_cover - 2025-06-30T145525.872
ນັກດັບເພີງຖືກມືປືນຊຸ່ມຍິງເສຍຊີວິດ ໃນຂະນະທີ່ກຳລັງດັບໄຟປ່າຢູ່ສະຫະລັດ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 30 June, 2025
ໝວດ: ຂ່າວ

ເກີດເຫດລັກລອບຍິງສຸດສະເທືອນຂວັນໃນລັດໄອດາໂຮ ສະຫະລັດ ເມື່ອເຈົ້າໜ້າທີ່ດັບເພີງ ທີ່ພະຍາຍາມຄວບຄຸມໄຟປ່າເທິງພູແຄນຟິລ ຖືກມືປືນສະໄນເປີຊຸ່ມຍິງເສຍຊີວິດ 2 ຄົນ ເລັ່ງຕາມຫາຕົວຄົນຮ້າຍ

 

ເກີດເຫດລັກລອບຍິງເຈົ້າໜ້າທີ່ດັບເພີງ ຂະນະປະຕິບັດໜ້າທີ່ຄວບຄຸມໄຟປ່າເທິງພູເຂົາແຄນຟິລ ໃນຊ່ວງບ່າຍວັນອາທິດ (ຕາມເວລາທ້ອງຖິ່ນ) ສົ່ງຜົນໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 2 ຄົນ ແລະ ເກີດການຍິງປະທະຕໍ່ເນື່ອງຫຼາຍຊົ່ວໂມງ ສ້າງຄວາມແຕກຕື່ນໃຫ້ກັບປະຊາຊົນ ແລະ ເຈົ້າໜ້າທີ່ໃນພື້ນທີ່

 

 

ສຳນັກງານເຈົ້າເມືອງເຂດຄູເຕໄນລາຍງານວ່າ ເຫດຮ້າຍແຮງເລີ່ມຕົ້ນເມື່ອເວລາ 13.30 ນ. ຂະນະທີ່ທີມດັບເພີງເຂົ້າພື້ນທີ່ເພື່ອຄວບຄຸມໄຟໄໝ້ເທິງພູເຂົາແຄນຟິລ ເຊິ່ງຢູ່ຫ່າງຈາກຕົວເມືອງເຄີເດີລີນປະມານ 6.5 ກິໂລແມັດ

 

ຈາກນັ້ນບໍ່ດົນກໍ່ມີລາຍງານສຽງປືນດັງຂຶ້ນ ໂດຍເຈົ້າໜ້າທີ່ດັບໄຟຕົກເປັນເປົ້າຂອງການຍິງໂດຍພວກຊູ່ມຍິງ ມີລາຍງານຜູ້ເສຍຊີວິດ 2 ຄົນ ແລະ ຍັງບໍ່ສາມາດຢືນຢັນໄດ້ວ່າມີຜູ້ບາດເຈັບຫຼືເສຍຊີວິດເພີ່ມເຕີມຫຼືບໍ່

 

 

ໂດຍລ່າສຸດ ເຈົ້າໜ້າທີ່ຍັງຄົງເຂົ້າພື້ນທີ່ເພື່ອຄວບຄຸມສະຖານະການ ແລະ ເລັ່ງຊອກຫາຕົວມືປືນ ເຊິ່ງຍັງບໍ່ຊັດເຈນວ່າມີພຽງຄົນດຽວ ຫຼື ຫຼາຍກວ່ານັ້ນ ຂະນະທີ່ຍັງມີປະຊາຊົນບາງສ່ວນຕິດຄ້າງຢູ່ເທິງພູ

 

ດ້ານຜູ້ວ່າການລັດໄອດາໂຮ ແບຣດ ລິດເທິນ ໄດ້ອອກຖະແຫຼງການໃນແພລັດຟອມ X ປະນາມເຫດການຄັ້ງນີ້ວ່າເປັນ “ການໂຈມຕີຢ່າງໂຫດຮ້າຍຕໍ່ເຈົ້າໜ້າທີ່ດັບເພີງຜູ້ກ້າຫານ” ພ້ອມຂໍໃຫ້ປະຊາຊົນໄອດາໂຮ ຮ່ວມກັນອະທິຖານໃຫ້ກັບຜູ້ເສຍຊີວິດ ແລະ ຄອບຄົວຂອງພວກເຂົາ

