_cover (92)
ອີຣ່ານກຳລັງພິຈາລະນາປິດຊ່ອງແຄບຮໍມຸສ ຊ່ອງແຄບທີ່ເປັນທາງຜ່ານນ້ຳມັນ ແລະ ແກັສປະມານ 20% ຂອງໂລກ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 24 June, 2025
ໝວດ: ຂ່າວ

ອີຣ່ານກຳລັງພິຈາລະນາປິດຊ່ອງແຄບຮໍມຸສ ຫຼັງລັດສະພາອະນຸມັດ ໂດຍຄະນະຄວາມໝັ້ນຄົງສູງສຸດຢູ່ລະຫວ່າງຕັດສິນໃຈຂັ້ນສຸດທ້າຍ ຊ່ອງແຄບນີ້ເປັນທາງຜ່ານນ້ຳມັນ ແລະ ແກັສປະມານ 20% ຂອງໂລກ ເຖິງວ່າຍັງບໍ່ສະຫຼຸບຊັດເຈນ ແຕ່ສະຖານະການສ້າງແຮງກົດດັນຕໍ່ຄວາມໝັ້ນຄົງພະລັງງານທົ່ວໂລກ

 

ວັນນີ້ (22 ມິຖຸນາ 2025) ອີຣ່ານກຳລັງພິຈາລະນາຢ່າງຈິງຈັງທີ່ຈະປິດຊ່ອງແຄບຮໍມຸສ ໂດຍ Esmail Kosari ສະມາຊິກລັດສະພາ ແລະ ຫົວໜ້າຄະນະກຳມະການກະຊວງພາຍໃນ ແລະ ຄວາມໝັ້ນຄົງແຫ່ງຊາດຂອງອີຣ່ານ ໄດ້ກ່າວວ່າເລື່ອງນີ້ຢູ່ພາຍໃຕ້ການພິຈາລະນາຢ່າງຈິງຈັງ ຂະນະທີ່ລັດຖະມົນຕີຕ່າງປະເທດຂອງອີຣ່ານ Seyed Abbas Aragchi ກ່າວພຽງວ່າ “ອີຣ່ານມີທາງເລືອກທີ່ຫຼາກຫຼາຍ”

 

ການພິຈາລະນານີ້ເກີດຂຶ້ນຫຼັງຈາກທີ່ສະຫະລັດໂຈມຕີເປົ້າໝາຍທາງທະຫານຂອງອີຣ່ານຫຼາຍແຫ່ງ ແລະ ການໂຈມຕີຕອບໂຕ້ກັນລະຫວ່າງອິສຣາເອລກັບອີຣ່ານຍັງຄົງດຳເນີນຕໍ່ໄປ

 

ຢ່າງໃດກໍຕາມ ສຳນັກງານປະຕິບັດການການຄ້າທາງທະເລແຫ່ງສະຫະລາຊະອານາຈັກ (UKMTO) ແລະ ບໍລິສັດຮັກສາຄວາມປອດໄພທາງທະເລ Ambrey ຢືນຢັນວ່າ ຊ່ອງແຄບຮໍມຸສຍັງຄົງເປີດໃຫ້ບໍລິການ ແລະ ບໍ່ມີລາຍງານຜົນກະທົບຕໍ່ການເດີນເຮືອ

 

ການຈະລາຈອນທາງທະເລຍັງຄົງເປັນໄປຕາມປົກກະຕິ ໂດຍສະເລ່ຍມີເຮືອຂົນສົ່ງສິນຄ້າປະມານ 114 ລຳ/ວັນ ແມ້ຈະມີຄວາມຕຶງເຄັ່ງໃນລະດັບ “ເຂັ້ມຂົ້ນ” ໃນພູມິພາກ ແລະມີການລາຍງານລະດັບສັນຍານລົບກວນລະບົບ GPS ທີ່ສູງຢ່າງຕໍ່ເນື່ອງໃນບໍລິເວນອ່າວເປີເຊຍແລະຊ່ອງແຄບຮໍມຸສ

