ຜັກຊີລາວ ເປັນສະໝຸນໄພບ້ານໆ ທີ່ອຸດົມໄປດ້ວຍປະໂຫຍດ ທັງຊ່ວຍຍ່ອຍ ຂັບລົມ ຫຼຸດກິ່ນປາກ ແຖມຍັງມີສານຕ້ານອະນຸມູນອິດສະຫຼະອີກຫຼາຍ ແລ້ວຮູ້ບໍ່ວ່າດຽວນີ້ຄົນຮຸ່ນໃໝ່ຫຼາຍຄົນບໍ່ມັກກິນກັນເພາະ “ເປັນຜັກທີ່ມີກິ່ນສະເພາະຕົວ” ທັງທີ່ຈິງແລ້ວ ມັນດີຕໍ່ຮ່າງກາຍຫຼາຍ
ຜັກຊີລາວ (ຊື່ວິທະຍາສາດ: Anethum graveolens) ເປັນພືດລົ້ມລຸກໃນຕະກູນດຽວກັບຜັກຊີ, ແຄຣອດ ຫຼື ຂຶ້ນສ່າຍ ໜ້າຕາຂອງຜັກຊີລາວຄ່ອນຂ້າງເປັນເອກະລັກ ໃບຝອຍລະອຽດ ສີຂຽວອ່ອນ ອອກດອກເປັນຊໍ່ນ້ອຍໆ ສີເຫຼືອງອ່ອນໆ ຄ້າຍຄັນຮົ່ມຄວ່ຳ ເວລາມີດອກບານເຕັມທີ່ກໍງາມໄປອີກແບບ ແລະ ມີກິ່ນຫອມຊຸນເປັນເອກະລັກສະເພາະຕົວ ທີ່ຄ່ອນຂ້າງແຮງ ແລະ ໂດດເດັ່ນ ລົດຊາດອອກໄປທາງຊ່າໆ ຊ່າລີ້ນໜ້ອຍໜຶ່ງ
ນິຍົມໃຊ້ໃນອາຫານຫຼາຍປະເພດເຊັ່ນ: ແກງອ່ອມ, ລາບ, ແກງໜໍ່ໄມ້, ແກງປາ ຫຼື ນຳໄປໃຊ້ຕົກແຕ່ງໃນອາຫານຝຣັ່ງເຊັ່ນ ແກງຄຣີມ, ດອງແຕງກວາ, ຊອດປາແຊລມອນ
1.ຊ່ວຍຂັບລົມ ແກ້ທ້ອງອືດ
ນ້ຳມັນຫອມລະເຫີຍໃນຜັກຊີລາວຊ່ວຍຜ່ອນຄາຍລຳໄສ້ ເຮັດໃຫ້ຮູ້ສຶກ ສະບາຍທ້ອງ ແກ້ອາການແໜ້ນ ອຶດອັດຫຼັງມື້ອາຫານ ຊຶ່ງກິ່ນຫອມ ແລະ ສານໃນຜັກຊີລາວຊ່ວຍກະຕຸ້ນການເຮັດວຽກຂອງກະເພາະອາຫານ ແລະ ລຳໄສ້ ຊ່ວຍຂັບລົມ ຫຼຸດອາການແໜ້ນທ້ອງ ທ້ອງອືດ ທ້ອງເຟີ້ ໄດ້ດີ
2.ມີສານຕ້ານອະນຸມູນອິດສະຫຼະສູງ
ຜັກຊີລາວອຸດົມໄປດ້ວຍສານຕ້ານອະນຸມູນອິດສະຫຼະຫຼາຍຊະນິດ ເຊັ່ນ: ຟລາໂວນອຍດ໌, ວິຕາມິນຊີ, ຊຶ່ງຊ່ວຍປົກປ້ອງເຊວໃນຮ່າງກາຍຈາກການຖືກທຳລາຍ ຫຼຸດຄວາມສ່ຽງຂອງໂລກເຣື້ອຣັງຕ່າງໆ ແລະ ຊ່ວຍຊະລໍ້ໄວໄດ້ດ້ວຍ
3.ຕ້ານການອັກເສບ ແລະ ເຊື້ອແບັກທີເຣຍ
ກິ່ນແຮງໆ ທີ່ບາງຄົນບໍ່ມັກ ຄວາມຈິງ ແລ້ວເປັນແຫຼ່ງລວມສານຂ້າເຊື້ອຈາກທຳມະຊາດ ຊ່ວຍຫຼຸດໂອກາດການຕິດເຊື້ອໃນລະບົບຍ່ອຍອາຫານ
4.ຫຼຸດກິ່ນປາກແບບທຳມະຊາດ
ພຍງຄ້ຽວໃບສົດເລັກນ້ອຍຫຼັງອາຫານກໍຊ່ວຍໃຫ້ລົມຫາຍໃຈສົດຊື່ນຂຶ້ນໄດ້ ໂດຍບໍ່ຕ້ອງພຶ່ງຢາອົມຫຼຸດກິ່ນປາກ
5.ບຳລຸງກະດູກ
ເຖິງວ່າຈະເປັນຜັກເບົາໆ ແຕ່ກໍມີແຄວຊ້ຽມ, ຟອດຟອຣັດ ແລະ ແມັກນີຊ້ຽມໃນປະລິມານບໍ່ນ້ອຍເລີຍ ຊ່ວຍເສີມຄວາມແຂງແຮງຂອງກະດູກໄດ້ເຊັ່ນກັນ
ສະຫຼຸບ ຜັກຊີລາວ ສະໝຸນໄພຈິ່ວແຕ່ແຈ໋ວທີ່ຕ້ອງມີ!
ຜັກຊີລາວເປັນຫຼາຍກວ່າພຽງຜັກໂຫ່ຍໜ້າ! ມັນຄືສະໝຸນໄພທີ່ມີຄຸນຄ່າທາງໂພຊະນາການ ແລະ ສັນນະຄຸນທາງຢາຫຼາກຫຼາຍ ທັງຊ່ວຍເລື່ອງລະບົບຍ່ອຍອາຫານ, ບຳລຸງກະດູກ, ບຳລຸງສາຍຕາ ແລະ ເປັນແຫຼ່ງສານຕ້ານອະນຸມູນອິດສະຫຼະຊັ້ນດີ
ຖ້າໃຜຍັງບໍ່ເຄີຍລອງຕື່ມຜັກຊີລາວໃນເມນູອາຫານ ລອງເບິ່ງໄດ້ເລີຍ ບໍ່ວ່າຈະເປັນແກງອ່ອມ ຫຼື ຈະນຳໄປເຮັດທອດໄຂ່ຜັກຊີລາວກໍແຊບ! ພຽງຈື່ໄວ້ວ່າກິນໃນປະລິມານທີ່ພໍເໝາະ ແລະ ປຶກສາຜູ້ຊ່ຽວຊານຫາກມີຂໍ້ສົງໄສ ຫຼື ມີຂໍ້ຈຳກັດດ້ານສຸຂະພາບ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,412 | 21,687 |
![]() THB | 654.57 | 667.01 |
![]() EUR | 23,872 | 23,350 |
![]() CNY | 2,906 | 2,964 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,230 |
![]() | 22,560 |
![]() | 18,370 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 34,990,000 | 35,520,000 |
![]() | 34,640,000 | 35,629,000 |