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 24 June, 2025
ໝວດ: ຂ່າວ

ເກາະຄິອອສຂອງປະເທດກຣີສປະກາດພາວະສຸກເສີນໄຟປ່າ

 

ໄຟປ່າເທິງເກາະຄິອອສເຂົ້າສູ່ວັນທີ່ 3 ໃນວັນນີ້ (24 ມິຖຸນາ) ເກີດໄຟປ່າໃຫຍ່ທັງໝົດ 5 ຈຸດ ຍັງລຸກລາມ ແລະ ຄວບຄຸມບໍ່ໄດ້ເນື່ອງຈາກກະແສລົມແຮງ ບວກກັບອຸນຫະພູມສູງເທິງເກາະຄິອອສ 30 ອົງສາເຊນຊຽສ ແລະ ຍັງຄາດວ່າອຸນຫະພູມຈະຮ້ອນຍິ່ງຂຶ້ນໄປຈົນເຖິງທ້າຍອາທິດນີ້

 

ສື່ທ້ອງຖິ່ນກຣີສລາຍງານອົບພະຍົບ 17 ຊຸມຊົນ ຫຼັງໄຟປ່າລາມເຖິງບ້ານເຮືອນປະຊາຊົນເທິງເກາະອີຈຽນ (Aegean) ອາຄານບ້ານເຮືອນຫຼາຍຫຼັງຖືກເຜົາໄໝ້ ລວມໄປເຖິງພື້ນທີ່ປູກຝັງ ແລະ ໂຄງສ້າງພື້ນຖານດ້ວຍ

 

ເກີດໄຟຟ້າດັບເປັນວົງກວ້າງ ຫຼັງເຄືອຂ່າຍຈ່າຍກະແສໄຟຟ້າໃນພື້ນທີ່ໄຟປ່າເສຍຫາຍຈາກໄຟປ່າ ແລະ ກຳລັງມີແຜນຈະຕັດໄຟຟ້າ ເພື່ອໃຫ້ເຈົ້າໜ້າທີ່ດັບເພີງທີ່ກຳລັງດັບໄຟປ່າ ເຮັດວຽກໄດ້ງ່າຍຂຶ້ນ

 

ເຈົ້າໜ້າທີ່ດັບເພີງຈາກພື້ນທີ່ອື່ນຖືກລະດົມໄປຊ່ວຍດັບໄຟທີ່ເກາະຄິອອສເມື່ອວານນີ້ (23 ມິຖຸນາ) ນັກດັບເພີງຈາກກຸງເອເທນສ໌ ເມືອງຫຼວງ ແລະ ເມືອງເທດຊາໂລນິກິ 90 ຄົນ ຈະຖືກສົ່ງໄປສົມທົບຊ່ວຍນັກດັບເພີງ 190 ຄົນ ທີ່ກຳລັງດັບໄຟປ່າຢູ່ເທິງເກາະຄິອອສ ໂດຍມີເຮືອບິນ ແລະ ເຮລິຄອບເຕີສະໜັບສະໜູນຫຼາຍກວ່າ 10 ລຳ

 

ໄຟປ່າເທິງເກາະຄິອອສທີ່ເລີ່ມຂຶ້ນຕັ້ງແຕ່ວັນອາທິດທີ່ຜ່ານມາ (22  ມິຖຸນາ 2025) ຖຶວ່າເປັນໄຟປ່າໃຫຍ່ຄັ້ງທຳອິດໃນລະດູຮ້ອນປີນີ້ຂອງກຣີສ ປະເທດທີ່ການເກີດໄຟປ່າຮຸນແຮງ ແລະ ອາກາດຮ້ອນຈັດບໍ່ແມ່ນເລື່ອງແປກ

 

ໃນປີ 2012 ຫຼື 13 ປີກ່ອນ ເກາະຄິອອສແຫ່ງນີ້ເຄີຍເກີດໄຟປ່າຮຸນແຮງ ເຜົາພື້ນທີ່ໄໝ້ໄປຫຼາຍກວ່າຄຶ່ງໜຶ່ງຂອງພື້ນທີ່ທັງໝົດຂອງເກາະ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 10 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.34
670.19
european-union
EUR
24,089
24,571
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
pele - 2025-10-10T113327.708
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ
jane - 2025-10-10T100825.801
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