 

ມາທຳຄວາມຮູ້ຈັກ “ຊ່ອງແຄບຮໍມຸສ”

 

ຊ່ອງແຄບຮໍມຸສເປັນເສັ້ນທາງເດີນເຮືອທີ່ສຳຄັນຢ່າງຍິ່ງ ຕັ້ງຢູ່ລະຫວ່າງປະເທດໂອມານ ແລະ ອີຣ່ານ ໂດຍເຊື່ອມຕໍ່ອ່າວເປີເຊຍກັບອ່າວໂອມານ ແລະ ທະເລອາຫຼັບໃນມະຫາສະໝຸດອິນເດຍ ຊ່ອງແຄບນີ້ມີຄວາມກວ້າງພຽງ 33 ກິໂລແມັດ (ປະມານ 20 ໄມລ໌ທະເລ) ນະຈຸດທີ່ແຄບທີ່ສຸດ ແລະ ຊ່ອງທາງເດີນເຮືອສຳລັບການເຂົ້າ ແລະ ອອກມີພຽງຊ່ອງລະ 3 ກິໂລແມັດເທົ່ານັ້ນ

 

ດ້ວຍຄວາມແຄບນີ້ ເຮັດໃຫ້ງ່າຍຕໍ່ການປິດກັ້ນຫຼືໂຈມຕີເຮືອທີ່ຜ່ານໄປມາ ເຖິງວ່າຈະມີການຖົກຖຽງເລື່ອງສະຖານະທາງກົດໝາຍ ແຕ່ໂດຍຫຼັກແລ້ວຊ່ອງແຄບຮໍມຸສຢູ່ພາຍໃຕ້ນ່ານນ້ຳອານາເຂດຂອງອີຣ່ານແລະໂອມານ ຊຶ່ງລັດຊາຍຝັ່ງມີອະທິປະໄຕເຫນືອພື້ນທີ່ດັ່ງກ່າວ ຢ່າງໃດກໍຕາມ ລັດອື່ນໆ ມີສິດໃນການຜ່ານຊ່ອງແຄບ (Transit passage) ຢ່າງກວ້າງຂວາງຕາມອະນຸສັນຍາສະຫະປະຊາຊາດວ່າດ້ວຍກົດໝາຍທະເລ (UNCLOS)

 

 

ເສັ້ນທາງແຄບທີ່ມີຄວາມສຳຄັນເຊີງຍຸດທະສາດ “ນ້ຳມັນ” ຂອງໂລກ

 

ຊ່ອງແຄບຮໍມຸສໄດ້ຮັບການຍົກຍ້ອງວ່າເປັນ “ເສັ້ນທາງແຄບທີ່ມີຄວາມສຳຄັນເຊີງຍຸດທະສາດໃນການຂົນສົ່ງນ້ຳມັນຂອງໂລກ” (World’s most important oil transit chokepoint)

 

ໃນປີ 2023 ປະລິມານນ້ຳມັນທີ່ໄຫຼຜ່ານຊ່ອງແຄບນີ້ສະເລ່ຍຢູ່ທີ່ 20.9 ລ້ານບາເຣລ/ວັນ ຊຶ່ງທຽບເທົ່າກັບປະມານຮ້ອຍລະ 20 ຂອງການບໍລິໂພກນ້ຳມັນທົ່ວໂລກ ແລະ ຄິດເປັນກວ່າ 1 ໃນ 4 ຂອງການຄ້ານ້ຳມັນທາງທະເລທົ່ວໂລກ

 

