_cover - 2025-06-27T163817.732
ຈີນສະເໜີເງິນເດືອນໃຫ້ບຸກຄະລາກອນດ້ານ AI ສູງກວ່າຄ່າສະເລ່ຍຂອງເງິນເດືອນທົ່ວໄປ 3 ເທົ່າ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 27 June, 2025
ໝວດ: ຂ່າວ

ລາຍງານຂ່າວຈາກ ເຊົາທ໌ ໄຊນ່າ ມໍນິ່ງ ໂພສທ໌ ລະບຸວ່າການເຕີບໂຕຂອງອຸດສາຫະກຳຫຸ່ນຍົນຄ້າຍມະນຸດ ຫຼື ຮິວແມນນອຍດ໌ (humanoid) ໃນປະເທດຈີນ ກຳລັງເຕີບໂຕຢ່າງກ້າວກະໂດດ ຜັກດັນໃຫ້ເກີດການຈ້າງງານໃນອຸດສາຫະກຳນີ້ເປັນຈຳນວນຫຼາຍ

 

ແຕ່ປັດຈຸບັນກຳລັງພົບກັບບັນຫາການຂາດແຄນວິສະວະກອນທີ່ມີທັກສະສູງຢ່າງຮຸນແຮງ ເຫັນໄດ້ຈາກການທີ່ບໍລິສັດຜູ້ພັດທະນາ ຮິວແມນນອຍດ໌ ມີການສະເໜີເງິນເດືອນໃຫ້ແກ່ວິສະວະກອນທີ່ມີປະສົບການ ແລະ ບຸກຄະລາກອນດ້ານ AI ສູງກວ່າຄ່າສະເລ່ຍຂອງເງິນເດືອນທົ່ວໄປ ໃນຫົວເມືອງໃຫຍ່ທົ່ວປະເທດ ເຖິງ 3 ເທົ່າ

 

ຕາມລາຍງານໃໝ່ທີ່ເຜີຍແພ່ໂດຍ ຈ້າວປິນ (Zhaopin) ແພລັດຟອມຈັດຫາງານອອນລາຍ ພົບວ່າ ປັດຈຸບັນມີການສະເໜີເງິນເດືອນເພີ່ມຂຶ້ນ ໃຫ້ແກ່ວິສະວະກອນອາລກໍຣິທຶມ ຊຶ່ງເປັນຕຳແໜ່ງງານຂອງຜູ້ພັດທະນາອາລກໍຣິທຶມ ທີ່ເຮັດໃຫ້ຫຸ່ນຍົນຄ້າຍມະນຸດ ສາມາດເຮັດວຽກໄດ້ຢ່າງຊານສະຫຼາດ ຈາກເດີມເງິນເດືອນເດືອນລະ 31,512 ຫຍວນ ເພີ່ມຂຶ້ນເປັນ 38,489 ຫຍວນຕໍ່ເດືອນ ສຳລັບຕຳແໜ່ງງານທີ່ມີປະສົບການຫຼາຍກວ່າ 5 ປີ

 

ຊຶ່ງສູງກວ່າອັດຕາເງິນເດືອນສະເລ່ຍໃນເຂດເມືອງທົ່ວປະເທດກວ່າ 3 ເຖິງ 4 ເທົ່າ ໂດຍອັດຕາເງິນເດືອນສະເລ່ຍໃນເຂດເມືອງ ທີ່ອ້າງອີງຈາກຂໍ້ມູນຄ່າຕອບແທນລ່າສຸດຂອງບໍລິສັດ ນະໄຕມາດ 3 ຂອງປີ 2024 ຢູ່ທີ່ປະມານ 10,058 ຫຍວນຕໍ່ເດືອນ

 

ສ່ວນຕຳແໜ່ງວິສະວະກອນອອກແບບເຄື່ອງກົນໃນສາຂາດຽວກັນນີ້ ກໍມີຄ່າຈ້າງທີ່ສູງຂຶ້ນເຊັ່ນກັນ ໂດຍເງິນເດືອນສະເລ່ຍຢູ່ທີ່ 22,264 ຫຍວນຕໍ່ເດືອນ

 

