_cover - 2025-06-30T160130.117
ທຣຳ ເປີດເຜີຍ "ມະຫາເສດຖີ" ກຽມຊື້ TikTok ໝັ້ນໃຈວ່າ "ສີ ຈິ້ນຜິງ" ຈະອະນຸຍາດໃຫ້ຂາຍ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 30 June, 2025

ປະທານາທິບໍດີ ໂດນັລ ທຣຳ ເປີດເຜີຍມີ “ກຸ່ມມະຫາເສດຖີ” ພ້ອມຈະຊື້ TikTok ທີ່ເຄີຍຖືກສັ່ງແບນໃນສະຫະລັດ

 

ເຊື່ອໝັ້ນວ່າ ປະທານາທິ ສີ ຈິ້ນຜິງ ຈະອະນຸຍາດໃຫ້ຂາຍ ພ້ອມກັນນີ້ຜູ້ນຳສະຫະລັດ ໄດ້ເລື່ອນການບັງຄັບໃຊ້ກົດໝາຍສັ່ງໃຫ້ຂາຍ TikTok ອອກໄປເປັນຄັ້ງທີ 3 ກຳນົດເສັ້ນຕາຍ 17 ກັນຍາ ນີ້

 

ວັນນີ້ 30 ມິຖຸນາ 2025 ຕາມເວລາທ້ອງຖິ່ນ BBC ລາຍງານ ປະທານາທິບໍດີ ໂດນັລ ທຣຳ ຜູ້ນຳສະຫະລັດ ໄດ້ປະກາດວ່າມີຜູ້ຊື້ແອັບພລິເຄຊັນວິດີໂອສັ້ນຍອດນິຍົມເຊັ່ນ TikTok ແລ້ວ

 

ແອັບພລິເຄຊັນທີ່ເຄີຍຖືກສັ່ງແບນໃນສະຫະລັດ ຈາກຂໍ້ກ່າວອ້າງທີ່ວ່າອາດເປັນໄພຄຸກຄາມຕໍ່ຄວາມໝັ້ນຄົງຂອງຊາດ ໃນການສຳພາດກັບ Fox News ທຣຳກ່າວວ່າລາວມີ “ກຸ່ມບຸກຄົນທີ່ຮັ່ງມີຫຼາຍ” ທີ່ພ້ອມຈະເຂົ້າຊື້ແພລັດຟອມນີ້ ໂດຍບອກບາງສ່ວນວ່າຈະເປີດເຜີຍຂໍ້ມູນເພີ່ມເຕີມພາຍໃນປະມານ 2 ອາທິດຕໍ່ໄປ

 

ການຂາຍ TikTok ຄັ້ງນີ້ ຈຳເປັນຕ້ອງໄດ້ຮັບການອະນຸມັດຈາກລັດຖະບານຈີນ ແຕ່ທຣຳສະແດງຄວາມເຊື່ອໝັ້ນວ່າ ປະທານາທິບໍດີ ສີ ຈິ້ນຜິງ ໜ້າຈະດຳເນີນການໃຫ້ ໃນເດືອນນີ້ ທຣຳໄດ້ເລື່ອນການບັງຄັບໃຊ້ກົດໝາຍທີ່ສັ່ງໃຫ້ບໍລິສັດແມ່ ByteDance ຕ້ອງຂາຍ TikTok ອອກໄປເປັນຄັ້ງທີ 3 ແລ້ວ ການຂະຫຍາຍເວລາລ່າສຸດນີ້ກຳນົດໃຫ້ ByteDance ຕ້ອງເຮັດຂໍ້ຕົກລົງຂາຍແພລັດຟອມໃຫ້ໄດ້ພາຍໃນວັນທີ 17 ກັນຍາ ນີ້

 

ກ່ອນໜ້ານີ້ ເຄີຍມີຂໍ້ຕົກລົງທີ່ຈະຂາຍ TikTok ໃຫ້ກັບຜູ້ຊື້ຄົນອາເມລິກັນ ແຕ່ດີລດັ່ງກ່າວລົ່ມລົງໄປໃນເດືອນເມສາ ເນື່ອງຈາກເກີດຄວາມຂັດແຍ້ງລະຫວ່າງທຳນຽບຂາວກັບຈີນກ່ຽວກັບມາດຕະການພາສີຂອງທຣຳ

 

ເຖິງວ່າຈະຍັງບໍ່ຊັດເຈນວ່າຜູ້ຊື້ປັດຈຸບັນທີ່ທຣຳກ່າວຮອດນັ້ນ ເປັນກຸ່ມດຽວກັບຜູ້ທີ່ເຄີຍກຽມພ້ອມຈະຊື້ເມື່ອ 3 ເດືອນກ່ອນຫຼືບໍ່ ແຕ່ລັດຖະສະພາສະຫະລັດ ໄດ້ຜ່ານກົດໝາຍບັງຄັບໃຫ້ TikTok ຕ້ອງຂາຍກິດຈະການໄປຕັ້ງແຕ່ເດືອນ ເມສາ 2024 ໂດຍສະມາຊິກສະພາ ໄດ້ອ້າງຄວາມກັງວົນວ່າແອັບ ຫຼື ບໍລິສັດແມ່ ອາດສົ່ງມອບຂໍ້ມູນຜູ້ໃຊ້ຄົນສະຫະລັດ ໃຫ້ກັບລັດຖະບານຈີນ ເຊິ່ງທາງ TikTok ໄດ້ປະຕິເສດຂໍ້ກ່າວຫານີ້