ນອກຈາກນ້ຳມັນດິບ ແລະ ຜະລິດຕະພັນປິໂຕລ້ຽມແລ້ວ ຊ່ອງແຄບຮໍມຸສຍັງເປັນເສັ້ນທາງສຳຄັນສຳລັບການຂົນສົ່ງແກັສທຳມະຊາດເຫຼວ (LNG) ໂດຍສະເພາະຢ່າງຍິ່ງການສົ່ງອອກ LNG ທັງໝົດຂອງກາຕາຣ໌ ຊຶ່ງຄິດເປັນປະມານ 1 ໃນ 5 ຂອງການຄ້າ LNG ທົ່ວໂລກ

 

ໃນປີ 2023 ແຕ່ລະເດືອນມີເຮືອປະມານ 3,000 ລຳໃຊ້ເສັ້ນທາງນີ້ເຂົ້າ ແລະ ອອກຈາກອ່າວເປີເຊຍ ບໍ່ມີເສັ້ນທາງເດີນເຮືອທາງທະເລອື່ນໃດທີ່ຈະໃຊ້ຂົນສົ່ງສິນຄ້າອອກຈາກອ່າວເປີເຊຍໄດ້ນອກຈາກຊ່ອງແຄບຮໍມຸສ

 

ພະລັງງານໂລກສັ່ນສະເທືອນເມື່ອຮໍມຸສຖືກປິດ

 

ການປິດຊ່ອງແຄບຮໍມຸສຈະສົ່ງຜົນກະທົບທັນທີ ແລະ ຮຸນແຮງຕໍ່ລາຄານ້ຳມັນທົ່ວໂລກ ຊຶ່ງຈະກໍ່ໃຫ້ເກີດຄວາມປັ່ນປ່ວນທາງເສດຖະກິດຢ່າງມີໄລຍະສຳຄັນ ອາດເຮັດໃຫ້ລາຄານ້ຳມັນດິບເບຣນພຸ່ງທະລຸ 100 ໂດລາສະຫະລັດ/ບາເຣລ ຫຼື ອາດສູງເຖິງ 110 ໂດລາ ຊຶ່ງຈະນຳໄປສູ່ເງິນເຟີ້ທົ່ວໂລກ ແລະ ອາດເຮັດໃຫ້ເສດຖະກິດໂລກຊະລໍຕົວ ຫຼື ເກີດພາວະຖົດຖອຍ ຄ່າຂົນສົ່ງ ແລະ ເບ້ຍປະກັນໄພກໍຈະສູງຂຶ້ນຢ່າງຫຼາຍ

 

ອີຣ່ານສາມາດປິດຮໍມຸສໄດ້ຫຼາຍວິທີ ເຊັ່ນ: ວາງທຸ່ນລະເບີດໃນທະເລ, ໂຈມຕີເຮືອທີ່ຜ່ານໄປມາດ້ວຍຂີປະນາວຸດ ແລະ ລະເບີດ, ກັກເຮືອ ຫຼື ໂຈມຕີທາງໄຊເບີຕໍ່ເຮືອ

 

ຊຶ່ງອີຣ່ານໄດ້ສະສົມຂີດຄວາມສາມາດໃນການໂຈມຕີທາງທະເລມານານຫຼາຍທົດສະວັດ ລວມເຖິງຂີປະນາວຸດຣ່ອນ ແລະ ຂີປະນາວຸດວິຖີໂຄ້ງ ໂດຣນພະລີຊີບ, ທຸ່ນລະເບີດທາງທະເລ, ເຮືອເລັວໂຈມຕີຂະໜາດນ້ອຍ, ເຮືອດຳນ້ຳຂະໜາດນ້ອຍ, ຍານຍົນພື້ນຜິວນ້ຳ ແລະ ໃຕ້ນ້ຳໄຮ້ຄົນຂັບ ແລະ ຂີປະນາວຸດ/ໂດຣນທີ່ຍິງຈາກຕາຝັ່ງ

 

