_cover - 2025-06-27T115544.472
ກອງທັບຈີນເປີດຕົວ "ໂດຣນຍຸງ" ທີ່ມີຂະໜາດນ້ອຍ ເພື່ອພາລະກິດລັບທາງທະຫານ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 27 June, 2025
ໝວດ: ຂ່າວ

ກອງທັບຈີນພັດທະນາ “ໂດຣນຍຸງ” ໂດຣນສອດແນມຂະໜາດນ້ອຍເທົ່າຍຸງ ພ້ອມປີກທີ່ບາງ ຄວບຄຸມຜ່ານສະມາດໂຟນ ສຳລັບນຳໄປໃຊ້ພາລະກິດລັບ ຫຼື ການສອດແນມໃນສະໜາມຮົບ

 

 

ວັນທີ່ 27 ມິຖຸນາ 2025 ສຳນັກຂ່າວ CCTV ຂອງທາງການຈີນ ລາຍງານວ່າ ກອງທັບຈີນເປີດຕົວ “ໂດຣນຍຸງ” ຊຶ່ງໄດ້ຮັບການພັດທະນາໃຫ້ມີຂະໜາດ ຮູບຮ່າງ ແລະ ຂານ້ອຍເທົ່າເສັ້ນຜົມ ພ້ອມປີກບາງ ຄວບຄຸມຜ່ານສະມາດໂຟນ ສຳລັບນຳໄປໃຊ້ໃນພາລະກິດສອດແນມ ແລະ ປະຕິບັດການພິເສດໃນສະໜາມຮົບ

 

ໂດຍທີມນັກວິໄຈຈາກມະຫາວິທະຍາໄລເທັກໂນໂລຍີພາຍໃນແຫ່ງຊາດ ໃນແຂວງຫູຫນານ ເປີດເຜີຍວ່າ ໂດຣນນ້ອຍນີ້ສາມາດຕິດຕັ້ງເຊັນເຊີເພື່ອລົງພື້ນທີ່ຢ່າງລັບໆ ໂດຍບໍ່ຖືກກວດຈັບງ່າຍ ເໝາະຢ່າງຍິ່ງສຳລັບພາລະກິດສອດແນມ ແລະ ປະຕິບັດການສະເພາະເທິງສະໜາມຮົບ

 

ລາຍງານຂ່າວລະບຸວ່າ ໂດຣນຍຸງຖືເປັນເທັກໂນໂລຍີລ້ຳໜ້າໃນແນວໂນ້ມການພັດທະນາ “ໄມໂຄຣໂດຣນ” ຂອງຈີນ ທີ່ໃຊ້ງານໄດ້ທັງດ້ານການຄ້າ ແລະ ທາງທະຫານ

 

ຂະນະດຽວກັນ ຫ້ອງທົດລອງໄມໂຄຣໂຣໂບຕິກສ໌ ຂອງມະຫາວິທະຍາໄລຮາວາດໃນສະຫະລັດ ກໍເປີດຕົວໂດຣນ RoboBee ຂະໜາດນ້ອຍ ຊຶ່ງສາມາດບິນ ແລະ ລົງຈອດຄ້າຍໆແມງໄມ້ທຳມະຊາດ ໂດຍມີແຜນພັດທະນາເພື່ອນຳໄປໃຊ້ໃນງານສຳຫຼວດສິ່ງແວດລ້ອມ ໄພພິບັດ ຫຼື ການປະສົມເກສອນແບບຈຳລອງ

 

ຢ່າງໃດກໍດີ ຜູ້ຊ່ຽວຊານເຕືອນວ່າເທັກໂນໂລຍີໄມໂຄຣໂດຣນ ສ້າງຄວາມກັງວົນວ່າອາດຖືກນຳໄປໃຊ້ຈາລະກຳທາງໄຊເບີ ຫຼື ການລອບສັງຫານ ໃນຂະນະທີ່ຫຼາຍບໍລິສັດກຳລັງແຂ່ງຂັນກັນ ເຊັ່ນ “RoboBee” ຂອງຮາວາດ ແລະ “Black Hornet” ຈາກນໍເວ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Wednesday, 6 August, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,445
21,721
thailand (1)
THB
661.11
671.29
european-union
EUR
23,780
24,256
china
CNY
2,909
2,967
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-08-13T150324.859
ອົງການກາແດງແຫ່ງຊາດລາວ ມອບເຄື່ອງກອງນ້ຳໃຫ້ກອງພັນ 418 ເມືອງ ວຽງພູຄາ
pele - 2025-08-13T142630.446
ສື່ມວນຊົນຮ່ວມເກັບກຳຂ່າວ ສົ່ງເສີມວຽກງານສຸຂະພາບຈະເລີນພັນ ຢູ່ຫຼວງພະບາງ
site cover1 (77)
ສື່ມວນຊົນ ຕ້ອງຕື່ນຕົວໃນການນຳໃຊ້ ເຕັກໂນໂລຊີ ຢ່າງມີຈັນຍາບັນ ປ້ອງກັນການ ແຜ່ຂະຫຍາຍຂອງຂ່າວປອມ
site cover1 - 1
ນອນເກີນ 9 ຊົ່ວໂມງເປັນປະຈຳ ອາດຈະເສຍຊີວິດໄວກວ່າການນອນໜ້ອຍເຖິງ 34%
site cover1 (75)
Microsoft ເປີດໃຫ້ທົດສອບ Windows 365 Reserve ບໍລິການ Cloud PC ສໍາລັບກໍລະນີສຸກເສີນ
site cover1 (74)
ຝຶກອົບຮົມກຳມະການຕັດສິນກຽມໃສ່ ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ຈະເປີດສາກຂື້ນ 16 ສິງຫາ 2025
site cover1 (73)
ບໍລິສັດຊິບຍັກໃຫຍ່ Nvidia ແລະ AMD ຈະຈ່າຍ 15% ຂອງລາຍຮັບຈາກຈີນໃຫ້ສະຫະລັດ
site cover1 (72)
NASA ປະກາດເລັ່ງສ້າງເຕົາປະຕິກອນນິວເຄຍ ເທິງຟື້ນຜິວດາວຈັນໃຫ້ສຳເລັດພາຍໃນປີ 2030
_cover - 2025-08-11T144325.607
ບົດວິໄຈເຕືອນ! ເດັກນ້ອຍທີ່ມີໂທລະສັບມືຖືກ່ອນອາຍຸ 13 ປີ ມີຄວາມສ່ຽງຕໍ່ບັນຫາສຸຂະພາບຈິດໃນອະນາຄົດ
_cover - 2025-08-11T134642.698
ປະຊາຊົນກາຊາຖືກສິ່ງຂອງຊ່ວຍເຫຼືອທີ່ສົ່ງມາທາງອາກາດ ຕົກທັບເສຍຊີວິດຢ່າງໜ້ອຍ 23 ຄົນ
ຢ່າລື່ມກົດຕິດຕາມ