_cover - 2025-06-26T143045.688
ອິນເດຍກຽມສ້າງລະເບີດ GBU-57 Bunker Buster ຂອງຕົວເອງ ແມ້ແຕ່ "ອາເມລິກາ" ຍັງກັງວົນ ເລັງເປົ້າໝາຍແລັບນິວເຄຼຍໃຕ້ດິນຂອງປາກິດຖານ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 26 June, 2025

ເອເຈນຊີ -ນິວເດລີວາງ ແຜນສ້າງລະເບີດ GBU-57 Bunker Buster ຂອງຕົວເອງຂຶ້ນມາໃນຍຸດທະສາດເພື່ອຄວາມສຸດຍອດທາງການທະຫານລະດັບຊັ້ນນຳຂອງຕົວເອງ

 

ເປົ້າໝາຍໂຈມຕີໃຕ້ດິນລັບຫຼັງສະຫະລັດຯປະສົບຄວາມສຳເລັດໂຊທັງໂລກໂຈມຕີໂຮງນິວເຄຼຍໃຕ້ດິນຂອງອິຫຼ່ານ ນັກຂ່າວອິນເດຍໂວ ລະເບີດ Bunker Buster ຂອງແດນພາຣະຕະເວີຊັນຂີປະນາວຸດຊື່ Agni-5 ສາມາດເຮັດໃຫ້ແມ້ກະທັ່ງສະຫະລັດຯອາຍ ມີສະມັດຖະນະໄກ, ສາມາດທຳລາຍແລັບວິໄຈນິວເຄຼຍລັບປາກິດຖານທີ່ Kirana Hills ໄດ້ພາຍໃນບໍ່ເທົ່າໃດນາທີ

 

ອົງການຂອງອິນເດຍລາຍງານໃນ ວັນທີ່ 25 ມິຖຸນາ 2025 ວ່າ ໃນໂປຣເຈັກຂອງນິວເດລີທີ່ສົ່ງໃຫ້ອິນເດຍໄດ້ກ້າວຂຶ້ນມາເປັນມະຫາອຳນາດທາງການທະຫານຂອງໂລກທີ່ມີຄວາມສາມາດໃນການທຳລາຍເປົ້າໝາຍໃນຊັ້ນໃຕ້ດິນຂອງສັດຕູ

 

ເກີດຂຶ້ນຫຼັງສະຫະລັດຯປະສົບຄວາມສຳເລັດໂຈມຕີສູນວິໄຈນິວເຄຼຍອິຫຼ່ານ 3 ຈຸດໂດຍສະເພາະທີ່ສູນວິໄຈນິວເຄຼຍຟອດໂດ (Fordo) ທີ່ໄດ້ຫຍ່ອນລະເບີດ GBU-57 Bunker Buster ຈຳນວນ 6 ລູກເພື່ອທຳລາຍ

 

ໂດຍໃນການປະຊຸມນາໂຕຊັມມິດ ວັນທີ່25 ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດຯ ພີດ ເຮກເຊດ ຕອບຄຳຖາມສົງໄສຜົນການທຳລາຍໂຄງການນິວເຄຼຍອິຫຼ່ານອ້າງອີງຈາກເດລີເທເລກຣາຟຂອງອັງກິດລາຍງານວັນທີ່25 ວ່າ:

 

“ຫາກພວກທ່ານຕ້ອງການປະເມີນເຖິງສິ່ງທີ່ເກີດຂຶ້ນທີ່ຟອດໂດ ພວກທ່ານຕ້ອງມີສຽມຂະໜາດໃຫຍ່ ແລະ ຕ້ອງຂຸດໃຫ້ເລິກເພາະໂຄງການນິວເຄຼຍອິຫຼ່ານຖືກທຳລາຍຈົນພິນາດ ແລະ ມີໃຜບາງຄົນຕ້ອງການຮົ່ວ(ຂໍ້ມູນ)ບາງຢ່າງອອກມາເພື່ອທີ່ຈະເວົ້າວ່າ “ໂອ້” ພ້ອມດ້ວຍຄວາມໝັ້ນໃຈຕ່ຳ”

 

ສື່ອໍແກໄນເຊີ້ ຂອງອິນເດຍລາຍງານວ່າ ແຕ່ແທນທີ່ລະເບີດ GBU-57 Bunker Buster ຂອງແດນພາຣະຕະຈະປ່ອຍອອກມາຈາກເຮືອບິນ ແຕ່ນິວເດລີເລືອກທີ່ຈະໃຫ້ເປັນການສົ່ງອອກມາດ້ວຍຂີປະນາວຸດແທນ

 

ສະຖາບັນການວິໄຈທາງການປ້ອງກັນປະເທດ ແລະ ການພັດທະນາຂອງອິນເດຍ (Defence Research and Development Organisation) ຫຼື DRDO

 

ຢູ່ລະຫວ່າງກຳລັງປັບປ່ຽນຂີປະນາວຸດໄລຍະຂ້າມທະວີບ Agni-5 ອອກແບບພິເສດເພື່ອໃຫ້ມີຄວາມສາມາດຕິດຫົວຮົບໜັກ 7,500 ກິໂລກຣາມໄດ້

 

ພ້ອມເສີມຕໍ່ວ່າ ຫົວຮົບເຫຼົ່ານີ້ຖືກອອກແບບເພື່ອທຳລາຍເປົ້າໝາຍທີ່ມີຄ່າທາງຍຸດທະສາດ ເປັນຕົ້ນວ່າສູນການບັງຄັບບັນຊາ ແລະ ການຄວບຄຸມ ໄຊໂລເກັບຂີປະນາວຸດ ແລະ ສິ່ງປຸກສ້າງທາງການທະຫານສຳຄັນທາງຍຸດທະສາດທີ່ຢູ່ໃຕ້ຊັ້ນຄອນກີດໜາເປັນຕົ້ນ

 

ສື່ອິນເດຍດັອດຄອມລາຍງານເພີ່ມເຕີມວ່າ ລະເບີດ Bunker Buster ເວີຊັນແດນພາຣະຕະເຮັດໃຫ້ແມ້ແຕ່ສະຫະລັດຯຍັງຕ້ອງອາຍ ຊີ້ມີສະມັດຖະນະສາມາດທຳລາຍແລັບນິວເຄຼຍລັບປາກິດຖານໃນ Kirana Hills ໄດ້ພາຍໃນບໍ່ເທົ່າໃດນາທີ

 

ຫຼັງກ່ອນໜ້ານິວເດລີອອກປະຕິບັດການພີເອັມທີຟສະໄຕຣກ໌ພາຍໃຕ້ຊື່ປະຕິບັດການ Op Sindoor ເມື່ອວັນທີ່ 7 ພຶດສະພາ ທີ່ຜ່ານມາຕໍ່ຄູ່ອະລິ ປາກິດຖານເຮັດໃຫ້ທັງໂລກຕ້ອງຢຸດນິ່ງດ້ວຍການໂຈມຕີທາງອາກາດລະຫວ່າງກັນທ່າມກາງຂ່າວລືທາງໂຊຊ້ຽວວ່າ ກອງທັບອາກາດອິນເດຍໂຈມຕີແລັບນິວເຄຼຍປາກິດຖານທີ່ Kirana Hills ແຕ່ກອງທັບຟ້າວອອກມາປະຕິເສດ ອ້າງອີງຈາກ NDTV ຂອງອິນເດຍລາຍງານເມື່ອວັນທີ່ 12 ພຶດສະພາ

 

ກ່ອນໜ້າອົງການລາຍງານວ່າ ການທີ່ອອກແບບໃຫ້ລະເບີດນັ້ນສົ່ງດ້ວຍຂີປະນາວຸດເປັນການປະຫຍັດຄ່າໃຊ້ຈ່າຍ ແລະ ບໍ່ຈຳເປັນຕ້ອງໃຊ້ເຄື່ອງບິນຖິ້ມລະເບີດລາຄາແພງເພື່ອຫຍ່ອນລະເບີດ ໂດຍຫົວຮົບໃໝ່ຂອງຂີປະນາວຸດໄລຍະຂ້າມທະວີບອິນເດຍ Agni ເຊື່ອວ່າຈະສາມາດເຈາະທະລຸທະລວງໃຕ້ດິນໄດ້ເຖີງ 80 ແມັດ – 100 ແມັດກ່ອນລະເບີດ