ອັດຕາເງິນເດືອນທີ່ສູງຂຶ້ນໃນພາກສ່ວນ ຮິວແມນນອຍດ໌ ນີ້ ຖືເປັນພາກສ່ວນທີ່ກຳລັງເຕີບໂຕ ທ່າມກາງຕະຫຼາດການຈ້າງງານທົ່ວປະເທດກຳລັງຊົບເຊົາ ໂດຍຕະຫຼາດແຮງງານຂອງຈີນຢູ່ພາຍໃຕ້ແຮງກົດດັນຈາກພາວະເສດຖະກິດຊະລໍຕົວ ແລະລາຍໄດ້ຂອງພາກທຸລະກິດລຸດລົງ ນຳໄປສູ່ການເລີກຈ້າງ ແລະ ລຸດເງິນເດືອນຢ່າງແຜ່ຫຼາຍໃນຫຼາຍໆອຸດສາຫະກຳ

 

ແລະ ເຖິງວ່າອັດຕາການວ່າງງານໃນເດືອນເມສາຈະລຸດລົງເລັກນ້ອຍຈາກມີນາ ຄືລຸດລົງຈາກຮ້ອຍລະ 16.5 ເຫຼືອຮ້ອຍລະ 15.8 ແຕ່ດ້ວຍຈຳນວນຜູ້ທີ່ຈົບການສຶກສາໃໝ່ ຄາດວ່າຈະເພີ່ມສູງຂຶ້ນເປັນປະຫວັດສາດ ແລະ ກຽມທີ່ຈະເຂົ້າສູ່ຕະຫຼາດແຮງງານໃນຊ່ວງລະດູຮ້ອນນີ້ ແຮງຈະເຮັດໃຫ້ຕະຫຼາດແຮງງານຕ້ອງພົບກັບຄວາມຕຶງຄຽດຫຼາຍຂຶ້ນໄປອີກ

 

ແນວໃດກໍຕາມ ຫາກເບິ່ງສະເພາະອຸດສາຫະກຳ ຮິວແມນນອຍດ໌ ຂອງຈີນ ຕາມລາຍງານຂອງ ຈ້າວປິນ (Zhaopin) ພົບວ່າຊ່ວງ 5 ເດືອນທຳອິດທີ່ຜ່ານມາ ມີການເປີດຮັບສະໝັກຕຳແໜ່ງງານໃໝ່ເພີ່ມຂຶ້ນເຖິງ 4 ເທົ່າ ຫຼື 409% ເມື່ອທຽບກັບຊ່ວງດຽວກັນຂອງປີກ່ອນ ແຕ່ຈຳນວນຜູ້ມາສະໝັກງານໃນສາຍງານນີ້ ເພີ່ມຂຶ້ນ 396% ຊຶ່ງຕ່ຳກວ່າຄວາມຕ້ອງການຢູ່ເລັກນ້ອຍ

 

ແລະ ເມື່ອທຽບກັບຄວາມຕ້ອງການບຸກຄະລາກອນໃນອຸດສາຫະກຳຫຸ່ນຍົນໂດຍລວມ (ທີ່ລວມທຸກປະເພດ) ກັບພົບວ່າ ໃນພາບລວມມີອັດຕາການເຕີບໂຕທີ່ຊ້າກວ່າຫຼາຍ ໂດຍມີການເປີດຮັບສະໝັກງານເພີ່ມຂຶ້ນພຽງຮ້ອຍລະ 6 ແລະ ມີຈຳນວນຜູ້ສະໝັກເພີ່ມຂຶ້ນທີ່ຮ້ອຍລະ 32

 

ດ້ານ ຫວັງ ຊິງຊິງ (Wang Xingxing) ຜູ້ກໍ່ຕັ້ງ ຢູນິທີ ໂຣໂບຕິກສ໌ (Unitree Robotics) ສະຕາດອັບຫຸ່ນຍົນຄ້າຍມະນຸດຊັ້ນນຳຂອງຈີນ ກ່າວວ່າ ກຳລັງເປີດຮັບສະໝັກບຸກຄະລາກອນໃນທຸກພະແນກ ຕັ້ງແຕ່ຝ່າຍບໍລິຫານ ແລະ ຈັດຊື້ ຝ່າຍວິໄຈແລະ ພັດທະນາ ໄປຈົນເຖິງຝ່າຍຂາຍ ແລະ ການຕະຫຼາດ

