ສານຈີນສັ່ງປະຫານຊີວິດ “ອະດີດຜູ້ບັນຊາການຕຳຫຼວດປາບປາມຢາເສບຕິດ” ຖານຮັບສິນບົນ ລວມ 121 ລ້ານຫຍວນຕັດສິດທາງການເມືອງ-ຍຶດຊັບສົມບັດທັງໝົດ
ສຳນັກຂ່າວຊິນຫົວ ລາຍງານວ່າ ເມື່ອວັນທີ 23 ມິຖຸນາ 2025 ທີ່ຜ່ານມາວ່າ ສານແຂວງຟູເຈ້ຍນທາງຕາເວັນອອກຂອງຈີນເປີດເຜີຍວ່າ ຫລິວ ເຍ່ຈິນ ອະດີດທີ່ປຶກສາທາງການເມືອງລະດັບຊາດ ແລະ ອະດີດຜູ້ບັນຊາການຕຳຫຼວດປາບປາມຢາເສບຕິດ ຖືກຕັດສິນໂທດປະຫານຊີວິດໂດຍລໍຖ້າລົງອາຍາ 2 ປີ ຖານກະທຳຄວາມຜິດກ່ຽວກັບການຮັບສິນບົນ
ໂດຍຄຳພິພາກສາຂອງສານເປີດເຜີຍວ່າ ລະຫວ່າງປີ 1992-2020 ຫລິວ ເຍ່ຈິນ ໄດ້ໃຊ້ອຳນາດຈາກຫຼາຍຕຳແຫນ່ງໃນອົງການຕຳຫຼວດເພື່ອສະແຫວງຫາຜົນປະໂຫຍດໃຫ້ຜູ້ອື່ນ ເຊັ່ນ: ການດຳເນີນທຸລະກິດ ແລະ ການຈັດຫາເງິນທຶນ ຊຶ່ງຫລິວ ເຍ່ຈິນ ໄດ້ຮັບເງິນ ແລະ ຂອງຕິດສິນບົນຢ່າງຜິດກົດໝາຍເປັນການຕອບແທນ ລວມມູນຄ່າຫຼາຍກວ່າ 121 ລ້ານຫຍວນ
ດ້ວຍສາເຫດນີ້ ສານຈຶ່ງມີຄຳພິພາກສາໃຫ້ ຫລິວ ເຍ່ຈິນ ຖືກເພີກຖອນສິດທາງການເມືອງຕະຫຼອດຊີວິດ ຊັບສິນສ່ວນຕົວທັງໝົດຖືກຍຶດ ແລະ ຊັບສິນທີ່ໄດ້ມາໂດຍບໍ່ຊອບທຳຖືກນຳຄືນໃຫ້ລັດ
ສານລະບຸວ່າ ຈຳນວນການຕິດສິນບົນໃນຄະດີຂອງບລາວສູງເປັນພິເສດ ແລະ ກໍໃຫ້ເກີດຄວາມເສຍຫາຍຮ້າຍແຮງຕໍ່ຜົນປະໂຫຍດຂອງປະເທດ ແລະ ປະຊາຊົນ ແຕ່ສານໄດ້ພິຈາລະນາຜອ່ນຜັນບົດລົງໂທດຕາມກົດໝາຍເນື່ອງຈາກມີປັດໄຈຫຼຸດໂທດ ໄດ້ແກ່ ການຮັບສາລະພາບ ແລະ ການຄືນຊັບສິນທີ່ໄດ້ມາໂດຍບໍ່ຊອບທຳທັງໝົດແລ້ວ
ສຳລັບ ຫລິວ ເຍ່ຈິນ ເຄີຍດຳລົງຕຳແຫນ່ງເປັນສະມາຊິກຄະນະກຳມະການແຫ່ງຊາດປະຈຳສະພາທີ່ປຶກສາທາງການເມືອງແຫ່ງປະຊາຊົນຈີນ (CPPCC) ຊຸດທີ່ 13 ແລະ ເປັນຜູ້ບັນຊາການສຳນັກປາບປາມຢາເສບຕິດ ສັງກັດກະຊວງຄວາມໝັ້ນຄົງສາທາລະນະ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,531 | 21,808 |
![]() THB | 658.34 | 670.19 |
![]() EUR | 24,089 | 24,571 |
![]() CNY | 2,943 | 3,002 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |