_cover - 2025-06-26T155102.964
ຕຳຫຼວດເຄນຢາປະທະກັບຜູ້ປະທ້ວງ ເສຍຊີວິດຢ່າງໜ້ອຍ 8 ຄົນ ແລະ ບາດເຈັບ 400 ຄົນ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 26 June, 2025
ໝວດ: ຂ່າວ

ຜູ້ຄົນນັບພັນອອກມາເດີນຂະບວນເທິງຖະໜົນໃນກຸງໄນໂຣບີ ເພື່ອປະທ້ວງຕ້ານລັດຖະບານຂອງປະທານາທິບໍດີວິລຽມ ຣູໂຕ ທົ່ວປະເທດເຄນຢາ

 

ຕຳຫຼວດປະທະກັບຜູ້ປະທ້ວງໃນກຸງໄນໂຣບີ ແລະ ເມືອງອື່ນໆ ໂດຍມີຜູ້ເສຍຊີວິດຢ່າງໜ້ອຍ 8 ຄົນ ແລະ ບາດເຈັບອີກ 400 ຄົນ ຂະນະທີ່ຜູ້ຄົນນັບພັນອອກມາເດີນຂະບວນເທິງຖະໜົນ ເພື່ອປະທ້ວງຕ້ານລັດຖະບານຂອງປະທານາທິບໍດີວິເລຍມ ຣູໂຕ ທົ່ວປະເທດເຄນຢາ ຫຼື ຕົງກັບວັນທີ່ເກີດການປະທ້ວງຕ້ານລັດຖະບານຄັ້ງໃຫຍ່ທົ່ວປະເທດໃນປີ 2024 ເມື່ອ 1 ປີທີ່ຜ່ານມາພໍດີ

 

ຜູ້ປະທ້ວງຫຼາຍຄົນສົ່ງສຽງຮ້ອງວ່າ “ຣູໂຕຕ້ອງໄປ” ແລະ ແກວ່ງກິ່ງໄມ້ເປັນສັນຍາລັກຂອງການຕ້ານການປົກຄອງຂອງລາວຢ່າງສັນຕິ ລັດຖະບານຫ້າມຖ່າຍທອດສົດການປະທ້ວງທາງໂທລະພາບ ແລະ ວິທະຍຸ ແຕ່ຄຳສັ່ງຂອງສານສູງໃນກຸງໄນໂຣບີກັບຄຳຕັດສິນ

 

ດ້ານນາຍຣູໂຕຮຽກຮ້ອງໃຫ້ຜູ້ປະທ້ວງບໍ່ຄຸກຄາມສັນຕິພາບ ແລະ ຄວາມໝັ້ນຄົງ ຂະນະທີ່ຝູງຊົນພະຍາຍາມເດີນທາງໄປຫາບ້ານພັກຢ່າງເປັນທາງການຂອງລາວ ແຕ່ຖືກຕຳຫຼວດດັນກັບ ລາວກ່າວວ່າ “ການປະທ້ວງບໍ່ຄວນມີຈຸດມຸ່ງໝາຍເພື່ອທຳລາຍສັນຕິພາບໃນເຄນຢາ ເຮົາບໍ່ມີປະເທດອື່ນໃຫ້ໄປເມື່ອເກີດເລື່ອງຮ້າຍແຮງຂຶ້ນ ເປັນໜ້າທີ່ຂອງເຮົາທີ່ຈະຕ້ອງຮັກສາຄວາມປອດໄພຂອງປະເທດ”

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Tuesday, 21 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,536
21,813
thailand (1)
THB
660.47
671.37
european-union
EUR
24,193
24,678
china
CNY
2,939
2,997
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Monday, 20 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
47,580,000
48,110,000
46,965,000
48,219,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-21T101439.418
ຂົວມິດຕະພາບລາວ-ໄທ ແຫ່ງທີ 5 ເຊື່ອມຕໍ່ແຂວງບໍລິຄຳໄຊ ກັບ ແຂວງບຶງການ ປະເທດໄທ (ປາກຊັນ-ບຶງການ) ເປີດໃຫ້ບໍລິການຢ່າງເປັນທາງການແລ້ວ
jane - 2025-10-21T092859.441
ສະພາບອາກາດປະຈໍາເຊົ້າວັນທີ 21 ຕຸລາ 2025
pele - 2025-10-21T091733.903
IMF ໜູນ​ຊ່ວຍ​ບັນດາ​ປະ​ເທດ​ອາຊີ - ປາຊີ​ຟິກ ​ກະຕຸ້ນຄວາມຕ້ອງການພາຍໃນ
Screenshot 2025-10-20 at 9.28.02 PM
ໄຟໄຫມ້ທີ່ສູນສິນຄ້າຂອງສະໜາມບິນ ສ້າງຜົນກະທົບຕໍ່ການສົ່ງອອກເສື້ອຜ້າຂອງບັງກະລາເທດ
jane - 2025-10-20T165736.536
ລະທຶກ! ເກີດເຫດເຄື່ອງບິນຂົນສົ່ງສິນຄ້າໄຖລົດອອກນອກລັນເວທີ່ສະໜາມບິນຮົງກົງ ຕົກລົງທະເລ ເສຍຊີວິດ 2 ຄົນ
pele - 2025-10-20T135048.115
ຕົ້ນເດືອນພະຈິກ ເລີ່ມສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສຄັ້ງທີ V
jane - 2025-10-20T130720.703
ແຈ້ງເຕືອນໄພ ພາຍຸໝູນເຂດຮ້ອນ ເຟິງເຊິນ (Fengshen)
pele - 2025-10-20T102507.330
WEF ຄາດວ່າການລົງທຶນ AI ທົ່ວໂລກ ຈະລື່ນກາຍ 500 ຕື້ໂດລາ
jane - 2025-10-20T105313.768
ເຫດການແຜ່ນດິນໄຫວ ປະຈຳວັນທີ 20 ຕຸລາ 2025
pele - 2025-10-20T104445.789
ກຳປູເຈຍ: ປາບປາມການຫລອກລວງອອນລາຍ
ຢ່າລື່ມກົດຕິດຕາມ