 

 

ລ່າສຸດ ຈົນເຖິງຕອນນີ້ໄຟປ່າຍັງໄໝ້ຢ່າງຕໍ່ເນື່ອງ ແລະ ເຈົ້າໜ້າທີ່ໄດ້ອອກປະກາດເຕືອນປະຊາຊົນໃຫ້ຫຼີກເວັ້ນບໍລິເວນເສັ້ນທາງເດີນປ່າຂຶ້ນພູແຄນຟິລ ແລະ ເສັ້ນທາງທີ່ຢູ່ທາງເໜືອຂອງຕົວເມືອງ ເພື່ອເປີດທາງໃຫ້ເຈົ້າໜ້າທີ່ໄດ້ປະຕິບັດການຈັບກຸມຄົນຮ້າຍໄດ້ຢ່າງໄວ

 

ທັງນີ້ ພູເຂົາແຄນຟິລຖືເປັນພື້ນທີ່ທຳມະຊາດສຸດນິຍົມໃນລັດໄອດາໂຮ ໂດຍມີເສັ້ນທາງເດີນປ່າ ແລະ ລົດຈັກຜ່ານພຸ່ມໄມ້ໜາທຶບ ແລະ ປ່າດົງເທິງພູ ທັງຍັງເປັນຈຸດໝາຍຂອງນັກທ່ອງທ່ຽວຈຳນວນຫຼາຍໂດຍສະເພາະໃນລະດູຮ້ອນ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Tuesday, 1 July, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,398
21,673
thailand (1)
THB
657.10
669.58
european-union
EUR
24,148
24,630
china
CNY
2,904
2,962
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-07-01T161645.333
ແຂວງສາລະວັນ ຮັບຮອງເອົາການປັບປຸງກົງຈັກການຈັດຕັ້ງຂອງອົງການປົກຄອງແຂວງ
_cover - 2025-07-01T161611.775
ຈາກການລາຍງານລະບຸວ່າ ທຣຳຕັດຄວາມຊ່ວຍເຫຼືອ ເຮັດຄົນທົ່ວໂລກສ່ຽງເສຍຊີວິດ 14 ລ້ານຄົນ ພາຍໃນອີກ 5 ປີ
pele - 2025-07-01T153415.261
ສື່ມວນຊົນສໍາເລັດຊຸດອົບຮົມການລາຍງານຂ່າວສີຂຽວ
_cover - 2025-07-01T152944.822
ອີຣ່ານຍອດເສຍຊີວິດເພີ່ມຂຶ້ນ ໃນສົງຄາມ 12 ວັນກັບອິສຣາເອນເປັນ 935 ຄົນ
pele - 2025-07-01T144219.772
ໄຊພູທອງ ປັກດໍາເຂົ້ານາປີໄດ້ແລ້ວ 3,450 ເຮັກຕາ
_cover - 2025-07-01T141020.064
"ທຣຳ" ຂຶ້ນພາສີເຄື່ອງໃຊ້ໃນເຮືອນທີ່ເຮັດຈາກ "ເຫລັກ" ເຊັ່ນ: "ຕູ້ເຢັນ - ຈັກຊັກເຄື່ອງ - ເຕົາອົບ" ອ້າງວ່າຜະລິດຈາກເຫລັກ
pele - 2025-07-01T135658.644
ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ເຄື່ອນໄຫວວຽກງານ ຢູ່ແຂວງຄໍາມ່ວນ
pele - 2025-07-01T103046.114
ຈັບແກ້ງ ລັກຕັດສາຍໄຟ ປອກທອງໄປຂາຍ ພ້ອມມົ້ວສຸມເສບຢາເສບຕິດ
pele - 2025-07-01T091535.094
ງານບຸນມະໂຫລານຊາວໜຸ່ມ-ເຍົາວະຊົນ ປະຈໍາປີ 2025 ປິດລົງດ້ວຍຜົນສໍາເລັດເປັນຢ່າງດີ
_cover - 2025-06-30T163402.094
ຈີນເຮັດແທ້! ພາວເວີແບັງ (Power Bank) ບໍ່ມີເຄື່ອງໝາຍ CCC ຫ້າມບໍ່ໃຫ້ເອົາຂຶ້ນຍົນ
ຢ່າລື່ມກົດຕິດຕາມ