 

ສິ່ງທີ່ໜ້າສົນໃຈຄື ທຣຳເຄີຍວິພາກວິຈານແອັບນີ້ຢ່າງໜັກ ໃນຊ່ວງວາລະທຳອິດຂອງການດຳລົງຕຳແໜ່ງປະທານາທິບໍດີ ແຕ່ປັດຈຸບັນກັບເບິ່ງວ່າມັນເປັນ ປັດໄຈສຳຄັນທີ່ຊ່ວຍໃຫ້ລາວຊະນະການເລືອກຕັ້ງເມື່ອປີທີ່ຜ່ານມາ ແລະ ຕອນນີ້ຈຶ່ງສະໜັບສະໜູນການໃຊ້ງານ TikTok ຢ່າງຕໍ່ເນື່ອງໃນສະຫະລັດ

 

ກົດໝາຍດັ່ງກ່າວມີກຳນົດຈະເລີ່ມບັງຄັບໃຊ້ຕັ້ງແຕ່ວັນທີ 19ມັງກອນ ແຕ່ທຣຳໄດ້ເລື່ອນການບັງຄັບໃຊ້ຊ້ຳແລ້ວຊ້ຳອີກ ຜ່ານຄຳສັ່ງບໍລິຫານ ເຊິ່ງການກະທຳດັ່ງກ່າວໄດ້ຖືກວິພາກວິຈານຢ່າງໜັກວ່າ ເປັນການລົ້ມລ້າງອຳນາດຂອງສະມາຊິກສະພາ  ໃນລັດຖະສະພາ ທາງ TikTok ເອງກໍ່ໄດ້ພະຍາຍາມຂັດແຍ້ງໃນປະເດັນດ້ານລັດຖະທຳມະນູນຂອງກົດໝາຍນີ້ ແຕ່ໄດ້ແພ້ການອຸທອນຕໍ່ສານຍຸດຕິທຳສູງສຸດສະຫະລັດໄປແລ້ວ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 5 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,515
21,792
thailand (1)
THB
662.12
672.32
european-union
EUR
24,055
24,537
china
CNY
2,933
2,991
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-09-05T145102.231
ບໍລິສັດກ້ວຍລາວ ເປີດສາງສິນຄ້າ ໃກ້ກັບຕະຫຼາດຢູ່ນະຄອນຮວຍຮວ້າ ແຂວງຫູໜານຈີນ
jane (3)
ການແຂ່ງຂັນກິລາຕີບານຍິງ ຊິງແຊ້ມໂລກ 2025 ທີ່ປະເທດໄທ ຮັບໜ້າທີ່ເປັນເຈົ້າພາບຈັດການແຂ່ງຂັນລະຫວ່າງວັນທີ່ 22 ສິງຫາ - 7 ກັນຍາ 2568
pele - 2025-09-05T133750.577
ກວດພົບ ແລະ ທຳລາຍລະເບີດ ບົ່ມບີ້-ລູກປືນຄົກ ຢູ່ສວນກາເຟຫຼັກ 45 ເມືອງປາກຊ່ອງ ແຂວງຈຳປາສັກ.
pele - 2025-09-05T131612.944
ແຈ້ງການມອດໄຟ ວັນທີ 6/9/2025
pele - 2025-09-05T105936.521
ຄະນະບໍລິຫານງານພັກແຂວງຈໍາປາສັກ ດຳເນີນຊີວິດການເມືອງທ້າຍສະໄໝທີ VIII
pele - 2025-09-05T103604.703
ເມືອງຫົງສາ ຫາລືການສ້ອມແປງເສັ້ນທາງທີ່ເປ່ເພພາຍໃນເມືອງ ແຂວງໄຊຍະບູລີ
pele - 2025-09-04T160309.641
ລາວ-ໄທ ຫາລື ການຮ່ວມມື ປົກປັກຮັກສາ ແລະ ພັດທະນາອ່າງແມ່ນ້ຳຂອງໃຫ້ມີຄວາມຍືນຍົງ
pele - 2025-09-04T152224.661
ກະກຽມກ້ອນກຳລັງເດີນສວນສະໜາມສະເຫຼີມສະຫຼອງວັນຊາດ 2 ທັນວາ ຄົບຮອບ 50 ປີ
pele - 2025-09-04T142754.055
ອົງການກາແດງ ແຂວງເຊກອງ ໄດ້ຮັບລົດ ແລະ ອຸປະກອນເພື່ອ ເພີ່ມຂີດຄວາມສາມາດໃນການບໍລິຈາກເລືອດ
jane (1)
7 ໄອເດຍອອກແບບຫ້ອງນອນທີ່ຄວນຫຼີກລ້ຽງ ສົ່ງຜົນຕໍ່ການນອນຫຼັບ ແລະ ຄຸນນະພາບຊີວິດ
ຢ່າລື່ມກົດຕິດຕາມ