 

ນັ້ນບົ່ງບອກໄດ້ວ່າ ບໍລິສັດດັ່ງກ່າວ ກໍກຳລັງປະສົບກັບບັນຫາຂາດແຄນບຸກຄະລາກອນ ທ່າມກາງການຂະຫຍາຍການເຕີບໂຕເຊັ່ນກັນ

 

ລາຍງານຂ່າວດັ່ງກ່າວ ລະບຸວ່າ ສະຖານການດັ່ງກ່າວ ສະທ້ອນເຖິງວິວັດທະນາການຢ່າງວ່ອງໄວຂອງປັນຍາປະດິດເຊິງກາຍະພາບ (embodied intelligence) ຄຽງຄູ່ໄປກັບຄວາມຕ້ອງການທີ່ເພີ່ມຂຶ້ນໃນພາກການຜະລິດອັດຕະໂນມັດ ໄປຈົນເຖິງພາກການບໍລິການ ເຊັ່ນການເບິ່ງແຍງຜູ້ສູງອາຍຸ ຜັກດັນໃຫ້ມີການນຳຫຸ່ນຍົນຄ້າຍມະນຸດໄປໃຊ້ໃນເຊິງການຄ້າເພີ່ມຂຶ້ນຢ່າງວ່ອງໄວ

 

ແລະ ເມື່ອປຽບທຽບກັບຫຸ່ນຍົນແບບດັ້ງເດີມ ລະບົບຫຸ່ນຍົນຄ້າຍມະນຸດມີອາລກໍຣິທຶມ ແລະ ໂຄງສ້າງທາງກົນທີ່ຊັບຊ້ອນກວ່າ ຈຶ່ງຕ້ອງການໃຊ້ບຸກຄະລາກອນທີ່ມີຄວາມຊຽວຊານສະເພາະທາງສູງ ເຮັດໃຫ້ບໍລິສັດຕ່າງໆ ຕ້ອງສະເໜີເງິນເດືອນທີ່ສູງຂຶ້ນ

 

ແລະ ສຳລັບພາກສ່ວນນີ້ ທາງການຈີນຍັງດຳເນີນນະໂຍບາຍລະດັບຊາດ ແລະ ລະດັບທ້ອງຖິ່ນ ເພື່ອໃຫ້ການສະໜັບສະໜູນ ໂດຍປີ 2025 ຖືເປັນປີທີ່ສຳຄັນໃນການຜະລິດຫຸ່ນຍົນຄ້າຍມະນຸດຈຳນວນຫຼາຍ ອີກດ້ວຍ

 

ນອກຈາກນີ້ ຕາມຂໍ້ມູນຈາກສຳນັກງານກຳກັບເບິ່ງແຍງຕະຫຼາດແຫ່ງລັດຂອງຈີນ ລາຍງານວ່າ ນະທ້າຍປີທີ່ຜ່ານມາ (2024) ໃນປະເທດຈີນ ມີບໍລິສັດທີ່ຢູ່ໃນອຸດສາຫະກຳຫຸ່ນຍົນອັດສະລິຍະຫຼາຍເຖິງ 451,700 ລາຍ

 

ໂດຍມີທຶນຈົດທະບຽນລວມກັນຫຼາຍກວ່າ 6 ລ້ານ 4 ແສນ 4 ໝື່ນ ລ້ານຫຍວນ (6.44 ລ້ານລ້ານຫຍວນ) ແລະ ໃນແງ່ຈຳນວນບໍລິສັດນັ້ນ ເພີ່ມຂຶ້ນຫຼາຍກວ່າ 2 ເທົ່າ ຫຼື 206.73% ຈາກປີ 2020 // ແລະ ເມື່ອທຽບກັບປີ 2023 ຄິດເປັນອັດຕາການເຕີບໂຕເຖິງຮ້ອຍລະ 19.39

 

ລາຍງານທີ່ເຜີຍແພ່ຈາກການປະຊຸມອຸດສາຫະກຳຫຸ່ນຍົນຈີນ ຄາດການວ່າ ຕະຫຼາດຫຸ່ນຍົນ ຮິວແມນນອຍດ໌ ຂອງຈີນ ປີ 2025 ຈະມີມູນຄ່າສູງເຖິງ 5,300 ລ້ານຫຍວນ ປະມານ 24,000 ລ້ານບາດ ຊຶ່ງເຕີບໂຕຈາກປີທີ່ແລ້ວເຖິງ 2 ເທົ່າ