“ແຕ່ເຖິງຈະເຄີຍຂົ່ມຂູ່ມາຫຼາຍຄັ້ງໃນອະດີດ ລວມເຖິງຊ່ວງສົງຄາມເຮືອບັນທຸກນ້ຳມັນໃນທົດສະວັດ 1980 ລະຫວ່າງອີຣ່ານ-ອີຣັກ ແຕ່ອີຣ່ານບໍ່ເຄີຍປິດຊ່ອງແຄບນີ້ຢ່າງສົມບູນ”

 

ເພາະການປິດຊ່ອງແຄບຈະສົ່ງຜົນເສຍຕໍ່ອີຣ່ານເອງລວມເຖິງພັນທະມິດດ້ວຍ ເນື່ອງຈາກອີຣ່ານພຶ່ງພາຊ່ອງແຄບນີ້ໃນການຄ້າຂາຍຂອງຕົນເອງ

 

ນອກຈາກນີ້ ການກະທຳດັ່ງກ່າວຈະເຮັດໃຫ້ອີຣ່ານແປກແຍກຈາກປະເທດເພື່ອນບ້ານ ເຊັ່ນ: ຊາອຸດີອາຣາເບຍ ແລະ ເຮັດໃຫ້ພັນທະມິດສຳຄັນເຊັ່ນຈີນບໍ່ພໍໃຈ ເພາະຈີນເປັນຜູ້ຊື້ນ້ຳມັນລາຍໃຫຍ່ຈາກອີຣ່ານ ແລະ ບໍ່ຕ້ອງການໃຫ້ການໄຫຼວຽນຂອງນ້ຳມັນຢຸດຊະງັກ ຫຼື ລາຄາພຸ່ງສູງຂຶ້ນ

 

ນອກຈາກນີ້ ການໃຊ້ກຳລັງທາງທະຫານເພື່ອປົກປ້ອງການເດີນເຮືອໂດຍບໍ່ໄດ້ຮັບອຳນາດຈາກຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ຈະຖືກຕັ້ງຄຳຖາມເລື່ອງຄວາມຖືກຕ້ອງດ້ວຍກົດໝາຍ ກົດໝາຍລະຫວ່າງປະເທດຍັງຄົງບໍ່ຂັດເຈນວ່າການໂຈມຕີເຮືອການຄ້າ ພຽງລຳດຽວຈະຖືເປັນການໂຈມຕີດ້ວຍອາວຸດທີ່ອະນຸຍາດໃຫ້ໃຊ້ສິດປ້ອງກັນຕົນເອງໄດ້ຫຼືບໍ່ ການຈັບກຸມເຮືອ ເຖິງວ່າຈະຜິດກົດໝາຍ ກໍບໍ່ຖືເປັນການໂຈມຕີດ້ວຍອາວຸດ

 

 

ມີພຽງຊາອຸດີອາຣາເບຍ ແລະ ສະຫະລັດອາຫຼັບເອມິເຣດສ໌ ເທົ່ານັ້ນທີ່ມີທໍ່ສົ່ງນ້ຳມັນທີ່ສາມາດຫຼີກການໃຊ້ຊ່ອງແຄບຮໍມຸສໄດ້ (ທໍ່ສົ່ງ East-West ຂອງຊາອຸດີອາຣາເບຍ ແລະທໍ່ສົ່ງ Fujairah ຂອງ UAE)

 

ແຕ່ກຳລັງການຂົນສົ່ງລວມກັນຂອງທໍ່ເຫຼົ່ານີ້ (ປະມານ 2.6 – 4.2 ລ້ານບາເຣລ/ວັນ) ເປັນພຽງສ່ວນນ້ອຍເມື່ອເທຽບກັບປະລິມານນ້ຳມັນປົກກະຕິທີ່ໄຫຼຜ່ານຊ່ອງແຄບຮໍມຸສ (20 ລ້ານບາເຣລ/ວັນ) ຊຶ່ງໝາຍຄວາມວ່າບໍ່ມີທາງເລືອກອື່ນທີ່ປະຕິບັດໄດ້ແທ້ໆ ສຳລັບປະລິມານການຂົນສົ່ງສ່ວນໃຫຍ່