 

ອິນເດຍມີຊື່ສຽງດ້ານນັກວິໄຈ ແລະ ວິສະວະກອນຊຶ່ງໃນອະດີດວິສະວະກອນອາເມລິກາເຊື້ອສາຍອິນເດຍເກີດທີ່ບອມເບ

 

ອ້າງອີງຈາກໄທມສ໌ອອຟອິນເດຍ ຊຶ່ງເຮັດວຽກໃຫ້ບໍລິສັດ Northrop ຊ່ວຍອອກແບບເຄື່ອງບິນຖິ້ມລະເບີດ B-2 ຂອງສະຫະລັດຯ ຊື່ Noshir Sheriarji Gowadia ປັດຈຸບັນອາຍຸ 81 ປີຮັບໂທດຈຳຄຸກ 32 ປີໃນຄຸກລັດໂຄໂລຣາໂດຫຼັງລັກຈາຣະກຳຂາຍຄວາມລັບເຮືອບິນທິ້ງລະເບີດ B-2 ຂອງສະຫະລັດຯໄປໃຫ້ກັບປັກກິ່ງ ທີ່ບໍ່ເທ່ົ່າໃດປີຫຼັງຈາກນັ້ນມີເຄື່ອງບິນລຶກລັບໜ້າຕາຄ້າຍ B-2 ທີ່ຖານທັບອາກາດຈີນໃຫ້ເຫັນ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 15 August, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,470
21,746
thailand (1)
THB
661.54
671.73
european-union
EUR
24,027
24,507
china
CNY
2,917
2,975
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-08-15T150047.029
ກອງປະຊຸມ ລມຕ ຕ່າງປະເທດຂອບການຮ່ວມມືແມ່ນ້ໍາຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 10
pele - 2025-08-15T135651.172
ເປີດໂຄງການຈຸດສຸມຂອງສະມາຄົມທຸລະກິດກະສິກຳລາວ
pele - 2025-08-15T113708.158
ແນວຄິດ “ ພູຂຽວນ້ຳໃສກໍແມ່ນພູເງິນພູຄຳ ” ສ້າງຂົວທີ່ໝັ້ນແກ່ນໃຫ້ແກ່ການຮ່ວມມືສີຂຽວລາວ-ຈີນ.
pele - 2025-08-15T095726.873
ມອບເງີນຊຸກຍູ້ ກອງປະຊຸມໃຫຍ່ຄັ້ງທີ IX ຂອງອົງຄະນະພັກແຂວງຫຼວງນ້ຳທາ
pele - 2025-08-14T162234.232
ສາມແຂວງພາກເໜືອ ຈະໄດ້ໂຄງການສ້າງຄວາມເຂັ້ມແຂງການຮັບມືກັບໄພພິບັດ
pele - 2025-08-14T154119.422
ສ ເກົາຫຼີ ຊ່ວຍປັບປຸງດ້ານສາທາລະນະສຸກ ສປປ ລາວ ຫຼາຍໂຄງການ
pele - 2025-08-14T150003.002
ໂຄງການ -ຍົກລະດັບເສັ້ນທາງຫຼວງແຫ່ງຊາດ 2W ຈະໃຫ້ສຳເລັດຕາມກຳນົດສັນຍາ
_cover - 2025-08-14T141016.038
ຈີນທົດສອບຍານອາວະກາດລົງຈອດເທິງດວງຈັນສຳເລັດ ກ້າວສຳຄັນສູ່ພາລະກິດພາຍໃນປີ 2030
pele - 2025-08-14T141422.795
ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ແຫ່ງ ສ. ອິດສະລາມ ອີຣານ.
_cover - 2025-08-14T115939.913
ແຈ້ງການປິດນ້ຳປະປາຊົ່ວຄາວ ເພື່ອດຳເນີນການສ້ອມແປງທໍ່ນ້ຳປະປາແຕກຮົ່ວ ວັນທີ 15 ສິງຫາ 2025
ຢ່າລື່ມກົດຕິດຕາມ