 

ແລະ ຄາດວ່າ ໃນອີກ 4 ປີຕໍ່ໄປ ຫຼື ພາຍໃນປີ 2029 ຕະຫຼາດຫຸ່ນຍົນຄ້າຍມະນຸດ ອາດມີມູນຄ່າສູງເຖິງ 75,000 ລ້ານຫຍວນ ແລະ ຈະຄິດເປັນສັດສ່ວນຮ້ອຍລະ 32.7 ຂອງມູນຄ່າຕະຫຼາດລວມທົ່ວໂລກ ເຮັດໃຫ້ໃນປີດັ່ງກ່າວນີ້ ຈີນຈະກາຍເປັນຜູ້ຫຼີ້ນລາຍໃຫຍ່ທີ່ສຸດໃນໂລກ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 27 June, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,408
21,683
thailand (1)
THB
656.58
669.06
european-union
EUR
24,005
24,486
china
CNY
2,909
2,967
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
_cover - 2025-06-27T163817.732
ຈີນສະເໜີເງິນເດືອນໃຫ້ບຸກຄະລາກອນດ້ານ AI ສູງກວ່າຄ່າສະເລ່ຍຂອງເງິນເດືອນທົ່ວໄປ 3 ເທົ່າ
_cover - 2025-06-27T155418.931
ໜ້າເສົ້າໃຈ! ພົບສົບ ນັກທ່ອງທ່ຽວສາວບຣາຊິວ ປະສົບອຸບັດຕິເຫດຕົກພູເຂົາໄຟອິນໂດເນເຊຍ ເສຍຊີວິດແລ້ວ
_cover - 2025-06-27T105912.710
ແຈ້ງການມອດໄຟ ວັນທີ 29 ມິຖຸນາ 2025
_cover - 2025-06-27T115544.472
ກອງທັບຈີນເປີດຕົວ "ໂດຣນຍຸງ" ທີ່ມີຂະໜາດນ້ອຍ ເພື່ອພາລະກິດລັບທາງທະຫານ
pele - 2025-06-27T111354.114
ວາງສີລາລຶກໂຄງການ ກໍ່ສ້າງໂຮງຫມໍ ພົງສະຫວັນ ອິນເຕີເນຊັນແນວ ຈໍາກັດ
_cover - 2025-06-27T111537.434
ເຫດໄຟໄໝ້ຮ້ານຂາຍເຟີນິເຈີ້ ເຂດບ້ານໂພນພະເນົາ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ ໃນຄ່ຳຄືນ ວັນທີ 26 ມິຖຸນາ 2025
_cover - 2025-06-27T102356.557
ພະມ້າເຜົາທຳລາຍຢາເສບຕິດຂອງກາງ ມູນຄ່າກວ່າ 300 ລ້ານໂດລາ ເຈົ້າໜ້າທີ່ເປີດເຜີຍສົງຄາມກາງເມືອງເຮັດໃຫ້ຍອດຈັບຢຶດຫຼຸດລົງ
pele - 2025-06-27T101312.769
ຮອງລັດຖະມົນຕີ ສສກ ເຂົ້າຮ່ວມກອງປະຊຸມໂຕະມົນລັດຖະມົນຕີສຶກສາອາຊຽນ 2025 ແລະ ກອງປະຊຸມປິ່ນອ້ອມ
_cover - 2025-06-27T092145.200
ແຈ້ງການປິດນ້ຳປະປາຊົ່ວຄາວ ໃນວັນທີ 28 ມິຖຸນາ 2025 ເຂດເມືອງຈັນທະບູລີ ນະຄອນຫຼວງວຽງຈັນ
_cover - 2025-06-26T163857.915
6 ນິໄສໃຊ້ເງິນ ກຳນົດອະນາຄົດຊີວິດ "ລົ້ມລະລາຍ ພໍຢູ່-ພໍກິນ ຫຼື ຈະເປັນເສດຖີ" ເລືອກເອງໄດ້ !
ຢ່າລື່ມກົດຕິດຕາມ