 

ເອເຊຍ (ຈີນ ອິນເດຍ ຍີ່ປຸ່ນ ເກົາຫຼີໃຕ້ ປາກິສຖານ) ຈະໄດ້ຮັບຜົນກະທົບຫຼາຍທີ່ສຸດ ເນື່ອງຈາກພຶ່ງພານ້ຳມັນ ແລະ LNG ຈາກອ່າວເປີເຊຍຢ່າງໜັກ ອິນເດຍຈະໄດ້ຮັບຜົນກະທົບຈາກຄວາມຜັນຜວນຂອງລາຄາ, ຢູໂຣບພຶ່ງພາ LNG ຈາກກາຕາຣ໌ສູງ ສະຖານະການໃນທະເລແດງທີ່ເກີດຈາກການໂຈມຕີຂອງກຸ່ມຮູຕີ, ສະແດງໃຫ້ເຫັນວ່າໄພຄຸກຄາມທີ່ຈຳກັດຕໍ່ເຮືອພົນລະເຮືອນກໍສາມາດສົ່ງຜົນກະທົບຢ່າງໃຫຍ່ຫຼວງໄດ້

 

ການຕອບສະໜອງຈາກນານາຊາດຫາກ “ຊ່ອງແຄບຮໍມຸສຖືກປິດແທ້” ສະຫະລັດມີກອງເຮືອທີ່ 5 ປະຈຳການຢູ່ທີ່ບາຮ໌ເຣນ ແລະ ສາມາດຕອບໂຕ້ໄດ້ຢ່າງໄວ

 

ຢ່າງໃດກໍຕາມ ການກູ້ຄືນຄວາມເຊື່ອໝັ້ນໃນການເດີນເຮືອໃຫ້ປອດໄພພາຍໃຕ້ສະຖານະການການໂຈມຕີອາດໃຊ້ເວລານານເປັນອາທິດ ຫຼື ຫຼາຍເດືອນ ແລະ ຕ້ອງໃຊ້ຊັບພະຍາກອນມະຫາສານ

 

ການປິດຊ່ອງແຄບຈະບີບໃຫ້ລັດໃນອ່າວອາຫຼັບຕ້ອງດຳເນີນການ ຫຼື ສະໜັບສະໜູນການແຊກແຊງ ເນື່ອງຈາກຜົນກະທົບທາງເສດຖະກິດຕໍ່ປະເທດທີ່ພຶ່ງພານ້ຳມັນແລະແກັສຢ່າງໜັກ ສະຫະລັດໄດ້ເຕືອນອີຣ່ານແລ້ວວ່າການໂຈມຕີກອງກຳລັງຕ່າງຊາດທີ່ຊ່ວຍເຫຼືອອິສຣາເອລຈະຖືກຕອບໂຕ້

 

ໂດຍລວມແລ້ວ ການປິດຊ່ອງແຄບຮໍມຸສຂອງອີຣ່ານຈະສົ່ງຜົນກະທົບຢ່າງກວ້າງຂວາງທັງໃນລະດັບພູມິພາກ ແລະ ລະດັບໂລກ ເຖິງວ່າຈະມີຄວາມບໍ່ແນ່ນອນກ່ຽວກັບສັກຍະພາບ ແລະ ຄວາມເຕັມໃຈຂອງອີຣ່ານໃນການດຳເນີນການດັ່ງກ່າວ ແຕ່ກໍຍັງຄົງເປັນສະຖານະການທີ່ໜ້າກັງວົນທີ່ອາດສົ່ງຜົນສະເທືອນໄປທົ່ວໂລກ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 10 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.34
670.19
european-union
EUR
24,089
24,571
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
pele - 2025-10-10T113327.708
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ
jane - 2025-10-10T100825.801
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